ບົດທີ 46
ການທົດສອບເທິງພູກາເມນ
ອິດສະຣາເອນ 10 ຕະກູນມີກະສັດທີ່ບໍ່ດີຫຼາຍອົງປົກຄອງ ແຕ່ກະສັດທີ່ຊົ່ວທີ່ສຸດແມ່ນກະສັດອາຮາບ. ລາວແຕ່ງດອງກັບເຢເຊເບນຜູ້ຍິງຊົ່ວທີ່ນະມັດສະການພະບາອານ. ກະສັດອາຮາບກັບລາຊີນີເຢເຊເບນເຮັດໃຫ້ອິດສະຣາເອນເຕັມແຕ່ການນະມັດສະການພະບາອານ ແລະຂ້າຜູ້ພະຍາກອນຂອງພະເຢໂຫວາຫຼາຍຄົນ. ພະເຢໂຫວາຈະເຮັດແນວໃດກັບເລື່ອງນີ້? ເພິ່ນໄດ້ສົ່ງຜູ້ພະຍາກອນເອລີຢາໄປເວົ້າກັບກະສັດອາຮາບ.
ຜູ້ພະຍາກອນເອລີຢາບອກກະສັດອາຮາບວ່າຍ້ອນເຈົ້າເຮັດຊົ່ວ ຝົນຈະບໍ່ຕົກຢູ່ອິດສະຣາເອນເລີຍ. ປະຊາຊົນຈຶ່ງອຶດຢາກຍ້ອນຜົນລະປູກບໍ່ເກີດເປັນເວລາຫຼາຍກວ່າ 3 ປີ. ຕໍ່ມາ ພະເຢໂຫວາໃຫ້ເອລີຢາກັບໄປຫາກະສັດອາຮາບອີກ. ກະສັດເວົ້າວ່າ: ‘ເຈົ້າເປັນຄົນເຮັດໃຫ້ພວກເຮົາເດືອດຮ້ອນ! ທັງໝົດເປັນຄວາມຜິດຂອງເຈົ້າ.’ ເອລີຢາຕອບວ່າ: ‘ບໍ່ແມ່ນຂ້ອຍ. ແຕ່ແມ່ນເຈົ້າຫັ້ນແຫຼະ ຍ້ອນເຈົ້າໄປນະມັດສະການພະບາອານ. ພວກເຮົາມາທົດສອບນຳກັນເບິ່ງເບາະ. ໃຫ້ເຈົ້າເອີ້ນພວກອິດສະຣາເອນແລະພວກຜູ້ພະຍາກອນຂອງພະບາອານໄປລວມກັນຢູ່ເທິງພູກາເມນ.’
ປະຊາຊົນກໍພາກັນຂຶ້ນໄປເທິງພູ. ເອລີຢາເວົ້າກັບເຂົາເຈົ້າວ່າ: ‘ໃຫ້ພວກເຈົ້າຕັດສິນໃຈວ່າຈະນະມັດສະການໃຜ? ຖ້າພະເຢໂຫວາເປັນພະເຈົ້າທ່ຽງແທ້ກໍໃຫ້ນະມັດສະການເພິ່ນ ແຕ່ຖ້າພະບາອານເປັນພະເຈົ້າທ່ຽງແທ້ກໍໃຫ້ນະມັດສະການພະບາອານໂລດ. ຂ້ອຍຂໍທ້າແບບນີ້ ໃຫ້ຜູ້ພະຍາກອນຂອງພະບາອານ 450 ຄົນກຽມເຄື່ອງບູຊາແລະຮ້ອງຊື່ພະເຈົ້າຂອງເຂົາເຈົ້າ. ສ່ວນຂ້ອຍກໍຈະກຽມເຄື່ອງບູຊາແລະຮ້ອງຊື່ພະເຢໂຫວາ. ຖ້າພະເຈົ້າອົງໃດຕອບໂດຍໃຫ້ໄຟຕົກລົງມາຈາກຟ້າກໍແມ່ນອົງນັ້ນແຫຼະທີ່ເປັນພະເຈົ້າທ່ຽງແທ້.’ ປະຊາຊົນກໍເຫັນດີ.
ເມື່ອຜູ້ພະຍາກອນຂອງພະບາອານກຽມເຄື່ອງບູຊາແລ້ວໆ ເຂົາເຈົ້າກໍຮ້ອງຫາພະເຈົ້າຂອງເຂົາເຈົ້າໝົດມື້ວ່າ: “ພະບາອານເອີ້ຍ ຕອບພວກເຮົາແດ່!” ແຕ່ພະບາອານກໍບໍ່ໄດ້ຕອບຫຍັງເລີຍ. ເອລີຢາຈຶ່ງເວົ້າໃສ່ເຂົາເຈົ້າວ່າ: ‘ຮ້ອງຈົນສຸດສຽງໂລດ! ບໍ່ແມ່ນເພິ່ນກຳລັງນອນຫຼັບຢູ່ບໍ? ໃຫ້ຄົນໄປປຸກເພິ່ນແມ້.’ ຈົນຮອດຕອນແລງຜູ້ພະຍາກອນຂອງພະບາອານກໍຍັງຮ້ອງຢູ່ ແຕ່ກໍບໍ່ມີໃຜຕອບ.
ເອລີຢາເອົາເຄື່ອງບູຊາໄປວາງໄວ້ເທິງແທ່ນບູຊາແລະຖອກນ້ຳໃສ່ຈົນປຽກ ແລ້ວລາວກໍອະທິດຖານວ່າ: ‘ພະເຢໂຫວາເອີ້ຍ! ຂໍພະອົງເຮັດໃຫ້ປະຊາຊົນຮູ້ວ່າພະອົງເປັນພະເຈົ້າທ່ຽງແທ້.’ ທັນໃດນັ້ນ ພະເຢໂຫວາກໍໃຫ້ໄຟຕົກລົງຈາກຟ້າມາເຜົາເຄື່ອງບູຊາ. ປະຊາຊົນພາກັນຮ້ອງອອກມາວ່າ: “ພະເຢໂຫວາເປັນພະເຈົ້າທ່ຽງແທ້.” ເອລີຢາບອກເຂົາເຈົ້າວ່າ: ‘ຢ່າໃຫ້ພວກຜູ້ພະຍາກອນຂອງພະບາອານໜີໄປໄດ້!’ ໃນມື້ນັ້ນ ຜູ້ພະຍາກອນຂອງພະບາອານ 450 ຄົນຖືກຂ້າຕາຍທັງໝົດ.
ເມື່ອເຫັນຂີ້ເຝື້ອກ້ອນນ້ອຍໆກ້ອນໜຶ່ງລອຍຢູ່ເທິງທະເລ ເອລີຢາບອກອາຮາບວ່າ: ‘ພາຍຸກຳລັງຊິມາ ໃຫ້ກຽມລົດມ້າແລະຟ້າວເມືອວັງ.’ ແລ້ວຟ້າກໍເລີ່ມມືດ ມີລົມພັດບັກແຮງໆ ແລະຝົນກໍຕົກແຮງຫຼາຍ. ໃນທີ່ສຸດ ຄວາມແຫ້ງແລ້ງຢູ່ອິດສະຣາເອນກໍໝົດໄປ. ອາຮາບຂັບລົດມ້າໄວສຸດຄວາມສາມາດຂອງລາວ ແຕ່ເອລີຢາກໍຍັງແລ່ນໄວກວ່າລົດມ້າຂອງອາຮາບຍ້ອນພະເຢໂຫວາຊ່ວຍລາວ! ບັນຫາຂອງເອລີຢາຍັງບໍ່ໝົດແຕ່ສ່ຳນີ້. ໃຫ້ເຮົາມາເບິ່ງນຳກັນຕໍ່.
“ຂໍໃຫ້ທຸກຄົນຮູ້ວ່າພະອົງຜູ້ມີຊື່ວ່າເຢໂຫວາ ເປັນພະເຈົ້າສູງສຸດອົງດຽວທີ່ປົກຄອງທົ່ວໂລກ.”—ເພງສັນລະເສີນ 83:18