ບົດທີ 59
ໄວລຸ້ນ 4 ຄົນເຊື່ອຟັງພະເຢໂຫວາ
ເມື່ອເນບູກາດເນັດຊາພາພວກເຈົ້ານາຍຂອງຢູດາໄປບາບີໂລນ ລາວມອບໝາຍຂ້າລາຊະການຄົນໜຶ່ງຊື່ອັດຊະເປນັດໃຫ້ເບິ່ງແຍງເຂົາເຈົ້າ. ເນບູກາດເນັດຊາບອກອັດຊະເປນັດໃຫ້ເລືອກໄວລຸ້ນຜູ້ຊາຍທີ່ມີສຸຂະພາບແຂງແຮງທີ່ສຸດແລະສະຫຼາດທີ່ສຸດອອກມາ. ໄວລຸ້ນເຫຼົ່ານີ້ຈະໄດ້ຮັບການຝຶກ 3 ປີ ເພື່ອເຮັດວຽກທີ່ສຳຄັນໃຫ້ກະສັດບາບີໂລນ. ເຂົາເຈົ້າຕ້ອງຮຽນອ່ານ ຂຽນ ແລະເວົ້າພາສາຂອງບາບີໂລນ. ເຂົາເຈົ້າຕ້ອງກິນອາຫານແບບດຽວກັນກັບທີ່ກະສັດແລະຂ້າລາຊະການຂອງລາວກິນ. ອັດຊະເປນັດໄດ້ຕັ້ງຊື່ໃໝ່ເປັນພາສາບາບີໂລນໃຫ້ໄວລຸ້ນ 4 ຄົນ. ລາວປ່ຽນຊື່ດານີເອນເປັນເບນເຕຊັດຊາເຣ ຮານານີຢາເປັນຊາດຣາກ ມີຊາເອນເປັນເມຊາກ ແລະອາຊາຣີຢາເປັນອາເບດເນໂກ. ການຝຶກແບບນີ້ຈະເຮັດໃຫ້ເຂົາເຈົ້າເຊົານະມັດສະການພະເຢໂຫວາບໍ?
ໄວລຸ້ນຜູ້ຊາຍ 4 ຄົນນີ້ຕັ້ງໃຈຈະເຊື່ອຟັງພະເຢໂຫວາ. ເຂົາເຈົ້າຮູ້ວ່າເຂົາເຈົ້າບໍ່ຄວນກິນອາຫານຂອງກະສັດ ເພາະອາຫານບາງຢ່າງຖືວ່າບໍ່ສະອາດຕາມກົດໝາຍຂອງພະເຢໂຫວາ. ເຂົາເຈົ້າຈຶ່ງເວົ້າກັບອັດຊະເປນັດວ່າ: ‘ຂໍຢ່າໃຫ້ພວກເຮົາກິນອາຫານຂອງກະສັດເລີຍ.’ ອັດຊະເປນັດບອກເຂົາເຈົ້າວ່າ: ‘ຖ້າພວກເຈົ້າບໍ່ກິນແລະຖ້າກະສັດເຫັນພວກເຈົ້າຈ່ອຍກວ່າໄວລຸ້ນຄົນອື່ນໆ ລາວຊິຂ້າຂ້ອຍໄດ໋!’
ດານີເອນຄິດອອກຢ່າງໜຶ່ງ ລາວຈຶ່ງເວົ້າກັບຜູ້ທີ່ເບິ່ງແຍງລາວວ່າ: ‘ຂໍເອົາແຕ່ຜັກກັບນ້ຳມາໃຫ້ພວກເຮົາກິນຈັກ 10 ມື້ລອງເບິ່ງກ່ອນໄດ້ບໍ ແລ້ວໃຫ້ສົມທຽບພວກເຮົາກັບໄວລຸ້ນຄົນອື່ນໆທີ່ກິນອາຫານຂອງກະສັດ.’ ຜູ້ທີ່ເບິ່ງແຍງຍອມເຮັດຕາມທີ່ລາວຂໍ.
ເມື່ອຮອດ 10 ມື້ແລ້ວ ດານີເອນກັບໝູ່ 3 ຄົນພັດແຂງແຮງກວ່າໄວລຸ້ນຜູ້ຊາຍທຸກຄົນທີ່ກິນອາຫານຂອງກະສັດ. ພະເຢໂຫວາດີໃຈທີ່ເຂົາເຈົ້າເຊື່ອຟັງເພິ່ນ. ເພິ່ນຈຶ່ງໃຫ້ດານີເອນມີສະຕິປັນຍາເພື່ອຈະສາມາດເຂົ້າໃຈນິມິດແລະຄວາມຝັນຕ່າງໆໄດ້.
ເມື່ອຈົບການຝຶກແລ້ວ ອັດຊະເປນັດກໍພາໄວລຸ້ນຜູ້ຊາຍທຸກຄົນໄປຫາກະສັດເນບູກາດເນັດຊາ. ກະສັດເວົ້ານຳເຂົາເຈົ້າແລະເຫັນວ່າດານີເອນ ຮານານີຢາ ມີຊາເອນ ແລະອາຊາຣີຢາສະຫຼາດແລະໂດດເດັ່ນກວ່າໄວລຸ້ນຄົນອື່ນໆ. ລາວຈຶ່ງເລືອກເຂົາເຈົ້າທັງ 4 ຄົນໃຫ້ເຮັດວຽກຢູ່ໃນວັງຂອງລາວ. ກະສັດມັກຈະຂໍຄຳແນະນຳເລື່ອງທີ່ສຳຄັນຈາກເຂົາເຈົ້າຢູ່ເລື້ອຍໆ. ພະເຢໂຫວາໃຫ້ເຂົາເຈົ້າສະຫຼາດກວ່າພວກທີ່ປຶກສາແລະພວກໝໍຄາຖາອາຄົມທຸກຄົນຂອງກະສັດ.
ເຖິງແມ່ນວ່າເຂົາເຈົ້າຈະຢູ່ຕ່າງປະເທດ ແຕ່ດານີເອນ ຮານານີຢາ ມີຊາເອນ ແລະອາຊາຣີຢາກໍບໍ່ເຄີຍລືມວ່າເຂົາເຈົ້າເປັນຄົນຂອງພະເຢໂຫວາ. ຖ້າເຈົ້າບໍ່ໄດ້ຢູ່ກັບພໍ່ແມ່ ເຈົ້າຈະຄິດຮອດພະເຢໂຫວາສະເໝີຄືກັນບໍ?
“ຢ່າໃຫ້ຜູ້ໃດດູຖູກເຈົ້າຍ້ອນເຫັນວ່າເຈົ້າຍັງໜຸ່ມ. ແຕ່ໃຫ້ຄຳເວົ້າ ການປະພຶດ ຄວາມຮັກ ຄວາມເຊື່ອ ແລະຄວາມບໍລິສຸດຂອງເຈົ້າເປັນຕົວຢ່າງທີ່ດີໃຫ້ຄົນທີ່ສັດຊື່.”—1 ຕີໂມທຽວ 4:12