ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ກິດຈະການ 6-8
ປະຊາຄົມຄລິດສະຕຽນທີ່ສ້າງຕັ້ງຂຶ້ນໃໝ່ຖືກທົດສອບ
ແມ່ໝ້າຍທີ່ເວົ້າພາສາເກັຣກເຊິ່ງຮັບບັບເຕມາໃໝ່ຕັດສິນໃຈຢູ່ເມືອງເຢຣຶຊາເລມຕໍ່ອີກໄລຍະໜຶ່ງ ແຕ່ເຫັນໄດ້ແຈ້ງວ່າເຂົາເຈົ້າຖືກປະຕິບັດຢ່າງບໍ່ຍຸຕິທຳ. ຄວາມບໍ່ຍຸຕິທຳນີ້ໄດ້ເຮັດໃຫ້ເຂົາເຈົ້າສະດຸດບໍ ຫຼືເຂົາເຈົ້າອົດທົນລໍຖ້າໃຫ້ພະເຢໂຫວາແກ້ໄຂເລື່ອງນີ້?
ຫຼັງຈາກເອຕຽນຖືກດຶກກ້ອນຫີນໃສ່ແລະມີການຂົ່ມເຫງທີ່ຮຸນແຮງເກີດຂຶ້ນເຊິ່ງເຮັດໃຫ້ຄລິດສະຕຽນໃນເຢຣຶຊາເລມຕ້ອງກະຈັດກະຈາຍໄປຢູດາແລະສະມາລີ. ແຕ່ສິ່ງນີ້ເຮັດໃຫ້ເຂົາເຈົ້າເຮັດວຽກຮັບໃຊ້ໜ້ອຍລົງບໍ?
ໂດຍການຊ່ວຍເຫຼືອຈາກພະເຢໂຫວາ ພີ່ນ້ອງຄລິດສະຕຽນໃໝ່ຈຶ່ງອົດທົນໄດ້ແລະກ້າວໜ້າຕໍ່ໄປ.—ກິດ. 6:7; 8:4
ຂໍໃຫ້ຖາມຕົວເອົງວ່າ ‘ຂ້ອຍຈະຮັບມືກັບການທົດລອງໄດ້ແນວໃດ?’