ບົດທີ 29
ຕາຍແລ້ວເປັນແນວໃດ?
ເມື່ອຄົນທີ່ເຈົ້າຮັກຕາຍຈາກໄປ ເຈົ້າຄືຊິເສຍໃຈແລະເຈັບປວດຫຼາຍ ແລະອາດຄິດວ່າ ‘ເມື່ອຄົນເຮົາຕາຍໄປແລ້ວຈະເປັນແນວໃດ? ເຮົາຈະມີວັນໄດ້ເຈິກັບຄົນທີ່ເຮົາຮັກທີ່ຕາຍໄປແລ້ວບໍ?’ ໃນບົດນີ້ແລະບົດຕໍ່ໄປ ເຮົາຈະໄດ້ຄຳຕອບທີ່ໃຫ້ກຳລັງໃຈຈາກຄຳພີໄບເບິນ.
1. ຕາຍແລ້ວເປັນແນວໃດ?
ພະເຢຊູປຽບທຽບຄວາມຕາຍວ່າເປັນຄືກັບການນອນຫຼັບສະໜິດ. ຄົນທີ່ຫຼັບສະໜິດຈະບໍ່ຮູ້ວ່າມີຫຍັງເກີດຂຶ້ນອ້ອມໂຕລາວ. ແລ້ວຄວາມຕາຍເປັນຄືກັບການນອນຫຼັບແນວໃດ? ຫຼັງຈາກທີ່ຄົນໜຶ່ງຕາຍ ລາວຈະບໍ່ຮູ້ສຶກເຈັບປວດອີກຕໍ່ໄປ ແລະເຖິງວ່າຕອນທີ່ລາວມີຊີວິດຢູ່ ລາວຈະຮັກຄອບຄົວແລະສະໜິດກັບໝູ່ຄູ່ຫຼາຍສ່ຳໃດ ແຕ່ເມື່ອລາວຕາຍ ລາວຈະບໍ່ສາມາດຄິດຮອດໃຜໄດ້ອີກແລ້ວ. ຄຳພີໄບເບິນບອກວ່າ “ຄົນຕາຍແລ້ວບໍ່ຮູ້ຫຍັງເລີຍ.”—ອ່ານປັນຍາຈານ 9:5
2. ເຮົາໄດ້ຮັບປະໂຫຍດຫຍັງເມື່ອຮູ້ຄວາມຈິງເລື່ອງຄວາມຕາຍ?
ຫຼາຍຄົນຢ້ານຄວາມຕາຍແລະກໍຢ້ານຄົນທີ່ຕາຍໄປແລ້ວນຳ! ແຕ່ເຈົ້າຈະບໍ່ຮູ້ສຶກຢ້ານຖ້າເຈົ້າຮູ້ວ່າຄຳພີໄບເບິນບອກຫຍັງກ່ຽວກັບຄວາມຕາຍ. ພະເຢຊູບອກວ່າ: “ຄວາມຈິງຈະເຮັດໃຫ້ພວກເຈົ້າເປັນອິດສະຫຼະ.” (ໂຢຮັນ 8:32) ບາງສາສະໜາສອນວ່າຫຼັງຈາກທີ່ຄົນເຮົາຕາຍຈະມີວິນຍານທີ່ຍັງຢູ່ຕໍ່ໄປ ແຕ່ຄຳພີໄບເບິນບໍ່ໄດ້ສອນແນວນັ້ນ. ຄົນທີ່ຕາຍໄປແລ້ວບໍ່ໄດ້ທຸກທໍລະມານອີກຕໍ່ໄປ. ເຂົາເຈົ້າບໍ່ຮູ້ຫຍັງເລີຍແລະເຮັດຫຍັງກໍບໍ່ໄດ້ອີກແລ້ວ. ດັ່ງນັ້ນ ເຂົາເຈົ້າຈຶ່ງທຳຮ້າຍເຮົາບໍ່ໄດ້ ແລະເຮົາກໍບໍ່ຕ້ອງໄປຂາບໄຫວ້ບູຊາຄົນຕາຍຫຼືເຮັດບຸນໃຫ້ເຂົາເຈົ້າ.
ບາງຄົນບອກວ່າເຂົາເຈົ້າສາມາດຕິດຕໍ່ລົມກັບຄົນຕາຍໄດ້. ແຕ່ທີ່ຈິງ “ຄົນຕາຍແລ້ວບໍ່ຮູ້ຫຍັງເລີຍ.” ດັ່ງນັ້ນ ຄົນທີ່ຄິດວ່າເຂົາເຈົ້າກຳລັງລົມກັບຄົນຕາຍ ແທ້ໆແລ້ວເຂົາເຈົ້າກໍກຳລັງລົມກັບພວກປີສາດທີ່ຮຽນແບບສຽງຂອງຄົນທີ່ຕາຍໄປແລ້ວ. ການທີ່ເຮົາຮູ້ເລື່ອງນີ້ຊ່ວຍປົກປ້ອງເຮົາຈາກພວກປີສາດ. ພະເຢໂຫວາເຕືອນເຮົາວ່າຢ່າພະຍາຍາມຕິດຕໍ່ກັບຄົນຕາຍເພາະເພິ່ນຮູ້ວ່ານັ້ນເປັນການຕິດຕໍ່ກັບພວກປີສາດ ແລະເຮົາກໍອາດຈະຖືກກໍ່ກວນຫຼືທຳຮ້າຍໄດ້.—ອ່ານພະບັນຍັດ 18:10-12
ຮຽນຮູ້ຫຼາຍຂຶ້ນ
ເບິ່ງວ່າຄຳພີໄບເບິນບອກຫຍັງອີກກ່ຽວກັບຄວາມຕາຍ ແລະເຮົາຈະໄດ້ຮຽນສິ່ງທີ່ເຮັດໃຫ້ໝັ້ນໃຈວ່າພະເຢໂຫວາເປັນພະເຈົ້າທີ່ຮັກເຮົາແລະບໍ່ທໍລະມານຄົນທີ່ຕາຍໄປແລ້ວ.
3. ເກີດຫຍັງຂຶ້ນເມື່ອຄົນເຮົາຕາຍ?
ຜູ້ຄົນທົ່ວໂລກມີຄວາມເຊື່ອທີ່ແຕກຕ່າງກັນກ່ຽວກັບຄວາມຕາຍ.ແຕ່ເປັນໄປບໍ່ໄດ້ທີ່ທຸກເລື່ອງທີ່ຜູ້ຄົນເຊື່ອຈະເປັນເລື່ອງຈິງ.
ຄົນທົ່ວໄປຄິດວ່າຕາຍແລ້ວເປັນແນວໃດ?
ເບິ່ງວ່າຄຳພີໄບເບິນສອນແນວໃດໃນເລື່ອງນີ້ ເປີດວິດີໂອ.
ອ່ານປັນຍາຈານ 3:20 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຕາມຂໍ້ຄຳພີນີ້ ເກີດຫຍັງຂຶ້ນເມື່ອຄົນເຮົາຕາຍ?
ຫຼັງຈາກຄົນເຮົາຕາຍຈະມີວິນຍານທີ່ຍັງຢູ່ຕໍ່ໄປບໍ?
ຄຳພີໄບເບິນບອກເຮົາກ່ຽວກັບການຕາຍຂອງລາຊະໂຣທີ່ເປັນໝູ່ສະໜິດຂອງພະເຢຊູ. ຕອນທີ່ອ່ານໂຢຮັນ 11:11-14 ໃຫ້ເບິ່ງວ່າພະເຢຊູບອກວ່າລາຊະໂຣເປັນແນວໃດຫຼັງຈາກທີ່ລາວຕາຍ. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢຊູປຽບທຽບວ່າຄວາມຕາຍເປັນຄືກັບຫຍັງ?
ການປຽບທຽບຂອງພະເຢຊູເຮັດໃຫ້ເຮົາຮູ້ວ່າຄົນທີ່ຕາຍແລ້ວເປັນແນວໃດ?
ເຈົ້າຮູ້ສຶກແນວໃດກັບສິ່ງທີ່ຄຳພີໄບເບິນບອກເລື່ອງຄວາມຕາຍ?
4. ການຮູ້ຄວາມຈິງເລື່ອງຄວາມຕາຍເປັນປະໂຫຍດກັບເຮົາ
ການຮູ້ຄວາມຈິງກ່ຽວກັບຄວາມຕາຍເຮັດໃຫ້ເຮົາບໍ່ຕ້ອງຢ້ານຄົນທີ່ຕາຍໄປແລ້ວ. ອ່ານປັນຍາຈານ 9:10 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຄົນທີ່ຕາຍໄປແລ້ວຈະມາທຳຮ້າຍເຮົາໄດ້ບໍ?
ການທີ່ເຮົາຮູ້ຄວາມຈິງກ່ຽວກັບຄວາມຕາຍເຮັດໃຫ້ເຮົາບໍ່ຕ້ອງເຮັດຕາມຄຳສອນຜິດໆຫຼາຍເລື່ອງ ເຊັ່ນ ການຂາບໄຫວ້ບູຊາຄົນຕາຍຫຼືເຮັດບຸນໃຫ້ເຂົາເຈົ້າ. ອ່ານເອຊາຢາ 8:19 ແລະພະນິມິດ 4:11 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຄິດວ່າພະເຢໂຫວາຈະຮູ້ສຶກແນວໃດຖ້າເຮົາຂາບໄຫວ້ບູຊາຄົນຕາຍຫຼືຂໍຄວາມຊ່ວຍເຫຼືອຈາກເຂົາເຈົ້າ?
ຄວາມຈິງເລື່ອງຄວາມຕາຍເຮັດໃຫ້ເຮົາຫຼຸດພົ້ນຈາກທຳນຽມແລະປະເພນີທີ່ພະເຢໂຫວາບໍ່ມັກ.
5. ການຮູ້ຄວາມຈິງເລື່ອງຄວາມຕາຍເຮັດໃຫ້ເຮົາສະບາຍໃຈ
ຫຼາຍຄົນເຊື່ອວ່າຄົນຕາຍຕ້ອງໄປໄຊ້ກຳ. ແຕ່ເຮົາສະບາຍໃຈທີ່ໄດ້ຮູ້ວ່າຄົນຕາຍບໍ່ຕ້ອງທຸກທໍລະມານຫຼືໄປຮັບໂທດເພາະເຄີຍເຮັດສິ່ງບໍ່ດີໄວ້. ອ່ານໂຣມ 6:7 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຄຳພີໄບເບິນບອກວ່າຄົນທີ່ຕາຍແລ້ວກໍພົ້ນໂທດຈາກບາບຂອງລາວ. ຖ້າເປັນແນວນັ້ນເຈົ້າຄິດວ່າ ຄົນຕາຍຕ້ອງໄປຮັບໂທດຫຼືຖືກທໍລະມານຍ້ອນຄວາມຜິດທີ່ລາວເຮັດບໍ?
ແຮ່ງເຮົາຮູ້ຈັກພະເຢໂຫວາ ເຮົາແຮ່ງຈະໝັ້ນໃຈວ່າເພິ່ນຈະບໍ່ມີວັນທໍລະມານຄົນທີ່ຕາຍ. ອ່ານພະບັນຍັດ 32:4 ແລະ 1 ໂຢຮັນ 4:8 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຕາມຂໍ້ຄຳພີທີ່ອ່ານໄປ ເຈົ້າຄິດວ່າພະເຈົ້າທີ່ດີເລີດຂະໜາດນີ້ຈະທໍລະມານຄົນຕາຍບໍ?
ເຈົ້າຮູ້ສຶກສະບາຍໃຈຫຼາຍຂຶ້ນບໍທີ່ໄດ້ຮູ້ຄວາມຈິງເລື່ອງຄວາມຕາຍ? ເປັນຫຍັງເຈົ້າຈຶ່ງຮູ້ສຶກແນວນັ້ນ?
ບາງຄົນເວົ້າວ່າ: “ຂ້ອຍຢ້ານວ່າ ຖ້າຄົນທີ່ຂ້ອຍຮັກຕາຍ ລາວຈະຕ້ອງໄປທົນທຸກທໍລະມານ.”
ເຈົ້າຈະໃຫ້ລາວເບິ່ງຂໍ້ຄຳພີໃດເພື່ອຊ່ວຍລາວໃຫ້ສະບາຍໃຈຂຶ້ນ?
ສະຫຼຸບ
ຄົນຕາຍບໍ່ຮູ້ຫຍັງເລີຍ. ເຂົາເຈົ້າບໍ່ທຸກທໍລະມານ ແລະເຂົາເຈົ້າກໍທຳຮ້າຍເຮົາບໍ່ໄດ້.
ຄຳຖາມທົບທວນ
ຕາຍແລ້ວເປັນແນວໃດ?
ການຮູ້ຄວາມຈິງເລື່ອງຄວາມຕາຍເປັນປະໂຫຍດກັບເຮົາແນວໃດ?
ເປັນຫຍັງການຮູ້ຄວາມຈິງເລື່ອງຄວາມຕາຍຈຶ່ງເຮັດໃຫ້ເຮົາສະບາຍໃຈ?
ເບິ່ງເພີ່ມເຕີມ
ຄຳວ່າ “ຈິດວິນຍານ” ຫຼື “ວິນຍານ” ທີ່ຢູ່ໃນຄຳພີໄບເບິນບາງສະບັບໝາຍເຖິງຫຍັງ.
ມາເບິ່ງວ່ານະລົກທີ່ເອົາໄວ້ທໍລະມານຄົນຊົ່ວມີແທ້ຫຼືບໍ່.
ເຮົາຕ້ອງຢ້ານຄົນຕາຍບໍ?
ຜູ້ຊາຍຄົນໜຶ່ງຮູ້ສຶກສະບາຍໃຈຂຶ້ນເມື່ອໄດ້ຮູ້ຄວາມຈິງວ່າຄົນຕາຍແລ້ວເປັນແນວໃດ.
“ຂ້ອຍປະທັບໃຈຄຳຕອບທີ່ຊັດເຈນແລະມີເຫດຜົນຈາກຄຳພີໄບເບິນ” (ຫໍສັງເກດການ 1 ກຸມພາ 2015)