ຕາຕະລາງສຳລັບອາທິດເລີ່ມຕົ້ນວັນທີ 16 ກຸມພາ
ອາທິດເລີ່ມຕົ້ນວັນທີ 16 ກຸມພາ
ເພງ 80 ແລະການອະທິດຖານ
ການສຶກສາພະຄຳພີປະຈຳປະຊາຄົມ
ຂກ ບົດ 20 ຫຍໍ້ໜ້າ 8-15 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບການຂອງພະເຈົ້າ
ການອ່ານພະຄຳພີ ຜູ້ຕັດສິນ 15-18 (8 ນາທີ)
ທີ 1: ຜູ້ຕັດສິນ 16:13-24 (ບໍ່ເກີນ 3 ນາທີ)
ທີ 2: ຂ່າວສານຫຼັກໃນຄຳພີໄບເບິນຄືຫຍັງ?—ມຮຈ ໜ້າ 8 ຫຍໍ້ໜ້າ 1-4 (5 ນາທີ)
ທີ 3: ອະໂປໂລ—ຊາຍທີ່ຖ່ອມໃຈ ເວົ້າໂນ້ມນ້າວໃຈໄດ້ດີ ແລະມີໃຈແຮງກ້າ—ຖຖ ໜ້າ 157 ຫຍໍ້ໜ້າ 3-7 (5 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: “ມີໃຈຮ້ອນຮົນສຳລັບກິດຈະການດີທັງຫລາຍ”!—ຕິໂຕ 2:14
ເພງ 92
15 ນາທີ: ກຽມຕົວເພື່ອປະກາດຂ່າວດີດ້ວຍຄວາມກະຕືລືລົ້ນ. ບັນລະຍາຍແລະຖາມຄຳຄິດເຫັນ. ເປັນຫຍັງການອະທິດຖານເຖິງພະເຢໂຫວາຈຶ່ງເປັນຂັ້ນຕອນທຳອິດໃນການກຽມຕົວເພື່ອການປະກາດ? (ເພງ. 143:10; ກິດ. 4:31) ນອກຈາກການອະທິດຖານ ມີຫຍັງອີກທີ່ຕ້ອງເຮັດ? (ເອເຊດ. 7:10) ຫຼັງຈາກກຽມຫົວໃຈແລ້ວ ມີຫຍັງອີກທີ່ຕ້ອງເຮັດເພື່ອກຽມໜັງສືແລະກະເປົາປະກາດ? ການກຽມຕົວມີຜົນດີຕໍ່ເຮົາຄືແນວໃດ? (ເບິ່ງວາລະສານຫໍສັງເກດການ ສະບັບວັນທີ 15 ກໍລະກົດ 2008 ໜ້າ 10 ຫຍໍ້ໜ້າ 9) ພີ່ນ້ອງກຽມຕົວແນວໃດເພື່ອການປະກາດ? ໃຫ້ພີ່ນ້ອງຄົນໜຶ່ງສາທິດວິທີກຽມຕົວເພື່ອການປະກາດ ໂດຍທົບທວນແຜ່ນພັບ ວາລະສານ ຫຼືຈຸນລະສານທີ່ຈະໃຊ້. ຈາກນັ້ນລາວກໍກຽມກະເປົາປະກາດແລະກວດເບິ່ງວ່າໂທລະສັບຫຼືແທັບເລັດສາມາດເປີດວິດີໂອໄດ້. ໃຫ້ເນັ້ນວ່າທຸກຄົນຄວນກຽມຕົວຢ່າງດີເມື່ອໄປປະກາດ. (2 ຕີໂມ. 3:17)
15 ນາທີ: “ໃນໄລຍະກ່ອນການປະຊຸມອະນຸສອນ ເຮົາຈະຮຽນແບບຄວາມກະຕືລືລົ້ນຂອງພະເຢໂຫວາແລະພະເຍຊູໄດ້ບໍ?” ຖາມ–ຕອບ. ຢາຍໃບເຊີນການປະຊຸມອະນຸສອນໃຫ້ແຕ່ລະຄົນທີ່ເຂົ້າຮ່ວມ ແລະພິຈາລະນາເນື້ອໃນຂອງໃບເຊີນນັ້ນ. ໃຫ້ມີການສາທິດສັ້ນໆໂດຍໃຊ້ຕົວຢ່າງການສະເໜີໃນໜ້າທີ 4.
ເພງ 30 ແລະການອະທິດຖານ