ຈົ່ງຮຽນແບບຄວາມເຊື່ອຂອງເຂົາ
1. ໃນການສຶກສາພະຄຳພີປະຈຳປະຊາຄົມຂອງອາທິດທີ 19 ຕຸລາ ເຮົາຈະສຶກສາປຶ້ມຫຍັງ?
1 ໃນລະຫວ່າງອາທິດທີ 19 ຕຸລາ ປີ 2015 ພວກເຮົາຈະເລີ່ມສຶກສາໂດຍໃຊ້ປຶ້ມຈົ່ງຮຽນແບບຄວາມເຊື່ອຂອງເຂົາ ໃນການສຶກສາພະຄຳພີປະຈຳປະຊາຄົມ. ປຶ້ມຫົວນີ້ເວົ້າເຖິງຊາຍຍິງທີ່ມີຄວາມເຊື່ອ 14 ຄົນທີ່ຢູ່ໃນຄຳພີໄບເບິນ. ປຶ້ມຫົວນີ້ໄດ້ຂຽນຂຶ້ນໃນຮູບແບບທີ່ຊ່ວຍເຮົາໃຫ້ເຫັນພາບຄົນເຫຼົ່ານີ້ ແລະເຫັນເປັນບຸກຄົນແທ້ໆທີ່ໄດ້ປະເຊີນໜ້າກັບຂໍ້ທ້າທາຍຕ່າງໆໃນຕອນທີ່ຮັບໃຊ້ພະເຢໂຫວາ. ປຶ້ມຫົວນີ້ຍັງສອນບົດຮຽນຫຼາຍຢ່າງເພື່ອຊ່ວຍເຮົາທີ່ຈະນຳໄປໃຊ້ເປັນສ່ວນຕົວໄດ້ໃນປັດຈຸບັນ.—ເຫບ. 6:12
2. ໃຫ້ອະທິບາຍລັກສະນະເດັ່ນບາງຈຸດຂອງປຶ້ມຈົ່ງຮຽນແບບຄວາມເຊື່ອຂອງເຂົາ.
2 ລັກສະນະເດັ່ນ: ປຶ້ມນີ້ມີເສັ້ນສະແດງເວລາແລະແຜນທີ່ເພື່ອຊ່ວຍເຮົາໃຫ້ຮູ້ວ່າແຕ່ລະຄົນມີຊີວິດຢູ່ເມື່ອໃດແລະບ່ອນໃດ. ໃນແຕ່ລະບົດຈະມີ “ຂໍ້ຊວນຄິດ . . . ” ເຊິ່ງຈະຊ່ວຍເຮົາໃຫ້ຄິດຕຶກຕອງເລື່ອງນັ້ນແລະນຳເອົາບົດຮຽນທີ່ໄດ້ຮຽນຮູ້ນັ້ນໄປໃຊ້. ປຶ້ມນີ້ຍັງປະກອບມີຮູບພາບຫຼາກຫຼາຍທີ່ມີສີສັນສວຍງາມ ມີລາຍລະອຽດ ແລະເປັນຮູບແຕ້ມຕາມຂໍ້ມູນທີ່ຄົ້ນຄວ້າມາຢ່າງດີເຊິ່ງຊ່ວຍເຮົາໃຫ້ເຂົ້າໃຈເລື່ອງລາວຊີວິດຂອງເຂົາເຈົ້າ.
3. ເຮົາຈະເຮັດແນວໃດເພື່ອຈະໄດ້ຮັບປະໂຫຍດຈາກການສຶກສາປຶ້ມຫົວນີ້?
3 ວິທີທີ່ເຮົາໄດ້ຮັບປະໂຫຍດ: ເລີ່ມຕົ້ນດ້ວຍການອ່ານຈົດໝາຍຈາກຄະນະກຳມະການສາຂາທີ່ສະໜັບສະໜູນເຮົາ “ໃຫ້ໃຊ້ຈິນຕະນາການ ເອົາຕົວເຈົ້າເຂົ້າໄປຢູ່ໃນເຫດການນັ້ນ ແລ້ວລອງສ້າງພາບວ່າເຈົ້າໄດ້ຍິນແລະໄດ້ເຫັນອັນໃດ ຫຼືໄດ້ກິ່ນຫອມໆຂອງອັນໃດ. ພະຍາຍາມຮ່ວມຄວາມຮູ້ສຶກກັບບຸກຄົນໃນຄຳພີໄບເບິນ ແລະເບິ່ງຟເລື່ອງລາວທີ່ເກີດຂຶ້ນຜ່ານສາຍຕາຂອງພວກເຂົາ ລອງຄິດດ້ວຍວ່າຖ້າເຈົ້າຢູ່ໃນສະຖານະການດຽວກັນກັບພວກເຂົາ ເຈົ້າຈະເຮັດແນວໃດ.” ແນ່ນອນວ່າການໃຊ້ຈິນຕະນາການບໍ່ໄດ້ໝາຍຄວາມວ່າໃຫ້ເດົາໄປຕ່າງໆນາໆ ແຕ່ໃຫ້ນຶກພາບວ່າເລື່ອງລາວໃນຄຳພີໄບເບິນເວົ້າເຖິງຫຍັງ ແລະຮ່ວມຄວາມຮູ້ສຶກກັບບຸກຄົນໃນເລື່ອງ. ການເຮັດແບບນີ້ຕ້ອງໃຊ້ເວລາແລະຄຶດຕຶກຕອງ. (ນເຫ. 8:8) ຖ້າຫາກເລີ່ມສຶກສາຢູ່ກາງຂອງບົດຄວາມຜູ້ນຳຄວນໃຊ້ 1 ນາທີເພື່ອທົບທວນການສຶກສາຄັ້ງທີ່ຜ່ານມາ. ຖ້າບົດຮຽນນັ້ນບໍ່ໄດ້ລວມເອົາ “ຂໍ້ຊວນຄິດ . . . ” ໃຫ້ໃຊ້ 1 ຫຼື 2 ຄຳຖາມເພື່ອຖາມທົບທວນສະຫຼຸບ.
4. ເປັນຫຍັງເຮົາຈຳເປັນຕ້ອງສຶກສາປຶ້ມຈົ່ງຮຽນແບບຄວາມເຊື່ອຂອງເຂົາ?
4 ເນື່ອງຈາກທຸກມື້ນີ້ເຮົາຢູ່ໃນໂລກທີ່ພະຍາຍາມທຳລາຍຄວາມເຊື່ອຂອງເຮົາໃຫ້ອ່ອນລົງບໍ່ທາງໃດກໍທາງໜຶ່ງ. ປຶ້ມຫົວນີ້ເປັນບົດຄວາມຊຸດໃນຫໍສັງເກດການ ເຊິ່ງເປັນຂອງຂວັນຈາກພະເຢໂຫວາເພື່ອເສີມຄວາມເຊື່ອຂອງເຮົາເຂັ້ມແຂງຂຶ້ນ. (ຢໂກ 1:17) ຂໍໃຫ້ເຮົາຮັບປະໂຫຍດຢ່າງເຕັມທີໂດຍເຂົ້າຮ່ວມສຶກສາໃນການປະຊຸມເປັນປະຈຳ ແລະອອກຄວາມຄິດເຫັນຢ່າງເຕັມທີເທົ່າທີ່ເຮັດໄດ້ເມື່ອສຶກສາປຶ້ມຫົວນີ້ນຳກັນ!