ສົງຄາມ ເປັນຫຍັງເຮົາຈຶ່ງຄວນຄາດຫວັງວ່າຈະມີສົງຄາມຫຼາຍຄັ້ງໃນສະໄໝຂອງເຮົາ? ມທ 24:3, 4, 7, 8 ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້: ດນອ 11:40—ຜູ້ພະຍາກອນດານີເອນຄາດການລ່ວງໜ້າວ່າ 2 ປະເທດທີ່ມີອຳນາດຈະມີການແຂ່ງຂັນກັນເອງຢູ່ຕະຫຼອດເວລາໃນສະໄໝສຸດທ້າຍ ພນມ 6:1-4—ອັກຄະສາວົກໂຢຮັນເຫັນນິມິດກ່ຽວກັບມ້າສີແດງສົດເຊິ່ງເປັນໂຕແທນຂອງສົງຄາມ ແລະຜູ້ທີ່ຂີ່ມ້າໂຕນັ້ນເປັນຜູ້ທີ່ຈະ “ເອົາຄວາມສະຫງົບສຸກໄປຈາກໂລກ” ພະເຢໂຫວາຈະເຮັດແນວໃດກັບສົງຄາມຂອງມະນຸດ? ພສ 46:8, 9; ອຊຢ 9:6, 7; ມກ 4:3 ເປັນຫຍັງເຮົາບໍ່ມີສ່ວນຮ່ວມໃນສົງຄາມຂອງທຸກຊາດ? ອຊຢ 2:2, 4 ເບິ່ງ “ການປົກຄອງ—ຄລິດສະຕຽນຮັກສາຄວາມເປັນກາງ” ພະເຢໂຫວາກັບພະເຢຊູເຮັດສົງຄາມແບບໃດ? ພສ 45:3-5; ຢຣມ 25:31-33; ພນມ 19:11 ຄລິດສະຕຽນມີສ່ວນຮ່ວມໃນສົງຄາມອັນໃດ? ຣມ 13:12; 2ກຣ 10:3, 4; ອຟຊ 6:11-17 ໃນປະຊາຄົມ ເຮົາຈະຫຼີກລ່ຽງນິດໄສທີ່ນຳໄປສູ່ສົງຄາມໄດ້ແນວໃດ ເຊັ່ນການຜິດຖຽງກັນຫຼືການແກ້ແຄ້ນຄົນທີ່ເຮັດຜິດຕໍ່ເຮົາ? ຣມ 12:17-21; ຄລຕ 5:14, 15; ຕຕ 3:1, 2; ຢກບ 4:1-3