ບົດທີ 16
ໂຢບແມ່ນໃຜ?
ໃນແຜ່ນດິນອູເຊ ມີຜູ້ຊາຍຄົນໜຶ່ງນະມັດສະການພະເຢໂຫວາ. ລາວຊື່ວ່າໂຢບ. ລາວເປັນຄົນລວຍຫຼາຍແລະມີຄອບຄົວໃຫຍ່. ລາວເປັນຄົນໃຈດີ ມັກຊ່ວຍເຫຼືອຄົນທຸກຍາກ ແມ່ໝ້າຍ ແລະລູກກຳພ້າ. ໂຢບມີຊີວິດທີ່ດີແລະເຮັດດີມາຕະຫຼອດ ແຕ່ລາວຊິບໍ່ເຄີຍເຈິບັນຫາຫຍັງເລີຍບໍ?
ໂຢບບໍ່ຮູ້ເລີຍວ່າມານຊາຕານກຳລັງເບິ່ງລາວຢູ່. ພະເຢໂຫວາເວົ້າກັບຊາຕານວ່າ: ‘ເຈົ້າໄດ້ສັງເກດເບິ່ງໂຢບຜູ້ຮັບໃຊ້ຂອງເຮົາບໍ? ຢູ່ໃນໂລກບໍ່ມີຜູ້ໃດຄືກັບລາວ. ລາວເຊື່ອຟັງເຮົາແລະເຮັດສິ່ງທີ່ຖືກຕ້ອງ.’ ຊາຕານຕອບວ່າ: ‘ກະເຊື່ອຟັງແທ້ຫັ້ນແຫຼະ ແນວພະອົງປົກປ້ອງລາວ ອວຍພອນລາວ ແລະໃຫ້ລາວມີດິນມີຝູງສັດ. ແຕ່ຖ້າພະອົງລອງເຮັດໃຫ້ລາວບໍ່ມີຫຍັງເບິ່ງແມ້ ລາວກໍຈະເຊົານະມັດສະການພະອົງໂລດ.’ ແລ້ວພະເຢໂຫວາກໍບອກຊາຕານວ່າ: ‘ເຈົ້າທົດສອບໂຢບໄດ້ ແຕ່ຫ້າມຂ້າລາວ.’ ເປັນຫຍັງພະເຢໂຫວາຈຶ່ງຍອມໃຫ້ຊາຕານທົດສອບໂຢບ? ກໍຍ້ອນເພິ່ນໝັ້ນໃຈວ່າໂຢບຈະຜ່ານການທົດສອບໄດ້.
ຊາຕານໄດ້ເລີ່ມທົດສອບໂຢບໂດຍໃຫ້ລາວເຈິບັນຫາທີ່ໜັກໜ່ວງຫຼາຍຢ່າງ. ທຳອິດ ມັນສົ່ງພວກຊາເບເອນໃຫ້ມາລັກງົວກັບລາຂອງໂຢບ. ແລ້ວກໍໃຫ້ໄຟຕົກລົງມາຈາກຟ້າເຜົາແກະຂອງໂຢບຕາຍໝົດ. ຈາກນັ້ນ ກໍໃຫ້ພວກການເດອາມາລັກຝູງອູດ. ພວກຄົນຮັບໃຊ້ທີ່ເບິ່ງແຍງຝູງສັດກໍຖືກຂ້າຕາຍ ແລະເລື່ອງທີ່ໂຫດຮ້າຍທີ່ສຸດກໍຄື ຕອນທີ່ລູກຂອງໂຢບທຸກຄົນພາກັນກິນລ້ຽງຢູ່ເຮືອນ ເຮືອນກໍລົ້ມທັບເຂົາເຈົ້າຕາຍໝົດ. ເຖິງວ່າໂຢບໃຈແຕກສະຫຼາຍ ແຕ່ລາວກໍບໍ່ໄດ້ເຊົານະມັດສະການພະເຢໂຫວາ.
ຊາຕານຢາກໃຫ້ໂຢບເຈິຄວາມທຸກຫຼາຍກວ່ານີ້ ມັນຈຶ່ງເຮັດໃຫ້ລາວເປັນຝີເຕັມໂຕຕັ້ງແຕ່ຫົວຮອດຕີນ. ໂຢບເຈັບປວດທໍລະມານຫຼາຍແທ້ໆ. ລາວບໍ່ຮູ້ວ່າເປັນຫຍັງລາວຕ້ອງມາເຈິເລື່ອງທັງໝົດນີ້ ແຕ່ລາວກໍຍັງນະມັດສະການພະເຢໂຫວາຕໍ່ໄປ. ພະເຈົ້າເຫັນທຸກຢ່າງທີ່ເກີດຂຶ້ນແລະເພິ່ນກໍພໍໃຈໂຢບຫຼາຍ.
ຊາຕານໄດ້ສົ່ງຜູ້ຊາຍສາມຄົນມາທົດສອບໂຢບ. ເຂົາເຈົ້າເວົ້າໃຫ້ໂຢບວ່າ: ‘ເຈົ້າຕ້ອງໄປເຮັດຫຍັງຜິດມາແຫຼະ ແລະພະຍາຍາມປົກປິດຄວາມຜິດໄວ້ ພະເຈົ້າຈຶ່ງລົງໂທດເຈົ້າແບບນີ້.’ ໂຢບຕອບວ່າ: ‘ຂ້ອຍບໍ່ໄດ້ເຮັດຫຍັງຜິດເລີຍ.’ ແຕ່ລາວກໍເລີ່ມຄິດວ່າພະເຢໂຫວາເປັນຜູ້ທີ່ເຮັດໃຫ້ລາວເຈິບັນຫາເຫຼົ່ານີ້ແລະເວົ້າວ່າພະເຈົ້າບໍ່ຍຸຕິທຳກັບລາວ.
ເອລີຮູຜູ້ຊາຍທີ່ຍັງໜຸ່ມໄດ້ນັ່ງຟັງເຂົາເຈົ້າລົມກັນແບບງຽບໆ. ແລ້ວລາວກໍເວົ້າຂຶ້ນມາວ່າ: ‘ສິ່ງທີ່ພວກເຈົ້າເວົ້າມັນບໍ່ຖືກ. ພະເຢໂຫວາຍິ່ງໃຫຍ່ເກີນກວ່າທີ່ພວກເຮົາຈະເຂົ້າໃຈໄດ້. ເພິ່ນບໍ່ມີທາງທີ່ຈະເຮັດຊົ່ວ. ເພິ່ນເຫັນທຸກຢ່າງທີ່ເກີດຂຶ້ນແລະພ້ອມຈະຊ່ວຍເຫຼືອຄົນທີ່ເຈິບັນຫາ.’
ແລ້ວພະເຢໂຫວາກໍຖາມໂຢບວ່າ: ‘ເຈົ້າຢູ່ໃສຕອນທີ່ເຮົາສ້າງຟ້າແລະໂລກ? ເປັນຫຍັງເຈົ້າຈຶ່ງບອກວ່າເຮົາບໍ່ຍຸຕິທຳ? ເຈົ້າເວົ້າທັງໆທີ່ເຈົ້າບໍ່ຮູ້ເລື່ອງຫຍັງເລີຍ.’ ໂຢບຍອມຮັບຜິດແລະຕອບວ່າ: ‘ລູກຜິດເອງ. ລູກເຄີຍໄດ້ຍິນເລື່ອງຂອງພະອົງ ແຕ່ຕອນນີ້ລູກໄດ້ຮູ້ຈັກພະອົງແທ້ໆແລ້ວ. ພະອົງເຮັດໄດ້ທຸກຢ່າງ. ລູກຂໍໂທດທີ່ໄດ້ເວົ້າແບບນັ້ນ.’
ເມື່ອການທົດສອບຜ່ານໄປແລ້ວ ພະເຢໂຫວາເຮັດໃຫ້ໂຢບກັບມາມີສຸຂະພາບດີອີກເທື່ອໜຶ່ງ ແລະໃຫ້ລາວລວຍກວ່າແຕ່ກ່ອນອີກ. ໂຢບອາຍຸຍືນແລະມີຊີວິດທີ່ມີຄວາມສຸກ. ພະເຢໂຫວາອວຍພອນໂຢບຍ້ອນລາວເຊື່ອຟັງເພິ່ນແມ່ນແຕ່ຕອນທີ່ເຈິເລື່ອງທີ່ບໍ່ດີ. ຖ້າເຈົ້າມີບັນຫາ ເຈົ້າຍັງຈະເຊື່ອຟັງແລະນະມັດສະການພະເຢໂຫວາຕໍ່ໆໄປຄືກັບໂຢບບໍ?
“ພວກເຈົ້າກໍເຄີຍໄດ້ຍິນວ່າ ໂຢບອົດທົນຫຼາຍສ່ຳໃດ ແລະຮູ້ວ່າໃນທີ່ສຸດພະເຢໂຫວາໄດ້ອວຍພອນລາວແນວໃດ.”—ຢາໂກໂບ 5:11