ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ມັດທາຍ 1–3
“ແຜ່ນດິນ [ລາຊະອານາຈັກ] ສະຫວັນໄດ້ຫຍັບເຂົ້າມາໃກ້ແລ້ວ”
ການນຸ່ງຖືແລະການແຕ່ງຕົວຂອງໂຢຮັນສະແດງໃຫ້ເຫັນວ່າລາວໃຊ້ຊີວິດແບບຮຽບງ່າຍເພື່ອເຮັດຕາມໃຈປະສົງຂອງພະເຈົ້າເຕັມທີ
ໂຢຮັນມີສິດທິພິເສດທີ່ໄດ້ເປັນຜູ້ກຽມທາງໃຫ້ພະເຍຊູ ແລະໜ້າທີ່ມອບໝາຍນີ້ມີຄ່າຫຼາຍເມື່ອທຽບກັບສິ່ງທີ່ລາວໄດ້ເສຍສະລະ
ການໃຊ້ຊີວິດຮຽບງ່າຍຊ່ວຍເຮົາໃຫ້ຮັບໃຊ້ພະເຈົ້າໄດ້ຫຼາຍຂຶ້ນແລະເຮັດໃຫ້ມີຄວາມສຸກຫຼາຍ. ເຮົາຈັດຊີວິດໃຫ້ຮຽບງ່າຍໄດ້ໂດຍ . . .
ຮູ້ສິ່ງທີ່ຈຳເປັນແທ້ໆ
ຕັດຄ່າໃຊ້ຈ່າຍຕ່າງໆທີ່ບໍ່ຈຳເປັນ
ກຳນົດຄ່າໃຊ້ຈ່າຍທີ່ກົງຕາມຄວາມເປັນຈິງ
ກຳຈັດສິ່ງຂອງທີ່ບໍ່ໄດ້ໃຊ້
ໃຊ້ໜີ້ໃຫ້ໝົດ
ເຮັດວຽກອາຊີບໃຫ້ໜ້ອຍລົງ
ຕັກແຕນແລະນ້ຳເຜີ້ງປ່າເປັນອາຫານຂອງໂຢຮັນ
ຊີວິດທີ່ຮຽບງ່າຍຈະຊ່ວຍຂ້ອຍໃຫ້ເຮັດໄດ້ຕາມເປົ້າໝາຍ