ເຊີນຄົນເຂົ້າຮ່ວມການປະຊຸມອະນຸສອນຢູ່ປະເທດອາກເມນີ
ຕົວຢ່າງການສະເໜີ
ຫໍສັງເກດການ
ຄຳຖາມ: ເຈົ້າຄິດວ່າອັນໃດແມ່ນຂອງຂວັນລ້ຳຄ່າທີ່ສຸດທີ່ພະເຈົ້າເຄີຍໃຫ້ເຮົາ?
ຂໍ້ພະຄຳພີ: ໂຢ. 3:16
ການສະເໜີ: ປຶ້ມຫົວນີ້ເວົ້າເຖິງເຫດຜົນທີ່ພະເຈົ້າສົ່ງພະເຍຊູໃຫ້ມາໂລກນີ້ເພື່ອຕາຍແທນເຮົາແລະວິທີທີ່ເຮົາຈະສະແດງຄວາມຮູ້ຄຸນຄ່າຕໍ່ຂອງຂວັນນີ້.
ການປົກຄອງຂອງພະເຈົ້າແມ່ນຫຍັງ?
ຄຳຖາມ: [ໃຫ້ເບິ່ງທາງໜ້າແຜ່ນພັບ] ເຈົ້າຈະຕອບແນວໃດ? ແມ່ນສິ່ງທີ່ຢູ່ໃນຫົວໃຈຂອງເຮົາ? ແມ່ນເລື່ອງທີ່ເລົ່າກັນ? ຫຼືແມ່ນລັດຖະບານຢູ່ໃນສະຫວັນ?
ຂໍ້ພະຄຳພີ: ດາ. 2:44; ເອຊາ. 9:6
ການສະເໜີ: ແຜ່ນພັບນີ້ອະທິບາຍວ່າການປົກຄອງຂອງພະເຈົ້າມີຄວາມໝາຍແນວໃດຕໍ່ເຈົ້າ.
ໃບເຊີນການປະຊຸມອະນຸສອນ
ການສະເໜີ: ຂ້ອຍຢາກເຊີນເຈົ້າເຂົ້າຮ່ວມງານໜຶ່ງທີ່ສຳຄັນຫຼາຍ. [ຍື່ນໃບເຊີນໃຫ້] ໃນວັນທີ 11 ເມສາ ຢູ່ທົ່ວໂລກ ຫຼາຍລ້ານຄົນຈະເຕົ້າໂຮມກັນເພື່ອນຶກເຖິງການຕາຍຂອງພະເຍຊູແລະເພື່ອຟັງຄຳບັນລະຍາຍຟຣີກ່ຽວກັບເລື່ອງໃນຄຳພີໄບເບິນທີ່ວ່າການຕາຍຂອງພະເຍຊູເປັນປະໂຫຍດແນວໃດຕໍ່ເຈົ້າ. ໃບເຊີນນີ້ມີເວລາແລະສະຖານທີ່ຂອງການປະຊຸມ. ຂ້ອຍຫວັງວ່າເຈົ້າຈະໄປໄດ້.
ລອງຂຽນວິທີການສະເໜີຂອງເຈົ້າເອງ
ໃຊ້ຕົວຢ່າງການສະເໜີເພື່ອປັບເປັນຮູບແບບຂອງຕົວເອງ.