ບົດທີ 6
ຕາຍແລ້ວເປັນແນວໃດ?
1-3. ຄົນເຮົາຢາກຮູ້ຫຍັງແດ່ກ່ຽວກັບຄວາມຕາຍ? ແລະສາສະໜາຕ່າງໆສອນແນວໃດ?
ຄຳພີໄບເບິນບອກວ່າອີກບໍ່ດົນ “ຄວາມຕາຍຈະບໍ່ມີອີກຕໍ່ໄປ.” (ພະນິມິດ 21:4) ໃນບົດທີ 5 ເຮົາຮູ້ວ່າຄ່າໄຖ່ຊ່ວຍເຮົາໃຫ້ມີຊີວິດຕະຫຼອດໄປໄດ້ ແຕ່ຕອນນີ້ເຮົາທຸກຄົນຍັງຕ້ອງຕາຍ. (ຜູ້ເທສະໜາປ່າວປະກາດ 9:5) ດັ່ງນັ້ນ ເລື່ອງສຳຄັນເລື່ອງໜຶ່ງທີ່ເຮົາຢາກຮູ້ກໍຄື ເມື່ອເຮົາຕາຍແລ້ວຈະເປັນແນວໃດ?
2 ເຮົາແຮ່ງຢາກຮູ້ເລື່ອງນີ້ຫຼາຍຖ້າມີຜູ້ໃດຜູ້ໜຶ່ງທີ່ເຮົາຮັກໄດ້ຕາຍຈາກໄປ. ເຮົາຢາກຮູ້ວ່າ: ‘ຕອນນີ້ລາວເປັນແນວໃດ? ລາວຢູ່ໃສ? ລາວລຳບາກບໍ? ລາວເບິ່ງເຮົາຢູ່ບໍ? ລາວຊ່ວຍເຮົາໄດ້ບໍ? ເຮົາຈະໄດ້ພົບລາວອີກບໍ?’
3 ແຕ່ລະສາສະໜາຕອບຄຳຖາມເຫຼົ່ານີ້ບໍ່ຄືກັນ. ບາງສາສະໜາສອນວ່າ ຖ້າເຮັດດີກໍໄດ້ໄປສະຫວັນ ຖ້າເຮັດຊົ່ວກໍຕົກນະລົກ. ບາງສາສະໜາກໍສອນວ່າຕາຍແລ້ວເປັນຜີ ຫຼືເປັນວິນຍານໄປຢູ່ກັບບັນພະບຸລຸດທີ່ຕາຍໄປແລ້ວ. ບາງສາສະໜາສອນວ່າຫຼັງຈາກທີ່ເຮົາຕາຍແລ້ວແລະຖືກຕັດສິນ ເຮົາຈະມາເກີດໃໝ່ ຫຼືກັບມາມີຊີວິດໃນອີກຮ່າງໜຶ່ງ ບາງເທື່ອກໍມາເກີດເປັນອີກຄົນໜຶ່ງຫຼືເປັນສັດ.
4. ເລື່ອງໜຶ່ງທີ່ສາສະໜາຕ່າງໆສອນຄືກັນແມ່ນຫຍັງ?
4 ເບິ່ງຄືວ່າສາສະໜາຕ່າງໆສອນບໍ່ຄືກັນກ່ຽວກັບຄົນຕາຍ. ແຕ່ມີເລື່ອງໜຶ່ງທີ່ສອນຄືກັນ ນັ້ນແມ່ນ ເມື່ອຄົນເຮົາຕາຍແລ້ວຈະມີວິນຍານຍັງເຫຼືອຢູ່. ເປັນແບບນັ້ນແທ້ໆບໍ?
ຕາຍແລ້ວເປັນແນວໃດ?
5, 6. ເມື່ອຄົນເຮົາຕາຍແລ້ວເປັນແນວໃດ?
5 ພະເຢໂຫວາຮູ້ວ່າເມື່ອເຮົາຕາຍແລ້ວຈະເປັນແນວໃດ ແລະພະອົງບອກເຮົາວ່າ ຊີວິດຈົບສິ້ນຕອນທີ່ເຮົາຕາຍ. ຄວາມຕາຍຈຶ່ງກົງກັນຂ້າມກັບຊີວິດ ດັ່ງນັ້ນ ຄົນຕາຍແລ້ວບໍ່ມີວິນຍານ ບໍ່ມີຄວາມຮູ້ສຶກແລະບໍ່ມີຄວາມຊົງຈຳເຫຼືອຢູ່.a ເມື່ອເຮົາຕາຍແລ້ວກໍເບິ່ງບໍ່ເຫັນ ບໍ່ໄດ້ຍິນ ແລະບໍ່ສາມາດຄິດຫຍັງໄດ້ອີກເລີຍ.
6 ກະສັດໂຊໂລໂມນຂຽນໄວ້ວ່າ “ຄົນຕາຍແລ້ວບໍ່ຮູ້ຈັກສິ່ງໃດ.” ຄົນຕາຍຮັກຫຼືຊັງໃຜກໍບໍ່ໄດ້ ແລະ “ໃນບ່ອນທີ່ຕາບໍ່ເຫັນ [“ຫຼຸມຝັງສົບ,” ລ.ມ.] ທີ່ເຈົ້າໄປນັ້ນບໍ່ມີກິດຈະການ ບໍ່ມີຄວາມຄຶດ ບໍ່ມີວິຊາຄວາມຮູ້ ບໍ່ມີຄວາມປັນຍາ.” (ອ່ານຜູ້ເທສະໜາປ່າວປະກາດ 9:5, 6, 10) ແລະຄຳເພງ 146:4 (ລ.ມ.) ບອກວ່າ ເມື່ອຄົນເຮົາຕາຍ “ຄວາມຄິດຂອງລາວ” ກໍຕາຍໄປນຳ.
ພະເຢຊູບອກແນວໃດກ່ຽວກັບສະພາບຂອງຄົນຕາຍ?
ພະເຢໂຫວາສ້າງມະນຸດເພື່ອໃຫ້ຢູ່ຕະຫຼອດໄປໃນໂລກ
7. ພະເຢຊູບອກແນວໃດກ່ຽວກັບສະພາບຂອງຄົນຕາຍ?
7 ຕອນທີ່ລາຊະໂຣໝູ່ຮັກຂອງພະເຢຊູຕາຍ ເພິ່ນບອກພວກລູກສິດວ່າ: “ລາຊະໂຣໝູ່ຂອງພວກເຮົານອນຫຼັບຢູ່.” ແຕ່ພະເຢຊູບໍ່ໄດ້ໝາຍຄວາມວ່າລາຊະໂຣກຳລັງນອນຫຼັບພັກຜ່ອນ ເພາະວ່າຫຼັງຈາກນັ້ນເພິ່ນບອກວ່າ: “ລາຊະໂຣຕາຍແລ້ວ.” (ໂຢຮັນ 11:11-14) ພະເຢຊູເວົ້າແບບນີ້ຍ້ອນເພິ່ນກຳລັງປຽບທຽບຄວາມຕາຍຄືກັບການນອນຫຼັບສະໜິດ. ພະເຢຊູບໍ່ໄດ້ບອກວ່າລາຊະໂຣຢູ່ໃນສະຫວັນຫຼືເປັນວິນຍານໄປຢູ່ກັບບັນພະບຸລຸດທີ່ຕາຍໄປແລ້ວ ແລະກໍບໍ່ໄດ້ບອກວ່າລາຊະໂຣກຳລັງທຸກທໍລະມານຢູ່ໃນນະລົກ ຫຼືໄປເກີດໃໝ່ ຫຼືເປັນຜີ. ແຕ່ພະເຢຊູບອກວ່າລາຊະໂຣເປັນຄືກັບຄົນນອນຫຼັບສະໜິດ. ມີພະຄຳພີຂໍ້ອື່ນອີກທີ່ປຽບທຽບຄ້າຍໆກັນນີ້ ເຊັ່ນ: ຄຳພີໄບເບິນເວົ້າເຖິງຊະເຕຟາໂນທີ່ຖືກຂ້າວ່າລາວ “ຫຼັບໄປ.” (ກິດຈະການ 7:60, ໄຂເງື່ອນ) ແລະອັກຄະສາວົກໂປໂລຂຽນກ່ຽວກັບຄລິດສະຕຽນບາງຄົນທີ່ຕາຍໄປແລ້ວວ່າພວກເຂົາ “ຫຼັບ” ໄປແລ້ວ.—1 ໂກຣິນໂທ 15:6, ໄຂເງື່ອນ
8. ເຮົາຮູ້ໄດ້ແນວໃດວ່າພະເຈົ້າບໍ່ໄດ້ສ້າງມະນຸດມາເພື່ອໃຫ້ຕາຍ?
8 ເຮົາໄດ້ຮຽນຮູ້ແລ້ວວ່າພະເຈົ້າສ້າງອາດາມກັບເອວາມະນຸດຄູ່ທຳອິດ ແຕ່ພະອົງສ້າງພວກເຂົາມາເພື່ອໃຫ້ຕາຍບໍ? ບໍ່ແມ່ນ! ພະເຢໂຫວາສ້າງພວກເຂົາໃຫ້ມີຄວາມສຸກກັບຊີວິດຕະຫຼອດໄປພ້ອມທັງມີສຸຂະພາບແຂງແຮງສົມບູນ. ຕອນທີ່ພະເຢໂຫວາສ້າງມະນຸດ ພະອົງໃສ່ຄວາມຮູ້ສຶກໃຫ້ພວກເຂົາຢາກມີຊີວິດຕະຫຼອດໄປນຳ. (ຜູ້ເທສະໜາປ່າວປະກາດ 3:11) ບໍ່ມີພໍ່ແມ່ຄົນໃດຢາກເຫັນລູກເຈັບປ່ວຍແລະຕາຍ. ພະເຢໂຫວາກໍຄືກັນ ພະອົງບໍ່ຢາກເຫັນພວກເຮົາເຈັບປ່ວຍ ເຖົ້າລົງແລ້ວກໍຕາຍ. ແຕ່ຖ້າພະເຈົ້າສ້າງເຮົາໃຫ້ມີຊີວິດຕະຫຼອດໄປ ແລ້ວເປັນຫຍັງເຮົາຈຶ່ງຕາຍ?
ເປັນຫຍັງເຮົາຈຶ່ງຕາຍ?
9. ເປັນຫຍັງອາດາມກັບເອວາຄວນເຮັດຕາມທີ່ພະເຢໂຫວາສັ່ງ?
9 ໃນສວນເອເດນພະເຢໂຫວາບອກອາດາມວ່າ: “ໝາກໄມ້ທຸກຢ່າງໃນສວນນີ້ເຈົ້າກິນໄດ້. ແຕ່ວ່າແຕ່ຕົ້ນໄມ້ແຫ່ງຄວາມຮູ້ການດີແລະຊົ່ວ ເຈົ້າຢ່າຊູ່ກິນ ເຫດວ່າໃນວັນໃດເຈົ້າຫາກກິນແຕ່ໝາກນັ້ນ ເຈົ້າຈະຕາຍໄປເປັນແທ້.” (ຕົ້ນເດີມ 2:9, 16, 17) ອາດາມກັບເອວາຄວນຈະເຮັດຕາມທີ່ພະເຢໂຫວາສັ່ງ ຄຳສັ່ງທີ່ຊັດເຈນນີ້ເຮັດໄດ້ບໍ່ຍາກ. ພະເຢໂຫວາເປັນຜູ້ສ້າງອາດາມກັບເອວາ ແລະພະອົງຮູ້ດີວ່າສິ່ງໃດດີສິ່ງໃດຊົ່ວ. ຖ້າພວກເຂົາເຊື່ອຟັງພະເຢໂຫວາກໍສະແດງວ່າພວກເຂົານັບຖືພະອົງແລະເຕັມໃຈໃຫ້ພະອົງປົກຄອງ ແລະຍັງເຮັດໃຫ້ເຫັນອີກວ່າພວກເຂົາສຳນຶກບຸນຄຸນທີ່ພະອົງໃຫ້ທຸກສິ່ງທີ່ດີແກ່ພວກເຂົາ.
10, 11. (ກ) ຊາຕານເຮັດແນວໃດໃຫ້ອາດາມກັບເອວາບໍ່ເຊື່ອຟັງພະເຈົ້າ? (ຂ) ເປັນຫຍັງສິ່ງທີ່ອາດາມກັບເອວາເຮັດຈຶ່ງບໍ່ຄວນໃຫ້ອະໄພ?
10 ແຕ່ໜ້າເສົ້າໃຈ ອາດາມກັບເອວາເລືອກບໍ່ເຊື່ອຟັງພະເຢໂຫວາ. ຊາຕານເວົ້າກັບເອວາວ່າ: “ຈິງຫຼືພະເຈົ້າໄດ້ບອກຫ້າມວ່າພວກເຈົ້າຢ່າຊູ່ກິນໝາກໄມ້ທຸກຢ່າງໃນສວນນີ້?” ເອວາຕອບວ່າ: “ໝາກໄມ້ທັງປວງທີ່ຢູ່ໃນສວນນີ້ພວກເຮົາພາກັນກິນໄດ້. ແຕ່ວ່າໝາກຜົນລະໄມ້ນັ້ນທີ່ຢູ່ກາງສວນພະເຈົ້າໄດ້ຫ້າມວ່າ ‘ຢ່າກິນແລະຢ່າບາຍ ຢ້ານວ່າພວກເຈົ້າຈະຕາຍໄປ.’”—ຕົ້ນເດີມ 3:1-3
11 ຈາກນັ້ນຊາຕານກໍບອກວ່າ: “ພວກເຈົ້າຈະບໍ່ຕາຍດອກ. ເພາະວ່າພະເຈົ້າຮູ້ຢູ່ວ່າພວກເຈົ້າຫາກກິນໝາກໄມ້ນັ້ນໃນວັນໃດ ຕາຂອງພວກເຈົ້າຈະມືນແຈ້ງຂຶ້ນໃນວັນນັ້ນ ແລະພວກເຈົ້າຈະເປັນເໝືອນພະເຈົ້າ ຮູ້ຈັກການດີແລະຊົ່ວ.” (ຕົ້ນເດີມ 3:4-6) ຊາຕານຢາກໃຫ້ເອວາຄິດວ່າລາວຕັດສິນໃຈເອງໄດ້ວ່າສິ່ງໃດດີສິ່ງໃດຊົ່ວ ແລະມັນກໍຕົວະອີກວ່າເຖິງຈະບໍ່ເຊື່ອຟັງເຈົ້າກໍບໍ່ເປັນຫຍັງດອກ. ເອວາຈະບໍ່ຕາຍຄືກັບທີ່ພະເຈົ້າບອກ ລາວຈຶ່ງກິນໝາກໄມ້ນັ້ນ ແລ້ວຍື່ນໃຫ້ຜົວກິນນຳ. ອາດາມກັບເອວາຮູ້ຢູ່ແກ່ໃຈວ່າພະເຢໂຫວາສັ່ງວ່າຢ່າກິນໝາກໄມ້ນັ້ນ ແຕ່ພວກເຂົາກໍຍັງກິນ ສະແດງວ່າພວກເຂົາເລືອກທີ່ຈະບໍ່ເຊື່ອຟັງພະເຈົ້າ. ການທີ່ພວກເຂົາກິນໝາກໄມ້ທີ່ພະເຈົ້າຫ້າມຈຶ່ງເທົ່າກັບວ່າພວກເຂົາບໍ່ນັບຖືພະເຈົ້າຜູ້ເປັນພໍ່ໃນສະຫວັນທີ່ຮັກພວກເຂົາຫຼາຍ. ພວກເຂົາເຮັດສິ່ງທີ່ບໍ່ຄວນໃຫ້ອະໄພ!
12. ເປັນຫຍັງຈຶ່ງເປັນຕາຜິດຫວັງແທ້ໆທີ່ອາດາມແລະເອວາບໍ່ເຊື່ອຟັງພະເຢໂຫວາ?
12 ເປັນຕາຜິດຫວັງແທ້ໆທີ່ມະນຸດຄູ່ທຳອິດບໍ່ເຊື່ອຟັງພະເຈົ້າທັງໆທີ່ພະອົງສ້າງພວກເຂົາມາ! ລອງຄິດເບິ່ງແມ້ ຖ້າເຈົ້າເປັນພໍ່ແມ່ທີ່ພະຍາຍາມລ້ຽງດູລູກດ້ວຍຄວາມຮັກ ແຕ່ພວກເຂົາພັດເນລະຄຸນ ບໍ່ເຊື່ອຟັງເຈົ້າ ແລະເຮັດຕາມໃຈຕົວເອງ ເຈົ້າຈະຮູ້ສຶກແນວໃດ? ເຈົ້າຕ້ອງຜິດຫວັງແລະເສຍໃຈຫຼາຍແທ້ໆ.
ອາດາມຖືກສ້າງມາຈາກດິນ ແລະລາວຕ້ອງກັບໄປເປັນດິນອີກ
13. ເມື່ອພະເຢໂຫວາບອກວ່າ “ເຈົ້າຈະຫຼົບໄປໃນຂີ້ຝຸ່ນອີກ” ໝາຍຄວາມວ່າແນວໃດ?
13 ເມື່ອອາດາມກັບເອວາບໍ່ເຊື່ອຟັງພະເຈົ້າ ພວກເຂົາຈຶ່ງໝົດໂອກາດທີ່ຈະມີຊີວິດຕະຫຼອດໄປ. ພະເຢໂຫວາບອກອາດາມວ່າ: “ເພາະວ່າເຈົ້າໄດ້ອອກມາຈາກດິນ ເພາະວ່າເຈົ້າເປັນຂີ້ຝຸ່ນ ແລະເຈົ້າຈະຫຼົບໄປໃນຂີ້ຝຸ່ນອີກ.” (ອ່ານຕົ້ນເດີມ 3:19) ນີ້ໝາຍຄວາມວ່າຫຼັງຈາກອາດາມເຮັດບາບລາວກໍຕາຍ ລາວກາຍເປັນດິນຄືກັບກ່ອນທີ່ຈະຖືກສ້າງ ນັ້ນກໍຄືບໍ່ມີຊີວິດ ບໍ່ມີວິນຍານ.—ຕົ້ນເດີມ 2:7
14. ເປັນຫຍັງເຮົາຈຶ່ງຕາຍ?
14 ຖ້າຕອນນັ້ນອາດາມກັບເອວາເຊື່ອຟັງພະເຈົ້າ ພວກເຂົາກໍຈະມີຊີວິດຢູ່ຈົນເຖິງຕອນນີ້. ແຕ່ພວກເຂົາພັດບໍ່ເຊື່ອຟັງພະເຈົ້າເຊິ່ງເປັນການເຮັດບາບ ແລະສຸດທ້າຍກໍຕ້ອງຕາຍ. ບາບເປັນຄືກັບພະຍາດຮ້າຍແຮງທີ່ມະນຸດຄູ່ທຳອິດຖ່າຍທອດມາເຖິງພວກເຮົາທີ່ເປັນລູກຫຼານ. ເຮົາທຸກຄົນຈຶ່ງເກີດມາພ້ອມກັບບາບ ຍ້ອນແນວນີ້ແຫຼະເຮົາຈຶ່ງຕ້ອງຕາຍ. (ໂຣມ 5:12) ແຕ່ພະເຈົ້າບໍ່ຢາກໃຫ້ເປັນແບບນີ້ ພະອົງບໍ່ເຄີຍຢາກໃຫ້ມະນຸດຕາຍ ແລະຄຳພີໄບເບິນກໍເອີ້ນຄວາມຕາຍວ່າ “ສັດຕູ.”—1 ໂກຣິນໂທ 15:26
ຄວາມຈິງເຮັດໃຫ້ເຮົາຫຼຸດພົ້ນຈາກຄວາມເຊື່ອຜິດໆ
15. ເຮົາຮູ້ຄວາມຈິງອັນໃດກ່ຽວກັບຄົນຕາຍ ແລະເຮົາໄດ້ຮັບປະໂຫຍດຫຍັງຈາກການຮູ້ຄວາມຈິງເລື່ອງນີ້?
15 ຄວາມຈິງກ່ຽວກັບຄົນຕາຍເຮັດໃຫ້ເຮົາຫຼຸດພົ້ນຈາກຄວາມເຊື່ອຜິດໆ. ຫຼາຍສາສະໜາສອນວ່າຕາຍແລ້ວມີວິນຍານ ແຕ່ຄຳພີໄບເບິນບໍ່ໄດ້ສອນແບບນັ້ນ. ຄຳພີໄບເບິນສອນວ່າຄົນຕາຍບໍ່ເຈັບປວດ ແລະບໍ່ຮູ້ສຶກຫຍັງເລີຍ. ເຮົາລົມກັບພວກເຂົາບໍ່ໄດ້ແລະພວກເຂົາກໍລົມກັບເຮົາບໍ່ໄດ້. ພວກເຂົາທຳຮ້າຍເຮົາບໍ່ໄດ້ ດັ່ງນັ້ນ ເຮົາບໍ່ຕ້ອງຢ້ານຄົນຕາຍຫຼືຢ້ານຜີ. ນອກຈາກນັ້ນ ເມື່ອເຮົາຮູ້ຄວາມຈິງກ່ຽວກັບສະພາບຂອງຄົນຕາຍ ເຮົາກໍບໍ່ຕ້ອງຫຼົງເຊື່ອແບບຜິດໆອີກຕໍ່ໄປ ເຊັ່ນ: ເຮົາບໍ່ຕ້ອງເສຍເງິນຫຼາຍກັບການເຮັດບຸນໃຫ້ຄົນຕາຍ.
16. ຫຼາຍສາສະໜາສອນຜິດໆແນວໃດກ່ຽວກັບຄົນຕາຍ?
16 ຊາຕານໃຊ້ສາສະໜາປອມເພື່ອຕົວະເຮົາແລະເຮັດໃຫ້ເຮົາເຊື່ອແບບຜິດໆວ່າຄົນຕາຍບໍ່ໄດ້ຕາຍແທ້ໆ. ຕົວຢ່າງເຊັ່ນ: ບາງສາສະໜາສອນວ່າຫຼັງຈາກເຮົາຕາຍ ວິນຍານຈະອອກຈາກຮ່າງແລ້ວໄປຢູ່ບ່ອນໃດບ່ອນໜຶ່ງ. ເຈົ້າເຄີຍຖືກສອນມາແບບນີ້ບໍ? ຊາຕານໃຊ້ເລື່ອງຕົວະຫຼອກລວງຜູ້ຄົນເພື່ອບໍ່ຢາກໃຫ້ຮູ້ຈັກກັບພະເຢໂຫວາ.
17. ຄຳສອນເລື່ອງນະລົກເຮັດໃຫ້ຜູ້ຄົນຮູ້ສຶກແນວໃດຕໍ່ພະເຢໂຫວາ?
17 ສິ່ງທີ່ຫຼາຍສາສະໜາສອນເປັນເລື່ອງທີ່ໜ້າຕົກໃຈ. ຕົວຢ່າງເຊັ່ນ: ບາງສາສະໜາສອນວ່າຄົນຊົ່ວຕ້ອງຖືກທໍລະມານໃນນະລົກຕະຫຼອດໄປ. ຄຳຕົວະແບບນີ້ເປັນການໃສ່ຮ້າຍພະເຢໂຫວາ ເພາະພະອົງບໍ່ເຄີຍຄິດທີ່ຈະໃຫ້ຜູ້ຄົນຕ້ອງທົນທຸກແບບນັ້ນ. (ອ່ານ 1 ໂຢຮັນ 4:8) ຖ້າພໍ່ແມ່ບາງຄົນລົງໂທດລູກໂດຍເອົາມືລູກໄປລົນໄຟ ເຈົ້າຈະຮູ້ສຶກແນວໃດຕໍ່ລາວ? ເຈົ້າຄືຊິຮູ້ສຶກວ່າລາວໂຫດຮ້າຍແລະບໍ່ຢາກຮູ້ຈັກລາວ. ຊາຕານມັນກໍຢາກໃຫ້ເຮົາຮູ້ສຶກແບບນີ້ຕໍ່ພະເຢໂຫວາ!
18. ເປັນຫຍັງເຮົາບໍ່ຕ້ອງຢ້ານຜີຫຼືວິນຍານຄົນຕາຍ?
18 ບາງສາສະໜາສອນວ່າເມື່ອຄົນເຮົາຕາຍກໍຈະກາຍເປັນວິນຍານຫຼືເປັນຜີ ດັ່ງນັ້ນຈຶ່ງຕ້ອງເຄົາລົບບູຊາຄົນຕາຍ. ບາງຄົນເຮັດແບບນັ້ນຍ້ອນຮັກແລະນັບຖືຄົນທີ່ຕາຍໄປ ສ່ວນຄົນອື່ນກໍຢ້ານເພາະຄິດວ່າວິນຍານນັ້ນອາດຈະມາຊ່ວຍເຫຼືອຫຼືມາທຳຮ້າຍກໍໄດ້. ຄົນສ່ວນຫຼາຍເຊື່ອຄຳຕົວະຫຼອກລວງນີ້ກໍເລີຍຂາບໄຫວ້ບູຊາຄົນຕາຍແທນທີ່ຈະນະມັດສະການພະເຢໂຫວາ. ແຕ່ຢ່າລືມວ່າຄົນຕາຍບໍ່ມີຄວາມຮູ້ສຶກແລະບໍ່ຮັບຮູ້ຫຍັງເລີຍ ດັ່ງນັ້ນ ແທນທີ່ຈະຢ້ານຜີແລະຂາບໄຫວ້ບູຊາຄົນຕາຍ ເຮົາຄວນຢຳເກງແລະນະມັດສະການພະເຢໂຫວາ ເພາະພະອົງເປັນຜູ້ສ້າງເຮົາແລະເປັນພະເຈົ້າທ່ຽງແທ້ອົງດຽວເທົ່ານັ້ນ.—ພະນິມິດ 4:11
19. ການຮູ້ຄວາມຈິງກ່ຽວກັບສະພາບຂອງຄົນຕາຍຊ່ວຍເຮົາແນວໃດ?
19 ການຮູ້ຄວາມຈິງກ່ຽວກັບສະພາບຂອງຄົນຕາຍເຮັດໃຫ້ເຮົາຫຼຸດພົ້ນຈາກຄຳສອນຜິດໆ ແລະຄວາມຈິງເລື່ອງນີ້ຍັງຊ່ວຍເຮົາໃຫ້ເຂົ້າໃຈຄຳສັນຍາທີ່ດີເລີດຂອງພະເຢໂຫວາກ່ຽວກັບຊີວິດແລະອະນາຄົດຂອງເຮົານຳອີກ.
20. ເຮົາຈະຮຽນຫຍັງໃນບົດຕໍ່ໄປ?
20 ດົນນານມາແລ້ວ ຜູ້ຮັບໃຊ້ຄົນໜຶ່ງຂອງພະເຈົ້າຊື່ໂຢບຖາມວ່າ: “ຖ້າຄົນເຮົາຕາຍແລ້ວຈະມີຊີວິດອີກໄດ້ບໍ?” (ໂຢບ 14:14, ລ.ມ.) ເປັນໄປໄດ້ບໍທີ່ຄົນຕາຍຈະກັບມາມີຊີວິດອີກ? ສິ່ງທີ່ພະເຈົ້າບອກເຮົາໃນຄຳພີໄບເບິນເປັນຕາຕື່ນເຕັ້ນຫຼາຍ. ເຮົາຈະຮຽນເລື່ອງນີ້ໃນບົດຕໍ່ໄປ.
a ຫຼາຍຄົນເຊື່ອວ່າເມື່ອເຮົາຕາຍແລ້ວກໍກາຍເປັນຜີຫຼືເປັນວິນຍານ ແຕ່ຄຳພີໄບເບິນບໍ່ໄດ້ສອນແບບນັ້ນ. ເບິ່ງຄຳອະທິບາຍເພີ່ມເຕີມ 17 ແລະ 18