ບົດທີ 26
ເຫດຜົນທີ່ການເຮັດດີເປັນເລື່ອງຍາກ
ເມື່ອທ່ານໂຊໂລເຮັດສິ່ງທີ່ບໍ່ດີ ແມ່ນໃຜພໍໃຈ?— ແມ່ນຊາຕານພະຍາມານນັ້ນເອງ. ແຕ່ພວກຫົວໜ້າສາສະໜາຊາວຢິວກໍພໍໃຈເຊັ່ນກັນ. ຄັນແລ້ວເມື່ອໂຊໂລກາຍມາເປັນສາວົກຂອງຄູຜູ້ຍິ່ງໃຫຍ່ແລະຖືກເອີ້ນວ່າໂປໂລ ພວກຫົວໜ້າສາສະໜາເຫຼົ່ານັ້ນເລີ່ມກຽດຊັງລາວ. ດັ່ງນັ້ນ ລູກເຫັນບໍວ່າເປັນຫຍັງຈຶ່ງເປັນເລື່ອງຍາກທີ່ສາວົກຂອງພະເຍຊູຈະເຮັດດີ?—
ທ່ານໂປໂລປະສົບກັບຄວາມຍາກລຳບາກອັນໃດເມື່ອເຮັດສິ່ງທີ່ດີ?
ປະໂລຫິດໃຫຍ່ທີ່ຊື່ວ່າອານາເນຍເຄີຍບອກໃຫ້ຄົນຊົກໜ້າໂປໂລ. ອານາເນຍເຖິງຂັ້ນພະຍາຍາມຈັບໂປໂລໄປຂັງຄຸກ. ໂປໂລໄດ້ປະສົບກັບຄວາມລຳບາກຫຼາຍເມື່ອລາວກາຍມາເປັນສາວົກຂອງພະເຍຊູ. ຕົວຢ່າງເຊັ່ນ ຄົນບໍ່ດີໄດ້ຂ້ຽນຕີໂປໂລແລະພະຍາຍາມຂ້າລາວດ້ວຍກ້ອນຫີນໃຫຍ່.—ກິດຈະການ 23:1, 2; 2 ໂກລິນໂທ 11:24, 25.
ຫຼາຍຄົນພະຍາຍາມຈະເຮັດໃຫ້ເຮົາເຮັດສິ່ງທີ່ພະເຈົ້າບໍ່ພໍໃຈ. ດັ່ງນັ້ນ ຈຶ່ງເກີດມີຄຳຖາມທີ່ວ່າ ລູກຮັກສິ່ງທີ່ດີຫຼາຍປານໃດ? ລູກຮັກສິ່ງທີ່ດີຈົນເຖິງຂັ້ນທີ່ຈະເຮັດດີເຖິງວ່າຄົນອື່ນກຽດຊັງລູກຍ້ອນການເຮັດດີເຊັ່ນນັ້ນບໍ? ເພື່ອຈະເຮັດເຊັ່ນນັ້ນໄດ້ຕ້ອງມີຄວາມກ້າຫານແມ່ນບໍ?—
ລູກອາດສົງໄສວ່າ ‘ເປັນຫຍັງຜູ້ຄົນຈຶ່ງກຽດຊັງເຮົາເມື່ອເຮົາເຮັດດີ? ເຂົາເຈົ້າຄວນຈະດີໃຈບໍ່ແມ່ນບໍ?’ ລູກຄົງຈະຄິດແບບນັ້ນ. ຫຼາຍຄັ້ງຜູ້ຄົນມັກພະເຍຊູເນື່ອງຈາກພະອົງເຮັດສິ່ງທີ່ດີ. ຄັ້ງໜຶ່ງ ປະຊາຊົນໝົດເມືອງມາເຕົ້າໂຮມກັນຢູ່ໜ້າເຮືອນທີ່ພະອົງພັກເຊົາຢູ່. ເຂົາເຈົ້າພາກັນມາຍ້ອນພະເຍຊູໄດ້ປິ່ນປົວຄົນເຈັບປ່ວຍ.—ມາລະໂກ 1:33.
ແຕ່ບາງເທື່ອປະຊາຊົນບໍ່ມັກໃນສິ່ງທີ່ພະເຍຊູສອນ. ເຖິງແມ່ນວ່າພະອົງສອນແຕ່ສິ່ງທີ່ດີສະເໝີ ບາງຄົນສະແດງອອກວ່າກຽດຊັງພະອົງແທ້ໆຍ້ອນພະອົງເວົ້າຄວາມຈິງ. ສິ່ງແບບນີ້ເກີດຂຶ້ນຢູ່ເມືອງນາຊາເລດເຊິ່ງເປັນເມືອງທີ່ພະເຍຊູເຕີບໂຕຂຶ້ນ. ພະອົງໄປທຳມະສາລາ ເຊິ່ງເປັນບ່ອນທີ່ຄົນຢິວມາເຕົ້າໂຮມກັນເພື່ອນະມັດສະການພະເຈົ້າ.
ຢູ່ທີ່ນັ້ນພະເຍຊູໃຫ້ຄຳບັນລະຍາຍທີ່ດີເລີດຈາກພະຄຳພີ. ຕອນທຳອິດປະຊາຊົນມັກ ເຂົາເຈົ້າພາກັນງຶດງໍ້ກັບຖ້ອຍຄຳອັນດີທີ່ພະອົງກ່າວ. ເຂົາເຈົ້າບໍ່ຢາກເຊື່ອວ່ານີ້ຄືຊາຍຫນຸ່ມທີ່ເຕີບໃຫຍ່ຂຶ້ນໃນເມືອງຂອງພວກຕົນ.
ແຕ່ຈາກນັ້ນພະເຍຊູໄດ້ກ່າວເຖິງອີກເລື່ອງໜຶ່ງ. ພະອົງເວົ້າເຖິງເວລາທີ່ພະເຈົ້າໄດ້ສະແດງຄວາມໂປດປານເປັນພິເສດຕໍ່ຄົນທີ່ບໍ່ແມ່ນຊາວຢິວ. ເມື່ອພະເຍຊູເວົ້າເລື່ອງນີ້ ບັນດາຜູ້ຄົນທີ່ຢູ່ໃນທຳມະສາລາກໍໃຈຮ້າຍ. ລູກຮູ້ບໍວ່າເປັນຫຍັງ?— ເຂົາເຈົ້າຄິດວ່າພວກຕົນເປັນພຽງຊາດດຽວເທົ່ານັ້ນທີ່ໄດ້ຮັບຄວາມໂປດປານເປັນພິເສດຈາກພະເຈົ້າ. ເຂົາເຈົ້າຄິດວ່າຕົນເອງດີກວ່າຊາດອື່ນ. ດັ່ງນັ້ນເຂົາ ເຈົ້າຈຶ່ງຊັງພະເຍຊູເນື່ອງຈາກສິ່ງທີ່ພະອົງເວົ້າ. ແລະລູກຮູ້ບໍວ່າເຂົາເຈົ້າພະຍາຍາມຈະເຮັດຫຍັງພະອົງ?—
ຄຳພີໄບເບິນກ່າວວ່າ: ‘ພວກເຂົາເຈົ້າຈັບພະເຍຊູແລະໄລ່ພະອົງໃຫ້ອອກໄປນອກເມືອງ. ເຂົາເຈົ້າພາພະອົງໄປທີ່ເງື້ອມຜາແລະຈະຍູ້ພະອົງໃຫ້ຕົກໜ້າຜາແລະຂ້າພະອົງ! ແຕ່ພະເຍຊູໜີໄປໄດ້.’—ລືກາ 4:16-30.
ເປັນຫຍັງຄົນເຫຼົ່ານີ້ຈຶ່ງພະຍາຍາມທີ່ຈະຂ້າພະເຍຊູ?
ຖ້າເຫດການນີ້ເກີດຂຶ້ນກັບລູກ ລູກຈະກັບໄປເວົ້າເລື່ອງພະເຈົ້າກັບຄົນເຫຼົ່ານັ້ນອີກບໍ?— ນັ້ນຕ້ອງໃຊ້ຄວາມກ້າຫານແມ່ນບໍ?— ທີ່ຈິງ ປະມານໜຶ່ງປີຕໍ່ມາ ພະເຍຊູໄດ້ກັບໄປເມືອງນາຊາເລດອີກ. ຄຳພີໄບເບິນກ່າວວ່າ: “ພະອົງໄດ້ສັ່ງສອນເຂົາໃນໂຮງທຳຂອງເຂົາ.” ພະເຍຊູບໍ່ໄດ້ເຊົາເວົ້າຄວາມຈິງເພາະຢ້ານມະນຸດທີ່ບໍ່ຮັກພະເຈົ້າ.—ມັດທາຍ 13:54.
ອີກຄັ້ງໜຶ່ງໃນວັນຊະບາໂຕ ພະເຍຊູຢູ່ໃນບ່ອນທີ່ມີຊາຍມືລີບຫຼືເປັນງ່ອຍຢູ່ນຳ. ພະເຍຊູໄດ້ຮັບລິດເດດຈາກພະເຈົ້າທີ່ຈະປິ່ນປົວຊາຍຄົນນັ້ນ. ແຕ່ຜູ້ຊາຍບາງຄົນຢູ່ທີ່ນັ້ນພະຍາຍາມກໍ່ເລື່ອງຂຶ້ນເພື່ອເຮັດໃຫ້ມັນຍາກສຳລັບພະເຍຊູ. ຄູຜູ້ຍິ່ງໃຫຍ່ຈະເຮັດແນວໃດ?— ທຳອິດພະອົງຖາມວ່າ: “ໃນພວກທ່ານ ຜູ້ໃດມີແກະຕົວດຽວແລະແກະນັ້ນຈະຕົກຂຸມໃນວັນຊະບາໂຕ ຜູ້ນັ້ນຈະບໍ່ໄປເອົາແກະຕົວນັ້ນແລະຍໍອອກເສຍຫຼື?”
ແມ່ນແລ້ວ ພວກເຂົາເຈົ້າຈະເຮັດເຊັ່ນນັ້ນເພື່ອຊ່ວຍແກະເຖິງແມ່ນວ່າຈະເປັນວັນຊະບາໂຕ ເຊິ່ງເປັນມື້ທີ່ພວກເຂົາເຈົ້າຖືວ່າຕ້ອງຢຸດພັກ. ດັ່ງນັ້ນ ພະເຍຊູກ່າວວ່າ: ‘ການຊ່ວຍຄົນໃນວັນຊະບາໂຕດີກວ່ານັ້ນອີກ ເນື່ອງຈາກມະນຸດມີຄ່າຫຼາຍກວ່າແກະໂຕໜຶ່ງ!’ ເຫັນໄດ້ຈະແຈ້ງວ່າພະເຍຊູຄວນຊ່ວຍຊາຍຜູ້ນີ້ໂດຍການປິ່ນປົວລາວ!
ພະເຍຊູບອກຊາຍຄົນນັ້ນໃຫ້ຢຽດມືອອກ. ທັນໃດນັ້ນມືຂອງລາວກໍດີເປັນປົກກະຕິ. ຊາຍຄົນນັ້ນຄົງມີຄວາມສຸກແທ້ໆ! ແຕ່ຄົນອື່ນໆເດ? ເຂົາເຈົ້າດີໃຈບໍ?— ບໍ່ດີໃຈ. ເຂົາເຈົ້າແຮ່ງຊັງພະເຍຊູຕື່ມອີກ. ເຂົາເຈົ້າພາກັນອອກໄປທາງນອກແລະວາງແຜນທີ່ຈະຂ້າພະເຍຊູ!—ມັດທາຍ 12:9-14.
ໃນສະໄໝນີ້ກໍເຊັ່ນກັນ. ບໍ່ວ່າເຮົາຈະເຮັດຫຍັງ ເຮົາບໍ່ສາມາດເຮັດໃຫ້ທຸກຄົນພໍໃຈໄດ້. ດັ່ງນັ້ນ ພວກເຮົາຕ້ອງຕັດສິນໃຈວ່າເຮົາຢາກເຮັດໃຫ້ຜູ້ໃດພໍໃຈແທ້ໆ. ຖ້າເຮົາຢາກເຮັດໃຫ້ພະເຢໂຫວາພະເຈົ້າແລະພະເຍຊູຄລິດລູກຊາຍຂອງພະອົງພໍໃຈ ເຮົາຕ້ອງເຮັດໃນສິ່ງທີ່ພະອົງທັງສອງສອນເຮົາສະເໝີ. ແຕ່ຖ້າເຮົາເຮັດເຊັ່ນນັ້ນ ໃຜຈະຊັງເຮົາ? ໃຜຈະເຮັດໃຫ້ມັນຍາກສຳລັບເຮົາທີ່ຈະເຮັດໃນສິ່ງທີ່ດີ?—
ຊາຕານພະຍາມານຈະເຮັດເຊັ່ນນັ້ນ. ແຕ່ມີໃຜອີກທີ່ຈະຂັດຂວາງເຮົາ?— ກໍຄືຜູ້ທີ່ຖືກພະຍາມານຫຼອກໃຫ້ເຊື່ອໃນສິ່ງທີ່ຜິດ. ພະເຍຊູບອກພວກຫົວໜ້າສາສະໜາໃນສະໄໝຂອງພະອົງດັ່ງນີ້: “ພະຍາມານເປັນພໍ່ຂອງພວກທ່ານແລະພວກທ່ານຢາກກະທຳຕາມຄວາມປາຖະໜາອັນຊົ່ວແຫ່ງພໍ່ຂອງທ່ານ.”—ໂຢຮັນ 8:44.
ມີຫຼາຍຄົນທີ່ພະຍາມານມັກ. ພະເຍຊູເອີ້ນເຂົາເຈົ້າວ່າ “ໂລກ.” ລູກຄິດວ່າ “ໂລກ” ທີ່ພະເຍຊູເວົ້າເຖິງຄືຫຍັງ?— ໃຫ້ເຮົາເປີດເບິ່ງພະທຳໂຢຮັນບົດທີ 15 ຂໍ້ທີ 19. ໃນຂໍ້ນັ້ນເຮົາອ່ານຖ້ອຍຄຳຂອງພະເຍຊູດັ່ງນີ້: “ຖ້າພວກທ່ານຢູ່ຝ່າຍມະນຸດສະໂລກ ມະນຸດສະໂລກຈະຮັກຄົນທີ່ເປັນຂອງຕົນ. ແຕ່ວ່າເພາະທ່ານບໍ່ຢູ່ຝ່າຍມະນຸດສະໂລກແຕ່ວ່າເຮົາໄດ້ເລືອກເອົາທ່ານທັງຫຼາຍຈາກມະນຸດສະໂລກ ເພາະເຫດນັ້ນມະນຸດສະໂລກກຽດຊັງພວກທ່ານ.”
ດັ່ງນັ້ນ ໂລກທີ່ກຽດຊັງເຫຼົ່າສາວົກຂອງພະເຍຊູຈຶ່ງປະກອບດ້ວຍຜູ້ຄົນທັງໝົດທີ່ບໍ່ໄດ້ເປັນຜູ້ຕິດຕາມພະອົງ. ເປັນຫຍັງໂລກຈຶ່ງກຽດຊັງເຫຼົ່າສາວົກຂອງພະເຍຊູ?— ຂໍໃຫ້ຄິດກ່ຽວກັບເລື່ອງນີ້. ໃຜເປັນຜູ້ປົກຄອງໂລກ?— ຄຳພີໄບເບິນກ່າວວ່າ: “ໂລກທັງສິ້ນນອນຢູ່ໃນຜູ້ຮ້າຍນັ້ນ.” ຜູ້ຮ້າຍນັ້ນກໍຄືຊາຕານພະຍາມານນັ້ນເອງ.—1 ໂຢຮັນ 5:19.
ບັດນີ້ລູກເຫັນແລ້ວບໍວ່າເປັນຫຍັງຈຶ່ງຍາກແທ້ທີ່ຈະເຮັດດີ?— ຊາຕານແລະໂລກຂອງມັນເຮັດໃຫ້ເປັນເລື່ອງຍາກທີ່ຈະເຮັດເຊັ່ນນັ້ນ. ແຕ່ຍັງມີເຫດຜົນອີກຢ່າງໜຶ່ງ. ລູກຈື່ໄດ້ບໍວ່າເຫດຜົນນັ້ນແມ່ນຫຍັງ?— ໃນບົດທີ 23 ຂອງປຶ້ມນີ້ ເຮົາໄດ້ຮຽນຮູ້ວ່າພວກເຮົາທຸກຄົນເກີດມາພ້ອມກັບບາບ. ຄົງຈະເປັນສິ່ງທີ່ດີແທ້ໆແມ່ນບໍເມື່ອບາບ ພະຍາມານ ແລະໂລກຂອງມັນຈະບໍ່ມີອີກຕໍ່ໄປ?—
ເມື່ອໂລກນີ້ຜ່ານພົ້ນໄປ ຜູ້ທີ່ເຮັດດີຈະເປັນແນວໃດ?
ຄຳພີໄບເບິນສັນຍາວ່າ: “ໂລກພວມໄປເສຍ.” ນີ້ໝາຍຄວາມວ່າຜູ້ຄົນທັງໝົດທີ່ບໍ່ແມ່ນຜູ້ຕິດຕາມຄູຜູ້ຍິ່ງໃຫຍ່ຈະບໍ່ມີອີກຕໍ່ໄປ. ພວກເຂົາເຈົ້າຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດອີກຕໍ່ໄປ. ລູກຮູ້ບໍວ່າໃຜຈະມີຊີວິດຕະຫຼອດໄປ?— ຄຳພີໄບເບິນບອກຕໍ່ໄປອີກວ່າ: “ຜູ້ທີ່ກະທຳຕາມນ້ຳໃຈແຫ່ງພະເຈົ້າກໍຕັ້ງຢູ່ໄປເປັນນິດ.” (1 ໂຢຮັນ 2:17) ແມ່ນແລ້ວ ສະເພາະແຕ່ຜູ້ທີ່ເຮັດດີ ຜູ້ທີ່ “ກະທຳຕາມນ້ຳໃຈແຫ່ງພະເຈົ້າ” ຈະມີຊີວິດຕະຫຼອດໄປໃນໂລກໃໝ່ຂອງພະເຈົ້າ. ດັ່ງນັ້ນ ເຖິງແມ່ນວ່າຈະເປັນເລື່ອງຍາກ ແຕ່ເຮົາກໍຢາກເຮັດສິ່ງທີ່ດີແມ່ນບໍ?—
ໃຫ້ເຮົາອ່ານຂໍ້ພະຄຳພີເຫຼົ່ານີ້ນຳກັນທີ່ສະແດງໃຫ້ເຫັນວ່າເປັນຫຍັງຈຶ່ງບໍ່ແມ່ນເລື່ອງງ່າຍທີ່ຈະເຮັດດີ ໃນພະທຳມັດທາຍ 7:13, 14; ລືກາ 13:23, 24; ແລະກິດຈະການ 14:21, 22.