ບົດທີ 65
ເອັດສະເທີຊ່ວຍຊີວິດຄົນຊາດດຽວກັນ
ເອັດສະເທີເປັນຜູ້ຍິງຄົນຢິວທີ່ອາໄສຢູ່ເມືອງຊູຊາໃນອານາຈັກເປີເຊຍ. ຄອບຄົວຂອງລາວຖືກເນບູກາດເນັດຊາຈັບມາຈາກເມືອງເຢຣູຊາເລັມຫຼາຍປີແລ້ວ. ມໍເດກາຍທີ່ເປັນລູກອ້າຍລູກນ້ອງກັບລາວເປັນຄົນລ້ຽງລາວ. ມໍເດກາຍເປັນຄົນຮັບໃຊ້ຂອງອາຫະສຸເອຣັດກະສັດຂອງເປີເຊຍ.
ກະສັດອາຫະສຸເອຣັດຢາກໄດ້ລາຊີນີຄົນໃໝ່. ຄົນຮັບໃຊ້ຂອງກະສັດຈຶ່ງພາຜູ້ຍິງທີ່ງາມທີ່ສຸດໃນອານາຈັກມາໃຫ້ກະສັດເບິ່ງ ແລະເອັດສະເທີກໍຖືກພາມານຳ. ໃນບັນດາພວກຜູ້ຍິງທັງໝົດນັ້ນ ກະສັດໄດ້ເລືອກເອັດສະເທີໃຫ້ເປັນລາຊີນີ. ມໍເດກາຍສັ່ງເອັດສະເທີບໍ່ໃຫ້ບອກໃຜວ່າເອັດສະເທີເປັນຄົນຢິວ.
ມີຜູ້ຊາຍທີ່ຍິ່ງຈອງຫອງຄົນໜຶ່ງຊື່ຮາມານ. ລາວມີຕຳແໜ່ງສູງກວ່າພວກເຈົ້ານາຍທຸກຄົນແລະລາວກໍຢາກໃຫ້ທຸກຄົນໝູບໜ້າລົງສະແດງຄວາມນັບຖືລາວ. ແຕ່ມໍເດກາຍບໍ່ຍອມເຮັດ ຮາມານຈຶ່ງໃຈຮ້າຍແຮງຈົນຢາກຂ້າມໍເດກາຍ. ເມື່ອຮາມານຮູ້ວ່າມໍເດກາຍເປັນຄົນຢິວ ລາວຈຶ່ງວາງແຜນ ທີ່ຈະຂ້າຄົນຢິວທັງໝົດໃນອານາຈັກ. ລາວບອກກະສັດວ່າ: ‘ຄົນຢິວເປັນພວກອັນຕະລາຍ ກະສັດຕ້ອງກຳຈັດໃຫ້ໝົດ.’ ກະສັດອາຫະສຸເອຣັດຕອບວ່າ: ‘ເຈົ້າຢາກເຮັດຫຍັງກໍເຮັດໂລດ’ ແລະກະສັດກໍໃຫ້ຮາມານມີອຳນາດທີ່ຈະອອກກົດໝາຍໄດ້. ຮາມານຈຶ່ງອອກກົດໝາຍວ່າ ໃນວັນທີ 13 ຂອງເດືອນອາດາໃຫ້ປະຊາຊົນຂ້າຄົນຢິວທຸກຄົນ. ແຕ່ພະເຢໂຫວາກຳລັງເບິ່ງຢູ່.
ເອັດສະເທີບໍ່ຮູ້ເລື່ອງກົດໝາຍນີ້ເລີຍ ມໍເດກາຍຈຶ່ງສົ່ງສຳເນົາກົດໝາຍໄປໃຫ້ເອັດສະເທີ ແລະບອກລາວວ່າ: ‘ໃຫ້ໄປຫາກະສັດແລະເວົ້າເລື່ອງນີ້ໃຫ້ລາວຟັງ.’ ເອັດສະເທີຕອບວ່າ: ‘ຖ້າໃຜເຂົ້າໄປຫາກະສັດໂດຍທີ່ກະສັດບໍ່ໄດ້ເອີ້ນ ລາວຈະມີໂທດເຖິງຕາຍ ແລະກະສັດກໍບໍ່ໄດ້ເອີ້ນລູກໃຫ້ໄປຫາ 30 ມື້ແລ້ວ! ແຕ່ລູກຈະໄປ. ຖ້າກະສັດຍື່ນຄ້ອນຄຳໃຫ້ລູກ ລູກກໍລອດ ແຕ່ຖ້າກະສັດບໍ່ຍື່ນໃຫ້ ລູກກໍຕາຍ.’
ແລ້ວເອັດສະເທີກໍໄປເດີ່ນໃນວັງຂອງກະສັດ. ເມື່ອກະສັດເຫັນເອັດສະເທີ ກະສັດກໍເດ່ຄ້ອນຄຳໃຫ້ລາວ. ເອັດສະເທີເຂົ້າໄປຫາກະສັດ ແລ້ວກະສັດກໍຖາມລາວວ່າ: ‘ລາຊີນີເອັດສະເທີ ນ້ອງມີຫຍັງໃຫ້ອ້າຍຊ່ວຍບໍ?’ ລາວຕອບວ່າ: ‘ນ້ອງຢາກເຊີນກະສັດກັບທ່ານຮາມານມາງານລ້ຽງ.’ ຕອນຢູ່ງານລ້ຽງ ເອັດສະເທີກໍເຊີນເຂົາເຈົ້າໃຫ້ມາງານລ້ຽງອີກເທື່ອໜຶ່ງ ແລ້ວໃນງານລ້ຽງເທື່ອທີ 2 ກະສັດກໍຖາມເອັດສະເທີອີກວ່າ: ‘ນ້ອງມີຫຍັງໃຫ້ອ້າຍຊ່ວຍບໍ?’ ລາວຕອບວ່າ: ‘ມີຄົນຈະຂ້ານ້ອງແລະຄົນຊາດດຽວກັນກັບນ້ອງ ຂໍຊ່ວຍພວກເຮົາແດ່.’ ກະສັດຈຶ່ງຖາມວ່າ: ‘ໃຜທີ່ກ້າຈະຂ້ານ້ອງ?’ ລາວຕອບວ່າ: ‘ຮາມານຄົນຊົ່ວນີ້ເດ້.’ ກະສັດອາຫະສຸເອຣັດໃຈຮ້າຍແຮງຈົນສັ່ງຂ້າຮາມານທັນທີ.
ບໍ່ມີໃຜສາມາດຍົກເລີກກົດໝາຍຂອງຮາມານໄດ້ ແມ່ນແຕ່ກະສັດກໍຍົກເລີກບໍ່ໄດ້. ກະສັດຈຶ່ງຕັ້ງມໍເດກາຍໃຫ້ມີຕຳແໜ່ງສູງກວ່າພວກເຈົ້ານາຍທຸກຄົນແລະໃຫ້ລາວມີອຳນາດທີ່ຈະອອກກົດໝາຍໃໝ່. ມໍເດກາຍຈຶ່ງອອກກົດໝາຍທີ່ອະນຸຍາດໃຫ້ຄົນຢິວປົກປ້ອງໂຕເອງໄດ້ເມື່ອຖືກໂຈມຕີ. ເມື່ອຮອດວັນທີ 13 ເດືອນອາດາ ຄົນຢິວກໍເອົາຊະນະສັດຕູຂອງເຂົາເຈົ້າໄດ້. ຕັ້ງແຕ່ນັ້ນມາ ເຂົາເຈົ້າກໍສະຫຼອງໄຊຊະນະນີ້ທຸກໆປີ.
“ພວກເຈົ້າຈະຖືກພາໄປຢູ່ຕໍ່ໜ້າເຈົ້າແຂວງແລະກະສັດຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ. ແລ້ວພວກເຈົ້າຈະໄດ້ບອກເຂົາເຈົ້າແລະຄົນຕ່າງຊາດກ່ຽວກັບຄວາມເຊື່ອຂອງພວກເຈົ້າ.”—ມັດທາຍ 10:18