ຕາຕະລາງສຳລັບອາທິດເລີ່ມຕົ້ນວັນທີ 2 ມີນາ
ອາທິດເລີ່ມຕົ້ນວັນທີ 2 ມີນາ
ເພງ 5 ແລະການອະທິດຖານ
ການສຶກສາພະຄຳພີປະຈຳປະຊາຄົມ
ຂກ ບົດ 21 ຫຍໍ້ໜ້າ 1-8 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບການຂອງພະເຈົ້າ
ການອ່ານພະຄຳພີ ລຶດ 1-4 (8 ນາທີ)
ທີ 1: ລຶດ 3:14–4:6 (ບໍ່ເກີນ 3 ນາທີ)
ທີ 2: ອາກີລາ—ປະກາດດ້ວຍໃຈກ້າຫານແລະມີນ້ຳໃຈຕ້ອນຮັບແຂກ—ຖຖ ໜ້າ 148-150 ຫຍໍ້ໜ້າ 4-7 (5 ນາທີ)
ທີ 3: ຄວາມຖ່ອມໃຈແລະສິດອຳນາດຂອງພະຄລິດຜູ້ເປັນກະສັດ—ມຮຈ ໜ້າ 8 ຫຍໍ້ໜ້າ 5-ໜ້າ 9 ຫຍໍ້ໜ້າ 4 (5 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: “ມີໃຈຮ້ອນຮົນສຳລັບກິດຈະການດີທັງຫລາຍ”!—ຕິໂຕ 2:14
ເພງ 121
10 ນາທີ: ການສະເໜີວາລະສານໃນເດືອນມີນາ. ບັນລະຍາຍແລະຖາມຄຳຄິດເຫັນ. ເລີ່ມດ້ວຍການສາທິດວິທີສະເໜີວາລະສານໂດຍໃຊ້ຕົວຢ່າງການສະເໜີໃນໜ້ານີ້. ຈາກນັ້ນໃຫ້ພີ່ນ້ອງຊ່ວຍກັນອອກຄວາມຄິດເຫັນກ່ຽວກັບຕົວຢ່າງການສະເໜີ. ສະໜັບສະໜູນທຸກຄົນໃຫ້ອ່ານວາລະສານເພື່ອຈະຮູ້ວ່າຄວນສະເໜີບົດຄວາມໃດກັບໃຜ ແລະໃຫ້ຕັ້ງເປົ້າໝາຍທີ່ຈະເລີ່ມຕົ້ນສາຍວຽນສົ່ງວາລະສານ.
10 ນາທີ: “ຄວາມກະຕືລືລົ້ນກະຕຸ້ນກັນແລະກັນເພື່ອກິດຈະການດີ.” ບັນລະຍາຍແລະຖາມຄຳຄິດເຫັນ. ຍົກໃຫ້ເຫັນວ່າການປະຊຸມເພື່ອການຮັບໃຊ້ໃນເດືອນກຸມພາເນັ້ນຫົວເລື່ອງຫຼັກຂອງເດືອນນີ້ແນວໃດ
10 ນາທີ: ເຮົາເຮັດຕາມແລ້ວບໍ? ບັນລະຍາຍແລະຖາມຄຳຄິດເຫັນ. ຖາມພີ່ນ້ອງວ່າ ເຂົາເຈົ້າໄດ້ຮັບປະໂຫຍດຫຍັງແດ່ຈາກການເຮັດຕາມຄຳແນະນຳໃນສ່ວນ “ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ການປະກາດຜ່ານທາງໂທລະສັບພາຍໃນ (Intercom).” ຖ້າເໝາະສົມ ໃຫ້ຖາມພີ່ນ້ອງວ່າເຂົາເຈົ້າສາມາດປະກາດຜ່ານທາງໂທລະສັບພາຍໃນໄດ້ແນວໃດ.
ເພງໃໝ່ “ເຢໂຫວາຄືຊື່ຂອງພະອົງ” ແລະການອະທິດຖານ
ສິ່ງທີ່ຕ້ອງເຮັດ. ເປີດເພງບັນເລງເປຍໂນໃຫ້ພີ່ນ້ອງຟັງກ່ອນໜຶ່ງຮອບ ແລະຫຼັງຈາກນັ້ນໃຫ້ພີ່ນ້ອງທັງໝົດຮ້ອງເພງໃໝ່ນຳກັນ.