ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ22 ກໍລະກົດ ໜ້າ 13
  • ໂຄງການພິເສດເພື່ອເລີ່ມການສຶກສາຄຳພີໄບເບິນໃນເດືອນກັນຍາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂຄງການພິເສດເພື່ອເລີ່ມການສຶກສາຄຳພີໄບເບິນໃນເດືອນກັນຍາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ເລື່ອງທີ່ຄ້າຍກັນ
  • ໂຄງການພິເສດເພື່ອປະກາດເລື່ອງການປົກຄອງຂອງພະເຈົ້າໃນເດືອນກັນຍາ!
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ໃຊ້​ຈຸນລະສານ​ຂ່າວ​ດີ ໃນ​ການ​ສອນ
    ວຽກຮັບໃຊ້ພະເຈົ້າ—2015
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ຄມປ22 ກໍລະກົດ ໜ້າ 13
ຮູບ: ຄອບຄົວ​ທີ່​ຢູ່​ໃນ​ຮູບ​ຂອງ​ບົດ​ຄວາມ “ຕັ້ງ​ເປົ້າໝາຍ​ສຳລັບ​ປີ​ການ​ຮັບ​ໃຊ້​ໃໝ່—ເປັນ​ໄພໂອເນຍ” ກຳລັງ​ປະກາດ​ກັບ​ຄົນ​ອື່ນ. 1. ພີ່​ນ້ອງ​ຍິງ​ສາວ​ແລະ​ແມ່​ໃຊ້​ຈຸນລະສານ “ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດໄປ!” ເພື່ອ​ລົມ​ກັບ​ຜູ້​ຍິງຄົນໜຶ່ງ​ຢູ່​ໜ້າ​ຫ້ອງ​ຂອງ​ລາວ. 2. ແມ່​ຕູ້​ໃຊ້​ຈຸນລະສານ “ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດໄປ!” ເພື່ອ​ນຳ​ການ​ສຶກສາ​ທາງ​ໂທລະສັບ. 3. ພໍ່​ແມ່​ຢືນ​ຢູ່​ຂ້າງ​ລໍ້​ວາງ​ສະແດງ​ໜັງສື​ທີ່​ສະແດງ​ຈຸນລະສານ “ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດໄປ!” ແລະ​ໂຄສະນາ​ການ​ຮຽນ​ຄຳພີໄບເບິນ​ຟຣີ.

ຊີວິດ​ຄລິດສະຕຽນ

ໂຄງການ​ພິເສດ​ເພື່ອ​ເລີ່ມ​ການ​ສຶກສາ​ຄຳພີໄບເບິນ​ໃນ​ເດືອນ​ກັນຍາ

ໃນ​ເດືອນ​ກັນຍາ ເຮົາ​ຈະ​ອອກ​ຄວາມ​ພະຍາຍາມ​ເປັນ​ພິເສດ​ເພື່ອ​ຈະ​ເລີ່ມ​ການ​ສຶກສາ​ຄຳພີໄບເບິນ​ກັບ​ທຸກ​ຄົນ​ໂດຍ​ໃຊ້​ຈຸນລະສານ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດໄປ! ຜູ້​ປະກາດ​ສາມາດ​ສະໝັກ​ເປັນ​ໄພໂອເນຍ​ສົມທົບ​ໂດຍ​ເລືອກ​ເຮັດ 30 ຊົ່ວໂມງ​ໄດ້. ມີ​ຫຍັງ​ແດ່​ທີ່​ເຮົາ​ເຮັດ​ໄດ້​ໃນ​ໂຄງການ​ພິເສດ​ນີ້?

  • ໃນ​ການ​ປະກາດ: ໃຊ້​ປົກ​ຫຼັງ​ຂອງ​ຈຸນລະສານ​ເພື່ອ​ກະຕຸ້ນ​ຄວາມ​ສົນ​ໃຈ​ຂອງ​ເຈົ້າ​ຂອງ​ເຮືອນ ແລະ​ພະຍາຍາມ​ສາທິດ​ວິທີ​ສຶກສາ. ລອງ​ຄິດເຖິງ​ຄົນ​ທີ່​ຈະ​ກັບ​ໄປ​ຢາມ​ແລະ​ຄົນ​ທີ່​ສະແດງ​ຄວາມ​ສົນ​ໃຈ​ກ່ອນ​ໜ້າ​ນີ້. ເຖິງ​ວ່າ​ຕອນ​ນັ້ນ​ລາວ​ຍັງ​ບໍ່​ຢາກ​ສຶກສາ ແຕ່​ລາວ​ອາດ​ຈະ​ສົນ​ໃຈ​ຈຸນລະສານ​ນີ້​ແລະ​ວິທີ​ການ​ສຶກສາ​ແບບ​ໃໝ່​ຂອງ​ເຮົາ​ກໍ​ໄດ້. ເຮົາ​ບໍ່​ຄວນ​ຝາກ​ຈຸນລະສານ​ນີ້​ກັບ​ເຮືອນ​ທີ່​ບໍ່​ມີ​ຄົນ​ຢູ່​ຫຼື​ສົ່ງ​ຈຸນລະສານ​ນີ້​ໄປ​ທາງ​ຈົດໝາຍ​ໃຫ້​ກັບ​ຄົນ​ທີ່​ບໍ່​ສົນ​ໃຈ. ຄະນະ​ກຳມະການ​ການ​ຮັບ​ໃຊ້​ຂອງ​ປະຊາຄົມ​ອາດ​ຈັດ​ການ​ປະຊຸມ​ເພື່ອ​ການ​ປະກາດ​ເພີ່ມ​ຂຶ້ນ​ໃນ​ເດືອນ​ນີ້​ໄດ້.

  • ໃນ​ໂອກາດ​ອື່ນໆ​: ຖ້າ​ປະຊາຄົມ​ຂອງ​ເຈົ້າ​ປະກາດ​ໂດຍ​ໃຊ້​ລໍ້​ສະແດງ​ໜັງສື ໃຫ້​ວາງ​ຈຸນລະສານ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດໄປ! ໃນ​ລໍ້​ນຳ. ບອກ​ຄົນ​ທີ່​ສະແດງ​ຄວາມ​ສົນ​ໃຈ​ວ່າ​ລາວ​ສາມາດ​ຮັບ​ຈຸນລະສານ​ຫົວ​ນີ້​ພ້ອມ​ກັບ​ເລີ່ມ​ຮຽນ​ຄຳພີໄບເບິນ​ໄດ້​ຟຣີ. ລອງ​ສາທິດ​ວິທີ​ສຶກສາ​ສັ້ນໆ​ໃນ​ຕອນ​ນັ້ນ​ຖ້າ​ເຮັດ​ໄດ້ ຫຼື​ບໍ່​ກໍ​ນັດ​ກັນ​ເພື່ອ​ສາທິດ​ວິທີ​ສຶກສາ​ໃນ​ເວລາ​ອື່ນ. ຜູ້​ດູ​ແລ​ການ​ຮັບ​ໃຊ້​ອາດ​ເລືອກ​ຜູ້​ປະກາດ​ທີ່​ມີ​ຄຸນສົມບັດ​ເພື່ອ​ໄປ​ປະກາດ​ໃນ​ເຂດ​ທຸລະກິດ​ແລະ​ສະເໜີ​ການ​ສຶກສາ​ຄຳພີໄບເບິນ. ເຈົ້າ​ອາດ​ສະເໜີ​ການ​ສຶກສາ​ກັບ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ຄົນ​ທີ່​ເຈົ້າ​ປະກາດ​ແບບ​ບໍ່​ເປັນ​ທາງ​ການ.

ພະ​ເຢຊູ​ສັ່ງ​ເຮົາ​ໃຫ້​ໄປ “ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.” (ມທ 28:19, 20) ຂໍ​ໃຫ້​ໂຄງການ​ພິເສດ​ທີ່​ໃຊ້​ຈຸນລະສານ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດໄປ! ນີ້ ຊ່ວຍ​ໃຫ້​ເຮົາ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ໄດ້​ສຳເລັດ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌