ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 9 ໜ້າ 52-56
  • ເຮົາ​ຕ້ອງ​ຕ້ານ​ທານ​ການ​ລໍ້​ໃຈ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຮົາ​ຕ້ອງ​ຕ້ານ​ທານ​ການ​ລໍ້​ໃຈ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ຊາຕານ​ທົດສອບ​ພະ​ເຢຊູ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ລະວັງ​ໃຫ້​ດີ—ຊາຕານ​ຢາກ​ກັດ​ກິນ​ເຮົາ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ບົດຮຽນ​ຈາກ​ການ​ທີ່​ພະ​ເຍຊູ​ຖືກ​ທົດລອງ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ຈົ່ງ​ຮູ້​ຈັກ​ສັດຕູ​ຂອງ​ເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ເບິ່ງຕື່ມ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 9 ໜ້າ 52-56

ບົດ​ທີ 9

ເຮົາ​ຕ້ອງ​ຕ້ານ​ທານ​ການ​ລໍ້​ໃຈ

ເຄີຍ​ມີ​ຜູ້​ໃດ​ຊວນ​ລູກ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ບໍ?— ເຂົາ​ທ້າ​ໃຫ້​ລູກ​ເຮັດ​ສິ່ງ​ນັ້ນ​ບໍ? ຫຼື​ເວົ້າ​ວ່າ​ເຮັດ​ແບບ​ນັ້ນ​ມ່ວນ​ແລະ​ບໍ່​ຜິດ​ດອກ?— ເມື່ອ​ລາງ​ຄົນ​ເຮັດ​ແບບ​ນີ້​ກັບ​ເຮົາ ແມ່ນ​ເຂົາ​ພະຍາຍາມ​ລໍ້​ໃຈ​ເຮົາ​ຢູ່.

ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ​ເມື່ອ​ຖືກ​ລໍ້​ໃຈ? ເຮົາ​ຈະ​ຍອມ​ແພ້​ແລະ​ເຮັດ​ຜິດ​ບໍ?— ເຮັດ​ແບບ​ນັ້ນ​ພະເຈົ້າ​ເຢໂຫວາ​ຈະ​ບໍ່​ພໍ​ໃຈ. ແຕ່​ລູກ​ຮູ້​ບໍ​ວ່າ​ໃຜ​ຈະ​ດີ​ໃຈ?— ແມ່ນ​ແລ້ວ ຊາຕານ​ພະຍາມານ​ຈະ​ດີ​ໃຈ.

ຊາຕານ​ເປັນ​ສັດຕູ​ຂອງ​ພະເຈົ້າ ແລະ​ຊາຕານ​ກໍ​ເປັນ​ສັດຕູ​ຂອງ​ພວກ​ເຮົາ. ພວກ​ເຮົາ​ເບິ່ງ​ຊາຕານ​ບໍ່​ເຫັນ​ເພາະ​ວ່າ​ມັນ​ເປັນ​ກາຍ​ວິນຍານ ແຕ່​ວ່າ​ມັນ​ເຫັນ​ພວກ​ເຮົາ. ມື້​ໜຶ່ງ​ພະຍາມານ​ເວົ້າ​ກັບ​ພະ​ເຍຊູ​ຄູ​ຜູ້​ຍິ່ງໃຫຍ່ ມັນ​ພະຍາຍາມ​ລໍ້​ໃຈ​ພະອົງ. ລອງ​ເບິ່ງ​ດູ​ວ່າ​ພະ​ເຍຊູ​ເຮັດ​ແນວ​ໃດ. ແລ້ວ​ເຮົາ​ຈຶ່ງ​ຈະ​ຮູ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເມື່ອ​ຖືກ​ລໍ້​ໃຈ.

Immediately after his baptism, Jesus looks heavenward and prays

ພະ​ເຍຊູ​ອາດ​ຈະ​ເລີ່ມ​ຈື່​ເລື່ອງ​ໃດ​ໄດ້​ເມື່ອ​ພະອົງ​ຮັບ​ບັບເຕມາ?

ພະ​ເຍຊູ​ຕ້ອງການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ​ຢູ່​ສະເໝີ. ພະອົງ​ສະແດງ​ເລື່ອງ​ນີ້​ຢ່າງ​ເປີດ​ເຜີຍ​ໂດຍ​ການ​ຮັບ​ບັບເຕມາ​ໃນ​ແມ່ນ້ຳ​ຢູລະເດນ. ທັນທີ​ຫຼັງ​ຈາກ​ພະ​ເຍຊູ​ຮັບ​ບັບເຕມາ ຊາຕານ​ກໍ​ພະຍາຍາມ​ລໍ້​ໃຈ​ພະອົງ. ຄຳພີ​ໄບເບິນ​ກ່າວ​ວ່າ “ຟ້າ​ສະຫວັນ​ແຫວກ​ອອກ” ແກ່​ພະ​ເຍຊູ. (ມັດທາຍ 3:16) ນີ້​ອາດ​ຈະ​ໝາຍ​ຄວາມ​ວ່າ​ຕອນ​ນີ້​ພະ​ເຍຊູ​ເລີ່ມ​ຈື່​ທຸກ​ສິ່ງ​ກ່ຽວ​ກັບ​ຊີວິດ​ກ່ອນ​ໜ້າ​ນັ້ນ​ເມື່ອ​ຕອນ​ທີ່​ພະອົງ​ຢູ່​ກັບ​ພະເຈົ້າ​ໃນ​ສະຫວັນ.

ຫຼັງ​ຈາກ​ພະ​ເຍຊູ​ຮັບ​ບັບເຕມາ​ແລ້ວ ພະອົງ​ເຂົ້າ​ໄປ​ໃນ​ປ່າ​ເພື່ອ​ຄຶດ​ຕຶກຕອງ​ເຖິງ​ສິ່ງ​ຕ່າງໆ​ທີ່​ພະອົງ​ເລີ່ມ​ຈື່​ໄດ້. ສີ່​ສິບ​ມື້​ແລະ​ສີ່​ສິບ​ຄືນ​ຜ່ານ​ໄປ. ຕະຫຼອດ​ໄລຍະ​ເວລາ​ນັ້ນ​ພະ​ເຍຊູ​ບໍ່​ໄດ້​ກິນ​ສິ່ງ​ໃດ​ເລີຍ ດັ່ງ​ນັ້ນ​ຕອນ​ນີ້​ພະອົງ​ຈຶ່ງ​ຫິວ​ຫຼາຍ. ໃນ​ຂະນະ​ນັ້ນ​ແຫຼະ ຊາຕານ​ໄດ້​ພະຍາຍາມ​ລໍ້​ໃຈ​ພະ​ເຍຊູ.

The Devil uses stones to tempt Jesus

ພະຍາມານ​ໃຊ້​ກ້ອນ​ຫີນ​ເພື່ອ​ລອງ​ໃຈ​ພະ​ເຍຊູ​ແນວ​ໃດ?

ພະຍາມານ​ກ່າວ​ວ່າ: “ຖ້າ​ພະອົງ​ເປັນ​ພະ​ບຸດ​ແຫ່ງ​ພະເຈົ້າ ຈົ່ງ​ບອກ​ກ້ອນ​ຫີນ​ທັງ​ຫຼາຍ​ນີ້​ໃຫ້​ກາຍ​ເປັນ​ເຂົ້າຈີ່​ເຖີ້ນ.” ຖ້າ​ໄດ້​ກິນ​ເຂົ້າຈີ່​ຈັກ​ໜ້ອຍ​ໜຶ່ງ​ຄົງ​ຈະ​ແຊບ​ຫຼາຍ! ແຕ່​ພະ​ເຍຊູ​ສາມາດ​ເຮັດ​ໃຫ້​ກ້ອນ​ຫີນ​ກາຍ​ເປັນ​ກ້ອນ​ເຂົ້າຈີ່​ໄດ້​ບໍ?— ແມ່ນ​ແລ້ວ ພະອົງ​ເຮັດ​ໄດ້. ເປັນ​ຫຍັງ​ຈຶ່ງ​ເຮັດ​ໄດ້? ເພາະ​ວ່າ​ພະ​ເຍຊູ​ເປັນ​ລູກ​ຂອງ​ພະເຈົ້າ ພະອົງ​ມີ​ລິດເດດ​ພິເສດ.

ຖ້າ​ພະຍາມານ​ໃຫ້​ລູກ​ເຮັດ​ກ້ອນ​ຫີນ​ເປັນ​ເຂົ້າຈີ່ ລູກ​ຈະ​ເຮັດ​ບໍ?— ພະ​ເຍຊູ​ກຳລັງ​ຫິວ​ຢູ່. ດັ່ງ​ນັ້ນ ເຮັດ​ແຕ່​ເທື່ອ​ດຽວ​ຊື່ໆ​ຄົງ​ຈະ​ບໍ່​ຜິດ​ຕິ?— ພະ​ເຍຊູ​ຮູ້​ວ່າ​ຜິດ​ທີ່​ຈະ​ໃຊ້​ລິດເດດ​ໃນ​ວິທີ​ນີ້. ພະ​ເຢໂຫວາ​ປະທານ​ລິດເດດ​ນັ້ນ​ໃຫ້​ພະ​ເຍຊູ​ເພື່ອ​ພະອົງ​ຈະ​ໄດ້​ຊັກ​ນຳ​ຄົນ​ເຂົ້າ​ມາ​ຫາ​ພະເຈົ້າ ບໍ່​ແມ່ນ​ໃຊ້​ລິດເດດ​ນັ້ນ​ເພື່ອ​ປະໂຫຍດ​ຂອງ​ຕົນ​ເອງ.

ດັ່ງ​ນັ້ນ ແທນ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ພະ​ເຍຊູ​ບອກ​ຊາຕານ​ເຖິງ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ວ່າ: ‘ຄົນ​ຈະ​ບໍ່​ລ້ຽງ​ຊີວິດ​ດ້ວຍ​ເຂົ້າຈີ່​ສິ່ງ​ດຽວ ແຕ່​ວ່າ​ດ້ວຍ​ຄຳ​ເວົ້າ​ທຸກ​ຄຳ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພະ​ເຢໂຫວາ.’ ພະ​ເຍຊູ​ຮູ້​ວ່າ​ການ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ສຳຄັນ​ຫຼາຍ​ກວ່າ​ການ​ມີ​ອາຫານ​ກິນ.

ແຕ່​ພະຍາມານ​ກໍ​ໄດ້​ພະຍາຍາມ​ອີກ. ມັນ​ພາ​ພະ​ເຍຊູ​ໄປ​ທີ່​ເມືອງ​ເຢຣຶຊາເລມ​ໃຫ້​ພະອົງ​ຢືນ​ຢູ່​ບ່ອນ​ສູງໆ​ໃນ​ເຂດ​ວິຫານ. ແລ້ວ​ຊາຕານ​ຈຶ່ງ​ກ່າວ​ວ່າ: ‘ຖ້າ​ພະອົງ​ເປັນ​ບຸດ​ຂອງ​ພະເຈົ້າ ຈົ່ງ​ໂຕນ​ລົງ​ໄປ​ເຖີ້ນ ເຫດ​ວ່າ​ມີ​ຄຳ​ຂຽນ​ໄວ້​ວ່າ​ທູດ​ສະຫວັນ​ຂອງ​ພະເຈົ້າ​ຈະ​ປົກ​ປ້ອງ​ເຈົ້າ​ບໍ່​ໃຫ້​ບາດເຈັບ.’

ເປັນ​ຫຍັງ​ຊາຕານ​ຈຶ່ງ​ກ່າວ​ແບບ​ນັ້ນ?— ມັນ​ເວົ້າ​ແບບ​ນັ້ນ​ເພື່ອ​ລໍ້​ໃຫ້​ພະ​ເຍຊູ​ເຮັດ​ສິ່ງ​ທີ່​ໂງ່​ຈ້າ. ແຕ່​ອີກ​ເທື່ອ​ໜຶ່ງ​ພະ​ເຍຊູ​ບໍ່​ໄດ້​ຟັງ​ຄວາມ​ຊາຕານ. ພະອົງ​ບອກ​ຊາຕານ​ວ່າ: “ຍັງ​ມີ​ຄຳ​ຂຽນ​ໄວ້​ອີກ​ວ່າ ‘ເຈົ້າ​ຢ່າ​ລອງ​ໃຈ​ພະ​ເຢໂຫວາ​ຜູ້​ເປັນ​ພະເຈົ້າ​ຂອງ​ເຈົ້າ.’” ພະ​ເຍຊູ​ຮູ້​ວ່າ​ເປັນ​ການ​ຜິດ​ທີ່​ຈະ​ທົດລອງ​ພະ​ເຢໂຫວາ​ໂດຍ​ການ​ເອົາ​ຊີວິດ​ຂອງ​ຕົນ​ໄປ​ສ່ຽງ​ແບບ​ນັ້ນ.

ແຕ່​ຊາຕານ​ຍັງ​ບໍ່​ຍອມ​ເຊົາ. ຕໍ່​ຈາກ​ນັ້ນ​ຊາຕານ​ໄດ້​ພາ​ພະ​ເຍຊູ​ຂຶ້ນ​ໄປ​ເທິງ​ພູເຂົາ​ທີ່​ສູງ​ຫຼາຍ. ຢູ່​ທີ່​ນັ້ນ​ມັນ​ໄດ້​ໃຫ້​ພະອົງ​ເຫັນ​ອານາຈັກ​ທັງ​ໝົດ ຫຼື​ລັດຖະບານ​ຕ່າງໆ​ຂອງ​ໂລກ​ແລະ​ສະຫງ່າ​ລາສີ​ຂອງ​ອານາຈັກ​ເຫຼົ່າ​ນັ້ນ. ແລ້ວ​ຊາຕານ​ກ່າວ​ກັບ​ພະ​ເຍຊູ​ວ່າ “ສິ່ງ​ທັງ​ຫຼາຍ​ນີ້​ເຮົາ​ຈະ​ໃຫ້​ແກ່​ພະອົງ​ທັງ​ໝົດ​ຖ້າ​ພະອົງ​ຈະ​ນົບ​ນ້ອມ​ຕົວ​ລົງ​ແລະ​ຂາບ​ໄຫວ້​ເຮົາ.”

ລອງ​ຄິດ​ເຖິງ​ຂໍ້​ສະເໜີ​ຂອງ​ພະຍາມານ. ອານາຈັກ​ຫຼື​ລັດຖະບານ​ຂອງ​ມະນຸດ​ທັງ​ສິ້ນ​ເປັນ​ຂອງ​ຊາຕານ​ແທ້ໆ​ບໍ?— ແທ້​ຈິງ​ແລ້ວ ພະ​ເຍຊູ​ບໍ່​ໄດ້​ປະຕິເສດ​ວ່າ​ຊາຕານ​ເປັນ​ເຈົ້າ​ຂອງ. ພະອົງ​ຈະ​ປະຕິເສດ​ຖ້າ​ຊາຕານ​ບໍ່​ເປັນ​ເຈົ້າ​ຂອງ​ຂອງ​ອານາຈັກ​ເຫຼົ່າ​ນັ້ນ. ແມ່ນ​ແລ້ວ ຊາຕານ​ເປັນ​ຜູ້​ປົກຄອງ​ຊາດ​ຕ່າງໆ​ທັງ​ໝົດ​ໃນ​ໂລກ​ນີ້. ແມ່ນ​ແຕ່​ຄຳພີ​ໄບເບິນ​ຍັງ​ໄດ້​ເອີ້ນ​ມັນ​ວ່າ “ເຈົ້ານາຍ​ແຫ່ງ​ໂລກ​ນີ້.”—ໂຢຮັນ 12:31.

Jesus refuses Satan’s offer of all the kingdoms of the world

ເປັນ​ຫຍັງ​ຊາຕານ​ສາມາດ​ສະເໜີ​ອານາຈັກ​ທັງ​ໝົດ​ໃຫ້​ພະ​ເຍຊູ​ໄດ້?

ລູກ​ຈະ​ເຮັດ​ແນວ​ໃດ​ຖ້າ​ພະຍາມານ​ສັນຍາ​ວ່າ​ມັນ​ຈະ​ໃຫ້​ສິ່ງ​ຂອງ​ບາງ​ຢ່າງ​ກັບ​ລູກ​ຖ້າ​ຂາບ​ໄຫວ້​ມັນ?— ພະ​ເຍຊູ​ຮູ້​ວ່າ​ມັນ​ຜິດ​ທີ່​ຈະ​ຂາບ​ໄຫວ້​ພະຍາມານ​ບໍ່​ວ່າ​ພະອົງ​ຈະ​ໄດ້​ຮັບ​ສິ່ງ​ໃດ​ກໍ​ຕາມ. ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ກ່າວ​ວ່າ: ‘ຊາຕານ​ຈົ່ງ​ໜີ​ໄປ! ເພາະ​ຄຳພີ​ໄບເບິນ​ກ່າວ​ໄວ້​ວ່າ ຈົ່ງ​ນະມັດສະການ​ພະ​ເຢໂຫວາ​ຜູ້​ເປັນ​ພະເຈົ້າ​ຂອງ​ເຈົ້າ​ແລະ​ຮັບໃຊ້​ພະອົງ​ແຕ່​ອົງ​ດຽວ.’—ມັດທາຍ 4:1–10; ລືກາ 4:1–13.

A little girl looks longingly at a pie

ລູກ​ຈະ​ເຮັດ​ແນວ​ໃດ ຖ້າ​ລູກ​ຖືກ​ລໍ້​ໃຈ?

ພວກ​ເຮົາ​ກໍ​ປະເຊີນ​ກັບ​ການ​ລໍ້​ໃຈ​ຄື​ກັນ. ລູກ​ຮູ້ຈັກ​ການ​ລໍ້​ໃຈ​ແບບ​ໃດ​ແດ່?— ນີ້​ເປັນ​ຕົວຢ່າງ​ໜຶ່ງ. ແມ່​ອາດ​ຈະ​ເຮັດ​ເຂົ້າໜົມ​ເຄັກ​ທີ່​ແຊບ​ຫຼາຍ. ແມ່​ບອກ​ກັບ​ລູກ​ວ່າ​ຢ່າ​ຟ້າວ​ກິນ ຖ້າ​ກິນ​ຕອນ​ກິນ​ເຂົ້າ​ແລ້ວ. ແຕ່​ລູກ​ຫິວ​ຫຼາຍ ດັ່ງ​ນັ້ນ​ລູກ​ອາດ​ຈະ​ຮູ້ສຶກ​ຖືກ​ລໍ້​ໃຈ​ໃຫ້​ກິນ. ລູກ​ຈະ​ເຊື່ອ​ຟັງ​ແມ່​ບໍ?— ຊາຕານ​ບໍ່​ຢາກ​ໃຫ້​ລູກ​ເຊື່ອ​ຟັງ​ແມ່.

ຄິດ​ເຖິງ​ພະ​ເຍຊູ​ເບິ່ງ. ພະອົງ​ກໍ​ຫິວ​ຫຼາຍ​ຄື​ກັນ. ແຕ່​ພະອົງ​ຮູ້​ວ່າ​ການ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ນັ້ນ​ສຳຄັນ​ກວ່າ​ການ​ກິນ​ອາຫານ. ລູກ​ສະແດງ​ວ່າ​ລູກ​ຄື​ກັບ​ພະ​ເຍຊູ​ເມື່ອ​ລູກ​ເຮັດ​ຕາມ​ສິ່ງ​ທີ່​ແມ່​ບອກ.

ອາດ​ເປັນ​ໄປ​ໄດ້​ທີ່​ເດັກ​ນ້ອຍ​ຄົນ​ອື່ນ​ຈະ​ຊວນ​ລູກ​ໃຫ້​ກິນ​ຢາ​ບາງ​ຢ່າງ. ເຂົາ​ເຈົ້າ​ອາດ​ບອກ​ລູກ​ວ່າ​ຢາ​ເຫຼົ່າ​ນັ້ນ​ຈະ​ເຮັດ​ໃຫ້​ຮູ້ສຶກ​ມ່ວນ​ແລະ​ຕື່ນ​ເຕັ້ນ. ແຕ່​ທີ່​ຈິງ​ແລ້ວ​ຢາ​ເຫຼົ່າ​ນັ້ນ​ແມ່ນ​ຢາເສບຕິດ. ມັນ​ຈະ​ເຮັດ​ໃຫ້​ລູກ​ປ່ວຍ​ໂຊ​ແລ້ວ​ອາດ​ເຖິງ​ຂັ້ນ​ຕາຍ. ຫຼື​ບາງ​ຄົນ​ອາດ​ຈະ​ເອົາ​ຢາ​ສູບ​ໃຫ້​ລູກ​ເຊິ່ງ​ມີ​ຢາເສບຕິດ​ຢູ່ ແລະ​ທ້າ​ໃຫ້​ລູກ​ສູບ. ລູກ​ຈະ​ສູບ​ບໍ?—

A boy offers two boys cigarettes; one boy takes it, the other walks away

ຄິດ​ເຖິງ​ພະ​ເຍຊູ​ແມ. ຊາຕານ​ພະຍາຍາມ​ໃຫ້​ພະ​ເຍຊູ​ສ່ຽງ​ຊີວິດ​ໂດຍ​ບອກ​ພະອົງ​ໃຫ້​ໂຕນ​ຈາກ​ວິຫານ. ແຕ່​ພະ​ເຍຊູ​ບໍ່​ເຮັດ. ລູກ​ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ຄົນ​ທ້າ​ໃຫ້​ລູກ​ເຮັດ​ສິ່ງ​ທີ່​ເປັນ​ອັນຕະລາຍ?— ພະ​ເຍຊູ​ບໍ່​ໄດ້​ເຊື່ອ​ຟັງ​ຊາຕານ. ລູກ​ກໍ​ບໍ່​ຄວນ​ເຊື່ອ​ຄົນ​ທີ່​ພະຍາຍາມ​ຊັກຊວນ​ລູກ​ໃຫ້​ເຮັດ​ສິ່ງ​ທີ່​ຜິດ.

A girl holds rosary beads

ເປັນ​ຫຍັງ​ການ​ນະມັດສະການ​ທີ່​ໃຊ້​ຮູບ​ເຄົາລົບ​ຈຶ່ງ​ຜິດ?

ລາງ​ເທື່ອ​ອາດ​ຈະ​ມີ​ຄົນ​ບອກ​ລູກ​ໃຫ້​ຂາບ​ໄຫວ້​ຮູບ​ເຄົາລົບ ເປັນ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ຕ້ອງ​ບໍ່​ເຮັດ. (ອົບພະຍົບ 20:4, 5) ເຊິ່ງ​ອາດ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ພິທີ​ຢູ່​ໂຮງ​ຮຽນ. ນາຍ​ຄູ​ອາດ​ຈະ​ບອກ​ວ່າ​ຖ້າ​ລູກ​ບໍ່​ຍອມ​ເຂົ້າ​ຮ່ວມ​ກໍ​ບໍ່​ຕ້ອງ​ມາ​ຮຽນ​ອີກ. ລູກ​ຈະ​ເຮັດ​ແນວ​ໃດ?—

ເປັນ​ສິ່ງ​ງ່າຍ​ທີ່​ຈະ​ເຮັດ​ສິ່ງ​ຖືກຕ້ອງ​ເມື່ອ​ທຸກ​ຄົນ​ເຮັດ. ແຕ່​ເມື່ອ​ມີ​ຄົນ​ພະຍາຍາມ​ຊັກ​ຈູງ​ເຮົາ​ໃຫ້​ເຮັດ​ຜິດ ກໍ​ເປັນ​ເລື່ອງ​ຍາກ​ຫຼາຍ​ທີ່​ຈະ​ເຮັດ​ສິ່ງ​ຖືກຕ້ອງ. ເຂົາ​ເຈົ້າ​ອາດ​ຈະ​ເວົ້າ​ວ່າ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ບໍ່​ຜິດ​ດອກ. ແຕ່​ຄຳຖາມ​ສຳຄັນ​ແມ່ນ ພະເຈົ້າ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້? ພະອົງ​ຮູ້​ດີ​ທີ່​ສຸດ.

ດັ່ງ​ນັ້ນ ບໍ່​ວ່າ​ຄົນ​ອື່ນ​ຈະ​ເວົ້າ​ແນວ​ໃດ ເຮົາ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ພະເຈົ້າ​ບອກ​ວ່າ​ຜິດ. ໂດຍ​ວິທີ​ນີ້​ເຮົາ​ຈະ​ເຮັດ​ໃຫ້​ພະເຈົ້າ​ຍິນດີ​ສະເໝີ ແລະ​ເຮົາ​ຈະ​ບໍ່​ເຮັດ​ໃຫ້​ພະຍາມານ​ພໍ​ໃຈ​ຢ່າງ​ເດັດ​ຂາດ.

ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ວິທີ​ຕ້ານ​ທານ​ການ​ລໍ້​ໃຈ​ໃຫ້​ເຮັດ​ຜິດ​ຢູ່​ໃນ​ພະທຳ​ຄຳເພງ 1:1, 2; ສຸພາສິດ 1:10, 11; ມັດທາຍ 26:41; ແລະ 2 ຕີໂມເຕ 2:22.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌