ບັດທີ 40
ວິທີທີ່ຈະເຮັດໃຫ້ພະເຈົ້າມີຄວາມຍິນດີ
ເຮົາຈະເຮັດຫຍັງໄດ້ແດ່ເພື່ອເຮັດໃຫ້ພະເຈົ້າມີຄວາມຍິນດີ? ເຮົາຈະໃຫ້ສິ່ງຂອງໃດໆແກ່ພະອົງໄດ້ບໍ?— ພະເຢໂຫວາກ່າວວ່າ: “ເຫດວ່າສັດປ່າທຸກຕົວເປັນຂອງເຮົາ.” ພະອົງຍັງກ່າວອີກວ່າ “ເງິນເປັນຂອງເຮົາ ແລະຄຳເປັນຂອງເຮົາ.” (ຄຳເພງ 24:1; 50:10; ອາກເກ 2:8) ເຖິງຢ່າງນັ້ນກໍຕາມ ມີສິ່ງໜຶ່ງທີ່ເຮົາສາມາດໃຫ້ພະເຈົ້າໄດ້. ສິ່ງນັ້ນຄືຫຍັງ?—
ພະເຢໂຫວາອະນຸຍາດໃຫ້ເຮົາເລືອກວ່າຈະຮັບໃຊ້ພະອົງຫຼືບໍ່. ພະອົງບໍ່ໄດ້ບັງຄັບເຮົາໃຫ້ເຮັດໃນສິ່ງທີ່ພະອົງຕ້ອງການໃຫ້ເຮົາເຮັດ. ໃຫ້ເຮົາມາເຂົ້າໃຈນຳກັນວ່າເປັນຫຍັງພະເຈົ້າສ້າງເຮົາໂດຍໃຫ້ເລືອກໄດ້ວ່າຈະຮັບໃຊ້ພະອົງຫຼືບໍ່.
ລູກຄົງຈະຮູ້ວ່າຫຸ່ນຍົນແມ່ນຫຍັງ. ຫຸ່ນຍົນຄືເຄື່ອງຈັກທີ່ຖືກສ້າງຂຶ້ນເພື່ອໃຫ້ເຮັດສິ່ງໃດໆກໍຕາມທີ່ຜູ້ປະດິດຕ້ອງການໃຫ້ມັນເຮັດ. ດັ່ງນັ້ນ ຫຸ່ນຍົນຈຶ່ງເລືອກບໍ່ໄດ້. ພະເຢໂຫວາສາມາດສ້າງພວກເຮົາໝົດທຸກຄົນໃຫ້ເປັນຄືກັບຫຸ່ນຍົນ. ພະອົງສາມາດສ້າງເຮົາໃຫ້ເຮັດແຕ່ສິ່ງທີ່ພະອົງຕ້ອງການໃຫ້ເຮົາເຮັດກໍໄດ້. ແຕ່ພະເຈົ້າບໍ່ໄດ້ເຮັດແບບນັ້ນ. ລູກຮູ້ບໍວ່າເປັນຫຍັງ?— ທີ່ຈິງ ເຄື່ອງຫຼິ້ນບາງຢ່າງເປັນຫຸ່ນຍົນ. ເມື່ອກົດປຸ່ມບັງຄັບ ຫຸ່ນຍົນເຫຼົ່ານັ້ນກໍພຽງແຕ່ເຮັດສິ່ງທີ່ຜູ້ປະດິດເຄື່ອງຫຼິ້ນກຳນົດໃຫ້ມັນເຮັດ. ລູກເຄີຍເຫັນເຄື່ອງຫຼິ້ນແບບນັ້ນບໍ?— ຫຼາຍຄັ້ງຜູ້ຄົນຮູ້ສຶກເບື່ອທີ່ໄດ້ຫຼິ້ນເຄື່ອງຫຼິ້ນທີ່ເຮັດສິ່ງຕ່າງໆໄດ້ຕາມແຕ່ທີ່ໄດ້ຕັ້ງໄວ້ຫຼືກຳນົດໄວ້ເທົ່ານັ້ນ. ພະເຈົ້າບໍ່ຕ້ອງການໃຫ້ເຮົາເຊື່ອຟັງພະອົງຍ້ອນເຮົາເປັນຫຸ່ນຍົນເຊິ່ງຖືກກຳນົດໄວ້ໃຫ້ຮັບໃຊ້ພະອົງ. ພະເຢໂຫວາຕ້ອງການໃຫ້ເຮົາຮັບໃຊ້ພະອົງຍ້ອນເຮົາຮັກພະອົງແລະຍ້ອນເຮົາຕ້ອງການເຊື່ອຟັງພະອົງ.
ເປັນຫຍັງພະເຈົ້າບໍ່ໄດ້ສ້າງເຮົາໃຫ້ເປັນຄືກັບຫຸ່ນຍົນນີ້?
ລູກຄິດວ່າພໍ່ຂອງເຮົາທີ່ຢູ່ໃນສະຫວັນຮູ້ສຶກແນວໃດເມື່ອເຮົາເຊື່ອຟັງພະອົງເພາະເຮົາຕ້ອງການເຊື່ອຟັງ?— ບັດນີ້ ບອກພໍ່ (ແມ່) ເບິ່ງດູວ່າການປະພຶດຂອງລູກມີຜົນກະທົບແນວໃດຕໍ່ພໍ່ແມ່?— ຄຳພີໄບເບິນບອກວ່າລູກທີ່ມີປັນຍາ “ກໍໃຫ້ພໍ່ແຫ່ງຕົນຊົມຊື່ນຍິນດີ” ແຕ່ວ່າລູກຊາຍທີ່ໂງ່ “ກໍໃຫ້ແມ່ແຫ່ງຕົນມີຄວາມທຸກໂສກ.” (ສຸພາສິດ 10:1) ລູກສັງເກດບໍວ່າເມື່ອລູກເຮັດໃນສິ່ງທີ່ພໍ່ແມ່ຂໍໃຫ້ລູກເຮັດ ນັ້ນເຮັດໃຫ້ພໍ່ແມ່ມີຄວາມຍິນດີ?— ແຕ່ພໍ່ແມ່ຮູ້ສຶກແນວໃດເມື່ອລູກບໍ່ເຊື່ອຟັງ?—
ລູກຈະເຮັດໃຫ້ທັງພະເຢໂຫວາແລະພໍ່ແມ່ມີຄວາມຍິນດີໄດ້ແນວໃດ?
ບັດນີ້ຂໍໃຫ້ຄິດເຖິງພະເຢໂຫວາພໍ່ຂອງເຮົາທີ່ຢູ່ໃນສະຫວັນ. ພະອົງບອກເຮົາເຖິງວິທີທີ່ເຮົາສາມາດເຮັດໃຫ້ພະອົງມີຄວາມຍິນດີໄດ້. ຂໍໃຫ້ລູກຈັບເອົາຄຳພີໄບເບິນແລະເປີດໄປທີ່ສຸພາສິດ 27:11. ໃນຂໍ້ນັ້ນພະເຈົ້າເວົ້າກັບເຮົາວ່າ: “ລູກຊາຍເອີຍ [ຫຼືເຮົາອາດເວົ້າວ່າລູກສາວຂອງເຮົາກໍໄດ້] ຈົ່ງເປັນຄົນປັນຍາ ແລະຈົ່ງໃຫ້ໃຈຂ້ອຍຊື່ນບານເພື່ອຂ້ອຍອາດຈະຕອບຄົນທີ່ປະຈານຂາຍໜ້າ [“ເຍາະເຍີ້ຍ,” ລ.ມ.] ຂ້ອຍໄດ້.” ລູກຮູ້ບໍວ່າການເຍາະເຍີ້ຍໝາຍຄວາມວ່າແນວໃດ?— ທີ່ຈິງ ບຸກຄົນໜຶ່ງອາດເຍາະເຍີ້ຍລູກໂດຍຫົວຂວັນໃສ່ລູກແລະເວົ້າວ່າລູກບໍ່ສາມາດເຮັດໃນສິ່ງທີ່ລູກບອກວ່າເຮັດໄດ້. ຊາຕານເຍາະເຍີ້ຍພະເຢໂຫວາແນວໃດ?— ໃຫ້ເຮົາມາເບິ່ງນຳກັນ.
ຂໍໃຫ້ນຶກເຖິງສິ່ງທີ່ເຮົາຮຽນໃນບົດທີ 8 ທີ່ວ່າ ຊາຕານຕ້ອງການຈະເປັນຜູ້ທີ່ສຳຄັນທີ່ສຸດແລະມັນຕ້ອງການໃຫ້ໝົດທຸກຄົນເຊື່ອຟັງມັນ. ຊາຕານເວົ້າວ່າຜູ້ຄົນນະມັດສະການພະເຢໂຫວາກໍຍ້ອນວ່າພະເຢໂຫວາຈະໃຫ້ຊີວິດຕະຫຼອດໄປແກ່ເຂົາເຈົ້າ ຖ້າເຂົາເຈົ້າເຊື່ອຟັງພະອົງ. ຫຼັງຈາກທີ່ຊາຕານເຮັດໃຫ້ອາດາມແລະເອວາບໍ່ເຊື່ອຟັງພະເຢໂຫວາ ຊາຕານໄດ້ທ້າທາຍພະເຈົ້າ. ມັນບອກພະເຈົ້າວ່າ: ‘ຜູ້ຄົນຮັບໃຊ້ພະອົງກໍຍ້ອນເຂົາເຈົ້າໄດ້ສິ່ງຕ່າງໆຈາກພະອົງ. ພຽງແຕ່ພະອົງໃຫ້ໂອກາດຂ້ອຍ ຂ້ອຍສາມາດເຮັດໃຫ້ຜູ້ໃດກໍຕາມປະຖິ້ມພະອົງໄດ້.’
ຫຼັງຈາກທີ່ອາດາມແລະເອວາໄດ້ເຮັດບາບ ຊາຕານໄດ້ທ້າທາຍພະເຢໂຫວາແນວໃດ?
ແມ່ນຢູ່ ຖ້ອຍຄຳເຫຼົ່ານັ້ນບໍ່ໄດ້ປາກົດຢູ່ໃນຄຳພີໄບເບິນ. ແຕ່ເມື່ອເຮົາອ່ານເລື່ອງຂອງຊາຍທີ່ຊື່ໂຢບ ກໍເຫັນໄດ້ແຈ້ງວ່າຊາຕານໄດ້ເວົ້າໃນທຳນອງນັ້ນກັບພະເຈົ້າ. ການທີ່ທ່ານໂຢບຈະສັດຊື່ຕໍ່ພະເຢໂຫວາຫຼືບໍ່ນັ້ນເປັນເລື່ອງສຳຄັນແທ້ໆທັງຕໍ່ຊາຕານແລະພະເຢໂຫວາ. ໃຫ້ເຮົາເປີດພະຄຳພີໄປທີ່ໂຢບບົດທີ 1 ແລະ 2 ເພື່ອອ່ານສິ່ງທີ່ເກີດຂຶ້ນ.
ຂໍໃຫ້ສັງເກດໃນພະທຳໂຢບບົດທີ 1 ຊາຕານກໍຢູ່ໃນສະຫວັນນຳຕອນທີ່ພວກທູດສະຫວັນເຂົ້າເຝົ້າພະເຢໂຫວາ. ດັ່ງນັ້ນພະເຢໂຫວາຖາມຊາຕານວ່າ: “ເຈົ້າມາແຕ່ໃສ?” ຊາຕານຕອບວ່າມັນໄດ້ທຽວໄປມາທົ່ວແຜ່ນດິນໂລກ. ດັ່ງນັ້ນພະເຢໂຫວາຈຶ່ງຖາມຊາຕານວ່າ: ‘ເຈົ້າໄດ້ສັງເກດເບິ່ງໂຢບຫຼືບໍ່ວ່າລາວຮັບໃຊ້ຂ້ອຍແລະບໍ່ໄດ້ເຮັດສິ່ງທີ່ຊົ່ວຮ້າຍ?’—ໂຢບ 1:6-8.
ຊາຕານຍົກເຫດຜົນຂຶ້ນມາທັນທີວ່າ ‘ໂຢບນະມັດສະການພະອົງກໍຍ້ອນລາວບໍ່ໄດ້ປະສົບຄວາມທຸກຍາກໃດໆ. ຖ້າພະອົງເຊົາຄຸ້ມຄອງລາວແລະເຊົາອວຍພອນໃຫ້ລາວ ລາວຈະປ້ອຍດ່າຕໍ່ໜ້າພະອົງໂລດ.’ ດັ່ງນັ້ນພະເຢໂຫວາຈຶ່ງຕອບວ່າ ‘ຈັ່ງຊັ້ນ ເຈົ້າຈະເຮັດຫຍັງກັບໂຢບກໍໄດ້ຕາມທີ່ເຈົ້າຕ້ອງການ ແຕ່ວ່າຢ່າທຳຮ້າຍໂຢບ.’—ໂຢບ 1:9-12.
ຊາຕານເຮັດຫຍັງ?— ມັນເຮັດໃຫ້ຄົນມາລັກຝູງງົວແລະຝູງລາຂອງທ່ານໂຢບແລະຂ້າຄົນລ້ຽງສັດເຫຼົ່ານັ້ນນຳ. ຈາກນັ້ນກໍເກີດຟ້າຜ່າທຳລາຍຝູງແກະແລະຄົນລ້ຽງແກະ. ຕໍ່ມາກໍມີຄົນມາລັກຝູງອູດແລະຂ້າຄົນລ້ຽງອູດ. ໃນທີ່ສຸດ ຊາຕານເຮັດໃຫ້ເກີດພາຍຸແຮງເຊິ່ງພັດທຳລາຍບ້ານເຮືອນທີ່ລູກສິບຄົນຂອງທ່ານໂຢບອາໄສຢູ່ ແລະເຂົາເຈົ້າຖືກຂ້າທັງໝົດ. ເຖິງແມ່ນວ່າຈະເກີດເຫດການທັງໝົດນີ້ ທ່ານໂຢບຍັງຄົງຮັບໃຊ້ພະເຢໂຫວາ.—ໂຢບ 1:13-22.
ເມື່ອພະເຢໂຫວາພົບຊາຕານອີກຄັ້ງໜຶ່ງ ພະເຢໂຫວາຊີ້ໃຫ້ເຫັນວ່າທ່ານໂຢບຍັງສັດຊື່ຢູ່. ຊາຕານເວົ້າຂຶ້ນວ່າ ‘ຖ້າພະອົງພຽງແຕ່ຍອມໃຫ້ຂ້ອຍເຮັດອັນຕະລາຍຕໍ່ຕົວຂອງໂຢບ ລາວຈະປ້ອຍດ່າພະອົງຕໍ່ໜ້າໂລດ.’ ດັ່ງນັ້ນ ພະເຢໂຫວາຍອມໃຫ້ຊາຕານທຳຮ້າຍຮ່າງກາຍຂອງທ່ານໂຢບ ແຕ່ກໍເຕືອນມັນວ່າຢ່າຂ້າທ່ານໂຢບ.
ທ່ານໂຢບຕ້ອງອົດທົນກັບຫຍັງ ແລະເປັນຫຍັງເລື່ອງນີ້ຈຶ່ງເຮັດໃຫ້ພະເຈົ້າມີຄວາມຍິນດີ?
ຊາຕານເຮັດໃຫ້ທ່ານໂຢບເກີດຝີເປື່ອຍເຕັມຕົວ ມີກິ່ນເໝັນຫຼາຍຈົນບໍ່ມີໃຜຢາກຢູ່ໃກ້ລາວ. ແມ່ນແຕ່ເມຍຂອງທ່ານໂຢບກໍຍັງບອກລາວວ່າ: “ເຈົ້າຈົ່ງປ້ອຍດ່າພະເຈົ້າແລະຕາຍເຖີ້ນ.” ຜູ້ທີ່ອ້າງຕົວວ່າເປັນເພື່ອນຂອງທ່ານໂຢບໄດ້ມາຢາມ ແລະເຮັດໃຫ້ລາວຮູ້ສຶກຮ້າຍກວ່າເກົ່າໂດຍເວົ້າວ່າ ໂຢບຕ້ອງໄດ້ເຮັດສິ່ງທີ່ຊົ່ວຮ້າຍຈຶ່ງມີຄວາມທຸກທໍລະມານທັງສິ້ນແບບນີ້. ທັງໆທີ່ຊາຕານເຮັດໃຫ້ທ່ານໂຢບຕ້ອງປະສົບກັບຄວາມລຳບາກແລະຄວາມເຈັບປວດສາລະພັດ ແຕ່ທ່ານໂຢບກໍຍັງຮັບໃຊ້ພະເຢໂຫວາດ້ວຍຄວາມສັດຊື່.—ໂຢບ 2:1-13; 7:5; 19:13-20.
ລູກຄິດວ່າພະເຢໂຫວາຮູ້ສຶກແນວໃດຕໍ່ຄວາມສັດຊື່ຂອງທ່ານໂຢບ?— ເລື່ອງນີ້ເຮັດໃຫ້ພະເຢໂຫວາມີຄວາມຍິນດີ ເພາະພະເຢໂຫວາສາມາດບອກຊາຕານໄດ້ວ່າ: ‘ເບິ່ງໂຢບແມ ລາວຮັບໃຊ້ຂ້ອຍຍ້ອນລາວຕ້ອງການຈະຮັບໃຊ້.’ ລູກຈະເປັນຄືກັບທ່ານໂຢບໄດ້ບໍ ຄືເປັນຄົນທີ່ພະເຢໂຫວາຊີ້ວ່າເປັນຕົວຢ່າງທີ່ພິສູດວ່າຊາຕານເປັນຜູ້ຕົວະ?— ທີ່ຈິງ ຖືວ່າເປັນສິດທິພິເສດທີ່ຈະໃຫ້ຄຳຕອບສຳລັບຂໍ້ອ້າງຂອງຊາຕານທີ່ວ່າມັນສາມາດເຮັດໃຫ້ຜູ້ໃດກໍຕາມຫັນໜີໄປຈາກການຮັບໃຊ້ພະເຢໂຫວາ. ແນ່ນອນ ພະເຍຊູຖືວ່ານັ້ນເປັນສິດທິພິເສດ.
ຄູຜູ້ຍິ່ງໃຫຍ່ບໍ່ເຄີຍຍອມໃຫ້ຊາຕານຊັກຈູງພະອົງໃຫ້ເຮັດສິ່ງທີ່ຜິດ. ຄິດເບິ່ງດູວ່າຕົວຢ່າງຂອງພະອົງເຮັດໃຫ້ພໍ່ມີຄວາມຍິນດີສ່ຳໃດ! ພະເຢໂຫວາສາມາດຊີ້ໄປໃສ່ພະເຍຊູແລະຕອບຊາຕານວ່າ: ‘ຈົ່ງເບິ່ງລູກຊາຍຂອງຂ້ອຍ! ລາວໄດ້ຮັກສາຄວາມສັດຊື່ຕໍ່ຂ້ອຍແບບບໍ່ມີບ່ອນຕິຍ້ອນລາວຮັກຂ້ອຍ!’ ຄິດເບິ່ງດູວ່າພະເຍຊູມີຄວາມສຸກສ່ຳໃດທີ່ເຮັດໃຫ້ໃຈຂອງພໍ່ຍິນດີ. ເນື່ອງຈາກຄວາມຍິນດີນີ້ເອງ ພະເຍຊູເຖິງຂັ້ນວ່າອົດທົນຮັບເອົາຄວາມຕາຍຢູ່ເທິງຫຼັກທໍລະມານ.—ເຫບເລີ 12:2.
ລູກຢາກເປັນຄືກັບຄູຜູ້ຍິ່ງໃຫຍ່ແລະເຮັດໃຫ້ພະເຢໂຫວາມີຄວາມຍິນດີບໍ?— ຖ້າເປັນເຊັ່ນນັ້ນຈົ່ງຮຽນຮູ້ຕໍ່ໆໄປໃນສິ່ງທີ່ພະເຢໂຫວາຕ້ອງການໃຫ້ລູກເຮັດ ແລະເຮັດໃຫ້ພະອົງມີຄວາມຍິນດີໂດຍການເຮັດສິ່ງນັ້ນ!
ຂໍໃຫ້ອ່ານກ່ຽວກັບສິ່ງທີ່ພະເຍຊູໄດ້ເຮັດເພື່ອເຮັດໃຫ້ພະເຈົ້າມີຄວາມຍິນດີ ແລະສິ່ງທີ່ເຮົາຕ້ອງເຮັດເຊັ່ນດຽວກັນ ຢູ່ພະທຳສຸພາສິດ 23:22-25; ໂຢຮັນ 5:30; 6:38; 8:28; ແລະ 2 ໂຢຮັນ 4.