ບຸກຄົນທີ່ຄວນຮຽນແບບ—ຊາຍໜຸ່ມເຮັບເຣີສາມຄົນ
ຮານານີຢາ ມີຊາເອນ ແລະອາຊາຣີຢາຢືນຢູ່ເທິງທົ່ງພຽງດູຣາໃກ້ເມືອງບາບີໂລນ. ຜູ້ຄົນອ້ອມໂຕເຂົາເຈົ້າກົ້ມກາບຮູບປັ້ນຂະໜາດໃຫຍ່. ເຖິງວ່າຈະຖືກໝູ່ກົດດັນແລະຖືກກະສັດຂູ່ວ່າຈະລົງໂທດ ແຕ່ຊາຍໜຸ່ມສາມຄົນນີ້ກໍຍັງຢືນຢັດໝັ້ນຄົງ. ເຂົາເຈົ້າບອກກະສັດເນບູກາດເນັດຊາດ້ວຍຄວາມນັບຖືແຕ່ໜັກແໜ້ນວ່າ ເຂົາເຈົ້າຕັດສິນໃຈຈະຮັບໃຊ້ພະເຢໂຫວາແລະບໍ່ມີຫຍັງມາເຮັດໃຫ້ເຂົາເຈົ້າປ່ຽນໃຈໄດ້.—ດານີເອນ 1:6; 3:17, 18
ທັງສາມຄົນນີ້ເປັນໄວລຸ້ນຕອນທີ່ຖືກເນລະເທດໄປຢູ່ບາບີໂລນ. ເຖິງຈະອາຍຸຍັງນ້ອຍ ແຕ່ເຂົາເຈົ້າກໍສັດຊື່ໂດຍບໍ່ກິນອາຫານທີ່ຂັດກັບກົດໝາຍຂອງພະເຈົ້າ. ນີ້ໄດ້ຊ່ວຍກຽມເຂົາເຈົ້າໃຫ້ພ້ອມຮັບມືກັບບັນຫາທີ່ຍາກລຳບາກໃນເວລາຕໍ່ມາ. (ດານີເອນ 1:6-20) ຈາກປະສົບການ ເຂົາເຈົ້າຮູ້ວ່າການເຊື່ອຟັງພະເຢໂຫວາເປັນການກະທຳທີ່ສະຫຼາດ. ເຈົ້າເດຕັ້ງໃຈຈະຍຶດໝັ້ນກັບມາດຕະຖານຂອງພະເຈົ້າຄືກັນບໍເຖິງໝູ່ຈະກົດດັນ? ຖ້າເຈົ້າຮຽນຮູ້ທີ່ຈະເຊື່ອຟັງພະເຢໂຫວາໃນເລື່ອງເລັກໆນ້ອຍໆຕັ້ງແຕ່ຕອນທີ່ເປັນໄວລຸ້ນ ມັນກໍຈະຊ່ວຍເຈົ້າໃຫ້ກຽມພ້ອມຮັບມືກັບບັນຫາໃຫຍ່ໃນອະນາຄົດແລະເຈົ້າຈະຮັກສາຄວາມສັດຊື່ໄດ້.—ສຸພາສິດ 3:5, 6; ລູກາ 16:10