ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 10 ໜ້າ 30
  • ຈື່​ເລື່ອງ​ເມຍ​ຂອງ​ໂລດ​ໄວ້​ໃຫ້​ດີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈື່​ເລື່ອງ​ເມຍ​ຂອງ​ໂລດ​ໄວ້​ໃຫ້​ດີ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ເມຍຂອງໂລດຫຼຽວໄປເບິ່ງຂ້າງຫຼັງ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ພະເຈົ້າ​ເຮັດ​ສັນຍາ​ໄມຕີ​ກັບ​ທ່ານ​ອັບລາຫາມ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
  • ຊ່ວຍ​ຄົນ​ອື່ນ​ໃຫ້​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ຄວາມ​ທຸກ​ໃຈ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ຈົ່ງ​ຈື່​ເມຍ​ຂອງ​ໂລດ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 10 ໜ້າ 30
ເມຍ​ຂອງ​ໂລດ​ກາຍ​ເປັນ​ເສົາ​ເກືອ​ຕອນ​ທີ່​ໂລດ​ກັບ​ລູກ​ສາວ​ໜີ​ອອກ​ມາ​ຈາກ​ເມືອງ​ໂຊໂດມ

ບົດ​ທີ 10

ຈື່​ເລື່ອງ​ເມຍ​ຂອງ​ໂລດ​ໄວ້​ໃຫ້​ດີ

ໂລດ​ອາໄສ​ຢູ່​ກັບ​ອັບຣາຮາມ​ອາວ​ຂອງ​ລາວ​ໃນ​ແຜ່ນດິນ​ການາອານ. ຕໍ່​ມາ ອັບຣາຮາມ​ແລະ​ໂລດ​ກໍ​ມີ​ຝູງ​ສັດ​ເພີ່ມ​ຂຶ້ນ​ຫຼາຍ​ແທ້​ຫຼາຍ​ວ່າ​ຈົນ​ບໍ່​ມີ​ດິນ​ພໍ​ທີ່​ຊິ​ຢູ່​ນຳ​ກັນ​ໄດ້. ອັບຣາຮາມ​ຈຶ່ງ​ບອກ​ໂລດ​ວ່າ: ‘ເຮົາ​ຢູ່​ບ່ອນ​ດຽວ​ກັນ​ບໍ່​ໄດ້​ແລ້ວ. ໃຫ້​ຫຼານ​ເລືອກ​ກ່ອນ​ວ່າ​ຢາກ​ໄປ​ຢູ່​ທາງ​ໃດ ແລ້ວ​ອາວ​ຊິ​ໄປ​ອີກ​ທາງ​ໜຶ່ງ.’ ນີ້​ສະແດງ​ວ່າ​ອັບຣາຮາມ​ບໍ່​ແມ່ນ​ຄົນ​ເຫັນ​ແກ່​ໂຕ.

ໂລດ​ເຫັນ​ດິນ​ງາມ​ບ່ອນ​ໜຶ່ງ​ເຊິ່ງ​ຢູ່​ໃກ້​ເມືອງ​ໂຊໂດມ. ຢູ່​ຫັ້ນ​ມີ​ທັງ​ນ້ຳ​ແລະ​ຫຍ້າ​ຢ່າງ​ອຸດົມ​ສົມບູນ. ໂລດ​ຈຶ່ງ​ເລືອກ​ບ່ອນ​ນັ້ນ​ແລະ​ພາ​ຄອບຄົວ​ໄປ​ຢູ່​ຫັ້ນ.

ມີ​ເມືອງ​ໜຶ່ງ​ຢູ່​ໃກ້​ເມືອງ​ໂຊໂດມ​ຊື່​ເມືອງ​ໂກໂມຣາ ຄົນ​ທັງ​ສອງ​ເມືອງ​ນີ້​ຊົ່ວ​ແທ້​ຊົ່ວ​ວ່າ. ເຂົາເຈົ້າ​ຊົ່ວ​ອີ່ຫຼີ ພະ​ເຢໂຫວາ​ຈຶ່ງ​ຕັດສິນ​ໃຈ​ຈະ​ທຳລາຍ​ເຂົາເຈົ້າ. ແຕ່​ເພິ່ນ​ຢາກ​ຊ່ວຍ​ໂລດ​ກັບ​ຄອບຄົວ ເພິ່ນ​ຈຶ່ງ​ໃຫ້​ທູດສະຫວັນ 2 ອົງ​ໄປ​ເຕືອນ​ເຂົາເຈົ້າ​ວ່າ: ‘ໄວໆ! ຟ້າວ​ອອກ​ຈາກ​ເມືອງ​ນີ້! ພະ​ເຢໂຫວາ​ຈະ​ທຳລາຍ​ເມືອງ​ນີ້​ແລ້ວ.’

ແຕ່​ໂລດ​ບໍ່​ໄດ້​ຟ້າວ​ອອກ​ໄປ​ທັນທີ. ລາວ​ຍັງ​ຊ້າ​ຢູ່. ທູດສະຫວັນ​ກໍ​ເລີຍ​ດຶງ​ແຂນ​ລາວ​ກັບ​ເມຍ​ແລະ​ລູກ​ສາວ​ສອງ​ຄົນ​ອອກ​ໄປ​ນອກ​ເມືອງ. ແລ້ວ​ບອກ​ເຂົາເຈົ້າ​ວ່າ: ‘ຂ້ຽວ​ໜີ​ໄປ​ເດີ້! ຢ່າ​ຫຼຽວ​ຄືນ​ຫຼັງ. ຖ້າ​ເຈົ້າ​ຫຼຽວ​ຄືນ​ຫຼັງ ເຈົ້າ​ຈະ​ຕາຍ!’

ໄຟ​ແລະ​ມາດ​ຕົກ​ລົງ​ມາ​ໃສ່​ເມືອງ​ໂຊໂດມ​ແລະ​ໂກໂມຣາ

ຕອນ​ທີ່​ເຂົາເຈົ້າ​ໜີ​ໄປ​ຮອດ​ເມືອງ​ໂຊອາ ພະ​ເຢໂຫວາ​ເຮັດ​ໃຫ້​ໄຟ​ແລະ​ມາດ​ຕົກ​ໃສ່​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ​ຄື​ກັບ​ຝົນ. ທັງ​ສອງ​ເມືອງ​ນີ້​ຖືກ​ທຳລາຍ​ຈົນ​ໝົດ​ກ້ຽງ. ເມຍ​ຂອງ​ໂລດ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ​ແລະ​ຫຼຽວ​ຄືນ​ຫຼັງ ລາວ​ຈຶ່ງ​ກາຍ​ເປັນ​ເສົາ​ເກືອ! ແຕ່​ໂລດ​ກັບ​ລູກ​ສາວ​ສອງ​ຄົນ​ລອດ​ຊີວິດ ຍ້ອນ​ເຂົາເຈົ້າ​ເຊື່ອຟັງ​ພະ​ເຢໂຫວາ. ເຂົາເຈົ້າ​ຄື​ຊິ​ເສຍໃຈ​ຫຼາຍ​ທີ່​ເມຍ​ຂອງ​ໂລດ​ບໍ່​ເຊື່ອຟັງ. ເລື່ອງ​ນີ້​ສອນ​ເຮົາ​ວ່າ​ເປັນ​ເລື່ອງ​ສຳຄັນ​ແທ້ໆ​ທີ່​ເຮົາ​ຈະ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ.

“ຈື່​ເລື່ອງ​ເມຍ​ຂອງ​ໂລດ​ໄວ້​ໃຫ້​ດີ.”—ລູກາ 17:32

ຄຳ​ຖາມ: ເປັນ​ຫຍັງ​ພະ​ເຢໂຫວາ​ທຳລາຍ​ເມືອງ​ໂຊໂດມ​ແລະ​ໂກໂມຣາ? ເປັນ​ຫຍັງ​ເມຍ​ຂອງ​ໂລດ​ຈຶ່ງ​ກາຍ​ເປັນ​ເສົາ​ເກືອ?

ປະຖົມມະການ 13:1-13; 19:1-26; ລູກາ 17:28, 29, 32; 2 ເປໂຕ 2:6-9

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌