ບົດທີ 11
ພະເຈົ້າທົດສອບຄວາມເຊື່ອຂອງອັບຣາຮາມ
ອັບຣາຮາມສອນອີຊາກລູກຊາຍຂອງລາວໃຫ້ຮັກພະເຢໂຫວາແລະໝັ້ນໃຈໃນຄຳສັນຍາທຸກຢ່າງຂອງພະເຢໂຫວາ. ແຕ່ເມື່ອອີຊາກອາຍຸໄດ້ປະມານ 25 ປີ ພະເຢໂຫວາກໍບອກອັບຣາຮາມໃຫ້ເຮັດບາງຢ່າງທີ່ຍາກຫຼາຍ. ເພິ່ນບອກລາວໃຫ້ເຮັດຫຍັງ?
ພະເຈົ້າບອກອັບຣາຮາມວ່າ: ‘ໃຫ້ພາອີຊາກລູກຊາຍຄົນດຽວຂອງເຈົ້າໄປເປັນເຄື່ອງບູຊາໃຫ້ເຮົາຢູ່ເທິງພູໃນແຜ່ນດິນໂມຣີຢາ.’ ອັບຣາຮາມບໍ່ເຂົ້າໃຈວ່າເປັນຫຍັງພະເຢໂຫວາບອກລາວໃຫ້ເຮັດແນວນັ້ນ. ແຕ່ລາວກໍເຮັດຕາມທີ່ພະເຢໂຫວາບອກ.
ຕອນເຊົ້າມື້ຕໍ່ມາ ອັບຣາຮາມກໍພາອີຊາກແລະຄົນຮັບໃຊ້ 2 ຄົນໄປແຜ່ນດິນໂມຣີຢາ. ຫຼັງຈາກເດີນທາງມາໄດ້ 3 ມື້ ເຂົາເຈົ້າກໍແນມເຫັນພູໜ່ວຍນັ້ນແຕ່ໄກໆ. ອັບຣາຮາມບອກພວກຄົນຮັບໃຊ້ໃຫ້ຖ້າຢູ່ຫັ້ນ ແລ້ວລາວກັບອີຊາກກໍເອົາເຄື່ອງບູຊາໄປໃຫ້ພະເຢໂຫວາ. ອັບຣາຮາມໃຫ້ອີຊາກແບກຟືນ ສ່ວນລາວກໍຖືມີດ. ອີຊາກຖາມພໍ່ວ່າ: ‘ສັດທີ່ເຮົາຈະເຜົາເປັນເຄື່ອງບູຊາຢູ່ໃສ?’ ອັບຣາຮາບຕອບວ່າ: ‘ບໍ່ຕ້ອງຫ່ວງເດີ້ລູກ ພະເຢໂຫວາຈະກຽມໄວ້ໃຫ້.’
ຕອນທີ່ສອງພໍ່ລູກມາຮອດເທິງພູ ເຂົາເຈົ້າກໍໄດ້ສ້າງແທ່ນບູຊາ. ຈາກນັ້ນ ອັບຣາຮາມກໍມັດມືມັດຕີນອີຊາກ ແລະວາງລາວໄວ້ເທິງແທ່ນບູຊາ.
ເມື່ອອັບຣາຮາມຈັບມີດຂຶ້ນມາ ທູດສະຫວັນຂອງພະເຢໂຫວາກໍເອີ້ນລາວຈາກຟ້າວ່າ: ‘ອັບຣາຮາມ! ຢ່າຂ້າລູກຂອງເຈົ້າ! ເຮົາຮູ້ແລ້ວວ່າເຈົ້າເຊື່ອໃນພະເຈົ້າແທ້ໆ ເພາະເຈົ້າເຕັມໃຈເອົາລູກຊາຍຂອງເຈົ້າໃຫ້ເປັນເຄື່ອງບູຊາ.’ ແລ້ວອັບຣາຮາມກໍຫຼຽວໄປເຫັນແກະຜູ້ໂຕໜຶ່ງທີ່ເຂົາຄາຢູ່ຟຸ່ມໄມ້. ລາວກໍເລີຍຟ້າວແກ້ເຊືອກທີ່ມັດອີຊາກ ແລ້ວເອົາແກະໂຕນັ້ນໄປເປັນເຄື່ອງບູຊາແທນ.
ນັບຕັ້ງແຕ່ມື້ນັ້ນມາ ພະເຢໂຫວາກໍເອີ້ນອັບຣາຮາມວ່າໝູ່ຂອງເພິ່ນ. ເຈົ້າຮູ້ບໍວ່າຍ້ອນຫຍັງ? ກໍຍ້ອນອັບຣາຮາມເຮັດທຸກສິ່ງທຸກຢ່າງທີ່ພະເຢໂຫວາບອກໃຫ້ເຮັດ ເຖິງລາວຈະບໍ່ເຂົ້າໃຈວ່າເປັນຫຍັງພະເຢໂຫວາຄືບອກໃຫ້ເຮັດຈັ່ງຊັ້ນ.
ພະເຢໂຫວາສັນຍາກັບອັບຣາຮາມອີກເທື່ອໜຶ່ງວ່າ: ‘ເຮົາຈະອວຍພອນເຈົ້າແລະເຮົາຈະເຮັດໃຫ້ເຈົ້າມີລູກມີຫຼານຫຼາຍແທ້ຫຼາຍວ່າ.’ ນີ້ໝາຍຄວາມວ່າພະເຢໂຫວາຈະອວຍພອນຄົນດີທຸກຄົນຜ່ານທາງລູກຫຼານຂອງອັບຣາຮາມ.
“ພະເຈົ້າຮັກຄົນໃນໂລກຫຼາຍຈົນເຖິງຂັ້ນຍອມສະລະລູກຄົນດຽວຂອງເພິ່ນ ເພື່ອທຸກຄົນທີ່ສະແດງຄວາມເຊື່ອໃນຜູ້ນັ້ນຈະບໍ່ຖືກທຳລາຍ ແຕ່ຈະມີຊີວິດຕະຫຼອດໄປ.”—ໂຢຮັນ 3:16