ບົດທີ 48
ເລືອກຄົບໝູ່ຢ່າງສະຫຼາດ
ເຮົາມີຄວາມສຸກທີ່ໄດ້ມີໝູ່ສະໜິດ ເພາະບໍ່ວ່າເຮົາຈະສຸກຫຼືທຸກເຂົາເຈົ້າກໍຈະຄອຍຊ່ວຍເຫຼືອແລະຢູ່ຄຽງຂ້າງເຮົາສະເໝີ. ແຕ່ຄຳພີໄບເບິນກໍເຕືອນວ່າບໍ່ແມ່ນທຸກຄົນຈະເປັນໝູ່ທີ່ດີໄດ້. ແລ້ວເຈົ້າຈະເລືອກໝູ່ທີ່ດີໄດ້ແນວໃດ? ໃຫ້ເຮົາມາລົມກ່ຽວກັບເລື່ອງນີ້ນຳກັນ.
1. ໝູ່ທີ່ເຈົ້າເລືອກຄົບຈະມີຜົນແນວໃດກັບເຈົ້າ?
ຖ້າເຮົາໃຊ້ເວລາກັບໃຜຫຼາຍໆ ແມ່ນແຕ່ຄົນທີ່ເຮົາໃຊ້ເວລານຳທາງອິນເຕີເນັດ ເຮົາກໍຈະເລີ່ມຄິດແລະເຮັດສິ່ງຕ່າງໆຄືເຂົາເຈົ້າ. ຄືກັບທີ່ຄຳພີໄບເບິນບອກວ່າ “ຄົນທີ່ຄົບກັບຄົນສະຫຼາດຈະສະຫຼາດ ແຕ່ຄົນທີ່ຄົບກັບຄົນໂງ່ [ຄົນທີ່ບໍ່ຮັກພະເຢໂຫວາ] ຈະເດືອດຮ້ອນ.” (ສຸພາສິດ 13:20) ໝູ່ທີ່ຮັກແລະນະມັດສະການພະເຢໂຫວາຈະຊ່ວຍເຈົ້າໃຫ້ສະໜິດກັບເພິ່ນແລະສະໜັບສະໜູນເຈົ້າໃຫ້ເຮັດສິ່ງທີ່ດີ. ແຕ່ຖ້າເຈົ້າສະໜິດກັບຄົນທີ່ບໍ່ຮັກພະເຢໂຫວາ ເຂົາເຈົ້າກໍອາດເຮັດໃຫ້ເຈົ້າບໍ່ໄດ້ເປັນໝູ່ກັບເພິ່ນອີກຕໍ່ໄປ. ນີ້ເປັນເຫດຜົນທີ່ຄຳພີໄບເບິນບອກໃຫ້ເຮົາເລືອກໝູ່ຢ່າງສະຫຼາດ! ຖ້າເຮົາເລືອກເປັນໝູ່ກັບຄົນທີ່ຮັກພະເຢໂຫວາກໍຈະມີຜົນດີທັງຕໍ່ໂຕເຮົາແລະໝູ່ຂອງເຮົາ ເພາະເຮົາຈະ “ໃຫ້ກຳລັງໃຈກັນແລະເສີມສ້າງກັນໃຫ້ເຂັ້ມແຂງຢູ່ສະເໝີ.”—1 ເທຊະໂລນິກ 5:11
2. ການເລືອກໝູ່ຂອງເຈົ້າອາດເຮັດໃຫ້ພະເຢໂຫວາຮູ້ສຶກແນວໃດ?
ພະເຢໂຫວາເລືອກຢ່າງດີວ່າຈະເປັນໝູ່ກັບໃຜ. “ເພິ່ນເປັນໝູ່ສະໜິດກັບຄົນທີ່ເຮັດສິ່ງທີ່ຖືກຕ້ອງ.” (ສຸພາສິດ 3:32) ພະເຢໂຫວາຈະຮູ້ສຶກແນວໃດຖ້າເຮົາເລືອກເປັນໝູ່ກັບຄົນທີ່ບໍ່ໄດ້ຮັກເພິ່ນ? ເພິ່ນຄືຊິເສຍໃຈຫຼາຍແທ້ໆ. (ອ່ານຢາໂກໂບ 4:4) ຖ້າເຮົາພະຍາຍາມສະໜິດກັບພະເຢໂຫວາແລະສະໜິດກັບຄົນທີ່ຮັກເພິ່ນ ແລ້ວກໍເຊົາເປັນໝູ່ກັບຄົນທີ່ບໍ່ດີ ເຮົາກໍຈະເຮັດໃຫ້ພະເຢໂຫວາມີຄວາມສຸກແລະເພິ່ນກໍຈະເປັນໝູ່ກັບເຮົາ.—ເພງສັນລະເສີນ 15:1-4
ຮຽນຮູ້ຫຼາຍຂຶ້ນ
ເປັນຫຍັງການເລືອກໝູ່ຈຶ່ງເປັນເລື່ອງສຳຄັນຫຼາຍ ການເປັນໝູ່ທີ່ດີຈະເຮັດໃຫ້ເຮົາມີຊີວິດທີ່ມີຄວາມສຸກ ແຕ່ເຮົາເອງຈະເປັນໝູ່ທີ່ດີໄດ້ແນວໃດ.
3. ລະວັງການຄົບໝູ່ທີ່ບໍ່ດີ
ຖ້າເຮົາໃຊ້ເວລາຫຼາຍເກີນໄປກັບຄົນທີ່ບໍ່ໄດ້ຮັກພະເຈົ້າແລະມາດຕະຖານຂອງເພິ່ນ ເຮົາກໍກຳລັງຄົບກັບໝູ່ທີ່ບໍ່ດີ. ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຮົາອາດເລີ່ມຄົບໝູ່ທີ່ບໍ່ດີໂດຍບໍ່ຮູ້ໂຕໄດ້ແນວໃດ?
ອ່ານ 1 ໂກຣິນໂທ 15:33 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຄິດວ່າຄົນແບບໃດອາດເປັນໝູ່ທີ່ບໍ່ດີສຳລັບເຈົ້າ? ຍ້ອນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ອ່ານເພງສັນລະເສີນ 119:63 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຈາກຂໍ້ຄຳພີນີ້ ໝູ່ທີ່ດີຕ້ອງເປັນຄົນແບບໃດ?
ໝາກແອັບເປິ້ນເນົ່າພຽງໜ່ວຍດຽວອາດເຮັດໃຫ້ໝາກແອັບເປິ້ນໜ່ວຍອື່ນເນົ່າເສຍໄປນຳ. ການຄົບໝູ່ທີ່ບໍ່ດີອາດມີຜົນກັບເຈົ້າແນວໃດ?
4. ຄົນທີ່ແຕກຕ່າງຈາກເຮົາກໍເປັນໝູ່ທີ່ດີຂອງເຮົາໄດ້
ຄຳພີໄບເບິນເວົ້າເຖິງຄົນອິດສະຣາເອນສອງຄົນທີ່ຊື່ດາວິດແລະໂຢນາທານ. ເຂົາເຈົ້າແຕກຕ່າງກັນຫຼາຍ ໂຢນາທານອາຍຸຫຼາຍກວ່າດາວິດແຖມຍັງເປັນລູກຊາຍຂອງກະສັດນຳ ແຕ່ເຂົາເຈົ້າກໍເປັນໝູ່ທີ່ສະໜິດກັນຫຼາຍ. ອ່ານ 1 ຊາມູເອນ 18:1 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຄົນທີ່ຈະເປັນໝູ່ກັບເຮົາຕ້ອງມີອາຍຸເທົ່າກັນຫຼືຕ້ອງມີຫຍັງຄືກັນກັບເຮົາບໍ? ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ອ່ານໂຣມ 1:11, 12 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ໝູ່ທີ່ຮັກພະເຢໂຫວາຈະເຮັດຫຍັງໄດ້ແດ່ເພື່ອໃຫ້ກຳລັງໃຈກັນ?
ໃນວິດີໂອ ໄວລຸ້ນຄົນໜຶ່ງໄດ້ໝູ່ແບບບໍ່ຄາດຄິດໄດ້ແນວໃດ? ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຈາກວິດີໂອ ເປັນຫຍັງພໍ່ແມ່ຈຶ່ງເປັນຫ່ວງອາຄິວເລື່ອງການຄົບໝູ່ຢູ່ໂຮງຮຽນ?
ເປັນຫຍັງຕອນທຳອິດລາວຈຶ່ງຮູ້ສຶກວ່າໝູ່ຢູ່ໂຮງຮຽນໜ້າຄົບຫາ?
ແລ້ວລາວເຮັດແນວໃດຈຶ່ງມີໝູ່ທີ່ດີ?
5. ເຮັດແນວໃດຈຶ່ງຈະເປັນໝູ່ທີ່ດີຕໍ່ກັນ?
ເຈົ້າຈະມີໝູ່ແທ້ໄດ້ແນວໃດ ແລ້ວໂຕເຈົ້າເອງຕ້ອງເຮັດແນວໃດແດ່ເພື່ອຈະເປັນໝູ່ທີ່ດີ. ເປີດວິດີໂອ.
ອ່ານສຸພາສິດ 18:24 ແລະ 27:17 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ໝູ່ແທ້ຈະຊ່ວຍກັນແນວໃດແດ່?
ແລ້ວເຈົ້າເດ ເຈົ້າມີໝູ່ແທ້ບໍ? ຖ້າຍັງບໍ່ມີ ເຈົ້າຄິດວ່າເຈົ້າຕ້ອງເຮັດແນວໃດຈຶ່ງຈະມີໝູ່ແບບນັ້ນ?
ອ່ານຟີລິບປອຍ 2:4 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເພື່ອຈະມີໝູ່ທີ່ດີ ເຈົ້າກໍຕ້ອງເປັນໝູ່ທີ່ດີຄືກັນ. ແລ້ວເຈົ້າຈະເປັນໝູ່ທີ່ດີໄດ້ແນວໃດ?
ເພື່ອຈະມີໝູ່ທີ່ດີເຈົ້າກໍຕ້ອງເປັນໝູ່ທີ່ດີນຳ
ບາງຄົນເວົ້າວ່າ: “ບໍ່ຕ້ອງສົນໃຈດອກວ່າໝູ່ຈະນັບຖືສາສະໜາຫຍັງພຽງແຕ່ເຂົາເຈົ້າເຮັດດີກັບເຮົາ ເຮົາກໍເປັນໝູ່ສະໜິດກັນໄດ້.”
ເຈົ້າຄິດແນວໃດ?
ສະຫຼຸບ
ຖ້າເຮົາເລືອກໝູ່ຢ່າງສະຫຼາດຈະມີຜົນດີກັບເຮົາ ແລະເຮົາຈະເຮັດໃຫ້ພະເຢໂຫວາມີຄວາມສຸກ.
ຄຳຖາມທົບທວນ
ເປັນຫຍັງການເລືອກໝູ່ຂອງເຮົາຈຶ່ງສຳຄັນກັບພະເຢໂຫວາ?
ຄົນແບບໃດທີ່ເຮົາບໍ່ຄວນເລືອກຄົບເປັນໝູ່?
ຖ້າເຈົ້າມີໝູ່ທີ່ດີຢູ່ແລ້ວ ເຈົ້າຕ້ອງເຮັດແນວໃດຈຶ່ງຈະສະໜິດກັນຫຼາຍຂຶ້ນ?
ເບິ່ງເພີ່ມເຕີມ
ໝູ່ແທ້ຈະຊ່ວຍເຮົາໄດ້ແນວໃດໃນເວລາທີ່ຍາກລຳບາກ.
“ໃຫ້ສະໜິດກັນຫຼາຍຂຶ້ນກ່ອນທີ່ຈຸດຈົບຈະມາເຖິງ” (ຫໍສັງເກດການ ເດືອນພະຈິກ ປີ 2019)
ເຈົ້າຕ້ອງເຮັດຫຍັງແດ່ເພື່ອຈະຫາໝູ່ທີ່ດີແລະເປັນໝູ່ທີ່ດີຕໍ່ກັນ.
ເຈົ້າຄວນຮູ້ຫຍັງແດ່ກ່ຽວກັບການຫາໝູ່ທາງອິນເຕີເນັດ?
ອ່ານເລື່ອງ “ຂ້ອຍຢາກມີພໍ່ຫຼາຍແທ້ໆ” ເພື່ອເບິ່ງວ່າການເລືອກໝູ່ທີ່ດີເຮັດໃຫ້ຊີວິດຂອງຜູ້ຊາຍຄົນໜຶ່ງປ່ຽນໄປແນວໃດ.