ບົດຄວາມສຶກສາທີ 39
“ຈົ່ງເບິ່ງ ຍັງມີຝູງຄົນເປັນອັນມາກ”
“ຈົ່ງເບິ່ງ ຍັງມີຝູງຄົນເປັນອັນມາກ [“ຊົນຝູງໃຫຍ່,” ລ.ມ.] ທີ່ບໍ່ມີຜູ້ໃດຈະນັບປະມານໄດ້ . . . ຢືນຢູ່ຕໍ່ໜ້າພະທີ່ນັ່ງແລະຕໍ່ໜ້າລູກແກະ.”—ຄຳປ. 7:9
ເພງ 60 ນີ້ໝາຍເຖິງຊີວິດຂອງເຂົາເຈົ້າ
ໃຈຄວາມສຳຄັນa
1. ໃນຕອນທ້າຍຂອງສະຕະວັດທຳອິດ ຊີວິດຂອງອັກຄະສາວົກໂຢຮັນເປັນແນວໃດ?
ໃນຕອນທ້າຍຂອງສະຕະວັດທຳອິດ ອັກຄະສາວົກໂຢຮັນຢູ່ໃນສະພາບທີ່ຫຍຸ້ງຍາກ. ລາວເຖົ້າຫຼາຍ ແລະຖືກຂັງຢູ່ເກາະປັດໂມ. ເບິ່ງຄືວ່າໃນບັນດາອັກຄະສາວົກຍັງເຫຼືອແຕ່ລາວຄົນດຽວທີ່ຍັງມີຊີວິດຢູ່. (ຄຳປ. 1:9) ລາວຮູ້ວ່າຜູ້ຕໍ່ຕ້ານໄດ້ສອນເລື່ອງຕົວະແລະເຮັດໃຫ້ຄລິດສະຕຽນແຕກແຍກກັນ ແລະເບິ່ງຄືວ່າອີກບໍ່ດົນ ຈະບໍ່ມີຄລິດສະຕຽນແທ້ອີກເລີຍ.—ຢູເດ 4; ຄຳປ. 2:15, 20; 3:1, 17
ອັກຄະສາວົກໂຢຮັນເຫັນ “ຊົນຝູງໃຫຍ່” ໃສ່ເສື້ອຄຸມຍາວສີຂາວແລະຖືໃບປາມ. (ເບິ່ງຂໍ້ 2)
2. ຕາມຄຳປາກົດ 7:9-14 ໂຢຮັນໄດ້ຮັບນິມິດຫຍັງທີ່ໜ້າຕື່ນເຕັ້ນ? (ເບິ່ງຮູບໜ້າປົກ)
2 ຕອນທີ່ໂຢຮັນຢູ່ໃນສະພາບການທີ່ຫຍຸ້ງຍາກ ພະເຢໂຫວາໄດ້ໃຫ້ລາວເຫັນນິມິດທີ່ໜ້າຕື່ນເຕັ້ນກ່ຽວກັບອະນາຄົດ. ໃນນິມິດນັ້ນ ມີທູດສະຫວັນອົງໜຶ່ງບອກທູດສະຫວັນສີ່ອົງໃຫ້ຫ້າມລົມແຫ່ງຄວາມທຸກລຳບາກຄັ້ງໃຫຍ່ຈົນກວ່າຈະມີການປະທັບຕາຄັ້ງສຸດທ້າຍຂອງທາດກຸ່ມໜຶ່ງ. (ຄຳປ. 7:1-3) ທາດນັ້ນມີຈຳນວນ 144.000 ຄົນທີ່ຈະໄປຮ່ວມປົກຄອງກັບພະເຍຊູໃນສະຫວັນ. (ລືກາ 12:32; ຄຳປ. 7:4) ແລ້ວໂຢຮັນກໍເຫັນຄົນອີກກຸ່ມໜຶ່ງທີ່ໃຫຍ່ຫຼາຍ ລາວຮ້ອງວ່າ: “ຈົ່ງເບິ່ງ” ເຊິ່ງສະແດງໃຫ້ເຫັນເຖິງຄວາມປະຫຼາດໃຈໃນສິ່ງທີ່ບໍ່ຄາດຄິດ. ໂຢຮັນເຫັນຫຍັງ? ລາວເຫັນ ‘ຝູງຄົນເປັນອັນມາກທີ່ບໍ່ມີຜູ້ໃດຈະນັບປະມານໄດ້ມາແຕ່ທຸກປະເທດ ທຸກກະກູນ ທຸກຊາດ ແລະທຸກພາສາ ຢືນຢູ່ຕໍ່ໜ້າພະທີ່ນັ່ງແລະຕໍ່ໜ້າລູກແກະ.’ (ອ່ານຄຳປາກົດ 7:9-14) ລອງນຶກພາບວ່າໂຢຮັນຈະດີໃຈຫຼາຍສ່ຳໃດທີ່ຮູ້ວ່າ ໃນອະນາຄົດຈະມີຫຼາຍຄົນມານະມັດສະການພະເຢໂຫວາໃນວິທີທີ່ຖືກຕ້ອງ!
3. (ກ) ເປັນຫຍັງນິມິດຂອງໂຢຮັນຈຶ່ງເສີມສ້າງຄວາມເຊື່ອຂອງເຮົາ? (ຂ) ເຮົາຈະຮຽນຮູ້ຫຍັງແດ່ໃນບົດຄວາມນີ້?
3 ເຮົາໝັ້ນໃຈວ່ານິມິດນັ້ນໄດ້ເສີມສ້າງຄວາມເຊື່ອຂອງໂຢຮັນແທ້ໆ. ແລະນິມິດນັ້ນກໍແຮ່ງເສີມສ້າງຄວາມເຊື່ອເຮົາໃຫ້ເຂັ້ມແຂງຫຼາຍຂຶ້ນເພາະເຮົາຢູ່ໃນສະໄໝສຸດທ້າຍ! ໃນທຸກມື້ນີ້ ຫຼາຍລ້ານຄົນມານະມັດສະການພະເຢໂຫວາແລະມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກ. ໃນບົດຄວາມນີ້ເຮົາຈະມາຮຽນຮູ້ວ່າ ຫຼາຍກວ່າແປດສິບປີມາແລ້ວ ພະເຢໂຫວາໄດ້ບອກປະຊາຊົນຂອງພະອົງວ່າຊົນຝູງໃຫຍ່ແມ່ນໃຜ. ຈາກນັ້ນ ເຮົາຈະມາເບິ່ງລັກສະນະສອງຢ່າງຂອງຊົນຝູງໃຫຍ່ຄື: (1) ມີຄົນຈຳນວນຫຼາຍ ແລະ (2) ຄົນເຫຼົ່ານັ້ນມາຈາກທົ່ວໂລກ. ການຮຽນຮູ້ເລື່ອງເຫຼົ່ານີ້ຈະຊ່ວຍເຮົາທຸກຄົນທີ່ມີຄວາມຫວັງທີ່ຈະເປັນສ່ວນໜຶ່ງຂອງຊົນຝູງໃຫຍ່ໃຫ້ມີຄວາມເຊື່ອທີ່ເຂັ້ມແຂງຂຶ້ນ.
ຊົນຝູງໃຫຍ່ຈະຢູ່ໃສ?
4. ຄວາມຈິງໃນຄຳພີໄບເບິນອັນໃດທີ່ຄລິດຕະຈັກບໍ່ເຂົ້າໃຈ ແລະກຸ່ມນັກສຶກສາຄຳພີໄບເບິນເຂົ້າໃຈເລື່ອງນີ້ແນວໃດ?
4 ປົກກະຕິແລ້ວຄລິດຕະຈັກບໍ່ໄດ້ສອນຄວາມຈິງໃນພະຄຳພີທີ່ວ່າມື້ໜຶ່ງຄົນທີ່ເຊື່ອຟັງຈະມີຊີວິດຕະຫຼອດໄປໃນໂລກ. (2 ໂກ. 4:3, 4) ທຸກມື້ນີ້ ຄລິດຕະຈັກຕ່າງໆສອນວ່າຄົນດີທຸກຄົນທີ່ຕາຍແລ້ວຈະໄດ້ໄປສະຫວັນ. ນີ້ແຕກຕ່າງກັບກຸ່ມນັກສຶກສາຄຳພີໄບເບິນກຸ່ມນ້ອຍໆທີ່ເລີ່ມຈັດພິມວາລະສານຫໍສັງເກດການ ໃນປີ 1879. ພວກເຂົາເຂົ້າໃຈວ່າພະເຈົ້າຈະເຮັດໃຫ້ໂລກນີ້ເປັນສວນອຸທິຍານອີກຄັ້ງ ແລະຫຼາຍລ້ານຄົນທີ່ເຊື່ອຟັງກໍຈະມີຊີວິດຢູ່ອຸທິຍານໃນໂລກນີ້ ບໍ່ແມ່ນສະຫວັນ. ແນວໃດກໍຕາມ ພວກເຂົາຕ້ອງໃຊ້ເວລາເພື່ອຈະຮູ້ແຈ້ງວ່າຄົນທີ່ເຊື່ອຟັງເຫຼົ່ານີ້ແມ່ນໃຜ.—ມັດ. 6:10
5. ກຸ່ມນັກສຶກສາຄຳພີໄບເບິນມີຄວາມເຊື່ອແນວໃດກ່ຽວກັບ 144.000 ຄົນ?
5 ນອກຈາກນັ້ນ ນັກສຶກສາຄຳພີໄບເບິນກຸ່ມນີ້ຍັງຮູ້ຈາກພະຄຳພີວ່າ ມີບາງຄົນຖືກ “ຊື້ໄວ້ແລ້ວຈາກແຜ່ນດິນໂລກ” ເພື່ອຈະປົກຄອງຮ່ວມກັບພະເຍຊູໃນສະຫວັນ. (ຄຳປ. 14:3) ຄົນກຸ່ມນັ້ນມີ 144.000 ຄົນເຊິ່ງຫ້າວຫັນແລະອຸທິດຊີວິດຮັບໃຊ້ພະເຈົ້າຢ່າງສັດຊື່ໃນຂະນະທີ່ຢູ່ເທິງໂລກ. ແລ້ວຊົນຝູງໃຫຍ່ເດ?
6. ກຸ່ມນັກສຶກສາຄຳພີໄບເບິນສະຫຼຸບແນວໃດກ່ຽວກັບຊົນຝູງໃຫຍ່?
6 ໃນນິມິດຂອງໂຢຮັນ ລາວເຫັນວ່າມີຊົນຝູງໃຫຍ່ທີ່ “ຢືນຢູ່ຕໍ່ໜ້າພະທີ່ນັ່ງແລະຕໍ່ໜ້າລູກແກະ.” (ຄຳປ. 7:9) ຄຳເວົ້າເຫຼົ່ານີ້ເຮັດໃຫ້ກຸ່ມນັກສຶກສາຄຳພີໄບເບິນສະຫຼຸບໄດ້ວ່າ ຊົນຝູງໃຫຍ່ຈະໄດ້ຢູ່ໃນສະຫວັນຄືກັບຊົນ 144.000 ຄົນ. ແຕ່ຖ້າຫາກທັງຊົນ 144.000 ຄົນແລະຊົນຝູງໃຫຍ່ຢູ່ໃນສະຫວັນ ແລ້ວສອງກຸ່ມນີ້ຕ່າງກັນແນວໃດລະ? ກຸ່ມນັກສຶກສາຄຳພີໄບເບິນຄິດວ່າຊົນຝູງໃຫຍ່ຕ້ອງລວມເຖິງຄລິດສະຕຽນທີ່ເຊື່ອຟັງພະເຈົ້າບໍ່ເຕັມທີຕອນທີ່ຢູ່ໃນໂລກ. ເຖິງວ່າພວກເຂົາເຮັດຕາມມາດຕະຖານດ້ານສິນລະທຳຂອງພະເຈົ້າ ແຕ່ບາງຄົນກໍຍັງເປັນສະມາຊິກຂອງຄລິດຕະຈັກຕ່າງໆຢູ່. ກຸ່ມນັກສຶກສາຄຳພີໄບເບິນກໍເລີຍສະຫຼຸບວ່າຊົນຝູງໃຫຍ່ຮັກພະເຈົ້າຢູ່ ແຕ່ບໍ່ພຽງພໍທີ່ຈະໄດ້ຮ່ວມປົກຄອງກັບພະເຍຊູ. ເນື່ອງຈາກຊົນຝູງໃຫຍ່ບໍ່ໄດ້ຮັກພະເຈົ້າຫຼາຍພໍ ພວກເຂົາເລີຍມີຄຸນສົມບັດທີ່ຈະໄປສະຫວັນແລະຢືນຢູ່ຕໍ່ໜ້າ ບັນລັງ ແຕ່ບໍ່ໄດ້ນັ່ງເທິງ ບັນລັງ.
7. ກຸ່ມນັກສຶກສາຄຳພີໄບເບິນເຊື່ອວ່າໃຜຈະມີຊີວິດຢູ່ເທິງແຜ່ນດິນໂລກໃນລະຫວ່າງການປົກຄອງໜຶ່ງພັນປີ ແລະພວກເຂົາເຊື່ອວ່າຜູ້ຮັບໃຊ້ທີ່ສັດຊື່ໃນສະໄໝບູຮານຈະເປັນແນວໃດ?
7 ໃຜຈະຢູ່ແຜ່ນດິນໂລກ? ກຸ່ມນັກສຶກສາຄຳພີໄບເບິນເຊື່ອວ່າ ຫຼັງຈາກ 144.000 ຄົນແລະຊົນຝູງໃຫຍ່ໄດ້ລວມຕົວກັນໃນສະຫວັນ ຫຼາຍລ້ານຄົນໃນໂລກນີ້ກໍຈະໄດ້ຮັບພອນຢູ່ແຜ່ນດິນໂລກໃນສະໄໝການປົກຄອງໜຶ່ງພັນປີຂອງພະຄລິດ. ກຸ່ມນັກສຶກສາຄຳພີໄບເບິນບໍ່ໄດ້ຄິດວ່າ ຫຼາຍລ້ານຄົນເຫຼົ່ານັ້ນຈະຮັບໃຊ້ພະເຢໂຫວາກ່ອນ ພະຄລິດເລີ່ມປົກຄອງໜຶ່ງພັນປີ. ແຕ່ພວກເຂົາຄິດວ່າກຸ່ມຄົນເຫຼົ່ານັ້ນຈະຮຽນຮູ້ກ່ຽວກັບພະເຢໂຫວາໃນລະຫວ່າງ ສະໄໝພັນປີ. ຫຼັງຈາກນັ້ນ ຄົນທີ່ເຮັດຕາມມາດຕະຖານຂອງພະເຢໂຫວາຈະມີຊີວິດຕະຫຼອດໄປເທິງໂລກ ສ່ວນຄົນທີ່ບໍ່ເຊື່ອຟັງກໍຈະຖືກທຳລາຍ. ກຸ່ມນັກສຶກສາຄຳພີໄບເບິນຍັງຄິດວ່າບາງຄົນທີ່ຮັບໃຊ້ເປັນ “ເຈົ້ານາຍ” ເທິງໂລກໃນໄລຍະເວລານັ້ນ ລວມເຖິງ “ຜູ້ຮັບໃຊ້ທີ່ສັດຊື່ໃນສະໄໝບູຮານ” (ຫຼື ຜູ້ຮັບໃຊ້ທີ່ສັດຊື່ທີ່ຕາຍກ່ອນພະຄລິດ) ຈະຖືກປຸກໃຫ້ຟື້ນຄືນຈາກຕາຍໄປສະຫວັນຫຼັງຈາກສິ້ນສຸດການປົກຄອງໜຶ່ງພັນປີ.—ເພງ. 45:16
8. ກຸ່ມນັກສຶກສາຄຳພີໄບເບິນຄິດວ່າມີ 3 ກຸ່ມຫຍັງແດ່ທີ່ຢູ່ໃນໃຈປະສົງຂອງພະເຈົ້າ?
8 ດັ່ງນັ້ນ ກຸ່ມນັກສຶກສາຄຳພີໄບເບິນຈຶ່ງຄິດວ່າມີ 3 ກຸ່ມຄື: (1) ຊົນ 144.000 ຄົນ ທີ່ຈະໄດ້ຮ່ວມປົກຄອງກັບພະເຍຊູໃນສະຫວັນ (2) ຊົນຝູງໃຫຍ່ຂອງຄລິດສະຕຽນທີ່ເຊື່ອຟັງພະເຈົ້າບໍ່ເຕັມທີ ເຊິ່ງຈະຢືນຢູ່ຕໍ່ໜ້າບັນລັງຂອງພະເຍຊູໃນສະຫວັນ ແລະ (3) ຫຼາຍລ້ານຄົນຈະຮຽນຮູ້ກ່ຽວກັບພະເຢໂຫວາໃນລະຫວ່າງສະໄໝການປົກຄອງໜຶ່ງພັນປີຂອງພະຄລິດ.b ແຕ່ຕໍ່ມາ ເມື່ອຮອດເວລາທີ່ພະເຢໂຫວາເຫັນວ່າເໝາະສົມ ພະອົງກໍໄດ້ຊ່ວຍພວກເຂົາໃຫ້ເຂົ້າໃຈໃນເລື່ອງນີ້ແຈ້ງຂຶ້ນ.—ສຸພາ. 4:18
ແສງແຫ່ງຄວາມຈິງສ່ອງແຈ້ງຂຶ້ນ
ຫຼາຍຄົນທີ່ມີຄວາມຫວັງເທິງແຜ່ນດິນໂລກໄດ້ຮັບບັບເຕມາໃນການປະຊຸມໃຫຍ່ປີ 1935 (ເບິ່ງຂໍ້ 9)
9. (ກ) ຊົນຝູງໃຫຍ່ທີ່ຢູ່ແຜ່ນດິນໂລກສາມາດຢືນຢູ່ “ຕໍ່ໜ້າພະທີ່ນັ່ງແລະຕໍ່ໜ້າລູກແກະ” ແນວໃດ? (ຂ) ເປັນຫຍັງການປັບປ່ຽນຄວາມເຂົ້າໃຈທີ່ຢູ່ໃນຄຳປາກົດ 7:9 ຈຶ່ງມີເຫດຜົນ?
9 ໃນປີ 1935 ພະຍານພະເຢໂຫວາໄດ້ເຂົ້າໃຈແຈ້ງຂຶ້ນກ່ຽວກັບຊົນຝູງໃຫຍ່ທີ່ຢູ່ໃນນິມິດຂອງໂຢຮັນ. ພະຍານພະເຢໂຫວາໄດ້ຮູ້ວ່າແທ້ໆແລ້ວຊົນຝູງໃຫຍ່ບໍ່ໄດ້ຂຶ້ນໄປສະຫວັນເພື່ອຢືນຢູ່ “ຕໍ່ໜ້າພະທີ່ນັ່ງແລະຕໍ່ໜ້າລູກແກະ.” ແຕ່ພວກເຂົາເຮັດແນວນີ້ໃນຄວາມໝາຍເປັນໄນ. ເຖິງວ່າຊົນຝູງໃຫຍ່ຈະຢູ່ແຜ່ນດິນໂລກ ແຕ່ພວກເຂົາສາມາດຢືນຢູ່ “ຕໍ່ໜ້າພະທີ່ນັ່ງ” ໂດຍຍອມຮັບວ່າພະເຢໂຫວາເປັນຜູ້ປົກຄອງເອກະພົບ ແລະຍອມຮັບສິດອຳນາດຂອງພະອົງໂດຍການເຊື່ອຟັງພະອົງ. (ເອຊາ. 66:1) ແລະພວກເຂົາສາມາດຢືນຢູ່ “ຕໍ່ໜ້າລູກແກະ” ໂດຍການສະແດງຄວາມເຊື່ອໃນຄ່າໄຖ່ຂອງພະເຍຊູ. ຄືກັບທີ່ບອກໄວ້ໃນມັດທາຍ 25:31, 32, ລ.ມ. ທີ່ວ່າ “ຄົນທຸກຊາດ” ລວມທັງຄົນຊົ່ວຈະຖືກ “ລວບລວມມາຢູ່ຕໍ່ໜ້າ” ພະເຍຊູທີ່ນັ່ງຢູ່ເທິງບັນລັງອັນຮຸ່ງເຮືອງຂອງເພິ່ນ. ເຫັນໄດ້ແຈ້ງວ່າ ຄົນທຸກຊາດນີ້ບໍ່ໄດ້ຢູ່ໃນສະຫວັນ ແຕ່ຢູ່ໃນໂລກ. ການປັບປ່ຽນຄວາມເຂົ້າໃຈແບບນີ້ມີເຫດຜົນເພາະນັ້ນຊ່ວຍເຮົາໃຫ້ຮູ້ວ່າເປັນຫຍັງຄຳພີໄບເບິນບໍ່ໄດ້ເວົ້າເຖິງຊົນຝູງໃຫຍ່ວ່າຈະຖືກຮັບໄປສະຫວັນ ແລະມີພຽງແຕ່ກຸ່ມດຽວເທົ່ານັ້ນທີ່ຈະມີຊີວິດຕະຫຼອດໄປໃນສະຫວັນເຊິ່ງກໍຄື 144.000 ຄົນ ທີ່ຈະເປັນ “ກະສັດປົກຄອງໂລກ” ຮ່ວມກັບພະເຍຊູ.—ຄຳປ. 5:10, ລ.ມ.
10. ເປັນຫຍັງຈຶ່ງສຳຄັນທີ່ຊົນຝູງໃຫຍ່ຈະຕ້ອງຮຽນຮູ້ກ່ຽວກັບພະເຢໂຫວາແລະເລີ່ມນະມັດສະການພະອົງກ່ອນ ເລີ່ມຕົ້ນສະໄໝພັນປີ?
10 ຕັ້ງແຕ່ປີ 1935 ພະຍານພະເຢໂຫວາໄດ້ເຂົ້າໃຈວ່າ ຊົນຝູງໃຫຍ່ທີ່ຢູ່ໃນນິມິດຂອງໂຢຮັນແມ່ນກຸ່ມຄລິດສະຕຽນທີ່ສັດຊື່ ເຊິ່ງມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປເທິງແຜ່ນດິນໂລກ ແລະເພື່ອຈະລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່ ຊົນຝູງໃຫຍ່ຈະຕ້ອງໄດ້ຮຽນຮູ້ກ່ຽວກັບພະເຢໂຫວາແລະເລີ່ມນະມັດສະການພະອົງກ່ອນເລີ່ມຕົ້ນສະໄໝພັນປີ. ພວກເຂົາຕ້ອງເສີມສ້າງຄວາມເຊື່ອໃຫ້ເຂັ້ມແຂງເພື່ອ “ຈະໄດ້ພົ້ນຈາກການທັງປວງທີ່ຕ້ອງບັງເກີດມາ” ກ່ອນການປົກຄອງໜຶ່ງພັນປີຂອງພະຄລິດ.—ລືກາ 21:34-36
11. ເປັນຫຍັງບາງຄົນໃນກຸ່ມນັກສຶກສາຄຳພີໄບເບິນຈຶ່ງຄິດວ່າບາງຄົນອາດຖືກຮັບຂຶ້ນໄປສະຫວັນຫຼັງຈາກສະໄໝພັນປີ?
11 ແລ້ວຈະວ່າແນວໃດກັບຄວາມຄິດທີ່ວ່າ ບາງຄົນເຊິ່ງເປັນຕົວຢ່າງທີ່ດີໃນໂລກຈະຖືກຮັບຂຶ້ນໄປສະຫວັນຫຼັງຈາກສະໄໝພັນປີ? ມີການບັນທຶກຄວາມຄິດແບບນີ້ໄວ້ໄດ້ຫຼາຍປີກ່ອນໃນຫໍສັງເກດການ ສະບັບທີ 15 ກຸມພາ 1913. ແຕ່ມີເຫດຜົນທີ່ຈະສົງໄສວ່າ: ‘ເປັນຫຍັງຜູ້ຮັບໃຊ້ທີ່ສັດຊື່ສະໄໝກ່ອນໄດ້ຮັບລາງວັນພຽງແຕ່ຊີວິດຕະຫຼອດໄປເທິງໂລກ ແຕ່ຄລິດສະຕຽນທີ່ບໍ່ໄດ້ສັດຊື່ຕະຫຼອດພັດໄດ້ຮັບຊີວິດໃນສະຫວັນ?’ ແນ່ນອນວ່າ ຄວາມຄິດແບບນັ້ນແມ່ນໄດ້ຮັບອິດທິພົນຈາກຂໍ້ສົມມຸດຖານທີ່ບໍ່ຖືກຕ້ອງ 2 ຢ່າງຄື: (1) ຊົນຝູງໃຫຍ່ຈະຢູ່ໃນສະຫວັນ ແລະ (2) ຊົນຝູງໃຫຍ່ຕ້ອງລວມເຖິງຄລິດສະຕຽນທີ່ເຊື່ອຟັງພະເຈົ້າບໍ່ເຕັມທີ.
12-13. ທັງຜູ້ຖືກເຈີມແລະຊົນຝູງໃຫຍ່ຮູ້ຫຍັງກ່ຽວກັບລາງວັນຂອງພວກເຂົາ?
12 ດັ່ງທີ່ເຮົາເຫັນແລ້ວວ່າ ຕັ້ງແຕ່ປີ 1935 ພະຍານພະເຢໂຫວາໄດ້ເຂົ້າໃຈແຈ້ງວ່າຜູ້ທີ່ລອດຊີວິດຈາກວັນອະລະມະເຄໂດນແມ່ນ ຊົນຝູງໃຫຍ່ໃນນິມິດຂອງໂຢຮັນ. ພວກເຂົາຈະ “ຜ່ານຄວາມທຸກຍາກລຳບາກຄັ້ງໃຫຍ່” ທີ່ຢູ່ໃນໂລກນີ້ ແລະພວກເຂົາຈະ “ຮ້ອງບໍ່ຢຸດວ່າ: ‘ຄວາມລອດມາຈາກພະເຈົ້າຂອງເຮົາຜູ້ນັ່ງເທິງບັນລັງ ແລະມາຈາກລູກແກະຂອງພະອົງ.’” (ຄຳປ. 7:10, 14, ລ.ມ.) ນອກຈາກນັ້ນ ພະຄຳພີຍັງສອນວ່າຄົນທີ່ຟື້ນຄືນຈາກຕາຍແລ້ວໄປສະຫວັນກໍໄດ້ຮັບ “ສິ່ງຂອງຢ່າງດີກວ່າ” ຜູ້ຮັບໃຊ້ທີ່ສັດຊື່ໃນສະໄໝກ່ອນ. (ເຫບ. 11:40) ດັ່ງນັ້ນ ພີ່ນ້ອງຂອງເຮົາຈຶ່ງກະຕືລືລົ້ນໃນການຊວນຜູ້ຄົນໃຫ້ມາຮັບໃຊ້ພະເຢໂຫວາດ້ວຍຄວາມຫວັງທີ່ຈະມີຊີວິດຕະຫຼອດໄປເທິງແຜ່ນດິນໂລກ.
13 ຊົນຝູງໃຫຍ່ມີຄວາມສຸກຫຼາຍກັບຄວາມຫວັງຂອງພວກເຂົາ. ພວກເຂົາເຂົ້າໃຈວ່າພະເຢໂຫວາເປັນຜູ້ເລືອກເອງວ່າຈະໃຫ້ຜູ້ນະມັດສະການທີ່ສັດຊື່ຂອງພະອົງຮັບໃຊ້ຢູ່ບ່ອນໃດ ບໍ່ວ່າຈະຢູ່ໃນສະຫວັນຫຼືຢູ່ແຜ່ນດິນໂລກ. ທັງຜູ້ຖືກເຈີມແລະຊົນຝູງໃຫຍ່ຮູ້ວ່າ ພວກເຂົາຈະໄດ້ຮັບລາງວັນນີ້ໄດ້ກໍຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາທີ່ສະແດງອອກໂດຍທາງຄ່າໄຖ່ຂອງພະເຍຊູຄລິດ.—ໂລມ 3:24
ຈຳນວນຂອງຊົນຝູງໃຫຍ່
14. ຫຼັງຈາກປີ 1935 ເປັນຫຍັງຫຼາຍຄົນຈຶ່ງສົງໄສວ່າຄຳພະຍາກອນເລື່ອງຊົນຝູງໃຫຍ່ຈະກາຍເປັນກຸ່ມໃຫຍ່ໄດ້ແນວໃດ?
14 ຫຼັງຈາກປະຊາຊົນຂອງພະເຢໂຫວາເຂົ້າໃຈແຈ້ງຂຶ້ນໃນປີ 1935 ຫຼາຍຄົນຍັງສົງໄສວ່າຜູ້ທີ່ມີຄວາມຫວັງຢູ່ແຜ່ນດິນໂລກຈະກາຍເປັນກຸ່ມໃຫຍ່ໄດ້ແນວໃດ. ຕົວຢ່າງ: ພີ່ນ້ອງໂຣໂນ ພາກຄິນອາຍຸ 12 ປີເມື່ອມີຄວາມເຂົ້າໃຈແຈ້ງຂຶ້ນກ່ຽວກັບຊົນຝູງໃຫຍ່. ລາວບອກວ່າ: “ໃນຕອນນັ້ນ ມີຜູ້ປະກາດທັງໝົດ 56.000 ຄົນທົ່ວໂລກ ແລະສ່ວນຫຼາຍຄົງຈະເປັນຜູ້ຖືກເຈີມ. ສະນັ້ນ ເບິ່ງຄືວ່າຊົນຝູງໃຫຍ່ບໍ່ໃຫຍ່ປານໃດ.”
15. ຊົນຝູງໃຫຍ່ມີຈຳນວນຫຼາຍຂຶ້ນເລື້ອຍໆໄດ້ແນວໃດ?
15 ແຕ່ໃນຫຼາຍສິບປີຕໍ່ມາ ມິດຊັນນາລີຖືກສົ່ງໄປຫຼາຍດິນແດນແລະຈຳນວນຂອງພະຍານພະເຢໂຫວາກໍເພີ່ມຂຶ້ນຫຼາຍເລື້ອຍໆ. ໃນປີ 1968 ເລີ່ມມີໂຄງການສຶກສາຄຳພີໄບເບິນໂດຍໃຊ້ປຶ້ມຄວາມຈິງທີ່ນຳໄປສູ່ຊີວິດຕະຫຼອດການ. ປຶ້ມນີ້ອະທິບາຍຄວາມຈິງໃນຄຳພີໄບເບິນແບບງ່າຍໆເຊິ່ງເຮັດໃຫ້ດຶງດູດໃຈຄົນຖ່ອມຕົວໃຫ້ມາຫາພະເຢໂຫວາຫຼາຍກວ່າແຕ່ກ່ອນ. ພາຍໃນ 4 ປີ ມີຫຼາຍກວ່າຫ້າແສນຄົນທີ່ຮັບບັບເຕມາເຂົ້າມາເປັນລູກສິດໃໝ່. ເນື່ອງຈາກສາສະໜາກາໂຕລິກເລີ່ມເສຍບົດບາດໃນອາເມຣິກາລາຕິນແລະໃນປະເທດອື່ນໆ ແລະວຽກຂອງເຮົາກໍມີເສລີພາບຫຼາຍຂຶ້ນໃນເອີຣົບຕາເວັນອອກແລະບາງເຂດຢູ່ທະວີບອາຝຼິກກາ ນີ້ຈຶ່ງເຮັດໃຫ້ຫຼາຍລ້ານຄົນຮັບບັບເຕມາ. (ເອຊາ. 60:22) ບໍ່ເທົ່າໃດປີທີ່ຜ່ານມາ ອົງການຂອງພະເຢໂຫວາໄດ້ຜະລິດເຄື່ອງມືທີ່ມີປະສິດທິພາບຫຼາຍຢ່າງເພື່ອຊ່ວຍຜູ້ຄົນໃຫ້ຮຽນຮູ້ໃນສິ່ງທີ່ຄຳພີໄບເບິນສອນ. ເຫັນໄດ້ແຈ້ງວ່າຊົນຝູງໃຫຍ່ກາຍເປັນກຸ່ມໃຫຍ່ອີ່ຫຼີ ເພາະຕອນນີ້ມີຈຳນວນຫຼາຍກວ່າແປດລ້ານຄົນທີ່ໄດ້ຖືກລວບລວມແລ້ວ.
ຄວາມຫຼາກຫຼາຍຂອງຊົນຝູງໃຫຍ່
16. ຊົນຝູງໃຫຍ່ຖືກລວບລວມຈາກບ່ອນໃດ?
16 ເມື່ອໂຢຮັນຂຽນນິມິດທີ່ລາວເຫັນ ລາວບອກວ່າ: ຊົນຝູງໃຫຍ່ຈະມາຈາກ ‘ທຸກປະເທດ ທຸກກະກູນ ທຸກຊາດ ແລະທຸກພາສາ.’ ຜູ້ພະຍາກອນຊາກາລີກໍໄດ້ບອກລ່ວງໜ້າກ່ຽວກັບບາງສິ່ງທີ່ຄ້າຍຄືກັນ ລາວບອກວ່າ: “ໃນຄາວນັ້ນຄົນແຕ່ພາສາຊາວປະເທດທັງປວງ ຄົນຈະຈັບຊາຍເສື້ອ ແມ່ນແລ້ວຈະກຳເອົາຊາຍເສື້ອຂອງຊາວຢູເດຜູ້ໜຶ່ງຈຶ່ງກ່າວວ່າ ‘ພວກເຮົາຈະໄປນຳພວກທ່ານ ເຫດວ່າພວກເຮົາໄດ້ຍິນຂ່າວວ່າພະເຈົ້າສະຖິດຢູ່ຝ່າຍພວກທ່ານ.’”—ຊກາ. 8:23
17. ພະຍານພະເຢໂຫວາໄດ້ເຮັດຫຍັງເພື່ອຊ່ວຍຜູ້ຄົນທີ່ມາຈາກທຸກຊາດ ທຸກພາສາ?
17 ພະຍານພະເຢໂຫວາຮູ້ວ່າຕ້ອງມີການປະກາດຂ່າວດີໃນຫຼາຍໆພາສາ ເພື່ອຜູ້ຄົນຈາກທຸກພາສາຈະມາລວມຕົວກັນ. ອົງການຂອງເຮົາໄດ້ມີການແປປຶ້ມແລະສື່ຕ່າງໆເພື່ອສຶກສາຄຳພີໄບເບິນເປັນເວລາຫຼາຍກວ່າ 130 ປີ ແຕ່ຕອນນີ້ເຮົາກຳລັງມີການແປຫຼາຍທີ່ສຸດເທົ່າທີ່ເຄີຍເຮັດມາໃນຫຼາຍຮ້ອຍພາສາ. ເຫັນໄດ້ແຈ້ງວ່າ ພະເຢໂຫວາກຳລັງເຮັດການອັດສະຈັນໃນປັດຈຸບັນໂດຍລວບລວມຊົນຝູງໃຫຍ່ຈາກທຸກຊາດ. ເນື່ອງຈາກຄຳພີໄບເບິນແລະປຶ້ມຕ່າງໆຂອງອົງການສາມາດອ່ານໄດ້ໃນຫຼາຍພາສາ ນີ້ເຮັດໃຫ້ຜູ້ນະມັດສະການພະເຢໂຫວາເປັນນ້ຳໜຶ່ງໃຈດຽວກັນ ເຖິງວ່າພວກເຂົາຈະມາຈາກທົ່ວໂລກ. ພະຍານພະເຢໂຫວາເປັນທີ່ຮູ້ຈັກດີວ່າ ພວກເຂົາປະກາດຢ່າງກະຕືລືລົ້ນແລະຮັກພີ່ນ້ອງ. ນີ້ໄດ້ເຮັດໃຫ້ຄວາມເຊື່ອຂອງເຮົາໃຫ້ເຂັ້ມແຂງຫຼາຍຂຶ້ນແທ້ໆ!—ມັດ. 24:14; ໂຢ. 13:35
ນິມິດນີ້ມີຄວາມໝາຍຕໍ່ເຮົາແນວໃດ?
18. (ກ) ຕາມເອຊາອີ 46:10, 11 ເປັນຫຍັງເຮົາຈຶ່ງບໍ່ແປກໃຈທີ່ພະເຢໂຫວາເຮັດໃຫ້ຄຳພະຍາກອນກ່ຽວກັບຊົນຝູງໃຫຍ່ສຳເລັດເປັນຈິງ? (ຂ) ເປັນຫຍັງຄົນທີ່ມີຄວາມຫວັງຢູ່ເທິງແຜ່ນດິນໂລກຈຶ່ງບໍ່ຮູ້ສຶກຜິດຫວັງ?
18 ເຮົາຮູ້ສຶກຕື່ນເຕັ້ນແທ້ໆກ່ຽວກັບຄຳພະຍາກອນເລື່ອງຊົນຝູງໃຫຍ່! ເຮົາບໍ່ແປກໃຈທີ່ພະເຢໂຫວາເຮັດໃຫ້ຄຳພະຍາກອນນີ້ສຳເລັດເປັນຈິງຢ່າງໜ້າອັດສະຈັນ. (ອ່ານເອຊາອີ 46:10, 11) ຊົນຝູງໃຫຍ່ມີຄວາມສຸກກັບຄວາມຫວັງທີ່ພະເຢໂຫວາໃຫ້ພວກເຂົາ. ພວກເຂົາບໍ່ໄດ້ຮູ້ສຶກຜິດຫວັງທີ່ບໍ່ໄດ້ຖືກເຈີມດ້ວຍພະລັງບໍລິສຸດຂອງພະເຈົ້າເພື່ອຈະເຮັດວຽກຮ່ວມກັບພະເຍຊູໃນສະຫວັນ. ເມື່ອອ່ານຄຳພີໄບເບິນ ເຮົາໄດ້ເຫັນຜູ້ຮັບໃຊ້ທີ່ສັດຊື່ທັງຊາຍແລະຍິງທີ່ໄດ້ຮັບພະລັງບໍລິສຸດ ແຕ່ພວກເຂົາກໍບໍ່ແມ່ນສ່ວນໜຶ່ງໃນ 144.000 ຄົນ ແລະໂຢຮັນຜູ້ໃຫ້ບັບເຕມາກໍເປັນໜຶ່ງໃນນັ້ນ. (ມັດ. 11:11) ລວມທັງດາວິດນຳ. (ກິດ. 2:34) ພວກເຂົາແລະຄົນອື່ນໆຈະຖືກປຸກໃຫ້ຟື້ນຄືນມາມີຊີວິດຢູ່ເທິງແຜ່ນດິນໂລກທີ່ເປັນອຸທິຍານ. ພວກເຂົາທຸກຄົນລວມທັງຊົນຝູງໃຫຍ່ຈະມີໂອກາດສະແດງຄວາມພັກດີຕໍ່ພະເຢໂຫວາແລະການປົກຄອງຂອງພະອົງ.
19. ຖ້າເຮົາເຂົ້າໃຈນິມິດຂອງໂຢຮັນເລື່ອງຊົນຝູງໃຫຍ່ ເຮົາຈະເຮັດຫຍັງ?
19 ນີ້ເປັນເທື່ອທຳອິດໃນປະຫວັດສາດມະນຸດທີ່ພະເຈົ້າລວບລວມຫຼາຍລ້ານຄົນຈາກທຸກຊາດໃຫ້ມານະມັດສະການພະອົງນຳກັນ. ບໍ່ວ່າເຮົາຈະມີຄວາມຫວັງຢູ່ໃນສະຫວັນຫຼືແຜ່ນດິນໂລກ ເຮົາກໍຕ້ອງຊ່ວຍຜູ້ຄົນໃຫ້ຫຼາຍທີ່ສຸດເທົ່າທີ່ເຮັດໄດ້ໃຫ້ມາເປັນສ່ວນໜຶ່ງຂອງຊົນຝູງໃຫຍ່ເຊິ່ງກໍຄື “ແກະອື່ນ.” (ໂຢ. 10:16) ອີກບໍ່ດົນ ພະເຢໂຫວາຈະເຮັດໃຫ້ຄວາມທຸກລຳບາກຄັ້ງໃຫຍ່ທີ່ບອກໄວ້ລ່ວງໜ້າເກີດຂຶ້ນແທ້ເຊິ່ງຈະທຳລາຍລັດຖະບານຕ່າງໆແລະສາສະໜາທີ່ເຮັດໃຫ້ມະນຸດລຳບາກ. ເປັນສິດທິພິເສດຫຼາຍແທ້ໆທີ່ທຸກຄົນເຊິ່ງເປັນຊົນຝູງໃຫຍ່ຈະໄດ້ຮັບໃຊ້ພະເຢໂຫວາເທິງແຜ່ນດິນໂລກຕະຫຼອດໄປ!—ຄຳປ. 7:14
ເພງ 139 ນຶກພາບເມື່ອທຸກສິ່ງກາຍເປັນສິ່ງໃໝ່
a ໃນບົດຄວາມນີ້ຈະພິຈາລະນານິມິດຂອງໂຢຮັນກ່ຽວກັບການລວບລວມ “ຝູງຄົນເປັນອັນມາກ.” ແນ່ນອນ ນີ້ຄົງເສີມຄວາມເຊື່ອທຸກຄົນທີ່ມີຄວາມຫວັງເຊິ່ງຈະເປັນສ່ວນໜຶ່ງຂອງຄົນກຸ່ມນີ້.
b ໃຫ້ເບິ່ງປຶ້ມພະຍານພະເຢໂຫວາ—ຜູ້ປະກາດລາຊະອານາຈັກຂອງພະເຈົ້າ (ພາສາອັງກິດ) ໜ້າ 159-163