ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 71 ໜ້າ 168-ໜ້າ 169 ຂໍ້ 1
  • ພະ​ເຢໂຫວາ​ປົກປ້ອງ​ພະ​ເຢຊູ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢໂຫວາ​ປົກປ້ອງ​ພະ​ເຢຊູ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ຄົນພວກນຶ່ງອາໄສດາວນຳທາງ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ປົບ​ໜີ​ຜູ້​ກົດ​ຂີ່
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ພະ​ເຍຊູ​ແລະ​ພວກ​ໂໜ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ຄຳຖາມ​ຈາກ​ຜູ້ອ່ານ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 71 ໜ້າ 168-ໜ້າ 169 ຂໍ້ 1
ມາຣິອາ​ກັບ​ພະ​ເຢຊູ​ນັ່ງ​ເທິງ​ຫຼັງ​ລາ ແລະ​ໂຢເຊັບ​ຍ່າງ​ຢູ່​ທາງ​ຂ້າງ

ບົດ​ທີ 71

ພະ​ເຢໂຫວາ​ປົກປ້ອງ​ພະ​ເຢຊູ

ມີ​ຄົນ​ໃນ​ປະເທດ​ໜຶ່ງ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ອິດສະຣາເອນ​ເຊື່ອ​ວ່າ​ດວງ​ດາວ​ສາມາດ​ນຳ​ທາງ​ເຂົາເຈົ້າ​ໄດ້. ຄືນ​ມື້​ໜຶ່ງ ເມື່ອ​ຄົນ​ກຸ່ມ​ໜຶ່ງ​ຈາກ​ທາງ​ທິດ​ຕາເວັນ​ອອກ​ເຫັນ​ບາງ​ຢ່າງ​ທີ່​ຄ້າຍຄື​ກັບ​ດາວ​ສ່ອງ​ແສງ​ແຈ້ງ​ເຄື່ອນ​ທີ່​ຢູ່​ເທິງ​ຟ້າ ເຂົາເຈົ້າ​ຈຶ່ງ​ນຳ​ດາວ​ດວງ​ນັ້ນ​ໄປ. ແລ້ວ “ດາວ” ດວງ​ນັ້ນ​ກໍ​ພາ​ເຂົາເຈົ້າ​ໄປ​ເມືອງ​ເຢຣູຊາເລັມ. ເຂົາເຈົ້າ​ເລີ່ມ​ຖາມ​ຄົນ​ຢູ່​ຫັ້ນ​ວ່າ: ‘ເດັກນ້ອຍ​ທີ່​ຈະ​ເປັນ​ກະສັດ​ຂອງ​ຄົນ​ຢິວ​ຢູ່​ໃສ? ພວກ​ເຮົາ​ມາ​ສະແດງ​ຄວາມ​ນັບຖື​ລາວ.’

ເມື່ອ​ກະສັດ​ເຮໂຣດ​ທີ່​ປົກຄອງ​ເມືອງ​ເຢຣູຊາເລັມ​ໄດ້​ຍິນ​ເລື່ອງ​ກະສັດ​ອົງ​ໃໝ່ ລາວ​ກໍ​ຮູ້ສຶກ​ກັງວົນ​ຫຼາຍ. ລາວ​ຖາມ​ພວກ​ຫົວໜ້າ​ປະໂລຫິດ​ວ່າ: ‘ກະສັດ​ອົງ​ນີ້​ຈະ​ມາ​ເກີດ​ຢູ່​ໃສ.’ ເຂົາເຈົ້າ​ຕອບ​ວ່າ: ‘ພວກ​ຜູ້​ພະຍາກອນ​ບອກ​ໄວ້​ວ່າ​ລາວ​ຈະ​ມາ​ເກີດ​ຢູ່​ເມືອງ​ເບັດເລເຮັມ.’ ເຮໂຣດ​ຈຶ່ງ​ເອີ້ນ​ຄົນ​ທີ່​ມາ​ຈາກ​ທາງ​ທິດ​ຕາເວັນ​ອອກ​ໃຫ້​ມາ​ຫາ​ແລະ​ສັ່ງ​ເຂົາເຈົ້າ​ວ່າ: ‘ໃຫ້​ໄປ​ຊອກ​ຫາ​ເດັກນ້ອຍ​ຄົນ​ນັ້ນ​ຢູ່​ເມືອງ​ເບັດເລເຮັມ. ເມື່ອ​ເຫັນ​ແລ້ວ​ໃຫ້​ກັບ​ມາ​ບອກ ຂ້ອຍ​ກໍ​ຈະ​ໄປ​ສະແດງ​ຄວາມ​ນັບຖື​ລາວ​ຄື​ກັນ.’ ແຕ່​ເຮໂຣດ​ເວົ້າ​ຕົວະ.

“ດາວ” ດວງ​ນັ້ນ​ເລີ່ມ​ເຄື່ອນ​ທີ່​ອີກ​ເທື່ອ​ໜຶ່ງ. ມັນ​ພາ​ເຂົາເຈົ້າ​ໄປ​ເມືອງ​ເບັດເລເຮັມ​ແລະ​ຢຸດ​ຢູ່​ເຮືອນ​ຫຼັງ​ໜຶ່ງ. ເມື່ອ​ເຂົາເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຫຼັງ​ນັ້ນ ເຂົາເຈົ້າ​ກໍ​ເຈິ​ມາຣິອາ​ແລະ​ພະ​ເຢຊູ. ເຂົາເຈົ້າ​ໝູບ​ລົງ​ສະແດງ​ຄວາມ​ນັບຖື​ພະ​ເຢຊູ ແລ້ວ​ກໍ​ເອົາ​ຄຳ ກຳຍານ ແລະ​ມົດຍອບ​ໃຫ້​ລາວ​ເປັນ​ຂອງຂວັນ. ພະ​ເຢໂຫວາ​ໄດ້​ສົ່ງ​ຄົນ​ກຸ່ມ​ນີ້​ມາ​ຫາ​ພະ​ເຢຊູ​ບໍ? ບໍ່.

ໃນ​ຄືນ​ມື້​ນັ້ນ ພະ​ເຢໂຫວາ​ມາ​ບອກ​ໂຢເຊັບ​ທາງ​ຄວາມ​ຝັນ​ວ່າ: ‘ເຮໂຣດ​ຢາກ​ຂ້າ​ລູກ​ຂອງ​ເຈົ້າ. ໃຫ້​ເຈົ້າ​ພາ​ລູກ​ກັບ​ເມຍ​ໜີ​ໄປ​ເອຢິບ​ແລະ​ຢູ່​ຫັ້ນ​ຈົນ​ກວ່າ​ເຮົາ​ຈະ​ບອກ​ໃຫ້​ກັບ​ມາ.’ ແລ້ວ​ໂຢເຊັບ​ກໍ​ພາ​ລູກ​ກັບ​ເມຍ​ໜີ​ໄປ​ເອຢິບ​ທັນທີ.

ພະ​ເຢໂຫວາ​ບອກ​ຄົນ​ທີ່​ມາ​ຈາກ​ທາງ​ທິດ​ຕາເວັນ​ອອກ​ວ່າ​ບໍ່​ໃຫ້​ກັບ​ໄປ​ຫາ​ເຮໂຣດ. ເມື່ອ​ເຮໂຣດ​ຮູ້​ວ່າ​ເຂົາເຈົ້າ​ບໍ່​ກັບ​ມາ ລາວ​ກໍ​ໃຈ​ຮ້າຍ​ຫຼາຍ. ເຮໂຣດ​ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ພະ​ເຢຊູ​ຢູ່​ໃສ ລາວ​ກໍ​ເລີຍ​ສັ່ງ​ໃຫ້​ຂ້າ​ເດັກນ້ອຍ​ຜູ້​ຊາຍ​ທຸກ​ຄົນ​ໃນ​ເມືອງ​ເບັດເລເຮັມ​ທີ່​ອາຍຸ​ລຸ້ນ​ດຽວ​ກັບ​ພະ​ເຢຊູ. ແຕ່​ພະ​ເຢຊູ​ປອດໄພ ຍ້ອນ​ເພິ່ນ​ຢູ່​ໃນ​ເອຢິບ​ແລ້ວ.

ເມື່ອ​ເຮໂຣດ​ຕາຍ ພະ​ເຢໂຫວາ​ບອກ​ໂຢເຊັບ​ວ່າ: ‘ຕອນນີ້​ປອດໄພ​ແລ້ວ ໃຫ້​ເຈົ້າ​ພາ​ຄອບຄົວ​ກັບ​ມາ.’ ໂຢເຊັບ ມາຣິອາ ແລະ​ພະ​ເຢຊູ​ຈຶ່ງ​ກັບ​ໄປ​ອິດສະຣາເອນ​ແລະ​ໄປ​ຢູ່​ເມືອງ​ນາຊາເຣັດ.

“ຄຳເວົ້າ​ທີ່​ອອກ​ຈາກ​ປາກ​ຂອງ​ເຮົາ . . . ເຮົາ​ເວົ້າ​ໄວ້​ແນວ​ໃດ ມັນ​ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.”—ເອຊາຢາ 55:11

ຄຳ​ຖາມ: ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕົກ​ຢູ່​ໃນ​ອັນຕະລາຍ? ພະ​ເຢໂຫວາ​ໄດ້​ປົກປ້ອງ​ເພິ່ນ​ແນວ​ໃດ?

ມັດທາຍ 2:1-23; ມີກາ 5:2

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌