ຊີວິດຄລິດສະຕຽນ
ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ປະກາດທາງໂທລະສັບ
ເປັນຫຍັງຈຶ່ງສຳຄັນ: ການປະກາດທາງໂທລະສັບເປັນວິທີໜຶ່ງທີ່ສຳຄັນທີ່ຈະ “ປະກາດຂ່າວດີ . . . ໃຫ້ທົ່ວເຖິງ.” (ກຈກ 20:24)a ການປະກາດໃນຮູບແບບນີ້ຊ່ວຍເຮົາໃຫ້ປະກາດກັບບາງຄົນໄດ້ເຖິງວ່າສະພາບການຕ່າງໆຈະເຮັດໃຫ້ເຮົາໄປຫາເຂົາເຈົ້າບໍ່ໄດ້.
ສິ່ງທີ່ຄວນເຮັດ:
ການກຽມຕົວ. ເລືອກຫົວຂໍ້ທີ່ເໝາະສົມ. ກຽມໂຄງເລື່ອງທີ່ຈະເວົ້າ. ເຈົ້າອາດຈະກຽມຄຳເວົ້າສັ້ນໆເພື່ອບອກຈຸດປະສົງທີ່ເຈົ້າໂທໄປໃນກໍລະນີທີ່ຕ້ອງຝາກຂໍ້ຄວາມສຽງ. ນັບວ່າເປັນປະໂຫຍດຖ້າເຮົາມີໂຕະທີ່ວາງໂຄງເລື່ອງທີ່ເຮົາຈະເວົ້າແລະສິ່ງອື່ນໆທີ່ຈຳເປັນເຊັ່ນ: ເຄື່ອງມືເອເລັກໂຕຣນິກທີ່ມີ JW Library® ຫຼື jw.org® ທີ່ເປີດໄວ້ແລ້ວ
ຜ່ອນຄາຍ. ເວົ້າເປັນທຳມະຊາດ. ຍິ້ມແລະອອກທ່າທາງເຮັດຄືກັບວ່າເຮົາລົມກັບຄົນນັ້ນແບບໜ້າຕໍ່ໜ້າ. ຢ່າຢຸດເວົ້າຖ້າບໍ່ຈຳເປັນ. ຖ້າມີຄົນອື່ນຊ່ວຍກໍຈະເປັນປະໂຫຍດຫຼາຍ. ເມື່ອເຈົ້າຂອງເຮືອນຖາມ ໃຫ້ເວົ້າຄຳຖາມນັ້ນຄືນດັງໆເພື່ອຜູ້ທີ່ຢູ່ນຳເຈົ້າຈະຊ່ວຍຫາຄຳຕອບໄດ້
ປູທາງໄວ້ເພື່ອກັບໄປຢາມ. ຖ້າມີຄົນສົນໃຈ ເຈົ້າສາມາດຝາກຄຳຖາມໄວ້ເພື່ອຈະໂທຫາເທື່ອໜ້າ ຫຼືອາດຈະໃຫ້ອີເມວເພື່ອຈະຕິດຕໍ່ໄດ້ເປັນສ່ວນຕົວ. ຂຽນຂໍ້ຄວາມຫຼືອີເມວເພື່ອສົ່ງວິດີໂອຫຼືບົດຄວາມໃດໜຶ່ງໃຫ້ລາວ. ຖ້າເໝາະສົມກໍໃຫ້ເວົ້າເຖິງເລື່ອງອື່ນໆໃນເວັບໄຊຂອງເຮົາ.
a ຖ້າໃນເຂດຂອງເຈົ້າປະກາດທາງໂທລະສັບໄດ້ ການປະກາດທາງນີ້ຕ້ອງສອດຄ່ອງກັບກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນບຸກຄົນ.