ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສດຮ ບົດຮຽນ 5
  • ສະແດງ​ຄວາມ​ນັບຖື

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສະແດງ​ຄວາມ​ນັບຖື
  • ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ໂປໂລ​ເຮັດ
  • ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ໂປໂລ?
  • ຮຽນ​ແບບ​ໂປໂລ
  • ‘ຊອກ​ຫາ​ພະເຈົ້າ​ແລະ​ພົບ​ພະອົງ’
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
  • ຖ່ອມ​ໂຕ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ເຈົ້າ​ເບິ່ງ​ຄົນ​ໃນ​ເຂດ​ປະກາດ​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ສົນໃຈ​ຄົນ​ອື່ນ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ເບິ່ງຕື່ມ
ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ສດຮ ບົດຮຽນ 5

ເລີ່ມ​ລົມ

ອັກຄະສາວົກ​ໂປໂລ​ຫາ​ເຫດຜົນ​ກັບ​ຄົນ​ໃນ​ເມືອງ​ອາແຖນ.

ກຈກ. 17:22, 23

ບົດ​ທີ 5

ສະແດງ​ຄວາມ​ນັບຖື

ຫຼັກການ: “ໃຫ້​ຄຳ​ເວົ້າ​ຂອງ​ພວກ​ເຈົ້າ​ເປັນ​ຄຳ​ເວົ້າ​ທີ່​ກະລຸນາ​ສະເໝີ.”—ກລຊ. 4:6

ສິ່ງ​ທີ່​ໂປໂລ​ເຮັດ

ອັກຄະສາວົກ​ໂປໂລ​ຫາ​ເຫດຜົນ​ກັບ​ຄົນ​ໃນ​ເມືອງ​ອາແຖນ.

ວິດີໂອ: ໂປໂລ​ປະກາດ​ກັບ​ຄົນ​ອາແຖນ

1. ເບິ່ງ ວິດີໂອ ຫຼື​ອ່ານ​ກິດຈະການ 17:22, 23. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1. ກ. ໂປໂລ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ຮູບ​ບູຊາ​ຢູ່​ທົ່ວ​ເມືອງ​ອາແຖນ?—ເບິ່ງ​ກິດຈະການ 17:16

  2. ຂ. ແທນ​ທີ່​ຈະ​ຕຳໜິ​ຄົນ​ອາແຖນ ໂປໂລ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ເຊື່ອ​ດ້ວຍ​ຄວາມ​ນັບຖື​ແນວ​ໃດ​ຕອນ​ທີ່​ປະກາດ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ໂປໂລ?

2. ຜູ້​ຄົນ​ຈະ​ຟັງ​ເລື່ອງ​ທີ່​ເຮົາ​ເວົ້າ​ຫຼາຍ​ຂຶ້ນ​ຖ້າ​ເຮົາ​ຄິດ​ດີ​ໆ​ກ່ອນ​ວ່າ​ຈະ​ເວົ້າ​ຫຍັງ ເວົ້າ​ແນວ​ໃດ ແລະ​ເວົ້າ​ຕອນ​ໃດ.

ຮຽນ​ແບບ​ໂປໂລ

3. ຄິດ​ດີ​ໆ​ວ່າ​ຈະ​ເວົ້າ​ຫຍັງ. ຕົວຢ່າງ​ເຊັ່ນ ເມື່ອ​ເວົ້າ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຄລິດສະຕຽນ ເຈົ້າ​ອາດ​ຕ້ອງ​ປັບ​ວິທີ​ເວົ້າ​ຂອງ​ເຈົ້າ​ເມື່ອ​ເວົ້າ​ເຖິງ​ຄຳພີ​ໄບເບິນ​ຫຼື​ພະ​ເຢຊູ.

4. ຢ່າ​ຟ້າວ​ບອກ​ວ່າ​ສິ່ງ​ທີ່​ລາວ​ເວົ້າ​ມັນ​ຜິດ. ປ່ອຍ​ໃຫ້​ລາວ​ເວົ້າ​ຄວາມ​ຄິດ​ຄວາມ​ຮູ້ສຶກ​ຂອງ​ລາວ​ອອກ​ມາ​ແບບ​ອິດສະຫຼະ. ຖ້າ​ລາວ​ເວົ້າ​ຫຍັງ​ທີ່​ຂັດ​ກັບ​ຄຳສອນ​ໃນ​ຄຳພີ​ໄບເບິນ ກໍ​ຢ່າ​ຟ້າວ​ຖຽງ​ລາວ. (ຢກບ. 1:19) ເມື່ອ​ເຈົ້າ​ຟັງ​ລາວ ເຈົ້າ​ຈະ​ໄດ້​ຮູ້​ວ່າ​ລາວ​ເຊື່ອ​ຫຍັງ​ແລະ​ເປັນ​ຫຍັງ​ລາວ​ຈຶ່ງ​ເຊື່ອ​ແບບ​ນັ້ນ.—ສພສ. 20:5

5. ເຫັນດີ​ນຳ​ແລະ​ຊົມເຊີຍ​ລາວ​ຖ້າ​ເປັນ​ໄປ​ໄດ້. ລາວ​ອາດ​ຄິດ​ວ່າ​ເລື່ອງ​ທີ່​ລາວ​ເຊື່ອ​ນັ້ນ​ຖືກຕ້ອງ. ດັ່ງນັ້ນ ໃຫ້​ພະຍາຍາມ​ລົມ​ໃນ​ເລື່ອງ​ທີ່​ທັງ​ເຈົ້າ​ກັບ​ລາວ​ເຫັນດີ​ນຳ​ກັນ ຈາກ​ນັ້ນ​ກໍ​ຄ່ອຍ​ໆ​ຊ່ວຍ​ລາວ​ໃຫ້​ເຂົ້າ​ໃຈ​ວ່າ​ຄຳພີ​ໄບເບິນ​ສອນ​ແນວ​ໃດ.

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ

ສພສ. 25:15; 2 ຕມ. 2:23-26; 1 ປຕ. 3:15

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌