ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ18 ມິຖຸນາ ໜ້າ 7
  • ຫຼີກ​ລ່ຽງ​ອັນຕະລາຍ​ຈາກ​ການ​ໃຊ້​ສື່​ສັງຄົມ​ອອນ​ລາຍ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຫຼີກ​ລ່ຽງ​ອັນຕະລາຍ​ຈາກ​ການ​ໃຊ້​ສື່​ສັງຄົມ​ອອນ​ລາຍ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ເລື່ອງທີ່ຄ້າຍກັນ
  • ໃຜແມ່ນໝູ່ຂອງເຈົ້າໃນສື່ສັງຄົມອອນລາຍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ຢ່າ​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ຄມປ18 ມິຖຸນາ ໜ້າ 7

ຊີວິດ​ຄລິດສະຕຽນ

ຫຼີກ​ລ່ຽງ​ອັນຕະລາຍ​ຈາກ​ການ​ໃຊ້​ສື່​ສັງຄົມ​ອອນ​ລາຍ

ພະ​ເຍຊູ​ປະຕິເສດ​ທີ່​ຈະ​ປ່ຽນ​ກ້ອນ​ຫີນ​ໃຫ້​ເປັນ​ເຂົ້າຈີ່

ເປັນ​ຫຍັງ​ຈຶ່ງ​ສຳຄັນ: ຄື​ກັບ​ເຄື່ອງ​ມື​ສ່ວນ​ໃຫຍ່ ສື່​ສັງຄົມ​ອອນ​ລາຍ​ກໍ​ຈະ​ມີ​ທັງ​ປະໂຫຍດ​ແລະ​ໂທດ. ຄລິດສະຕຽນ​ບາງ​ຄົນ​ເລືອກ​ທີ່​ຈະ​ບໍ່​ໃຊ້​ສື່​ສັງຄົມ​ອອນ​ລາຍ. ສ່ວນ​ບາງ​ຄົນ​ກໍ​ເລືອກ​ທີ່​ຈະ​ໃຊ້​ເພື່ອ​ຕິດ​ຕໍ່​ກັບ​ຄອບຄົວ​ແລະ​ໝູ່. ແນວ​ໃດ​ກໍ​ຕາມ ພະຍາມານ​ຢາກ​ໃຫ້​ເຮົາ​ໃຊ້​ສື່​ສັງຄົມ​ອອນ​ລາຍ​ແບບ​ບໍ່​ສຸຂຸມ ເຊິ່ງ​ອາດ​ເຮັດ​ໃຫ້​ເຮົາ​ເສຍ​ຊື່ສຽງ​ແລະ​ທຳລາຍ​ຄວາມ​ເຊື່ອ​ຂອງ​ເຮົາ​ໄດ້. ຄື​ກັບ​ພະ​ເຍຊູ ເຮົາ​ສາມາດ​ໃຊ້​ຫຼັກ​ການ​ຈາກ​ຄຳພີ​ໄບເບິນ​ເພື່ອ​ໄຈ້​ແຍກ​ແລະ​ຫຼີກ​ລ່ຽງ​ສິ່ງ​ທີ່​ເປັນ​ອັນຕະລາຍ​ໄດ້.—ລືກາ 4:4, 8, 12

ຫຼີກ​ລ່ຽງ​ກັບດັກ:

  • ການ​ໃຊ້​ສື່​ສັງຄົມ​ອອນ​ລາຍ​ຫຼາຍ​ເກີນ​ໄປ. ການ​ໃຊ້​ເວລາ​ກັບ​ສື່​ສັງຄົມ​ອອນ​ລາຍ​ຫຼາຍ​ເກີນ​ໄປ​ຈະ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ເວລາ​ທີ່​ມີ​ຄ່າ​ໃນ​ການ​ເຮັດ​ກິດຈະກຳ​ດ້ານ​ຄວາມ​ເຊື່ອ.

    ຫຼັກ​ການ​ໃນ​ຄຳພີ​ໄບເບິນ: ເອເຟ. 5:15, 16; ຟີລິບ 1:10

  • ການ​ເບິ່ງ​ຂໍ້​ມູນ​ທີ່​ໜ້າ​ສົງໄສ. ການ​ເບິ່ງ​ຮູບ​ທີ່​ຍົວະ​ເຍົ້າ​ໃຈ​ສາມາດ​ເຮັດ​ໃຫ້​ເຮົາ​ຕິດ​ສື່​ລາມົກ​ຫຼື​ອາດ​ເຮັດ​ໃຫ້​ເຮົາ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ໄດ້. ການ​ອ່ານ​ຂໍ້​ມູນ​ຂອງ​ຄົນ​ນອກ​ຮີດ​ກໍ​ອາດ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ໄດ້​ຮັບ​ຄວາມ​ເສຍຫາຍ.

    ຫຼັກ​ການ​ໃນ​ຄຳພີ​ໄບເບິນ: ມັດ. 5:28; ຟີລິບ 4:8

  • ການ​ໂພ​ສ​ຂໍ້​ຄວາມ​ຫຼື​ຮູບ​ພາບ​ທີ່​ບໍ່​ເໝາະ​ສົມ. ເນື່ອງ​ຈາກ​ຫົວໃຈ​ທໍລະຍົດ ຄົນ​ເຮົາ​ກໍ​ອາດ​ມີ​ແນວ​ໂນ້ມ​ທີ່​ຈະ​ໂພ​ສ​ຂໍ້​ຄວາມ​ຫຼື​ຮູບ​ທີ່​ບໍ່​ເໝາະ​ສົມ​ລົງ​ໃນ​ສື່​ສັງຄົມ​ອອນ​ລາຍ. ແນວ​ໃດ​ກໍ​ຕາມ ສິ່ງ​ນີ້​ອາດ​ທຳລາຍ​ຊື່​ສຽງ​ແລະ​ເຮັດ​ໃຫ້​ຄວາມ​ເຊື່ອ​ອ່ອນ​ລົງ​ໄດ້.

    ຫຼັກ​ການ​ໃນ​ຄຳພີ​ໄບເບິນ: ໂລມ 14:13; ເອເຟ. 4:29

ເບິ່ງ​ວິດີໂອ​ເລື່ອງ​ໃຊ້​ໂຊ​ຊຽວເນັດ​ເວີກ​ຢ່າງ​ສະຫຼາດ ແລ້ວ​ທົບ​ທວນ​ວິທີ​ຫຼີກ​ລ່ຽງ​ອັນຕະລາຍ​ຕາມ​ທີ່​ບອກ​ໄວ້​ໃນ​ວິດີໂອ:

ໂດຍ​ທາງ​ສື່​ສັງຄົມ​ອອນ​ລາຍ​ອາດ​ເຮັດ​ໃຫ້​ໂຈນ​ຮູ້​ວ່າ​ເຈົ້າ​ບໍ່​ຢູ່​ບ້ານ​ໃນ​ວັນ​ພັກຜ່ອນ
ການ​ໂພ​ສ​ຮູບ​ທີ່​ບໍ່​ເໝາະ​ສົມ​ລົງ​ໃນ​ສື່​ສັງຄົມ​ອອນ​ລາຍ​ອາດ​ມີ​ຜົນ​ທີ່​ບໍ່​ດີ​ຕອນ​ໄປ​ສະໝັກ​ວຽກ
ການ​ໂພ​ສ​ຂໍ້​ຄວາມ​ທີ່​ບໍ່​ເໝາະ​ສົມ​ລົງ​ໃນ​ສື່​ສັງຄົມ​ອອນ​ລາຍ
ໃຊ້​ເວລາ​ກັບ​ສື່​ສັງຄົມ​ອອນ​ລາຍ​ຕັ້ງ​ແຕ່​ຄ່ຳ​ຈົນ​ເຖິງ​ເຊົ້າ
    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌