ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ອົບພະຍົບ 25-26
ສິ່ງສຳຄັນທີ່ຢູ່ໃນເຕັ້ນສັກສິດ
ຫີບສັນຍາເປັນສູນລວມແລະເປັນສ່ວນທີ່ສຳຄັນຂອງເຕັ້ນສັກສິດໃນຄ້າຍຂອງພວກອິດສະຣາເອນ. ເມກທີ່ລອຍຢູ່ລະຫວ່າງເຄຣູບ 2 ອົງທີ່ຕັ້ງຢູ່ເທິງຫີບສັນຍາເປັນສັນຍະລັກທີ່ສະແດງວ່າພະເຈົ້າຢູ່ກັບເຂົາເຈົ້າ. ໃນວັນໄຖ່ໂທດຂອງທຸກໆປີ ມະຫາປະໂລຫິດຈະເຂົ້າໄປໃນຫ້ອງບໍລິສຸດທີ່ສຸດແລະເອົາເລືອດຂອງງົວຜູ້ແລະເລືອດແບ້ຊິດໃສ່ຝາຫີບ ເພື່ອໄຖ່ບາບໃຫ້ພວກອິດສະຣາເອນ. (ເລວີ 16:14, 15) ການເຮັດແບບນີ້ເປັນພາບລ່ວງໜ້າວ່າພະເຢຊູຜູ້ເປັນມະຫາປະໂລຫິດທີ່ໃຫຍ່ກວ່າຈະເຂົ້າໄປໃນສະຫວັນເພື່ອມອບຄ່າໄຖ່ຂອງເພິ່ນເອງໃຫ້ພະເຢໂຫວາ.—ຮຣ 9:24-26
ຈັບຄູ່ຂໍ້ພະຄຳພີຕໍ່ໄປນີ້ໃຫ້ຖືກກັບປະໂຫຍດທີ່ເຮົາໄດ້ຮັບຈາກຄ່າໄຖ່:
ຂໍ້ພະຄຳພີ
ປະໂຫຍດທີ່ໄດ້ຮັບຈາກຄ່າໄຖ່
ຄວາມຫວັງເລື່ອງຊີວິດຕະຫຼອດໄປ
ໄດ້ຮັບການໃຫ້ອະໄພບາບ
ໃຈຮູ້ຜິດຮູ້ຖືກທີ່ດີ
ເພື່ອຈະໄດ້ຮັບປະໂຫຍດເຫຼົ່ານີ້ເຮົາຕ້ອງເຮັດຫຍັງ?