ພາກຜະຫນວກ
ການແກ້ບັນຫາເມື່ອມີຂໍ້ຂັດແຍ້ງທາງທຸລະກິດ
ຕາມທີ່ບັນທຶກໄວ້ໃນ 1 ໂກລິນໂທ 6:1-8 ອັກຄະສາວົກໂປໂລເວົ້າເຖິງຄະດີຮ້ອງຟ້ອງລະຫວ່າງເພື່ອນຮ່ວມຄວາມເຊື່ອ. ລາວສະແດງຄວາມຜິດຫວັງທີ່ຄລິດສະຕຽນບາງຄົນໃນເມືອງໂກລິນໂທຈະ “ໄປເວົ້າຄວາມກັນຕໍ່ຫນ້າຄົນບໍ່ຊອບທຳ.” (ຂໍ້ 1) ໂປໂລໃຫ້ເຫດຜົນທີ່ຫນັກແຫນ້ນເຖິງສາເຫດທີ່ຄລິດສະຕຽນບໍ່ຄວນຮ້ອງຟ້ອງກັນຕໍ່ສານຝ່າຍໂລກ ແຕ່ຄວນຈະແກ້ໄຂຂໍ້ຂັດແຍ້ງນັ້ນພາຍໃນປະຊາຄົມ. ໃຫ້ເຮົາພິຈາລະນາເຫດຜົນບາງຢ່າງທີ່ພາໃຫ້ມີຄຳແນະນຳນີ້ເຊິ່ງຂຽນໂດຍການດົນໃຈ ແລະຈາກນັ້ນຈະພິຈາລະນາສະຖານະການບາງຢ່າງທີ່ບໍ່ໄດ້ໃຊ້ກັບຄຳແນະນຳນີ້.
ຖ້າເຮົາມີຂໍ້ຂັດແຍ້ງທາງທຸລະກິດກັບເພື່ອນຮ່ວມຄວາມເຊື່ອ ທຳອິດເຮົາຄວນຈະຄົ້ນຫາວິທີຈັດການກັບເລື່ອງນັ້ນຕາມແນວທາງຂອງພະເຢໂຫວາ ບໍ່ແມ່ນແນວທາງຂອງເຮົາເອງ. (ສຸພາສິດ 14:12) ດັ່ງທີ່ພະເຍຊູສະແດງໃຫ້ເຫັນ ເປັນການດີທີ່ສຸດທີ່ຈະຈັດການກັບຂໍ້ຂັດແຍ້ງນັ້ນໂດຍໄວ ກ່ອນທີ່ເລື່ອງນັ້ນຈະກາຍເປັນບັນຫາໃຫຍ່. (ມັດທາຍ 5:23-26) ເຖິງຢ່າງນັ້ນ ຫນ້າເສົ້າໃຈທີ່ຄລິດສະຕຽນບາງຄົນກາຍເປັນຄົນໂຕ້ຖຽງຫລາຍໂພດ ເຖິງຂັ້ນເອົາເລື່ອງທີ່ຂັດແຍ້ງໄປຮ້ອງຟ້ອງຕໍ່ສານ. ໂປໂລກ່າວວ່າ “ການທີ່ພວກເຈົ້າເປັນຄວາມກັນນັ້ນກໍເປັນການພ່າຍແພ້ແລ້ວ.” ເພາະເຫດໃດ? ເຫດຜົນສຳຄັນກໍຄືການເຮັດແນວນັ້ນອາດນຳຄວາມເສື່ອມເສຍມາສູ່ຊື່ສຽງທີ່ດີຂອງປະຊາຄົມແລະພະເຈົ້າທີ່ເຮົານະມັດສະການ. ດັ່ງນັ້ນ ເຮົາຈຶ່ງໃສ່ໃຈຄຳຖາມຂອງໂປໂລທີ່ວ່າ “ພວກເຈົ້າທົນເອົາເມື່ອຄົນອື່ນເຮັດຜິດຕໍ່ພວກເຈົ້າ ບໍ່ເປັນການດີກວ່າບໍ?”—ຂໍ້ 7, ທ.ປ.
ໂປໂລຍັງໃຫ້ເຫດຜົນວ່າພະເຈົ້າໄດ້ໃຫ້ມີການຈັດຕຽມທີ່ດີໃນປະຊາຄົມເພື່ອຈັດການກັບຂໍ້ຂັດແຍ້ງຫລາຍຢ່າງ. ໂປໂລກ່າວກ່ຽວກັບຜູ້ເຖົ້າແກ່ຄລິດສະຕຽນທີ່ສະຫລາດສຸຂຸມເນື່ອງຈາກມີຄວາມຮູ້ກ່ຽວກັບຄວາມຈິງໃນພະຄຳພີວ່າ ເຂົາເຈົ້າສາມາດ “ຊຳລະຄວາມຕັດສິນໃນທ່າມກາງພີ່ນ້ອງໄດ້” ເມື່ອກ່ຽວຂ້ອງກັບ “ຂໍ້ຄວາມໃນ . . . ຊີວິດນີ້.” (ຂໍ້ 3-5) ພະເຍຊູສະແດງໃຫ້ເຫັນວ່າຄວາມຂັດແຍ້ງທີ່ກ່ຽວຂ້ອງກັບຄວາມຜິດຮ້າຍແຮງ ເຊັ່ນ ການເວົ້າໃສ່ຮ້າຍແລະການສໍ້ໂກງ ຄວນຈັດການດ້ວຍສາມຂັ້ນຕອນ: ຂັ້ນຕອນທຳອິດ ພະຍາຍາມຈັດການເລື່ອງນັ້ນເປັນສ່ວນຕົວລະຫວ່າງຜູ້ທີ່ກ່ຽວຂ້ອງ; ຂັ້ນຕອນທີສອງ ຖ້າຂັ້ນຕອນທຳອິດບໍ່ສຳເລັດ ໃຫ້ພາພິຍານຄົນຫນຶ່ງຫລືສອງຄົນໄປນຳ; ແລະຂັ້ນຕອນທີສາມ ຖ້າຂັ້ນຕອນກ່ອນຫນ້ານັ້ນບໍ່ສຳເລັດ ໃຫ້ແຈ້ງເລື່ອງນັ້ນຕໍ່ປະຊາຄົມເຊິ່ງມີຜູ້ເຖົ້າແກ່ເປັນຕົວແທນ.—ມັດທາຍ 18:15-17.
ແນ່ນອນ ຄລິດສະຕຽນຜູ້ເຖົ້າແກ່ອາດຈະບໍ່ເປັນນັກກົດຫມາຍຫລືນັກທຸລະກິດ ແລະບໍ່ຈຳເປັນຕ້ອງໃຫ້ຄຳແນະນຳໃນແງ່ກົດຫມາຍຫລືແງ່ທຸລະກິດ. ເຂົາເຈົ້າບໍ່ໄດ້ກຳນົດເງື່ອນໄຂເພື່ອຈັດການກັບຄວາມຂັດແຍ້ງທາງທຸລະກິດລະຫວ່າງພີ່ນ້ອງ. ແທນທີ່ຈະເຮັດເຊັ່ນນັ້ນ ເຂົາເຈົ້າພະຍາຍາມຊ່ວຍທຸກຝ່າຍທີ່ກ່ຽວຂ້ອງໃຫ້ໃຊ້ພະຄຳພີແລະຕົກລົງທີ່ຈະແກ້ບັນຫາໂດຍສັນຕິວິທີ. ໃນກໍລະນີທີ່ສະຫລັບຊັບຊ້ອນ ເຂົາເຈົ້າອາດປຶກສາກັບຜູ້ດູແລຫມວດຫລືສຳນັກງານສາຂາຂອງພະຍານພະເຢໂຫວາ. ແນວໃດກໍຕາມ ມີບາງສະພາບການທີ່ຢູ່ນອກຂອບເຂດຄຳແນະນຳຂອງໂປໂລ. ມີສະພາບການແບບໃດແດ່?
ໃນບາງກໍລະນີ ການຮ້ອງຟ້ອງຕໍ່ສານອາດເປັນພິທີການຕາມທຳມະດາຫລືເປັນການດຳເນີນການຕາມກົດຫມາຍທີ່ຈຳເປັນເພື່ອໃຫ້ໄດ້ຂໍ້ຍຸຕິທີ່ບໍ່ເຫັນແກ່ຕົວແລະມີສັນຕິ. ຕົວຢ່າງເຊັ່ນ ຄະດີຮ້ອງຟ້ອງອາດເປັນຂັ້ນຕອນດຽວເພື່ອໄດ້ຮັບຄຳສັ່ງສານໃນເລື່ອງການຢ່າຮ້າງ ການຂໍເປັນຜູ້ດູແລລູກ ການຂໍເງິນຄ່າລ້ຽງດູເມື່ອຢ່າຮ້າງຈາກຜົວ ການຂໍຮັບເງິນຊົດເຊີຍຈາກປະກັນຊີວິດ ການຂໍເປັນເຈົ້າຫນີ້ໃນກໍລະນີການລົ້ມລະລາຍ ແລະການພິສູດພິໄນກຳ. ນອກຈາກນັ້ນ ມີບາງກໍລະນີທີ່ພີ່ນ້ອງອາດຮູ້ສຶກວ່າຈຳເປັນຕ້ອງຮ້ອງຟ້ອງຄືນເພື່ອປົກປ້ອງຕົວເອງໃນຄະດີໃດຫນຶ່ງ.a
ຖ້າການພິຈາລະນາຄະດີນັ້ນບໍ່ໄດ້ດຳເນີນໄປຢ່າງມີນ້ຳໃຈໂຕ້ຖຽງກັນ ການເອົາຄະດີນັ້ນຂຶ້ນສານກໍອາດບໍ່ໄດ້ລະເມີດຄວາມມຸ່ງຫມາຍຂອງຄຳແນະນຳຂອງໂປໂລທີ່ຂຽນໂດຍການດົນໃຈ.b ແນວໃດກໍຕາມ ສິ່ງສຳຄັນອັນດັບທຳອິດຂອງຄລິດສະຕຽນຄວນຢູ່ທີ່ການເຮັດໃຫ້ຊື່ຂອງພະເຢໂຫວາເປັນທີ່ນັບຖືອັນບໍລິສຸດແລະສັນຕິສຸກກັບເອກະພາບໃນປະຊາຄົມ. ຄວາມຮັກເປັນສິ່ງທີ່ເຮັດໃຫ້ລູກສິດຂອງພະຄລິດໂດດເດັ່ນແລະບໍ່ມີໃຜເຫມືອນ ແລະ “ຄວາມຮັກ . . . ບໍ່ຊອກຫາສ່ວນຂອງຕົນເອງ.”—1 ໂກລິນໂທ 13:4, 5; ໂຢຮັນ 13:34, 35.
a ໃນກໍລະນີທີ່ເກີດຂຶ້ນບໍ່ເລື້ອຍປານໃດ ຄລິດສະຕຽນຄົນຫນຶ່ງອາດກໍ່ອາດຊະຍາກຳຮ້າຍແຮງຕໍ່ຄົນອື່ນ ເຊັ່ນ ຂົ່ມຂືນ ທຳຮ້າຍຮ່າງກາຍ ຄາຕະກຳ ຫລືລັກຂະໂມຍໃນສະຖານຮ້າຍແຮງ. ໃນກໍລະນີເຊັ່ນນັ້ນ ການແຈ້ງຄວາມຕໍ່ເຈົ້າຫນ້າທີ່ບ້ານເມືອງເປັນສິ່ງທີ່ຄລິດສະຕຽນເຮັດໄດ້ ເຖິງວ່າການເຮັດເຊັ່ນນັ້ນອາດກໍ່ຜົນໃຫ້ເປັນຄະດີໃນສານຫລືເປັນຄະດີອາຍາ.
b ຂໍໃຫ້ເບິ່ງຂໍ້ມູນເພີ່ມເຕີມໃນຫໍສັງເກດການ ສະບັບວັນທີ 15 ເດືອນມີນາ ປີ 1997 ຫນ້າ 17-22 ແລະສະບັບວັນທີ 15 ເດືອນຕຸລາ ປີ 1991 ຫນ້າ 25-28 (ພາສາໄທ).