ສະຕິປັນຍາ
ເຮົາຄວນມີນິດໄສແນວໃດຈຶ່ງຈະມີສະຕິປັນຍາແທ້ໄດ້?
ເຮົາຈະພົບສະຕິປັນຍາແທ້ໄດ້ຢູ່ໃສ?
ພະເຈົ້າຢາກໃຫ້ເຮົາອະທິດຖານຂໍສະຕິປັນຍາຈາກເພິ່ນບໍ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
2ຂຄ 1:8-12—ໂຊໂລໂມນກະສັດໜຸ່ມອະທິດຖານຂໍໃຫ້ລາວມີສະຕິປັນຍາເພື່ອຈະເປັນຜູ້ປົກຄອງທີ່ດີແລະພະເຢໂຫວາເຕັມໃຈໃຫ້ລາວໃນສິ່ງທີ່ລາວຂໍ
ສພສ 2:1-5—ສະຕິປັນຍາ ຄວາມເຂົ້າໃຈ ແລະການຮູ້ຈັກໄຈ້ແຍກປຽບທຽບໄດ້ກັບຊັບສົມບັດທີ່ເຊື່ອງໄວ້ເຊິ່ງມີຄ່າຫຼາຍກວ່າເງິນ ແລະຖ້າເຮົາຊອກຫາສິ່ງເຫຼົ່ານີ້ຕໍ່ໆໄປ ພະເຢໂຫວາກໍຈະຊ່ວຍໃຫ້ເຮົາພົບສິ່ງເຫຼົ່ານີ້
ພະເຢໂຫວາເອົາສະຕິປັນຍາໃຫ້ເຮົາແນວໃດ?
ອຊຢ 11:2; 1ກຣ 1:24, 30; 2:13; ອຟຊ 1:17; ກລຊ 2:2, 3
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ສພສ 8:1-3, 22-31—ສະຕິປັນຍາຂອງພະເຈົ້າຖືກອະທິບາຍວ່າເປັນບຸກຄົນ ແລະຄຳອະທິບາຍນັ້ນເຕືອນໃຈເຮົາໃຫ້ນຶກເຖິງພະເຢຊູ ຜູ້ທີ່ພະເຢໂຫວາສ້າງກ່ອນສິ່ງອື່ນໆທັງໝົດ
ມທ 13:51-54—ຫຼາຍຄົນທີ່ຟັງພະເຢຊູສອນບໍ່ສາມາດເຂົ້າໃຈໄດ້ວ່າຄົນທີ່ເຂົາເຈົ້າຮູ້ຈັກຕັ້ງແຕ່ຍັງນ້ອຍໄດ້ສະຕິປັນຍາແບບນີ້ມາແຕ່ໃສ
ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາມີສະຕິປັນຍາຈາກພະເຈົ້າ?
ພສ 111:10; ປຍຈ 8:1; ຢກບ 3:13-17
ເບິ່ງ ພສ 107:43; ສພສ 1:1-5 ນຳ
ສະຕິປັນຍາຊ່ວຍແລະປົກປ້ອງຄຸ້ມຄອງເຮົາແນວໃດ?
ເບິ່ງ ສພສ 7:2-5; ປຍຈ 7:12 ນຳ
ສະຕິປັນຍາຈາກພະເຈົ້າມີຄ່າເທົ່າໃດ?
ເບິ່ງ ໂຢບ 28:18 ນຳ
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ໂຢບ 28:12, 15-19—ເຖິງແມ່ນວ່າໂຢບຈະທຸກທໍລະມານຢ່າງໜັກ ແຕ່ລາວສະແດງອອກວ່າລາວຮູ້ສຶກຂອບໃຈຫຼາຍສຳລັບສະຕິປັນຍາຂອງພະເຈົ້າ
ພສ 19:7-9—ກະສັດດາວິດບອກວ່າແມ່ນແຕ່ຄົນທີ່ບໍ່ມີປະສົບການກໍຈະສະຫຼາດຂຶ້ນໄດ້ຖ້າລາວຟັງກົດໝາຍແລະຂໍ້ເຕືອນໃຈຂອງພະເຢໂຫວາ