ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 103 ໜ້າ 238-ໜ້າ 239 ຂໍ້ 2
  • “ຂໍ​ໃຫ້​ພະອົງ​ເລີ່ມ​ປົກຄອງ​ພວກ​ເຮົາ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ຂໍ​ໃຫ້​ພະອົງ​ເລີ່ມ​ປົກຄອງ​ພວກ​ເຮົາ”
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ພະ​ປະສົງ​ຂອງ​ພະ​ຜູ້​ສ້າງ​ສຳລັບ​ແຜ່ນດິນ​ໂລກ​ຄື​ຫຍັງ?
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ພະເຈົ້າ​ຢາກ​ໃຫ້​ມະນຸດ​ມີ​ຊີວິດ​ແບບ​ໃດ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ຊີວິດຍາກລຳບາກເລີ່ມຕົ້ນ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ພະເຈົ້າ​ມີ​ຈຸດ​ປະສົງ​ແນວ​ໃດ​ຕໍ່​ແຜ່ນດິນ​ໂລກ?
    ຄຳພີໄບເບິນສອນແນວໃດແທ້ໆ?
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 103 ໜ້າ 238-ໜ້າ 239 ຂໍ້ 2
ທັງ​ຜູ້​ໃຫຍ່​ແລະ​ເດັກນ້ອຍ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຢູ່​ໃນ​ອຸທິຍານ

ບົດ​ທີ 103

“ຂໍ​ໃຫ້​ພະອົງ​ເລີ່ມ​ປົກຄອງ​ພວກ​ເຮົາ”

ພະ​ເຢໂຫວາ​ສັນຍາ​ວ່າ: ‘ສຽງ​ຮ້ອງໄຫ້​ເສຍໃຈ ຄວາມ​ເຈັບ​ປວດ ຄວາມ​ເຈັບ​ປ່ວຍ ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ. ເຮົາ​ຈະ​ເຊັດ​ນ້ຳ​ຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ເຂົາເຈົ້າ ແລະ​ຈະ​ບໍ່​ມີ​ໃຜ​ຈື່​ສິ່ງ​ທີ່​ບໍ່​ດີ​ທີ່​ຜ່ານ​ມາ​ອີກ​ເລີຍ.’

ຕອນ​ທຳອິດ ພະ​ເຢໂຫວາ​ໃຫ້​ອາດາມ​ກັບ​ເອວາ​ຢູ່​ໃນ​ສວນ​ເອເດັນ​ຢ່າງ​ປອດໄພ​ແລະ​ມີ​ຄວາມ​ສຸກ. ເຂົາເຈົ້າ​ຕ້ອງ​ນະມັດສະການ​ພະເຈົ້າ​ຜູ້​ເປັນ​ພໍ່​ໃນ​ສະຫວັນ​ແລະ​ມີ​ລູກ​ຫຼານ​ຈົນ​ເຕັມ​ໂລກ. ເຖິງ​ວ່າ​ອາດາມ​ກັບ​ເອວາ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ ແຕ່​ຄວາມ​ຕ້ອງການ​ຂອງ​ເພິ່ນ​ກໍ​ບໍ່​ເຄີຍ​ປ່ຽນ. ໃນ​ປຶ້ມ​ຫົວ​ນີ້​ເຮົາ​ໄດ້​ເຫັນ​ແລ້ວ​ວ່າ​ພະເຈົ້າ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ທັງໝົດ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້. ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ມີ​ສິ່ງ​ດີໆ​ຫຼາຍ​ຢ່າງ​ເກີດຂຶ້ນ​ໃນ​ໂລກ​ຄື​ກັບ​ທີ່​ເພິ່ນ​ສັນຍາ​ໄວ້​ກັບ​ອັບຣາຮາມ.

ຜູ້​ໃຫຍ່ ເດັກນ້ອຍ ແລະ​ສັດ​ປ່າ​ຢູ່​ນຳ​ກັນ​ໃນ​ອຸທິຍານ

ອີກ​ບໍ່​ດົນ​ຊາຕານ ພວກ​ປີສາດ ແລະ​ຄົນ​ຊົ່ວ​ຈະ​ບໍ່​ມີ​ອີກ​ແລ້ວ. ມະນຸດ​ທຸກ​ຄົນ​ໃນ​ໂລກ​ຈະ​ນະມັດສະການ​ພະ​ເຢໂຫວາ. ເຮົາ​ຈະ​ບໍ່​ເຈັບ​ບໍ່​ປ່ວຍ​ແລະ​ບໍ່​ຕາຍ. ເມື່ອ​ເຮົາ​ຕື່ນ​ນອນ​ມາ​ຕອນ​ເຊົ້າ ເຮົາ​ຈະ​ສົດ​ຊື່ນ ມີ​ເຫື່ອ​ມີ​ແຮງ ແລະ​ມີ​ຄວາມ​ສຸກ​ກັບ​ຊີວິດ. ໂລກ​ຈະ​ກາຍ​ເປັນ​ສວນ​ອຸທິຍານ. ທຸກ​ຄົນ​ຈະ​ໄດ້​ກິນ​ອາຫານ​ດີໆ ແລະ​ມີ​ບ້ານ​ທີ່​ປອດໄພ. ໃນ​ໂລກ​ຈະ​ມີ​ແຕ່​ຄົນ​ດີ​ມີ​ເມດຕາ ບໍ່​ມີ​ຄົນ​ຊົ່ວ ບໍ່​ມີ​ຄົນ​ຮຸນແຮງ ສັດ​ປ່າ​ຈະ​ບໍ່​ຢ້ານ​ເຮົາ ແລະ​ເຮົາ​ກໍ​ຈະ​ບໍ່​ຢ້ານ​ພວກ​ມັນ.

ພວກ​ເຮົາ​ຄື​ຊິ​ຕື່ນເຕັ້ນ​ຫຼາຍ​ແທ້ໆ​ຕອນ​ທີ່​ພະ​ເຢໂຫວາ​ເລີ່ມ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ. ເຮົາ​ຈະ​ໄດ້​ຕ້ອນຮັບ​ຄົນ​ໃນ​ສະໄໝ​ບູຮານ​ທີ່​ຕາຍ​ໄປ​ແລ້ວ ເຊັ່ນ: ອາເບັນ ໂນອາ ອັບຣາຮາມ ຊາຣາ ໂມເຊ ຣຸດ ເອັດສະເທີ ແລະ​ດາວິດ. ເຂົາເຈົ້າ​ຈະ​ຊ່ວຍ​ເຮົາ​ເຮັດ​ໃຫ້​ໂລກ​ກາຍ​ເປັນ​ສວນ​ອຸທິຍານ. ເຮົາ​ຈະ​ມີ​ວຽກ​ທີ່​ດີ​ແລະ​ບໍ່​ໜ້າ​ເບື່ອ​ໃຫ້​ເຮັດ​ຕະຫຼອດ.

ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ໄດ້​ຢູ່​ໃນ​ສວນ​ອຸທິຍານ. ຕອນ​ນັ້ນ ເຈົ້າ​ຈະ​ໄດ້​ຮຽນ​ຮູ້​ເລື່ອງ​ໃໝ່ໆ​ກ່ຽວກັບ​ເພິ່ນ​ອີກ​ຫຼາຍ​ຢ່າງ. ຂໍ​ໃຫ້​ເຮົາ​ເຂົ້າ​ມາ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ​ທັງ​ໃນ​ຕອນນີ້​ແລະ​ຕະຫຼອດ​ໄປ!

“ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ພະອົງ​ສົມຄວນ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ ຄວາມ​ນັບຖື ແລະ​ອຳນາດ​ຍ້ອນ​ພະອົງ​ໄດ້​ສ້າງ​ທຸກ​ສິ່ງ.”—ພະ​ນິມິດ 4:11

ຄຳ​ຖາມ: ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ປ່ຽນ​ໂລກ​ໃຫ້​ເປັນ​ແນວ​ໃດ? ຫຼັງ​ຈາກ​ອ່ານ​ເລື່ອງ​ຂອງ​ຫຼາຍ​ຄົນ​ໃນ​ປຶ້ມ​ນີ້ ເຈົ້າ​ຢາກ​ເຈິ​ໃຜ​ຫຼາຍ​ທີ່​ສຸດ​ໃນ​ສວນ​ອຸທິຍານ?

ພະ​ນິມິດ 21:3, 4; ໂຢບ 33:25; ສຸພາສິດ 2:21, 22; ເອຊາຢາ 11:2-10; 33:24; 65:21; ມັດທາຍ 6:9, 10; ໂຢຮັນ 5:28, 29; 17:3

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌