ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂຊຄ ໜ້າ 16-18
  • ການ​ປົກຄອງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ປົກຄອງ
  • ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂຊຄ ໜ້າ 16-18

ການ​ປົກຄອງ

ຄລິດສະຕຽນ​ສັດຊື່​ພັກດີ​ແລະ​ເຊື່ອຟັງ​ຕໍ່​ການ​ປົກຄອງ​ໃດ?

ມທ 6:9, 10, 33; 10:7; 24:14

ເບິ່ງ ດນອ 7:13, 14 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພສ 89:18-29—ພະ​ເຢໂຫວາ​ແຕ່ງຕັ້ງ​ໃຫ້​ເມຊີອາ​ເປັນ​ກະສັດ​ປົກຄອງ​ທົ່ວ​ໂລກ

    • ພນມ 12:7-12—ໃນ​ຕອນ​ຕົ້ນ​ຂອງ​ສະໄໝ​ສຸດທ້າຍ ພະ​ເຢຊູ​ຄລິດ​ເລີ່ມ​ປົກຄອງ​ໃນ​ຖານະ​ກະສັດ​ແຫ່ງ​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ເພິ່ນ​ໄດ້​ຂັບ​ໄລ່​ຊາຕານ​ອອກ​ຈາກ​ສະຫວັນ

ຄລິດສະຕຽນ​ຜູ້​ທີ່​ຖືກ​ເລືອກ​ໃຫ້​ໄປ​ສະຫວັນ​ທີ່​ຍັງ​ມີ​ຊີວິດ​ຢູ່​ເທິງ​ໂລກ ເປັນ​ໂຕ​ແທນ​ຂອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແນວ​ໃດ

2ກຣ 5:20; ຟລປ 3:20, 21

ຄລິດສະຕຽນ​ເຄົາລົບ​ນັບຖື​ຜູ້​ມີ​ອຳນາດ

ເປັນ​ຫຍັງ​ເຮົາ​ຈຶ່ງ​ເຮັດ​ຕາມ​ກົດໝາຍ​ຂອງ​ການ​ປົກຄອງ​ໃນ​ປະເທດ​ທີ່​ເຮົາ​ອາໄສ​ຢູ່​ແລະ​ເສຍ​ພາສີ?

ຣມ 13:1-7; ຕຕ 3:1; 1ປຕ 2:13, 14

ເບິ່ງ ກຈກ 25:8 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 22:15-22—ພະ​ເຢຊູ​ຕອບ​ຄຳ​ຖາມ​ຢ່າງ​ສະຫຼາດ​ວ່າ​ລູກສິດ​ຂອງ​ເພິ່ນ​ຄວນ​ເສຍ​ພາສີ​ຫຼື​ບໍ່

ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຕອບ​ໂຕ້​ເຖິງ​ແມ່ນ​ວ່າ​ເຮົາ​ຖືກ​ຂົ່ມເຫງ?

ຢຮ 18:36; 1ປຕ 2:21-23

ເບິ່ງ “ຂົ່ມເຫງ” ນຳ

ຄລິດສະຕຽນ​ຮັກສາ​ຄວາມ​ເປັນ​ກາງ

ເຖິງ​ແມ່ນ​ວ່າ​ເຮົາ​ນັບຖື​ຜູ້​ມີ​ອຳນາດ​ປົກຄອງ​ທີ່​ເປັນ​ມະນຸດ ແຕ່​ຖ້າ​ເຂົາເຈົ້າ​ບອກ​ເຮົາ​ວ່າ​ເຮົາ​ຕ້ອງ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຍອມ​ເຮັດ​ແບບ​ນັ້ນ?

ກຈກ 4:18-20; 5:27-29

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ດນອ 3:1, 4-18—ຊາຍ​ໜຸ່ມ​ເຮັບເຣີ 3 ຄົນ​ບໍ່​ຍອມ​ເຊື່ອຟັງ​ກົດໝາຍ​ຂອງ​ບາບີໂລນ​ເພາະ​ມັນ​ລະເມີດ​ກົດໝາຍ​ຂອງ​ພະເຈົ້າ

    • ດນອ 6:6-10—ເມື່ອ​ການ​ປົກຄອງ​ສັ່ງ​ຫ້າມ​ບໍ່​ໃຫ້​ປະຊາຊົນ​ອະທິດຖານ​ເຖິງ​ພະເຈົ້າ​ອົງ​ໃດ​ກໍ​ຕາມ​ນອກ​ຈາກ​ອະທິດຖານ​ເຖິງ​ກະສັດ​ເທົ່າ​ນັ້ນ ດານີເອນ​ກໍ​ບໍ່​ເຊື່ອຟັງ

ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຄລິດສະຕຽນ​ຄວນ​ຮັກສາ​ຄວາມ​ເປັນ​ກາງ?

ມທ 4:8-10; ຢຮ 6:15

ກົດໝາຍ​ຂອງ​ພະເຈົ້າ​ທີ່​ຫ້າມ​ບໍ່​ໃຫ້​ຂາບ​ໄຫວ້​ຮູບ​ບູຊາ​ອາດ​ຊ່ວຍ​ໃຫ້​ຄລິດສະຕຽນ​ຄິດ​ໄດ້​ແນວ​ໃດ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ບໍ່​ຄວນ​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນ​ການເມືອງ?

ອພຍ 20:4, 5; 1ກຣ 10:14; 1ຢຮ 5:21

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ດນອ 3:1, 4-18—ກະສັດ​ເນບູກາດເນັດຊາ​ໄດ້​ພະຍາຍາມ​ເຮັດ​ໃຫ້​ປະຊາຊົນ​ທຸກ​ຄົນ​ຂາບ​ໄຫວ້​ຮູບ​ບູຊາ​ທີ່​ເຮັດ​ດ້ວຍ​ຄຳ​ເຊິ່ງ​ອາດຈະ​ຖືກ​ໃຊ້​ເພື່ອ​ນະມັດສະການ​ມາດຸກ​ພະເຈົ້າ​ປອມ

ຖ້າ​ການ​ປົກຄອງ​ສັ່ງ​ໃຫ້​ຄລິດສະຕຽນ​ສະໜັບສະໜູນ​ຫຼື​ຕໍ່ສູ້​ໃນ​ສົງຄາມ ຂໍ້​ຄຳພີ​ຂໍ້​ໃດ​ທີ່​ຊ່ວຍ​ໃຫ້​ເຂົາເຈົ້າ​ຮູ້​ວ່າ​ຈະ​ຕ້ອງ​ເຮັດ​ແນວ​ໃດ?

ອຊຢ 2:4; ຢຮ 18:36

ເບິ່ງ ພສ 11:5 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 26:50-52—ພະ​ເຢຊູ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ລູກສິດ​ຂອງ​ເພິ່ນ​ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ສົງຄາມ

    • ຢຮ 13:34, 35—ຄລິດສະຕຽນ​ສາມາດ​ເຊື່ອຟັງ​ຄຳ​ສັ່ງ​ນີ້​ໄດ້​ບໍ​ຖ້າ​ລາວ​ໄປ​ເຮັດ​ສົງຄາມ​ແລະ​ຕໍ່ສູ້​ກັບ​ຜູ້​ຄົນ​ໃນ​ດິນແດນ​ອື່ນ ບາງ​ທີ​ອາດ​ເຖິງ​ກັບ​ຂ້າ​ໝູ່​ຄລິດສະຕຽນ?

ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ປະຕິເສດ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະທ້ວງ​ຕໍ່ຕ້ານ​ການ​ປົກຄອງ?

ສພສ 24:21, 22; ຣມ 13:1-7; 1ປຕ 2:17

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ການ​ປົກຄອງ​ຕ່າງ​ໆ​ຈະ​ກ່າວຫາ​ວ່າ​ເຮົາ​ເປັນ​ພວກ​ກະບົດ​ແລະ​ສ້າງ​ຄວາມ​ປັ່ນປ່ວນ?

ລກ 23:1, 2; ຢຮ 15:18-21

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 16:19-23—ອັກຄະສາວົກ​ໂປໂລ​ແລະ​ຊີລາ​ຕ້ອງ​ທົນທຸກ​ທໍລະມານ​ຍ້ອນ​ວຽກ​ປະກາດ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌