ບົດທີ 72
ພະເຢຊູຕອນຍັງນ້ອຍ
ໂຢເຊັບແລະມາຣິອາອາໄສຢູ່ເມືອງນາຊາເຣັດກັບພະເຢຊູແລະລູກຊາຍລູກສາວອີກຫຼາຍຄົນ. ໂຢເຊັບຫາລ້ຽງຄອບຄົວໂດຍເຮັດວຽກເປັນຊ່າງໄມ້. ລາວສອນເລື່ອງຂອງພະເຢໂຫວາແລະກົດໝາຍຂອງເພິ່ນໃຫ້ທຸກຄົນໃນຄອບຄົວ. ລາວພາຄອບຄົວໄປນະມັດສະການຢູ່ບ່ອນປະຊຸມຂອງຄົນຢິວເປັນປະຈຳແລະໄປສະຫຼອງປັດສະຄາຢູ່ເມືອງເຢຣູຊາເລັມທຸກປີ.
ຕອນທີ່ພະເຢຊູອາຍຸ 12 ປີ ຄອບຄົວຂອງເພິ່ນເດີນທາງໄກໄປສະຫຼອງເທດສະການປັດສະຄາຢູ່ເມືອງເຢຣູຊາເລັມຄືກັບທີ່ເຄີຍເຮັດຜ່ານມາ ແລະມີຄົນມາສະຫຼອງເທດສະການນີ້ຫຼາຍແທ້ຫຼາຍວ່າ. ຫຼັງຈາກເທດສະການແລ້ວໆ ໂຢເຊັບກັບມາຣິອາກໍເດີນທາງກັບເມືອພ້ອມກັບຄົນກຸ່ມໃຫຍ່ແລະເຂົາເຈົ້າຄິດວ່າພະເຢຊູກໍກັບມານຳ. ແຕ່ເມື່ອຊອກພະເຢຊູໃນກຸ່ມຍາດຕິພີ່ນ້ອງແລ້ວກໍບໍ່ເຫັນເພິ່ນ.
ເຂົາເຈົ້າຈຶ່ງກັບໄປເມືອງເຢຣູຊາເລັມແລະຊອກຫາລູກຊາຍ 3 ມື້. ໃນທີ່ສຸດເຂົາເຈົ້າກໍໄປວິຫານ ແລ້ວກໍເຫັນພະເຢຊູກຳລັງນັ່ງຟັງແລະຖາມພວກອາຈານຢູ່. ພວກອາຈານປະທັບໃຈພະເຢຊູຫຼາຍຈົນເລີ່ມຖາມຄຳຖາມເພິ່ນ ແລະເຂົາເຈົ້າກໍຮູ້ສຶກງຶດກັບຄຳຕອບຂອງເພິ່ນຫຼາຍ. ເຂົາເຈົ້າເຫັນວ່າພະເຢຊູເຂົ້າໃຈກົດໝາຍຂອງພະເຈົ້າດີແທ້ໆ.
ໂຢເຊັບກັບມາຣິອາຮູ້ສຶກກັງວົນຫຼາຍ. ມາຣິອາຖາມພະເຢຊູວ່າ: ‘ລູກເອີ້ຍ ພໍ່ກັບແມ່ຊອກຫາລູກທົ່ວທຸກບ່ອນ! ລູກໄປຢູ່ໃສມາ?’ ພະເຢຊູຕອບວ່າ: ‘ພໍ່ກັບແມ່ບໍ່ຮູ້ບໍວ່າລູກຈະຕ້ອງຢູ່ບ່ອນນີ້ ຢູ່ໃນເຮືອນພໍ່ຂອງລູກ.’
ພະເຢຊູກັບເມືອນາຊາເຣັດນຳພໍ່ແມ່. ຫຼັງຈາກນັ້ນ ໂຢເຊັບກໍສອນພະເຢຊູໃຫ້ເປັນຊ່າງໄມ້. ເຈົ້າຄິດວ່າເມື່ອພະເຢຊູໃຫຍ່ຂຶ້ນ ເພິ່ນຈະເປັນຄົນແບບໃດ? ເມື່ອໃຫຍ່ຂຶ້ນ ພະເຢຊູກໍສະຫຼາດຂຶ້ນເລື້ອຍໆ. ເພິ່ນໄດ້ຮັບຄວາມພໍໃຈຈາກພະເຈົ້າແລະຈາກຄົນທົ່ວໄປ.
“ພະເຈົ້າຂອງລູກເອີ້ຍ ລູກມີຄວາມສຸກຫຼາຍທີ່ໄດ້ເຮັດຕາມຄວາມຕ້ອງການຂອງພະອົງ ແລະກົດໝາຍຂອງພະອົງກໍຢູ່ໃນໃຈຂອງລູກສະເໝີ.”—ເພງສັນລະເສີນ 40:8