ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂຊຄ ໜ້າ 37-39
  • ສຶກສາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສຶກສາ
  • ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂຊຄ ໜ້າ 37-39

ສຶກສາ

ເປັນ​ຫຍັງ​ຄລິດສະຕຽນ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ?

ພສ 1:1-3; ສພສ 18:15; 1ຕມ 4:6; 2ຕມ 2:15

ເບິ່ງ ກຈກ 17:11 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພສ 119:97-101—ຜູ້​ຂຽນ​ເພງ​ສັນລະເສີນ​ບອກ​ວ່າ​ລາວ​ຮັກ​ກົດໝາຍ​ຂອງ​ພະເຈົ້າ​ແລະ​ການ​ເຊື່ອຟັງ​ກົດໝາຍ​ນັ້ນ​ເຮັດ​ໃຫ້​ຊີວິດ​ຂອງ​ລາວ​ດີ​ຂຶ້ນ

    • ດນອ 9:1-3, ໄຂເງື່ອນ—ຈາກ​ການ​ຄົ້ນຄວ້າ​ມ້ວນ​ໜັງສື​ສັກສິດ​ຫຼາຍ​ມ້ວນ ຜູ້​ພະຍາກອນ​ດານີເອນ​ເຂົ້າໃຈ​ວ່າ​ອີກ​ບໍ່​ດົນ​ການ​ຖືກ​ເນລະເທດ​ຂອງ​ຄົນ​ອິດສະຣາເອນ​ໃນ​ບາບີໂລນ​ຈະ​ສິ້ນ​ສຸດ​ລົງ​ຫຼັງ​ຈາກ 70 ປີ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຈຳເປັນ​ຕ້ອງ​ສຶກສາ​ຫາ​ຄວາມ​ຮູ້​ຕໍ່​ໄປ?

ຮຣ 6:1-3; 2ປຕ 3:18

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ສພສ 4:18—ຄື​ກັບ​ແສງ​ໃນ​ຕອນ​ເຊົ້າ​ທີ່​ແຈ້ງ​ຂຶ້ນ​ເລື້ອຍ​ໆ​ພະ​ເຢໂຫວາ​ຍັງ​ເຮັດ​ໃຫ້​ຄວາມ​ຈິງ​ຊັດເຈນ​ຂຶ້ນ​ຕໍ່​ໆ​ໄປ​ສຳລັບ​ຄົນ​ທີ່​ຮັກ​ພະເຈົ້າ

    • ມທ 24:45-47—ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ເພິ່ນ​ຈະ​ແຕ່ງຕັ້ງ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ຜູ້​ທີ່​ຈະ​ໃຫ້​ສິ່ງ​ທີ່​ຈຳເປັນ​ກັບ​ພວກ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ເພື່ອ​ຈະ​ໃກ້ຊິດ​ພະ​ເຢໂຫວາ​ໃນ​ສະໄໝ​ສຸດທ້າຍ

ເປັນ​ຫຍັງ​ສະຕິ​ປັນຍາ​ທີ່​ເຮົາ​ໄດ້​ຮັບ​ຈາກ​ຄຳພີ​ໄບເບິນ​ຈຶ່ງ​ດີ​ກວ່າ​ສະຕິ​ປັນຍາ​ທີ່​ເຮົາ​ໄດ້​ຮັບ​ຈາກ​ປຶ້ມ​ທີ່​ຂຽນ​ໂດຍ​ມະນຸດ?

ປຍຈ 12:11-13; 1ກຣ 3:19; 1ຕມ 6:20, 21; 2ປຕ 1:19-21

ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ຫຍັງ​ກັບ​ຄົນ​ທີ່​ສຶກສາ​ຄຳພີ​ໄບເບິນ​ເພື່ອ​ເຮັດ​ໃຫ້​ເພິ່ນ​ພໍໃຈ?

ສພສ 2:4-6; 9:10; ຢຮ 6:45

ເຮົາ​ຄວນ​ອະທິດຖານ​ຂໍ​ຫຍັງ​ກ່ອນ​ຈະ​ສຶກສາ​ຄຳພີ​ໄບເບິນ?

ລກ 11:13; 1ກຣ 2:10; ຢກບ 1:5

ເບິ່ງ ພສ 119:66 ນຳ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ເອົາໃຈໃສ່​ກັບ​ອາຫານ​ທາງ​ຄວາມ​ເຊື່ອ​ທັງໝົດ​ທີ່​ຈັດ​ກຽມ​ໂດຍ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ”?

ມທ 24:45-47

ເບິ່ງ ມທ 4:4; 1ຕມ 4:15 ນຳ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຢາກ​ພະຍາຍາມ​ຮັບ​ເອົາ​ຄວາມ​ຮູ້​ທີ່​ຖືກຕ້ອງ​ແລະ​ສົມບູນ​ຄົບ​ຖ້ວນ​ກ່ຽວກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ?

ຟລປ 1:9, 10; ກລຊ 1:9, 10

ການ​ທີ່​ເຮົາ​ໄດ້​ຮັບ​ສະຕິ​ປັນຍາ​ແລະ​ຄວາມ​ເຂົ້າໃຈ​ມີ​ຄວາມ​ສຳຄັນ​ສ່ຳ​ໃດ?

ສພສ 4:7; ປຍຈ 7:25

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ອ່ານ​ຊ້າ​ໆ​ແລະ​ຄິດ​ຕຶກຕອງ​ກ່ຽວກັບ​ສິ່ງ​ທີ່​ເຮົາ​ອ່ານ?

ຢຊ 1:8; ພສ 1:2

ເປັນ​ຫຍັງ​ເຮົາ​ຄວນ​ຄິດ​ວ່າ​ຈະ​ໃຊ້​ຄຳພີ​ໄບເບິນ​ໃນ​ຊີວິດ​ຂອງ​ເຮົາ​ແນວ​ໃດ?

ຣມ 15:4; 1ກຣ 10:11; 2ຕມ 3:16, 17; ຢກບ 1:22-25

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ຄິດ​ຕຶກຕອງ​ວ່າ​ເຮົາ​ຈະ​ອະທິບາຍ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຮູ້​ໃຫ້​ຜູ້​ອື່ນ​ຟັງ​ໄດ້​ແນວ​ໃດ?

ສພສ 15:28; 1ປຕ 3:15

ມັນ​ຈະ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ​ຖ້າ​ເຮົາ​ສຶກສາ​ຄວາມ​ຈິງ​ທີ່​ສຳຄັນ​ໆ​ສະເໝີ?

2ປຕ 1:13; 3:1, 2

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພບຍ 6:6, 7; 11:18-20—ພະ​ເຢໂຫວາ​ສັ່ງ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ສອນ​ລູກ​ຂອງ​ເຂົາເຈົ້າ​ກ່ຽວກັບ​ຄຳ​ສັ່ງ​ຂອງ​ເພິ່ນ​ໃນ​ທຸກ​ໂອກາດ

ການ​ລົມ​ກັນ​ເລື່ອງ​ພະຄຳພີ​ໃນ​ຄອບຄົວ​ມີ​ປະໂຫຍດ​ແນວ​ໃດ?

ອຟຊ 6:4

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 18:17-19—ພະ​ເຢໂຫວາ​ຢາກ​ໃຫ້​ອັບຣາຮາມ​ສອນ​ຄົນ​ໃນ​ເຮືອນ​ໃຫ້​ເຊື່ອຟັງ​ເພິ່ນ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ

    • ພສ 78:5-7—ໃນ​ອິດສະຣາເອນ ຄົນ​ແຕ່​ລະ​ລຸ້ນ​ຕ້ອງ​ສອນ​ລູກ​ຫຼານ​ຂອງ​ໂຕເອງ​ກ່ຽວກັບ​ພະ​ເຢໂຫວາ​ເພື່ອ​ຄົນ​ລຸ້ນ​ຕໍ່​ໄປ​ຈະ​ໄວ້ໃຈ​ເພິ່ນ

ການ​ສຶກສາ​ຮ່ວມ​ກັນ​ຢູ່​ໃນ​ການ​ປະຊຸມ​ຊ່ວຍ​ເຮົາ​ແນວ​ໃດ?

ຮຣ 10:25

ເບິ່ງ ສພສ 18:1 ນຳ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌