ການປົກຄອງ
ຄລິດສະຕຽນສັດຊື່ພັກດີແລະເຊື່ອຟັງຕໍ່ການປົກຄອງໃດ?
ເບິ່ງ ດນອ 7:13, 14 ນຳ
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ພສ 89:18-29—ພະເຢໂຫວາແຕ່ງຕັ້ງໃຫ້ເມຊີອາເປັນກະສັດປົກຄອງທົ່ວໂລກ
ພນມ 12:7-12—ໃນຕອນຕົ້ນຂອງສະໄໝສຸດທ້າຍ ພະເຢຊູຄລິດເລີ່ມປົກຄອງໃນຖານະກະສັດແຫ່ງການປົກຄອງຂອງພະເຈົ້າແລະເພິ່ນໄດ້ຂັບໄລ່ຊາຕານອອກຈາກສະຫວັນ
ຄລິດສະຕຽນຜູ້ທີ່ຖືກເລືອກໃຫ້ໄປສະຫວັນທີ່ຍັງມີຊີວິດຢູ່ເທິງໂລກ ເປັນໂຕແທນຂອງການປົກຄອງຂອງພະເຈົ້າແນວໃດ
ຄລິດສະຕຽນເຄົາລົບນັບຖືຜູ້ມີອຳນາດ
ເປັນຫຍັງເຮົາຈຶ່ງເຮັດຕາມກົດໝາຍຂອງການປົກຄອງໃນປະເທດທີ່ເຮົາອາໄສຢູ່ແລະເສຍພາສີ?
ຣມ 13:1-7; ຕຕ 3:1; 1ປຕ 2:13, 14
ເບິ່ງ ກຈກ 25:8 ນຳ
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ມທ 22:15-22—ພະເຢຊູຕອບຄຳຖາມຢ່າງສະຫຼາດວ່າລູກສິດຂອງເພິ່ນຄວນເສຍພາສີຫຼືບໍ່
ເປັນຫຍັງເຮົາຈຶ່ງບໍ່ຕອບໂຕ້ເຖິງແມ່ນວ່າເຮົາຖືກຂົ່ມເຫງ?
ເບິ່ງ “ຂົ່ມເຫງ” ນຳ
ຄລິດສະຕຽນຮັກສາຄວາມເປັນກາງ
ເຖິງແມ່ນວ່າເຮົານັບຖືຜູ້ມີອຳນາດປົກຄອງທີ່ເປັນມະນຸດ ແຕ່ຖ້າເຂົາເຈົ້າບອກເຮົາວ່າເຮົາຕ້ອງບໍ່ເຊື່ອຟັງພະເຢໂຫວາ ເປັນຫຍັງເຮົາຈຶ່ງບໍ່ຍອມເຮັດແບບນັ້ນ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ດນອ 3:1, 4-18—ຊາຍໜຸ່ມເຮັບເຣີ 3 ຄົນບໍ່ຍອມເຊື່ອຟັງກົດໝາຍຂອງບາບີໂລນເພາະມັນລະເມີດກົດໝາຍຂອງພະເຈົ້າ
ດນອ 6:6-10—ເມື່ອການປົກຄອງສັ່ງຫ້າມບໍ່ໃຫ້ປະຊາຊົນອະທິດຖານເຖິງພະເຈົ້າອົງໃດກໍຕາມນອກຈາກອະທິດຖານເຖິງກະສັດເທົ່ານັ້ນ ດານີເອນກໍບໍ່ເຊື່ອຟັງ
ພະເຢຊູສະແດງໃຫ້ເຫັນແນວໃດວ່າຄລິດສະຕຽນຄວນຮັກສາຄວາມເປັນກາງ?
ກົດໝາຍຂອງພະເຈົ້າທີ່ຫ້າມບໍ່ໃຫ້ຂາບໄຫວ້ຮູບບູຊາອາດຊ່ວຍໃຫ້ຄລິດສະຕຽນຄິດໄດ້ແນວໃດວ່າເປັນຫຍັງລາວຈຶ່ງບໍ່ຄວນເຂົ້າຂ້າງຝ່າຍໃດຝ່າຍໜຶ່ງໃນການເມືອງ?
ຖ້າການປົກຄອງສັ່ງໃຫ້ຄລິດສະຕຽນສະໜັບສະໜູນຫຼືຕໍ່ສູ້ໃນສົງຄາມ ຂໍ້ຄຳພີຂໍ້ໃດທີ່ຊ່ວຍໃຫ້ເຂົາເຈົ້າຮູ້ວ່າຈະຕ້ອງເຮັດແນວໃດ?
ເບິ່ງ ພສ 11:5 ນຳ
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ມທ 26:50-52—ພະເຢຊູບອກຢ່າງຈະແຈ້ງວ່າລູກສິດຂອງເພິ່ນຈະບໍ່ເຂົ້າຮ່ວມໃນສົງຄາມ
ຢຮ 13:34, 35—ຄລິດສະຕຽນສາມາດເຊື່ອຟັງຄຳສັ່ງນີ້ໄດ້ບໍຖ້າລາວໄປເຮັດສົງຄາມແລະຕໍ່ສູ້ກັບຜູ້ຄົນໃນດິນແດນອື່ນ ບາງທີອາດເຖິງກັບຂ້າໝູ່ຄລິດສະຕຽນ?
ເປັນຫຍັງຄລິດສະຕຽນຈຶ່ງປະຕິເສດທີ່ຈະມີສ່ວນຮ່ວມໃນການປະທ້ວງຕໍ່ຕ້ານການປົກຄອງ?
ເຮົາຮູ້ໄດ້ແນວໃດວ່າການປົກຄອງຕ່າງໆຈະກ່າວຫາວ່າເຮົາເປັນພວກກະບົດແລະສ້າງຄວາມປັ່ນປ່ວນ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ກຈກ 16:19-23—ອັກຄະສາວົກໂປໂລແລະຊີລາຕ້ອງທົນທຸກທໍລະມານຍ້ອນວຽກປະກາດ