ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 73 ໜ້າ 172-ໜ້າ 173 ຂໍ້ 2
  • ໂຢຮັນ​ກຽມ​ທາງ​ໄວ້​ໃຫ້​ພະ​ເຢຊູ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂຢຮັນ​ກຽມ​ທາງ​ໄວ້​ໃຫ້​ພະ​ເຢຊູ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ພະ​ເຢຊູ​ເປັນ​ເມຊີອາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ໂຍຮັນ​ກຽມ​ທາງ​ໄວ້
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ໂຍຮັນ​ຂາດ​ຄວາມ​ເຊື່ອ​ບໍ?
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ໂຍຮັນໃຫ້ພະເຍຊູຮັບບັບເຕມາ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 73 ໜ້າ 172-ໜ້າ 173 ຂໍ້ 2
ໂຢຮັນ​ຜູ້​ໃຫ້​ບັບເຕມາ​ສອນ​ປະຊາຊົນ​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ

ບົດ​ທີ 73

ໂຢຮັນ​ກຽມ​ທາງ​ໄວ້​ໃຫ້​ພະ​ເຢຊູ

ໂຢຮັນ​ລູກ​ຊາຍ​ຂອງ​ເຊຄາຣີຢາ​ກັບ​ເອລີຊາເບັດ​ໃຫຍ່​ຂຶ້ນ​ມາ​ເປັນ​ຜູ້​ພະຍາກອນ​ຂອງ​ພະເຈົ້າ. ພະ​ເຢໂຫວາ​ໃຊ້​ໂຢຮັນ​ສອນ​ປະຊາຊົນ​ວ່າ​ເມຊີອາ​ກຳລັງ​ມາ. ແທນ​ທີ່​ລາວ​ຈະ​ສອນ​ໃນ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ຫຼື​ໃນ​ເມືອງ ລາວ​ພັດ​ສອນ​ຢູ່​ບ່ອນ​ກັນດານ. ຄົນ​ຈາກ​ເມືອງ​ເຢຣູຊາເລັມ​ແລະ​ຈາກ​ທົ່ວ​ແຂວງ​ຢູດາຍ​ກໍ​ມາ​ຮຽນ​ກັບ​ໂຢຮັນ. ລາວ​ສອນ​ເຂົາເຈົ້າ​ວ່າ​ຖ້າ​ຢາກ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ ເຂົາເຈົ້າ​ຕ້ອງ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ. ຫຼັງ​ຈາກ​ໄດ້​ຟັງ​ໂຢຮັນ​ແລ້ວ ຫຼາຍ​ຄົນ​ກໍ​ກັບໃຈ​ແລະ​ເຊົາ​ເຮັດ​ຊົ່ວ. ໂຢຮັນ​ຈຶ່ງ​ໃຫ້​ບັບເຕມາ​ເຂົາເຈົ້າ​ຢູ່​ແມ່​ນ້ຳ​ຈໍແດນ.

ໂຢຮັນ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ. ລາວ​ນຸ່ງ​ເຄື່ອງ​ທີ່​ເຮັດ​ຈາກ​ຂົນ​ອູດ​ແລະ​ກິນ​ຕັກກະແຕນ​ກັບ​ນ້ຳ​ເຜີ້ງ​ປ່າ​ເປັນ​ອາຫານ. ທຸກ​ຄົນ​ສົງໄສ​ວ່າ​ໂຢຮັນ​ແມ່ນ​ໃຜ ແລະ​ແມ່ນ​ແຕ່​ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ​ທີ່​ຍິ່ງ​ຈອງຫອງ​ກໍ​ຍັງ​ມາ​ຫາ​ລາວ. ໂຢຮັນ​ບອກ​ເຂົາເຈົ້າ​ວ່າ: ‘ພວກ​ເຈົ້າ​ຕ້ອງ​ປ່ຽນ​ແນວ​ທາງ​ຊີວິດ​ແລະ​ຕ້ອງ​ກັບໃຈ. ຢ່າ​ຄິດ​ວ່າ​ພວກ​ເຈົ້າ​ເປັນ​ຄົນ​ພິເສດ​ຍ້ອນ​ພວກ​ເຈົ້າ​ເວົ້າ​ວ່າ​ໂຕເອງ​ເປັນ​ລູກ​ຫຼານ​ຂອງ​ອັບຣາຮາມ ເພາະ​ມັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພວກ​ເຈົ້າ​ເປັນ​ລູກ​ຂອງ​ພະເຈົ້າ.’

ຫຼາຍ​ຄົນ​ມາ​ຫາ​ໂຢຮັນ​ແລະ​ຖາມ​ວ່າ: ‘ພວກ​ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ໃຫ້​ພະເຈົ້າ​ພໍໃຈ?’ ໂຢຮັນ​ຕອບ​ເຂົາເຈົ້າ​ວ່າ: ‘ຖ້າ​ເຈົ້າ​ມີ​ເສື້ອ 2 ໂຕ ເຈົ້າ​ຕ້ອງ​ແບ່ງ​ໃຫ້​ຄົນ​ທີ່​ບໍ່​ມີ.’ ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ສອນ​ແນວ​ນັ້ນ? ລາວ​ຢາກ​ໃຫ້​ລູກສິດ​ຂອງ​ລາວ​ຮູ້​ວ່າ​ຖ້າ​ຢາກ​ໃຫ້​ພະເຈົ້າ​ພໍໃຈ ເຂົາເຈົ້າ​ກໍ​ຕ້ອງ​ຮັກ​ຄົນ​ອື່ນ.

ໂຢຮັນ​ບອກ​ຄົນ​ເກັບ​ພາສີ​ວ່າ: ‘ພວກ​ເຈົ້າ​ຕ້ອງ​ສັດຊື່​ແລະ​ຢ່າ​ໂກງ​ໃຜ.’ ລາວ​ບອກ​ພວກ​ທະຫານ​ວ່າ: ‘ຢ່າ​ຮັບ​ສິນບົນ​ແລະ​ຢ່າ​ເວົ້າ​ຕົວະ.’

ພວກ​ປະໂລຫິດ​ກັບ​ພວກ​ເລວີ​ກໍ​ມາ​ຫາ​ໂຢຮັນ​ແລະ​ເວົ້າ​ວ່າ: ‘ເຈົ້າ​ແມ່ນ​ໃຜ​ແທ້? ທຸກ​ຄົນ​ຢາກ​ຮູ້​ອີ່ຫຼີ.’ ໂຢຮັນ​ຕອບ​ວ່າ: ‘ຂ້ອຍ​ແມ່ນ​ຄົນ​ທີ່​ປະກາດ​ຢູ່​ບ່ອນ​ກັນດານ​ແລະ​ພາ​ປະຊາຊົນ​ກັບ​ມາ​ຫາ​ພະ​ເຢໂຫວາ​ຄື​ກັບ​ທີ່​ເອຊາຢາ​ບອກ​ໄວ້.’

ປະຊາຊົນ​ມັກ​ສິ່ງ​ທີ່​ໂຢຮັນ​ສອນ. ຫຼາຍ​ຄົນ​ຄິດ​ວ່າ​ລາວ​ເປັນ​ເມຊີອາ ແຕ່​ລາວ​ບອກ​ເຂົາເຈົ້າ​ວ່າ: ‘ມີ​ຜູ້​ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ຂ້ອຍ​ກຳລັງ​ມາ ຂ້ອຍ​ບໍ່​ເໝາະສົມ​ທີ່​ຈະ​ແກ້​ສາຍ​ມັດ​ເກີບ​ຂອງ​ເພິ່ນ​ຊ້ຳ. ຂ້ອຍ​ໃຫ້​ບັບເຕມາ​ພວກ​ເຈົ້າ​ດ້ວຍ​ນ້ຳ ແຕ່​ເພິ່ນ​ຈະ​ໃຫ້​ບັບເຕມາ​ພວກ​ເຈົ້າ​ດ້ວຍ​ພະລັງ​ບໍລິສຸດ.’

“ລາວ​ເປັນ​ພະຍານ​ທີ່​ໃຫ້​ຫຼັກຖານ​ຢືນຢັນ​ເລື່ອງ​ຄວາມ​ສະຫວ່າງ​ນັ້ນ ເພື່ອ​ຄົນ​ທຸກ​ປະເພດ​ຈະ​ໄດ້​ເຊື່ອ​ຍ້ອນ​ສິ່ງ​ທີ່​ລາວ​ບອກ.”—ໂຢຮັນ 1:7

ຄຳ​ຖາມ: ເປັນ​ຫຍັງ​ພະ​ເຢໂຫວາ​ໃຊ້​ໂຢຮັນ​ສອນ​ປະຊາຊົນ? ປະຊາຊົນ​ເຮັດ​ຫຍັງ​ເມື່ອ​ໄດ້​ຍິນ​ເລື່ອງ​ທີ່​ໂຢຮັນ​ສອນ?

ມັດທາຍ 3:1-11; ມາຣະໂກ 1:1-8; ລູກາ 3:1-18; ໂຢຮັນ 1:19-28; ເອຊາຢາ 40:3

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌