ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ຄຳເພງ 74-78
ຈື່ວຽກງານທັງຫຼາຍຂອງພະເຢໂຫວາ
ການຄິດຕຶກຕອງເຖິງສິ່ງດີຕ່າງໆ ທີ່ພະເຢໂຫວາໄດ້ເຮັດເປັນສິ່ງສຳຄັນ
ການຄິດຕຶກຕອງຈະຊ່ວຍເຮົາໃຫ້ໄດ້ຮັບປະໂຫຍດຈາກການອ່ານພະຄຳຂອງພະເຈົ້າແລະພັດທະນາຄວາມຮູ້ຄຸນຄ່າຕໍ່ອາຫານທີ່ບຳລຸງລ້ຽງຄວາມເຊື່ອ
ການຄິດຢ່າງເລິກເຊິ່ງກ່ຽວກັບພະເຢໂຫວາຈະຊ່ວຍເຮົາໃຫ້ຈື່ສິ່ງທີ່ດີເລີດຕ່າງໆ ທີ່ພະອົງໄດ້ເຮັດແລະຄວາມຫວັງທີ່ພະອົງໄດ້ສັນຍາໄວ້
ວຽກງານຂອງພະເຢໂຫວາລວມມີ:
74:16, 17; 75:6, 7; 78:11-17
ການສ້າງ
ແຮ່ງເຮົາຮຽນຮູ້ກ່ຽວກັບສິ່ງທີ່ພະອົງສ້າງຫຼາຍເທົ່າໃດ ເຮົາກໍຢ້ານຢຳພະເຢໂຫວາຫຼາຍເທົ່ານັ້ນ
ແຕ່ງຕັ້ງພີ່ນ້ອງຊາຍໃນປະຊາຄົມ
ພວກເຮົາຄວນເຊື່ອຟັງຜູ້ທີ່ພະເຢໂຫວາແຕ່ງຕັ້ງໃຫ້ນຳໜ້າ
ການຊ່ວຍໃຫ້ລອດ
ການຈື່ໄວ້ວ່າພະເຢໂຫວາເປັນຜູ້ຊ່ວຍໃຫ້ລອດຈະ ເຮັດໃຫ້ເຮົາໝັ້ນໃຈວ່າພະອົງຕ້ອງການແລະສາມາດເບິ່ງແຍງຜູ້ຮັບໃຊ້ຂອງພະອົງໄດ້