ຕາຕະລາງສຳລັບອາທິດເລີ່ມຕົ້ນວັນທີ 9 ມີນາ
ອາທິດເລີ່ມຕົ້ນວັນທີ 9 ມີນາ
ເພງ 44 ແລະການອະທິດຖານ
ການສຶກສາພະຄຳພີປະຈຳປະຊາຄົມ
ຂກ ບົດ 21 ຫຍໍ້ໜ້າ 9-15 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ການອ່ານພະຄຳພີ 1 ຊາເມືອນ 1-4 (8 ນາທີ)
ທີ 1: 1 ຊາເມືອນ 2:30-36 (ບໍ່ເກີນ 3 ນາທີ)
ທີ 2: ຄຳພີໄບເບິນບອກລ່ວງໜ້າແນວໃດກ່ຽວກັບຜູ້ເປັນເມຊີ?—ມຮຈ ໜ້າ 10 (5 ນາທີ)
ທີ 3: ອາຊາ—ມີໃຈແຮງກ້າເພື່ອການນະມັດສະການແທ້—ຫ 15/8/12 ໜ້າ 8-10 (5 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: “ມີໃຈຕຽມພ້ອມສຳລັບການດີທຸກຢ່າງ.”—ຕິໂຕ 3:1
ເພງ 45
10 ນາທີ: “ມີໃຈຕຽມພ້ອມສຳລັບການດີທຸກຢ່າງ.” ຄຳບັນລະຍາຍທີ່ກ່ຽວຂ້ອງກັບຫົວເລື່ອງຫຼັກຂອງເດືອນນີ້. ອ່ານແລະຖາມຄຳຄິດເຫັນຂອງພີ່ນ້ອງກ່ຽວກັບສຸພາສິດ 21:5 ຕິໂຕ 3:1 ແລະ 1 ເປໂຕ 3:15. ອະທິບາຍວ່າການກຽມຕົວຢ່າງດີມີປະໂຫຍດແນວໃດ. ຍົກບາງສ່ວນທີ່ສັ້ນໆຂອງການປະຊຸມເພື່ອການຮັບໃຊ້ໃນເດືອນນີ້ ແລະບອກວ່າກ່ຽວຂ້ອງແນວໃດກັບຫົວເລື່ອງຫຼັກຂອງເດືອນນີ້.
10 ນາທີ: ສຳພາດຜູ້ດູແລໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ. ວຽກມອບໝາຍຂອງເຈົ້າແມ່ນຫຍັງ? ໃນແຕ່ລະອາທິດ ເຈົ້າກຽມຕົວແນວໃດເພື່ອນຳສ່ວນໂຮງຮຽນ? ເປັນຫຍັງນັກຮຽນຄວນກຽມຕົວຢ່າງດີສຳລັບສ່ວນມອບໝາຍຂອງຕົນ? ຖ້າອ່ານສ່ວນມອບໝາຍໂຮງຮຽນກ່ອນມາປະຊຸມ ພີ່ນ້ອງຈະໄດ້ຮັບປະໂຫຍດຫຍັງ?
10 ນາທີ: “ກຽມຕົວສຳລັບວັນອະນຸສອນ.” ບັນລະຍາຍແລະຖາມຄຳຄິດເຫັນ. ທົບທວນສັ້ນໆກ່ຽວກັບຂໍ້ມູນໃນໜ້າ 2 ຂອງພະລາຊະກິດຂອງເຮົາ ເດືອນມີນາ 2013. ໃຫ້ມີການສາທິດທີ່ພີ່ນ້ອງໄດ້ຕ້ອນຮັບແຂກເຊິ່ງມາຮ່ວມໃນວັນອະນຸສອນ.
ເພງ 8 ແລະການອະທິດຖານ