ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ22 ມີນາ ໜ້າ 9
  • ໃຜແມ່ນໝູ່ຂອງເຈົ້າໃນສື່ສັງຄົມອອນລາຍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຜແມ່ນໝູ່ຂອງເຈົ້າໃນສື່ສັງຄົມອອນລາຍ?
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ເລື່ອງທີ່ຄ້າຍກັນ
  • ຈະ​ເປັນ​ແນວ​ໃດ​ຖ້າ​ມີ​ໝູ່​ທາງ​ອອນລາຍ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຫຼີກ​ລ່ຽງ​ອັນຕະລາຍ​ຈາກ​ການ​ໃຊ້​ສື່​ສັງຄົມ​ອອນ​ລາຍ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ເລືອກ​ຄົບ​ໝູ່​ຢ່າງ​ສະຫຼາດ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ຄມປ22 ມີນາ ໜ້າ 9

ຊີວິດ​ຄລິດສະຕຽນ

ໃຜ​ແມ່ນ​ໝູ່​ຂອງ​ເຈົ້າ​ໃນ​ສື່​ສັງຄົມ​ອອນລາຍ?

ຄຳ​ວ່າ​ໝູ່​ໝາຍ​ເຖິງ “ຄົນ​ທີ່​ຮັກ​ແລະ​ສະໜິດ​ກັນ” ເຊັ່ນ ໂຢນາທານ​ກັບ​ດາວິດ​ເລີ່ມ​ສະໜິດ​ກັນ​ຫຼັງ​ຈາກ​ທີ່​ດາວິດ​ຂ້າ​ໂຄລີອາດ. (1​ຊາມ 18:1) ທັງ​ສອງ​ຄົນ​ມີ​ນິດໄສ​ທີ່​ດີ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ຢາກ​ເປັນ​ໝູ່​ກັນ. ດັ່ງນັ້ນ ເພື່ອ​ເຮົາ​ຈະ​ສະໜິດ​ກັບ​ໃຜ​ຄົນ​ໜຶ່ງ ເຮົາ​ຕ້ອງ​ຮູ້ຈັກ​ຄົນ​ນັ້ນ​ເປັນ​ຢ່າງ​ດີ ເຊິ່ງ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ. ແຕ່​ໃນ​ສື່​ສັງຄົມ​ອອນລາຍ​ພຽງ​ແຕ່​ກົດ​ປຸ່ມ​ເທື່ອ​ດຽວ​ກໍ​ເປັນ “ໝູ່” ກັນ​ໄດ້. ຄົນ​ທີ່​ຢູ່​ໃນ​ໂລກ​ອອນລາຍ​ວາງ​ແຜນ​ກ່ອນ​ໄດ້​ວ່າ​ຈະ​ເວົ້າ​ຫຍັງ ແລະ​ສ້າງ​ພາບ​ໄດ້​ວ່າ​ຢາກ​ໃຫ້​ຄົນ​ອື່ນ​ເບິ່ງ​ລາວ​ແບບ​ໃດ ຈຶ່ງ​ເຮັດ​ໃຫ້​ເຮົາ​ບໍ່​ຮູ້ຈັກ​ຕົວ​ຕົນ​ແທ້ໆ​ຂອງ​ຄົນ​ນັ້ນ. ດັ່ງນັ້ນ ເຈົ້າ​ຕ້ອງ​ຄິດ​ດີໆ​ວ່າ​ຈະ​ເປັນ​ໝູ່​ກັບ​ໃຜ​ໃນ​ສື່​ສັງຄົມ​ອອນລາຍ. ບໍ່​ຕ້ອງ​ຢ້ານ​ວ່າ​ລາວ​ຈະ​ເສຍ​ຄວາມ​ຮູ້ສຶກ​ຖ້າ​ເຈົ້າ​ປະຕິເສດ​ຄຳ​ຂໍ​ເປັນ​ໝູ່. ບາງ​ຄົນ​ບໍ່​ໃຊ້​ສື່​ສັງຄົມ​ອອນລາຍ​ຍ້ອນ​ຢ້ານ​ວ່າ​ຈະ​ມີ​ອັນຕະລາຍ ແຕ່​ຖ້າ​ເຈົ້າ​ໃຊ້​ສື່​ສັງຄົມ​ອອນລາຍ ເຈົ້າ​ຕ້ອງ​ຄິດ​ເຖິງ​ເລື່ອງ​ຫຍັງ​ແດ່?

ເບິ່ງ​ວິດີໂອ​ໃຊ້​ໂຊຊຽວ​ເນັດເວີກ​ຢ່າງ​ສະຫຼາດ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ“ໃຊ້​ໂຊຊຽວ​ເນັດເວີກ​ຢ່າງ​ສະຫຼາດ.” ຊິງ​ສອງ​ຂ້າງ​ທີ່​ເບື້ອງ​ໜຶ່ງ​ມີ​ຮູບ​ຂອງ​ຜູ້​ຍິງ​ແລະ​ອີກ​ເບື້ອງ​ໜຶ່ງ​ມີ​ກອງ​ຫຼຽນ. ຮູບ​ມີ​ນ້ຳ​ໜັກ​ຫຼາຍ​ກວ່າ​ຫຼຽນ.

    ເຈົ້າ​ຕ້ອງ​ຄິດ​ເຖິງ​ຫຍັງ​ແດ່​ກ່ອນ​ທີ່​ຈະ​ໂພດສ໌​ຂໍ້​ຄວາມ​ຫຼື​ຮູບ​ພາບ?

  • ສາກ​ໜຶ່ງ​ຈາກ​ວິດີໂອ“ໃຊ້​ໂຊຊຽວ​ເນັດເວີກ​ຢ່າງ​ສະຫຼາດ.” ຊາຍ​ສອງ​ຄົນ​ທີ່​ເບິ່ງ​ຄື​ຫຍາບ​ຄາຍ​ເອົາ​ໂພສ​ໃນ​ສື່​ສັງຄົມ​ອອນລາຍ​ໃຫ້​ຊາຍ​ທີ່​ເປັນ​ໄວ້​ລຸ້ນ​ເບິ່ງ​ແຕ່​ລາວ​ປິດ​ຕາ​ໄວ້.

    ເປັນ​ຫຍັງ​ເຈົ້າ​ຕ້ອງ​ເລືອກ​ໝູ່​ໃນ​ສື່​ສັງຄົມ​ອອນລາຍ​ຢ່າງ​ດີ?

  • ສາກ​ໜຶ່ງ​ຈາກ​ວິດີໂອ“ໃຊ້​ໂຊຊຽວ​ເນັດເວີກ​ຢ່າງ​ສະຫຼາດ.” ເດັກ​ຊາຍ​ຄົນ​ໜຶ່ງ​ຫຼັບ​ຄາ​ຄອມພິວເຕີ​ຫຼັງ​ຈາກ​ທີ່​ຫຼິ້ນ​ໝົດ​ຄືນ.

    ເປັນ​ຫຍັງ​ເຈົ້າ​ຕ້ອງ​ຈຳກັດ​ເວລາ​ໃຊ້​ສື່​ສັງຄົມ​ອອນລາຍ?—ອຟຊ 5:15, 16

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌