ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂຊຄ ໜ້າ 3
  • ຄຳນຳ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳນຳ
  • ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂຊຄ ໜ້າ 3

ຄຳນຳ

ປຶ້ມ​ຂໍ້​ຄຳພີ​ສຳລັບ​ການ​ໃຊ້​ຊີວິດ​ຂອງ​ຄລິດສະຕຽນ ຈະ​ຊ່ວຍ​ໃຫ້​ເຈົ້າ​ພົບ​ຂໍ້​ຄຳພີ​ແລະ​ເລື່ອງ​ລາວ​ທີ່​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຈັດການ​ກັບ​ບັນຫາ​ທີ່​ເຈົ້າ​ເຈິ​ໄດ້​ຢ່າງ​ງ່າຍ​ດາຍ. ນອກ​ຈາກ​ນີ້​ຍັງ​ຈະ​ຊ່ວຍ​ເຈົ້າ​ໃນ​ການ​ຊອກ​ຫາ​ຂໍ້​ຄຳພີ​ທີ່​ຖືກຕ້ອງ​ເພື່ອ​ໃຫ້​ກຳລັງ​ໃຈ​ຜູ້​ອື່ນ​ແລະ​ຊ່ວຍ​ເຂົາເຈົ້າ​ໃນ​ການ​ຕັດສິນ​ໃຈ​ໃນ​ແບບ​ທີ່​ໃຫ້​ກຽດ​ພະ​ເຢໂຫວາ. ເລືອກ​ຫົວຂໍ້​ທີ່​ເຈົ້າ​ສົນໃຈ. ແຕ່​ລະ​ຫົວຂໍ້​ມີ​ຄຳ​ຖາມ​ທີ່​ເປັນ​ປະໂຫຍດ​ແລະ​ຄຳ​ອະທິບາຍ​ສັ້ນ​ໆ​ກ່ຽວກັບ​ເລື່ອງ​ລາວ​ໃນ​ຄຳພີ​ໄບເບິນ. (ເບິ່ງ ຂອບ “ວິທີ​ໃຊ້​ປຶ້ມ​ນີ້.”) ບໍ່​ດົນ​ເຈົ້າ​ຈະ​ພົບ​ຂໍ້​ຄຳພີ​ທີ່​ຈະ​ໃຫ້​ຄຳ​ແນະນຳ​ແລະ​ກຳລັງ​ໃຈ​ທີ່​ເຈົ້າ​ຕ້ອງການ. ແລະ​ເຈົ້າ​ຍັງ​ຈະ​ພົບ​ຫຼັກການ​ທີ່​ເປັນ​ປະໂຫຍດ​ຈາກ​ຄຳພີ​ໄບເບິນ​ທີ່​ເຈົ້າ​ສາມາດ​ໃຊ້​ເພື່ອ​ຊ່ວຍ​ເຫຼືອ​ແລະ​ໃຫ້​ກຳລັງ​ໃຈ​ຜູ້​ອື່ນ​ໄດ້.

ວິທີ​ໃຊ້​ປຶ້ມ​ນີ້

ຖ້າ​ຕ້ອງການ​ຊອກ​ຫາ​ຫົວຂໍ້​ໃດ​ໜຶ່ງ ເຈົ້າ​ສາມາດ​ໃຊ້​ປ່ອງ​ຄົ້ນ​ຫາ ຫຼື​ເຈົ້າ​ສາມາດ​ຊອກ​ເບິ່ງ​ຕາມ​ໝວດ​ໝູ່​ຕ່າງ​ໆ​ກໍ​ໄດ້. ປຶ້ມ​ຂໍ້​ຄຳພີ​ສຳລັບ​ການ​ໃຊ້​ຊີວິດ​ຂອງ​ຄລິດສະຕຽນ ແບ່ງ​ອອກ​ເປັນ 7 ໝວດ​ໝູ່​ຄື: ການ​ຍອມ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້​ນຳ ການ​ປະພຶດ ຂໍ້ທ້າທາຍ ຄຸນລັກສະນະ ຄອບຄົວ ຊີວິດ​ປົກກະຕິ ແລະ​ປະຊາຄົມ. ເຈົ້າ​ອາດຈະ​ພົບ​ຫົວຂໍ້​ທີ່​ເຈົ້າ​ກຳລັງ​ຊອກ​ຫາ​ຢູ່​ໃນ​ໝວດ​ໝູ່​ໃດ​ໜຶ່ງ. ເຈົ້າ​ຈະ​ພົບ​ໝວດ​ໝູ່​ແລະ​ຫົວ​ຂໍ້​ຢູ່​ໃນ​ໜ້າ​ຕໍ່​ໄປ​ນີ້. ແນວ​ໃດ​ກໍ​ຕາມ ຖ້າ​ເຈົ້າ​ບໍ່​ແນ່​ໃຈ​ວ່າ​ໝວດ​ໝູ່​ໃດ​ຈະ​ມີ​ຫົວຂໍ້​ທີ່​ເຈົ້າ​ສົນໃຈ ໃຫ້​ເລືອກ​ທັງໝົດ​ເພື່ອ​ເລືອກ​ຈາກ​ຫົວຂໍ້​ທັງໝົດ​ໃນ​ປຶ້ມ​ນີ້. ໃນ​ແຕ່​ລະ​ຫົວຂໍ້ ເຈົ້າ​ຈະ​ເຫັນ​ຫົວ​ເລື່ອງ​ທີ່​ເປັນ​ໂຕ​ໜັງສື​ເຂັ້ມ​ຈຳນວນ​ໜຶ່ງ. ບາງ​ຫົວ​ເລື່ອງ​ເປັນ​ຄຳ​ຖາມ. ໃນ​ຂະນະ​ທີ່​ເຈົ້າ​ອ່ານ​ຂໍ້​ຄຳພີ​ທີ່​ເປັນ​ໂຕ​ໜາ​ຢູ່​ກ້ອງ​ຫົວ​ເລື່ອງ ໃຫ້​ຫາ​ເຫດຜົນ​ແລະ​ຄິດ​ຕຶກຕອງ​ວ່າ​ຂໍ້​ຄຳພີ​ເຫຼົ່າ​ນັ້ນ​ສະໜັບສະໜູນ​ຄຳເວົ້າ​ຫຼື​ຕອບ​ຄຳ​ຖາມ​ແນວ​ໃດ. ບາງ​ຫົວຂໍ້​ຈະ​ຖືກ​ແບ່ງ​ອອກ​ເປັນ​ສ່ວນ​ຕ່າງ​ໆ​ເພື່ອ​ຊ່ວຍ​ໃຫ້​ເຈົ້າ​ຊອກ​ຫາ​ຂໍ້ມູນ​ທີ່​ເຈົ້າ​ຕ້ອງການ​ໄດ້​ໄວ​ຂຶ້ນ. ບາງ​ຄັ້ງ​ກໍ​ມີ​ຂໍ້​ຄຳພີ​ເພີ່ມເຕີມ​ແລະ​ແນະນຳ​ດ້ວຍ​ຄຳ​ວ່າ “ເບິ່ງ . . . ນຳ”. ຂໍ້​ຄຳພີ​ເຫຼົ່າ​ນີ້​ມີ​ຄວາມ​ຄິດ​ທີ່​ກ່ຽວ​ຂ້ອງ​ກັບ​ຫົວຂໍ້. ຫຼາຍ​ເທື່ອ ເຈົ້າ​ຍັງ​ຈະ​ເຫັນ​ລາຍການ “ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້”. ຫຼັງ​ຈາກ​ຂໍ້​ຄຳພີ​ຈະ​ມີ​ປະໂຫຍກ​ທີ່​ອະທິບາຍ​ຈຸດ​ສຳຄັນ​ຂອງ​ຂໍ້​ຄຳພີ​ເຫຼົ່າ​ນັ້ນ​ແບບ​ສັ້ນ​ໆ. ປະໂຫຍກ​ນັ້ນ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮູ້​ວ່າ​ຄວນ​ຈະ​ຄິດ​ກ່ຽວກັບ​ຫຍັງ​ໃນ​ເວລາ​ທີ່​ເຈົ້າ​ອ່ານ​ຂໍ້​ຄຳພີ​ເຫຼົ່າ​ນັ້ນ.

ແນ່ນອນ ສຳລັບ​ເລື່ອງ​ໃດ​ກໍ​ຕາມ​ມີ​ຂໍ້​ຄຳພີ​ຫຼາຍ​ກວ່າ​ທີ່​ບອກ​ໄວ້​ໃນ​ປຶ້ມ​ນີ້. ປຶ້ມ​ນີ້​ໄດ້​ຮັບ​ການ​ອອກ​ແບບ​ມາ​ເພື່ອ​ຊ່ວຍ​ໃຫ້​ເຈົ້າ​ພົບ​ຂໍ້​ຄຳພີ​ທີ່​ມີ​ປະໂຫຍດ​ຫຼາຍ​ທີ່​ສຸດ ແລະ​ຫຼັງ​ຈາກນັ້ນ​ເຈົ້າ​ສາມາດ​ນຳ​ໃຊ້​ເຄື່ອງມື​ອື່ນ​ໆ​ເພື່ອ​ຮຽນ​ຮູ້​ເພີ່ມເຕີມ​ໄດ້​ຖ້າ​ຈຳເປັນ. (ສພສ 2:1-6) ຖ້າ​ຕ້ອງການ​ຮຽນ​ຮູ້​ຫຼາຍ​ຂຶ້ນ ໃຫ້​ໃຊ້​ຂໍ້​ອ້າງ​ໂຍງ​ແລະ​ຂໍ້ມູນ​ສຳລັບ​ສຶກສາ​ໃນ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ໃນ​ພາສາ​ທີ່​ເຈົ້າ​ເຂົ້າໃຈ. ຖ້າ​ຕ້ອງການ​ຮຽນ​ຮູ້​ເພີ່ມເຕີມ​ກ່ຽວກັບ​ຂໍ້​ຄຳພີ​ບາງ​ຂໍ້ ໃຫ້​ເບິ່ງ​ໃນ​ສ່ວນ “ອະທິບາຍ​ຂໍ້​ຄຳພີ” ຂອງ​ຄູ່​ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ ຫຼື​ໃນ​ດັດຊະນີ​ສັບພະ​ໜັງສື​ຂອງ​ວັອດສ໌ທາວເວີ້ (ພາສາ​ອັງກິດ). ເຄື່ອງມື​ເຫຼົ່າ​ນັ້ນ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ວ່າ​ເຮົາ​ໄດ້​ຈັດພິມ​ຫຍັງໄປ​ແດ່​ແລ້ວ​ທີ່​ອະທິບາຍ​ກ່ຽວກັບ​ຂໍ້​ຄຳພີ​ນັ້ນ. ແຫຼ່ງ​ອ້າງອີງ​ຫຼ້າ​ສຸດ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ຄວາມ​ເຂົ້າໃຈ​ໃນ​ປັດຈຸບັນ​ຂອງ​ເຮົາ​ກ່ຽວກັບ​ຂໍ້​ຄຳພີ​ນັ້ນ.

ຂໍ​ໃຫ້​ປຶ້ມ​ຂໍ້​ຄຳພີ​ສຳລັບ​ການ​ໃຊ້​ຊີວິດ​ຂອງ​ຄລິດສະຕຽນ ຊ່ວຍ​ໃຫ້​ເຈົ້າ​ຄົ້ນພົບ​ສະຕິ​ປັນຍາ ຄວາມ​ຮູ້ ແລະ​ຄວາມ​ເຂົ້າໃຈ​ທີ່​ມີ​ຢູ່​ໃນ​ຄຳພີ​ໄບເບິນ. ເມື່ອ​ເຈົ້າ​ໃຊ້​ປຶ້ມ​ນີ້ ເຈົ້າ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ “ຖ້ອຍຄຳ​ຂອງ​ພະເຈົ້າ​ມີ​ຊີວິດ ມີ​ພະລັງ​ຫຼາຍ.”—ຮຣ 4:12

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌