ການທົບທວນໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ໃຊ້ຄຳຖາມຕໍ່ໄປນີ້ເພື່ອທົບທວນໃນໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າສຳລັບອາທິດເລີ່ມຕົ້ນວັນທີ 23 ກຸມພາ 2015.
ເມືອງລີ້ໄພໃນສະໄໝອິດສະລາເອນບູຮານແຕກຕ່າງແນວໃດຈາກວິຫານຂອງພວກນອກຮີດເຊິ່ງເປັນບ່ອນລີ້ໄພສຳລັບພວກອາຊະຍາກອນ? (ຢຊວຍ. 20:2, 3) [5 ມັງກອນ ຫ 1/11/10 ໜ້າ 15 ຫຍໍ້ໜ້າ 4-6]
ເປັນຫຍັງໂຢຊວຍສາມາດເວົ້າຖ້ອຍຄຳທີ່ບັນທຶກໃນໂຢຊວຍ 23:14 ໄດ້ຢ່າງໝັ້ນໃຈ ແລະເປັນຫຍັງເຮົາຈຶ່ງໝັ້ນໃຈຢ່າງເຕັມທີໃນຄຳສັນຍາຕ່າງໆຂອງພະເຢໂຫວາ? [12 ມັງກອນ ຫ 1/11/07 ໜ້າ 26 ຫຍໍ້ໜ້າ 19]
ເປັນຫຍັງຕະກູນຢູດາຖືກເລືອກໃຫ້ເປັນຕະກູນທຳອິດທີ່ໄດ້ປົກຄອງແຜ່ນດິນທີ່ຈັດສັນໄວ້? (ຕັດສິນ. 1:2, 4) [19 ມັງກອນ ຫ 15/1/05 ໜ້າ 24 ຫຍໍ້ໜ້າ 5]
ເປັນຫຍັງບາຣາກຈຶ່ງຢາກໃຫ້ຜູ້ພະຍາກອນຍິງເດໂບລາໄປສະໜາມຮົບກັບລາວ? (ຕັດສິນ. 4:8) [19 ມັງກອນ ຫ 15/1/05 ໜ້າ 25 ຫຍໍ້ໜ້າ 4]
ຊື່ຂອງແທນບູຊາທີ່ເຄເດໂອນສ້າງບອກໃຫ້ເຮົາຮູ້ຫຍັງກ່ຽວກັບຕົວລາວ ແລະເຮົາຮຽນຮູ້ຫຍັງຈາກເລື່ອງນີ້? (ຕັດສິນ. 6:23, 24) [26 ມັງກອນ ຫ 15/2/14 ໜ້າ 22-23 ຫຍໍ້ໜ້າ 9]
ເຮົາໄດ້ບົດຮຽນຫຍັງຈາກຄຳຕອບຂອງເຄເດໂອນ ເມື່ອພວກເອຟະລາອີມມາຊວນໃຫ້ຜິດຖຽງກັນ? (ຕັດສິນ. 8:1-3) [2 ກຸມພາ ຫ 15/7/05 ໜ້າ 16 ຫຍໍ້ໜ້າ 4]
ເມື່ອເຢບເທສັນຍາກັບພະເຢໂຫວາ ລາວຄຶດເຖິງການບູຊາມະນຸດບໍ? (ຕັດສິນ. 11:30, 31) [9 ກຸມພາ ຫ 15/1/05 ໜ້າ 26 ຫຍໍ້ໜ້າ 2]
ຕາມທີ່ບັນທຶກໄວ້ໃນຜູ້ຕັດສິນ 11:35-37 ອັນໃດຊ່ວຍລູກສາວຂອງເຢບເທໃຫ້ເຮັດຕາມຄຳສັນຍາທີ່ພໍ່ຂອງຕົນໄດ້ເຮັດກັບພະເຢໂຫວາ? [9 ກຸມພາ ຫ 15/12/11 ໜ້າ 20-21 ຫຍໍ້ໜ້າ 15-16]
ຕອນທີ່ບໍ່ມີກະສັດປົກຄອງອິດສະລາເອນ ແລະ “ຄົນທັງປວງໄດ້ເຮັດຕາມຕົວເຫັນຊອບ” ນັ້ນພາໃຫ້ເກີດຄວາມສັບສົນວຸ້ນວາຍບໍ? ຂໍໃຫ້ອະທິບາຍ. (ຕັດສິນ. 17:6) [16 ກຸມພາ ຫ 15/1/05 ໜ້າ 27 ຫຍໍ້ໜ້າ 8]
ຈາກເຫດການທີ່ຊາວອິດສະລາເອນພ່າຍແພ້ຕະກູນເບນຢາມີນ 2 ຄັ້ງ ເຮົາໄດ້ບົດຮຽນຫຍັງຈາກການອະທິດຖານແບບບໍ່ເຊົາບໍ່ຂາດ? (ຕັດສິນ. 20:14-25) [23 ກຸມພາ ຫ 15/9/11 ໜ້າ 32 ຫຍໍ້ໜ້າ 1-4]