ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ເອເຊເທຣ 1-5
ເອເຊເທຣສ່ຽງຊີວິດເພື່ອປົກປ້ອງປະຊາຊົນຂອງພະເຈົ້າ
ເອເຊເທຣສະແດງຄວາມເຊື່ອແລະຄວາມກ້າຫານຢ່າງໂດດເດັ່ນໃນການປົກປ້ອງປະຊາຊົນຂອງພະເຈົ້າ
ການເຂົ້າເຝົ້າກະສັດໂດຍບໍ່ໄດ້ຮັບອະນຸຍາດອາດມີໂທດເຖິງຕາຍ. ເອເຊເທຣບໍ່ໄດ້ຖືກເຊີນໃຫ້ເຂົ້າເຝົ້າກະສັດ 30 ວັນແລ້ວ.
ກະສັດອາຊຶເອຣຶເຊຜູ້ທີ່ອ້າງຕົວເອງວ່າເປັນເຊີເຊທີ 1 ເປັນຄົນທີ່ໂຫດຫ້ຽມ. ມີຢູ່ຄັ້ງໜຶ່ງລາວໄດ້ສັ່ງໃຫ້ຕັດຊາຍຄົນໜຶ່ງອອກເປັນສອງທ່ອນແລະເອົາໄປຫ້ອຍໄວ້ເພື່ອເຕືອນຄົນອື່ນໆ. ນອກຈາກນັ້ນ ລາວຍັງໄດ້ປົດຕຳແໜ່ງມະເຫສີວາເຊຕີທີ່ບໍ່ເຊື່ອຟັງລາວ.
ເອເຊເທຣເປີດເຜີຍວ່າລາວເປັນຄົນຢິວແລະຍັງເຮັດໃຫ້ກະສັດເຫັນວ່າທ່ານຖືກຄົນທີ່ໄວ້ໃຈຫຼອກລວງ.