ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂຊຄ ໜ້າ 13-16
  • ການ​ປະພຶດ​ຂອງ​ຄລິດສະຕຽນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ປະພຶດ​ຂອງ​ຄລິດສະຕຽນ
  • ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂຊຄ ໜ້າ 13-16

ການ​ປະພຶດ​ຂອງ​ຄລິດສະຕຽນ

ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ຕ້ອງ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ?

ມທ 5:14-16; ຢກບ 1:22-25

ເຮົາ​ຄວນ​ຮຽນ​ແບບ​ຕົວຢ່າງ​ຂອງ​ໃຜ?

ຢຮ 13:15; 1ປຕ 2:21

ເບິ່ງ 1ກຣ 11:1; 1ຢຮ 2:6 ນຳ

ຈະ​ເກີດ​ຫຍັງ​ຂຶ້ນ​ເມື່ອ​ຄລິດສະຕຽນ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ?

2ກຣ 6:3, 4; 1ປຕ 2:12

ເບິ່ງ 1ຕມ 4:12; ຕຕ 2:4-8; 1ປຕ 3:1, 2; 2ປຕ 2:2 ນຳ

ຂໍ້​ຄຳພີ​ຕໍ່​ໄປ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຫຼີກລ່ຽງ​ການ​ປະພຶດ​ທີ່​ຜິດ​ໄດ້​ແນວ​ໃດ?

ສພສ 4:23-27; ຢກບ 1:14, 15

ເບິ່ງ ມທ 5:28; 15:19; ຣມ 1:26, 27; ອຟຊ 2:2, 3 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 3:1-6—ເອວາ​ບໍ່​ໄດ້​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດ​ໆ​

    • ຢຊ 7:1, 4, 5, 20-25—ເມື່ອ​ອາຄານ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ ຫຼາຍ​ຄົນ​ຕ້ອງ​ທົນທຸກ​ຍ້ອນ​ບາບ​ຂອງ​ລາວ

ຂໍ້​ຄຳພີ​ຕໍ່​ໄປ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໄດ້​ແນວ​ໃດ?

ຣມ 12:2; ອຟຊ 4:22-24; ຟລປ 4:8; ກລຊ 3:9, 10

ເບິ່ງ ສພສ 1:10-19; 2:10-15; 1ປຕ 1:14-16 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 39:7-12—ໂຢເຊັບ​ຕໍ່ຕ້ານ​ການ​ລໍ້​ໃຈ​ຈາກ​ເມຍ​ຂອງ​ໂປຕີຟາ

    • ໂຢບ 31:1, 9-11—ໂຢບ​ໄດ້​ຕັດສິນໃຈ​ທີ່​ຈະ​ບໍ່​ເບິ່ງ​ຜູ້​ຍິງ​ແລ້ວ​ຄິດ​ແບບ​ບໍ່​ເໝາະ​ສົມ

    • ມທ 4:1-11—ພະ​ເຢຊູ​ຕໍ່ຕ້ານ​ການ​ລໍ້ໃຈ​ຈາກ​ຊາຕານ

ຄລິດສະຕຽນ​ຄວນ​ຫຼີກລ່ຽງ​ນິດໄສ​ທີ່​ບໍ່​ດີ​ອັນ​ໃດ​ແດ່?

ເບິ່ງ “ນິດໄສ​ບໍ່​ດີ”

ຄລິດສະຕຽນ​ຄວນ​ຫຼີກລ່ຽງ​ການ​ປະຕິບັດ​ທີ່​ບໍ່​ຖືກຕ້ອງ​ອັນ​ໃດ​ແດ່?

ເບິ່ງ “ປະຕິບັດ​ບໍ່​ຖືກຕ້ອງ”

ເຮົາ​ຕ້ອງ​ສະແດງ​ຄຸນລັກສະນະ​ທີ່​ດີ​ອັນ​ໃດ​ແດ່?

ການ​ສັດຊື່​ໃນ​ທຸກ​ຢ່າງ

ລກ 16:10

ເບິ່ງ ປຖກ 6:22; ອພຍ 40:16 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ດນອ 1:3-5, 8-20—ຜູ້​ພະຍາກອນ​ດານີເອນ​ແລະ​ໝູ່​ທັງ 3 ຄົນ​ຂອງ​ລາວ​ໄດ້​ເຊື່ອຟັງ​ກົດໝາຍ​ຂອງ​ໂມເຊ​ກ່ຽວກັບ​ອາຫານ

    • ລກ 21:1-4—ພະ​ເຢຊູ​ຊົມເຊີຍ​ຄວາມ​ເຊື່ອ​ທີ່​ຍິ່ງໃຫຍ່​ຂອງ​ແມ່​ໝ້າຍ​ທຸກຍາກ​ຄົນ​ໜຶ່ງ​ທີ່​ບໍລິຈາກ​ເງິນ​ທີ່​ມີ​ຄ່າ​ໜ້ອຍ​ດຽວ

ການ​ເຊື່ອຟັງ

ເບິ່ງ “ເຊື່ອຟັງ”

ການ​ເຊື່ອຟັງ​ພະເຈົ້າ​ສຸດ​ຫົວໃຈ

1ຕມ 6:6; 2ປຕ 2:9; 3:11

ເບິ່ງ 1ຕມ 5:4; 2ຕມ 3:12 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 10:1-7—ເຖິງ​ແມ່ນ​ວ່າ​ໂກເນລີໂອ​ຈະ​ເປັນ​ຄົນ​ຕ່າງ​ຊາດ ແຕ່​ພະ​ເຢໂຫວາ​ສັງເກດ​ເຫັນ​ວ່າ​ລາວ​ມັກ​ອະທິດຖານ​ອ້ອນວອນ​ສະເໝີ ຢ້ານຢຳ​ພະເຈົ້າ ແລະ​ໃຈ​ກວ້າງ

    • 1ຕມ 3:16—ພະ​ເຢຊູ​ເປັນ​ແບບ​ຢ່າງ​ທີ່​ດີ​ທີ່​ສຸດ​ກ່ຽວກັບ​ການ​ເຊື່ອຟັງ​ພະເຈົ້າ​ສຸດ​ຫົວໃຈ

ການ​ຍອມ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ

ມທ 6:33; ຣມ 8:5; 1ກຣ 2:14-16

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຮຣ 11:8-10—ຍ້ອນ​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ຈິງ​ສຳລັບ​ອັບຣາຮາມ ລາວ​ຈຶ່ງ​ເຕັມໃຈ​ທີ່​ຈະ​ອາໄສ​ຢູ່​ໃນ​ເຕັ້ນ​ແບບ​ຄົນ​ຕ່າງ​ຊາດ

    • ຮຣ 11:24-27—ສິ່ງ​ທີ່​ໂມເຊ​ເລືອກ​ໃນ​ຊີວິດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ຢູ່​ແທ້​ສຳລັບ​ລາວ

ການ​ຍອມຮັບ​ອຳນາດ

ອຟຊ 5:21; ຮຣ 13:17

ເບິ່ງ ຢຮ 6:38; ອຟຊ 5:22-24; ກລຊ 3:18 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລກ 22:40-43—ພະ​ເຢຊູ​ເຊື່ອຟັງ​ພໍ່​ແມ່ນ​ແຕ່​ໃນ​ເວລາ​ທີ່​ຫຍຸ້ງ​ຍາກ​ລຳບາກ​ຫຼາຍ

    • 1ປຕ 3:1-6—ອັກຄະສາວົກ​ເປໂຕ​ໃຊ້​ຊາຣາ​ເປັນ​ແບບ​ຢ່າງ​ຂອງ​ການ​ເຊື່ອຟັງ​ເພື່ອ​ໃຫ້​ເມຍ​ຄລິດສະຕຽນ​ເຮັດ​ຕາມ

ການ​ບໍ່​ເຂົ້າ​ຂ້າງ

ເບິ່ງ “ບໍ່​ເຂົ້າ​ຂ້າງ”

ການ​ມີ​ນ້ຳໃຈ​ຕ້ອນຮັບ

ເບິ່ງ “ຕ້ອນຮັບ”

ການ​ມີ​ນ້ຳໃຈ​ເອື້ອເຟື້ອ

ເບິ່ງ “ເອື້ອເຟື້ອ”

ການ​ພໍໃຈ​ໃນ​ສິ່ງ​ທີ່​ມີ​ຢູ່

ເບິ່ງ “ພໍໃຈ​ໃນ​ສິ່ງ​ທີ່​ມີ​ຢູ່”

ການ​ຢ້ານຢຳ​ພະ​ເຢໂຫວາ

ໂຢບ 28:28; ພສ 33:8; ສພສ 1:7

ເບິ່ງ ພສ 111:10 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ນຮຢ 5:14-19—ຍ້ອນ​ເນເຮມີຢາ​ຢ້ານຢຳ​ພະ​ເຢໂຫວາ ເມື່ອ​ລາວ​ເປັນ​ເຈົ້າແຂວງ​ລາວ​ບໍ່​ໄດ້​ເອົາ​ປຽບ​ປະຊາຊົນ​ຂອງ​ພະເຈົ້າ​ຄື​ກັບ​ເຈົ້າແຂວງ​ຄົນ​ອື່ນ​ໆ​

    • ຮຣ 5:7, 8—ພະ​ເຢຊູ​ວາງ​ຕົວຢ່າງ​ໃນ​ການ​ສະແດງ​ຄວາມ​ຢ້ານຢຳ​ຕໍ່​ພະເຈົ້າ

ການ​ໄວ້​ວາງໃຈ​ພະ​ເຢໂຫວາ

ເບິ່ງ “ວາງໃຈ​ໃນ​ພະ​ເຢໂຫວາ”

ການ​ໃຫ້​ກຳລັງ​ໃຈ​ຜູ້​ອື່ນ ຊ່ວຍ​ຜູ້​ອື່ນ​ໃຫ້​ເຂັ້ມແຂງ​ຂຶ້ນ

ອຊຢ 35:3, 4; ຣມ 1:11, 12; ຮຣ 10:24, 25

ເບິ່ງ ຣມ 15:2; 1ທຊ 5:11 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 23:15-18—ໂຢນາທານ​ໃຫ້​ກຳລັງ​ໃຈ​ດາວິດ ເມື່ອ​ກະສັດ​ຊາອູນ​ພະຍາຍາມ​ຈະ​ຂ້າ​ລາວ

    • ກຈກ 15:22-31—ຄະນະ​ກຳມະການ​ປົກຄອງ​ໃນ​ສະຕະວັດ​ທຳອິດ​ສົ່ງ​ຈົດໝາຍ​ໃຫ້​ກຳລັງ​ໃຈ​ປະຊາຄົມ​ຕ່າງ​ໆ

ການ​ອະທິດຖານ​ເລື້ອຍ​ໆ

ພສ 141:1, 2; ຣມ 12:12; ກລຊ 4:2; 1ທຊ 5:17; 1ປຕ 4:7

ເບິ່ງ “ອະທິດຖານ”

ການ​ຮ່ວມ​ມື​ກັບ​ຜູ້​ອື່ນ

ປຍຈ 4:9, 10; 1ກຣ 16:16; ອຟຊ 4:15, 16

ເບິ່ງ ພສ 110:3; ຟລປ 1:27, 28; ຮຣ 13:17 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຂຄ 25:1-8—ກະສັດ​ດາວິດ​ຈັດ​ນັກຮ້ອງ​ແລະ​ນັກ​ດົນຕີ​ໃຫ້​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ໃຫ້​ເຂົາເຈົ້າ​ເຮັດ​ວຽກ​ມອບໝາຍ​ຂອງ​ເຂົາເຈົ້າ​ໄດ້​ດີ

    • ນຮຢ 3:1, 2, 8, 9, 12; 4:6-8, 14-18, 22, 23; 5:16; 6:15—ພະ​ເຢໂຫວາ​ອວຍພອນ​ປະຊາຊົນ​ຂອງ​ເພິ່ນ​ທີ່​ເຕັມໃຈ​ເຮັດ​ວຽກ​ຮ່ວມ​ກັນ ດັ່ງນັ້ນ​ເຂົາເຈົ້າ​ຈຶ່ງ​ສ້າງ​ກຳແພງ​ເມືອງ​ເຢຣູຊາເລັມ​ຂຶ້ນ​ໃໝ່​ພາຍ​ໃນ​ເວລາ​ພຽງ 52 ມື້

ຄຳເວົ້າ​ທີ່​ດີ​ແລະ​ເສີມສ້າງ

ສພສ 12:18; 16:24; ກລຊ 4:6; ຕຕ 2:6-8

ເບິ່ງ ສພສ 10:11; 25:11; ກລຊ 3:8 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພສ 45:2—ຄຳ​ພະຍາກອນ​ກ່ຽວກັບ​ເມຊີອາ​ບອກ​ລ່ວງ​ໜ້າ​ວ່າ​ກະສັດ​ທີ່​ພະ​ເຢໂຫວາ​ແຕ່ງຕັ້ງ​ຈະ​ເວົ້າ​ມ່ວນ​ຫຼາຍ

    • ລກ 4:22—ເມື່ອ​ຜູ້​ຄົນ​ໄດ້​ຍິນ​ຄຳເວົ້າ​ທີ່​ເປັນ​ຕາ​ຟັງ​ຂອງ​ພະ​ເຢຊູ ເຂົາເຈົ້າ​ກໍ​ງຶດ​ຫຼາຍ

ຄິດ​ເຖິງ​ປະໂຫຍດ​ຂອງ​ຄົນ​ອື່ນ

1ກຣ 10:24; ຟລປ 2:4; 1ທຊ 5:14, 15

ຄວບຄຸມ​ໂຕເອງ​ໄດ້​ໃນ​ທຸກ​ດ້ານ

1ຕມ 3:2, 11; ຕຕ 2:2

ເບິ່ງ ສພສ 23:1-3; 25:16 ນຳ

ຄວາມ​ກ້າຫານ

ເບິ່ງ “ກ້າຫານ”

ຄວາມ​ຈິງ

ເບິ່ງ “ສັດຊື່”

ຄວາມ​ສັດຊື່

ເບິ່ງ “ສັດຊື່”

ຄວາມ​ສັດຊື່​ພັກດີ

ເບິ່ງ “ພັກດີ”

ຄວາມ​ສັດຊື່​ພັກດີ​ຕໍ່​ພະເຈົ້າ

ເບິ່ງ “ສັດຊື່​ພັກດີ​ຕໍ່​ພະເຈົ້າ”

ຄວາມ​ດຸ​ໝັ່ນ ທຸ່ມເທ​ໂຕ

ເບິ່ງ “ວຽກ”

ຄວາມ​ເຕັມໃຈ​ທີ່​ຈະ​ຍົກໂທດ

ເບິ່ງ “ຍົກໂທດ”

ຄວາມ​ຖ່ອມ ຈຽມ​ໂຕ

ເບິ່ງ “ຖ່ອມ”

ຄວາມ​ບໍລິສຸດ

2ກຣ 11:3; 1ຕມ 4:12; 5:1, 2, 22; 1ປຕ 3:1, 2

ເບິ່ງ ຟລປ 4:8; ຕຕ 2:3-5 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 39:4-12—ໂຢເຊັບ​ຍັງ​ຮັກສາ​ຄວາມ​ບໍລິສຸດ​ເຖິງ​ແມ່ນ​ວ່າ​ເມຍ​ຂອງ​ໂປຕີຟາ​ຈະ​ພະຍາຍາມ​ລໍ້ໃຈ​ລາວ​ທຸກ​ມື້​ໆ​

    • ພຊມ 4:12; 8:6—ສາວ​ເມືອງ​ຊູເລມ​ສັດຊື່​ພັກດີ​ຕໍ່​ຜູ້​ຊາຍ​ທີ່​ລາວ​ຮັກ ແລະ​ລາວ​ຍັງ​ຮັກສາ​ຄວາມ​ບໍລິສຸດ ລາວ​ບໍ່​ໄດ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ

ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ

ຄລຕ 5:25; 1ຕມ 3:2

ເບິ່ງ ຟລປ 3:16 ນຳ

ຄວາມ​ເມດຕາ

ເບິ່ງ “ເມດຕາ”

ຄວາມ​ເຫັນອົກເຫັນໃຈ

ເບິ່ງ “ເຫັນອົກເຫັນໃຈ”

ຄວາມ​ອົດທົນ ຄວາມ​ພຽນ ຄວາມ​ໝັ້ນຄົງ

ມທ 24:13; ລກ 21:19; 1ກຣ 15:58; ຄລຕ 6:9; ຮຣ 10:36

ເບິ່ງ ຣມ 12:12; 1ຕມ 4:16; ພນມ 2:2, 3 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຮຣ 12:1-3—ອັກຄະສາວົກ​ໂປໂລ​ສະໜັບສະໜູນ​ໃຫ້​ຄລິດສະຕຽນ​ອົດທົນ​ໂດຍ​ໃຊ້​ຕົວຢ່າງ​ຂອງ​ພະ​ເຢຊູ

    • ຢກບ 5:10, 11—ຢາໂກໂບ​ເວົ້າ​ເຖິງ​ຕົວຢ່າງ​ຄວາມ​ອົດ​ທົນ​ຂອງ​ໂຢບ​ແລະ​ວິທີ​ທີ່​ພະ​ເຢໂຫວາ​ໄດ້​ອວຍພອນ​ລາວ

ສະແດງ​ຄວາມ​ເຄົາລົບ​ນັບຖື

ຟລປ 2:3, 4; 1ປຕ 3:15

ເບິ່ງ ອຟຊ 5:33; 1ປຕ 3:1, 2, 7 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຈຊບ 14:1-4, 11—ພວກ​ອິດສະຣາເອນ​ບໍ່​ເຄົາລົບ​ນັບຖື​ຜູ້​ພະຍາກອນ​ໂມເຊ​ແລະ​ປະໂລຫິດ​ໃຫຍ່​ອາໂຣນ ເຊິ່ງ​ພະ​ເຢໂຫວາ​ຖື​ວ່າ​ເປັນ​ການ​ບໍ່​ເຄົາລົບ​ນັບຖື​ເພິ່ນ

    • ມທ 21:33-41—ພະ​ເຢຊູ​ໃຊ້​ຕົວຢ່າງ​ປຽບທຽບ​ເລື່ອງ​ໜຶ່ງ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ບໍ່​ເຄົາລົບ​ນັບຖື​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ແລະ​ລູກ​ຊາຍ​ຂອງ​ເພິ່ນ

ຖື​ວ່າ​ຜູ້​ອື່ນ​ເໜືອ​ກວ່າ​ໂຕເອງ

ເບິ່ງ “ຖ່ອມ”

ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ

ເບິ່ງ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ”

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌