ຊີວິດຄລິດສະຕຽນ
ເປັນຫຍັງເຈົ້າຈຶ່ງເຫັນຄຸນຄ່າການນະມັດສະການແທ້?
ນິມິດຂອງເອເຊກຽນເລື່ອງວິຫານໃຫ້ກຳລັງໃຈຊາວຢິວທີ່ເປັນຊະເລີຍ ເພາະເລື່ອງນີ້ເຮັດໃຫ້ເຂົາເຈົ້າມີຄວາມຫວັງວ່າການນະມັດສະການແທ້ຈະໄດ້ຮັບການຟື້ນຟູ. ໃນສະໄໝສຸດທ້າຍນີ້ ການນະມັດສະການແທ້ຈະ “ຕັ້ງຢູ່ເທິງຍອດພູທັງຫຼາຍ” ແລະພວກເຮົາກຳລັງຢູ່ທ່າມກາງຜູ້ຄົນຈາກທຸກຊາດທີ່ຫຼັ່ງໄຫຼໄປທີ່ນັ້ນ. (ເອຊາ. 2:2) ເຈົ້າຄິດຕຶກຕອງເປັນປະຈຳບໍກ່ຽວກັບສິດທິພິເສດທີ່ໄດ້ຮູ້ຈັກແລະຮັບໃຊ້ພະເຢໂຫວາ?
ພະພອນຈາກການນະມັດສະການແທ້:
ໄດ້ຮັບການເສີມຄວາມເຊື່ອຄືກັບອາຫານທີ່ອຸດົມສົມບູນ ເຊິ່ງຊ່ວຍຕອບຄຳຖາມທີ່ສຳຄັນໃນຊີວິດ, ຮູ້ຄຸນຄ່າຊີວິດ, ແລະມີຄວາມຫວັງທີ່ແນ່ນອນ.—ເອຊາ. 48:17, 18; 65:13; ໂລມ 15:4
ມີສັງຄົມພີ່ນ້ອງທົ່ວໂລກທີ່ຮັກກັນ.—ເພງ. 133:1; ໂຢ. 13:35
ມີຄວາມສຸກໃນການໄດ້ເຮັດວຽກຮ່ວມກັນກັບພະເຈົ້າ.—ກິດ. 20:35; 1 ໂກ. 3:9
ມີ “ຄວາມສຸກສຳລານແຫ່ງພະເຈົ້າ” ທີ່ເຮັດໃຫ້ເຮົາເຂັ້ມແຂງໃນຄວາມທຸກລຳບາກ.—ຟີລິບ 4:6, 7
ມີໃຈທີ່ຮູ້ຜິດແລະຊອບ.—2 ຕີໂມ. 1:3
“ໄດ້ເປັນເພື່ອນສະໜິດກັບພະເຢໂຫວາ”—ເພງ. 25:14, ລ.ມ.
ຂ້ອຍຈະສະແດງໃຫ້ເຫັນໂດຍວິທີໃດວ່າຂ້ອຍເຫັນຄຸນຄ່າການນະມັດສະການແທ້?