ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂຊຄ ໜ້າ 79-81
  • ຜູ້​ເບິ່ງແຍງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຜູ້​ເບິ່ງແຍງ
  • ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂຊຄ ໜ້າ 79-81

ຜູ້​ເບິ່ງແຍງ

ຜູ້​ເບິ່ງແຍງ​ໃນ​ປະຊາຄົມ​ຕ້ອງ​ມີ​ຄຸນສົມບັດ​ແນວ​ໃດ​ໃນ​ລະດັບ​ທີ່​ເໝາະ​ສົມ?

1ຕມ 3:1-7; ຕຕ 1:5-9; ຢກບ 3:17, 18; 1ປຕ 5:2, 3

ຜູ້​ເບິ່ງແຍງ​ຕ້ອງ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ທາງ​ໃດ​ອີກ​ແດ່?

ມທ 28:19, 20; ຄລຕ 5:22, 23; 6:1; ອຟຊ 5:28; 6:4; 1ຕມ 4:15; 2ຕມ 1:14; ຕຕ 2:12, 14; ຮຣ 10:24, 25; 1ປຕ 3:13

ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຄວນ​ມີ​ຄຸນສົມບັດ​ອັນ​ໃດ​ແດ່​ໃນ​ລະດັບ​ທີ່​ເໝາະ​ສົມ?

1ຕມ 3:8-10, 12, 13

ເບິ່ງ ຄລຕ 6:10; 1ຕມ 4:15; ຕຕ 2:2, 6-8 ນຳ

ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ຜູ້​ເບິ່ງແຍງ​ໄດ້​ຮັບ​ການ​ແຕ່ງຕັ້ງ​ໂດຍ​ພະລັງ​ບໍລິສຸດ?

ກຈກ 20:28

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 13:2-5; 14:23—ໂປໂລ​ແລະ​ບາຣະນາບາ​ໄດ້​ແຕ່ງຕັ້ງ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ​ຕ່າງ​ໆ​ຜູ້​ເບິ່ງແຍງ​ໝວດ​ໃນ​ທຸກ​ມື້​ນີ້​ກໍ​ເຮັດ​ຄື​ກັນ. ເຂົາເຈົ້າ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ແລະ​ພິຈາລະນາ​ຢ່າງ​ຖີ່​ຖ້ວນ​ວ່າ​ຄຳພີ​ໄບເບິນ​ບອກ​ວ່າ​ຕ້ອງ​ມີ​ຄຸນສົມບັດ​ອັນ​ໃດ​ແດ່​ທີ່​ຈຳເປັນ​ສຳລັບ​ຄົນ​ທີ່​ຈະ​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ

    • ຕຕ 1:1, 5—ຕີໂຕ​ໄດ້​ເດີນທາງ​ໄປ​ທີ່​ປະຊາຄົມ​ຕ່າງ​ໆ​ແຕ່ງຕັ້ງ​ຜູ້​ເບິ່ງແຍງ

ປະຊາຄົມ​ເປັນ​ຂອງ​ໃຜ ແລະ​ຕ້ອງ​ຈ່າຍ​ດ້ວຍ​ຫຍັງ?

ກຈກ 20:28; 1ປຕ 5:2

ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ເອີ້ນ​ຜູ້​ເບິ່ງແຍງ​ວ່າ​ເປັນ​ຜູ້​ຮັບໃຊ້?

ມທ 23:10, 11; ມຣກ 10:42-44; ຮຣ 13:17

ເປັນ​ຫຍັງ​ຜູ້​ເບິ່ງແຍງ​ຕ້ອງ​ຖ່ອມ​ໂຕ?

ຟລປ 1:1; 2:5-8; 1ທຊ 2:6-8; 1ປຕ 5:1-3, 5, 6

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 20:17, 31-38—ໂປໂລ​ເຕືອນ​ຜູ້​ເບິ່ງແຍງ​ໃນ​ເມືອງ​ເອເຟໂຊ​ເຖິງ​ສິ່ງ​ທີ່​ລາວ​ໄດ້​ເຮັດ​ເພື່ອ​ເຂົາເຈົ້າ ແລະ​ເຂົາເຈົ້າ​ສະແດງ​ຄວາມ​ຂອບໃຈ​ສຳລັບ​ຄວາມ​ຮັກ​ຂອງ​ລາວ

ຄລິດສະຕຽນ​ຜູ້​ເບິ່ງແຍງ​ເຮັດ​ແນວໃດ​ເມື່ອ​ໄດ້​ຮັບ​ການ​ຊີ້ນຳ​ຈາກ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ”?

ມທ 24:45, 46; ກຈກ 15:2, 6; 16:4, 5; ຮຣ 13:7, 17

ເບິ່ງ ກຈກ 2:42; 8:14, 15 ນຳ

ວິທີ​ທີ່​ດີ​ທີ່​ສຸດ​ສຳລັບ​ຜູ້​ເບິ່ງແຍງ​ໃນ​ການ​ສອນ​ຜູ້​ອື່ນ​ແມ່ນ​ຫຍັງ?

1ຕມ 4:12; 1ປຕ 5:2, 3

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ນຮຢ 5:14-16—ເພາະ​ເຈົ້າແຂວງ​ເນເຮມີຢາ​ຢ້ານຢຳ​ພະ​ເຢໂຫວາ ລາວ​ຈຶ່ງ​ບໍ່​ໄດ້​ສວຍ​ໃຊ້​ອຳນາດ​ທີ່​ມີ​ເພື່ອ​ກົດຂີ່​ຂົ່ມເຫງ​ປະຊາຊົນ​ຂອງ​ພະເຈົ້າ ແລະ​ບໍ່​ຮຽກ​ຮ້ອງ​ເອົາ​ສິ່ງ​ທີ່​ຄວນ​ໄດ້​ຮັບ​ນຳ

    • ຢຮ 13:12-15—ພະ​ເຢຊູ​ສອນ​ພວກ​ລູກສິດ​ໂດຍ​ການ​ວາງ​ຕົວຢ່າງ​ໃນ​ການ​ເປັນ​ຄົນ​ຖ່ອມ​ໃຈ

ຄລິດສະຕຽນ​ຜູ້​ລ້ຽງ​ແກະ​ຈະ​ສະແດງ​ຄວາມ​ຮັກ​ຄວາມ​ຫ່ວງໃຍ​ຕໍ່​ແຕ່​ລະ​ຄົນ​ໃນ​ປະຊາຄົມ​ໄດ້​ແນວ​ໃດ?

ມທ 18:12-14; ຢຮ 17:12; ກຈກ 20:17, 18, 35; 1ທຊ 2:7-12

ຜູ້​ເບິ່ງແຍງ​ຊ່ວຍ​ຜູ້​ທີ່​ບໍ່​ສະບາຍ​ທາງ​ຄວາມ​ເຊື່ອ​ແນວ​ໃດ?

ຄລຕ 6:1; ຢກບ 5:14, 15

ເມື່ອ​ສອນ ຜູ້​ເບິ່ງແຍງ​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ອັນ​ໃດ?

1ຕມ 1:3-7; 2ຕມ 2:16-18; ຕຕ 1:9

ເບິ່ງ 2ກຣ 11:2-4 ນຳ

ເປັນ​ຫຍັງ​ຜູ້​ເບິ່ງແຍງ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ປະຊາຄົມ​ສະອາດ​ທາງ​ດ້ານ​ສິນລະທຳ?

1ກຣ 5:1-5, 12, 13; ຢກບ 3:17; ຢດ 3, 4; ພນມ 2:18, 20

ເບິ່ງ 1ຕມ 5:1, 2, 22 ນຳ

ຜູ້​ເບິ່ງແຍງ​ກຳລັງ​ຝຶກ​ສອນ​ໃຜ?

2ຕມ 2:1, 2

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 10:5-20—ພະ​ເຢຊູ​ຝຶກ​ອົບຮົມ​ອັກຄະສາວົກ 12 ຄົນ​ກ່ອນ​ສົ່ງ​ເຂົາເຈົ້າ​ອອກ​ໄປ​ປະກາດ

    • ລກ 10:1-11—ພະ​ເຢຊູ​ໃຫ້​ຄຳ​ແນະນຳ​ກັບ​ລູກສິດ 70 ຄົນ​ຢ່າງ​ຮອບຄອບ​ກ່ອນ​ຈະ​ສົ່ງ​ເຂົາເຈົ້າ​ອອກ​ໄປ​ໃນ​ວຽກ​ປະກາດ

ອັນ​ໃດ​ຈະ​ຊ່ວຍ​ຜູ້​ເບິ່ງແຍງ​ໃຫ້​ເອົາໃຈໃສ່​ໜ້າທີ່​ຮັບ​ຜິດ​ຊອບ​ຫຼາຍ​ຢ່າງ?

1ປຕ 5:1, 7

ເບິ່ງ ສພສ 3:5, 6 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ກສ 3:9-12—ກະສັດ​ໂຊໂລໂມນ​ອະທິດຖານ​ຂໍ​ສະຕິ​ປັນຍາ​ແລະ​ຄວາມ​ເຂົ້າໃຈ​ທີ່​ຈຳເປັນ​ຈາກ​ພະ​ເຢໂຫວາ​ເພື່ອ​ຈະ​ຕັດສິນ​ປະຊາຊົນ​ຂອງ​ເພິ່ນ

    • 2ຂຄ 19:4-7—ກະສັດ​ເຢໂຮຊາຟັດ​ແຕ່ງຕັ້ງ​ຜູ້​ຕັດສິນ​ໃນ​ເມືອງ​ຕ່າງ​ໆ​ຂອງ​ຢູດາ ໂດຍ​ເຕືອນ​ເຂົາເຈົ້າ​ວ່າ​ພະ​ເຢໂຫວາ​ຈະ​ຢູ່​ກັບ​ເຂົາເຈົ້າ​ຕອນ​ທີ່​ເຂົາເຈົ້າ​ປະຕິບັດ​ໜ້າທີ່​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ນີ້

ສະມາຊິກ​ໃນ​ປະຊາຄົມ​ຄວນ​ປະຕິບັດ​ຕໍ່​ຜູ້​ເບິ່ງແຍງ​ທີ່​ສັດຊື່​ແນວ​ໃດ?

1ທຊ 5:12, 13; 1ຕມ 5:17; ຮຣ 13:7, 17

ເບິ່ງ ອຟຊ 4:8, 11, 12 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 20:37—ຜູ້​ເບິ່ງແຍງ​ໃນ​ເອເຟໂຊ​ບໍ່​ລັງເລ​ທີ່​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ອັກຄະສາວົກ​ໂປໂລ

    • ກຈກ 28:14-16—ເມື່ອ​ອັກຄະສາວົກ​ໂປໂລ​ເດີນທາງ​ໄປ​ເມືອງ​ໂຣມ ພີ່ນ້ອງ​ຈາກ​ເມືອງ​ນັ້ນ​ເດີນທາງ​ໄປ​ປະມານ 65 ກິໂລແມັດ (40 ໄມ) ເພື່ອ​ໄປ​ຫາ​ລາວ​ຢູ່​ທີ່​ຕະຫຼາດ​ອາປີໂອ ເຊິ່ງ​ໄດ້​ໃຫ້​ກຳລັງ​ໃຈ​ລາວ​ຫຼາຍ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌