ວັນທີ 11-17 ກັນຍາ
ເອເຊກຽນ 46-48
ເພງ 139 ແລະຄຳອະທິດຖານ
ຄຳນຳເປີດການປະຊຸມ (ບໍ່ເກີນ 3 ນາທີ)
ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ
“ຊາດອິດລະສາເອນທີ່ໄດ້ຮັບການຟື້ນຟູຈະໄດ້ຮັບພະພອນ”: (10 ນາທີ)
ເອເຊກ. 47:1, 7-12—ແຜ່ນດິນທີ່ໄດ້ຮັບການຟື້ນຟູຈະອຸດົມສົມບູນ (ຫ 1/3/99 ໜ້າ 10 ຂໍ້ 11-12)
ເອເຊກ. 47:13, 14—ແຕ່ລະຄອບຄົວຈະໄດ້ຮັບມໍລະດົກ (ຫ 1/3/99 ໜ້າ 10 ຂໍ້ 10)
ເອເຊກ. 48:9, 10—ກ່ອນທີ່ຈະແບ່ງດິນແດນໃຫ້ປະຊາຊົນ ຈະມີການເລືອກດິນແດນສ່ວນໜຶ່ງໄວ້ເປັນ “ດິນຖວາຍໄຫວ້” ທີ່ຈະ “ຖວາຍ” ໃຫ້ກັບພະເຢໂຫວາ
ຂຸດຄົ້ນຄວາມຮູ້ທີ່ມີຄ່າຂອງພະເຈົ້າ: (8 ນາທີ)
ເອເຊກ. 47:1, 8; 48:30, 32-34—ເປັນຫຍັງຊາວຢິວທີ່ເປັນຊະເລີຍຈຶ່ງເຂົ້າໃຈວ່າລາຍລະອຽດຕ່າງໆໃນນິມິດຂອງເອເຊກຽນເລື່ອງວິຫານບໍ່ໄດ້ສຳເລັດເປັນຈິງຕາມຕົວອັກສອນ? (ຫ 1/3/99 ໜ້າ 11 ຂໍ້ 14)
ເອເຊກ. 47:6—ເປັນຫຍັງເອເຊກຽນຈຶ່ງຖືກເອີ້ນວ່າ“ລູກມະນຸດ”? (it-2 ໜ້າ 1001)
ການອ່ານຄຳພີໄບເບິນໃນອາທິດນີ້ສອນຫຍັງເຈົ້າກ່ຽວກັບພະເຢໂຫວາ?
ການອ່ານຄຳພີໄບເບິນໃນອາທິດນີ້ເຈົ້າໄດ້ຄົ້ນພົບຄວາມຮູ້ຫຍັງທີ່ມີຄ່າ?
ການອ່ານພະຄຳພີ: (ບໍ່ເກີນ 4 ນາທີ) ເອເຊກ. 48:13-22
ສິ່ງທີ່ເຈົ້າຈະນຳເອົາໄປໃຊ້ໃນວຽກປະກາດ
ການປະກາດ: (ບໍ່ເກີນ 2 ນາທີ) ຫສ 5/17 ໜ້າປົກ—ປູທາງໄວ້ເພື່ອກັບໄປຢາມ.
ກັບໄປຢາມ: (ບໍ່ເກີນ 4 ນາທີ) ຫສ 5/17—ວາລະສານທີ່ໄດ້ໃຫ້ກັບເຈົ້າຂອງບ້ານໃນເທື່ອແລ້ວ. ສະແດງໃຫ້ເຫັນການກັບໄປຢາມແລະສະເໜີການສຶກສາຄຳພີໄບເບິນໂດຍໃຊ້ປຶ້ມຫົວໃດຫົວໜຶ່ງ.
ນຳການສຶກສາ: (ບໍ່ເກີນ 6 ນາທີ) ບສ ໜ້າ 34 ຂໍ້ 17—ເຊີນຜູ້ສົນໃຈເຂົ້າຮ່ວມປະຊຸມ.
ຊີວິດຄລິດສະຕຽນ
ເພງ 62
ຄວາມຈຳເປັນຂອງປະຊາຄົມ: (8 ນາທີ) ຫຼື ພິຈາລະນາຖາມ-ຕອບ ບົດຮຽນທີ່ໄດ້ຮັບຈາກປຶ້ມປະຈຳປີ 2017 ໜ້າ 64-65 (ພາສາໄທ)
ຜົນສຳເລັດຂອງອົງການເຮົາມີຫຍັງແດ່: (7 ນາທີ) ເປີດວິດີໂອ ຜົນສຳເລັດຂອງອົງການເຮົາມີຫຍັງແດ່ ວິດີໂອສຳລັບເດືອນກັນຍາ
ການສຶກສາພະຄຳພີປະຈຳປະຊາຄົມ: (30 ນາທີ) ລປ ບົດ 17 ຂໍ້ 19-20, ຂອບໜ້າ 188-191, ທົບທວນຂອບໜ້າ 187
ທົບທວນແລະເວົ້າເຖິງສ່ວນຕ່າງໆຂອງອາທິດຕໍ່ໄປ (3 ນາທີ)
ເພງ 49 ແລະຄຳອະທິດຖານ