ໃຊ້ຈຸນລະສານຂ່າວດີ ໃນການສອນ
1. ຈຸນລະສານຂ່າວດີ ໄດ້ອອກແບບມາແນວໃດ?
1 ດັ່ງທີ່ໄດ້ພິຈາລະນາວຽກຮັບໃຊ້ພະເຈົ້າ ເດືອນກໍລະກົດ ຈຸນລະສານຂ່າວດີຈາກພະເຈົ້າ! ເປັນເຄື່ອງມືໜຶ່ງທີ່ສຳຄັນໃນກ່ອງເຄື່ອງມືສຳລັບການສອນ. ໜັງສືຕ່າງໆສຳລັບສຶກສາຄຳພີໄບເບິນຂອງເຮົາຂຽນຂຶ້ນໃນແບບທີ່ຜູ້ອ່ານຮຽນໄດ້ດ້ວຍຕົນເອງ ແຕ່ຈຸນລະສານນີ້ໄດ້ອອກແບບມາເພື່ອໃຫ້ພິຈາລະນາກັບຜູ້ສອນ. ຈຸນລະສານນີ້ບໍ່ໄດ້ຍົກຂໍ້ຄວາມຈາກຂໍ້ຄຳພີທີ່ອ້າງເຖິງ. ດັ່ງນັ້ນ ເຈົ້າຂອງເຮືອນສາມາດຮຽນໂດຍກົງຈາກຄຳພີໄບເບິນຂອງເຂົາເຈົ້າໄດ້. ສະນັ້ນ ເມື່ອສະເໜີຈຸນລະສານນີ້ ເຮົາຄວນສາທິດວິທີຮຽນທີ່ເຮັດໃຫ້ເຈົ້າຂອງເຮືອນເຫັນວ່າການຮຽນຂ່າວດີຈາກຄຳພີໄບເບິນໜ້າຕື່ນເຕັ້ນແທ້ໆ.—ມັດ. 13:44
2. ເມື່ອພົບເຈົ້າຂອງເຮືອນຄັ້ງທຳອິດເຮົາຈະໃຊ້ຈຸນລະສານຂ່າວດີແນວໃດ?
2 ເມື່ອພົບກັນຄັ້ງທຳອິດ: ເຈົ້າອາດເວົ້າວ່າ: “ຂ້ອຍມາລົມກັບຄົນແຖວນີ້ ເພາະຫຼາຍຄົນເປັນຫ່ວງວ່າໂລກເຮົາຈະເປັນແນວໃດ. ເຈົ້າຄິດວ່າສະພາບການຕ່າງໆຈະດີຂຶ້ນບໍ? [ໃຫ້ລາວຕອບ] ຄຳພີໄບເບິນມີຂ່າວດີທີ່ເຮັດໃຫ້ເຮົາມີຄວາມຫວັງ. ນີ້ເປັນບາງຄຳຖາມທີ່ມີຄຳຕອບໃນຄຳພີໄບເບິນ.” ຍື່ນຈຸນລະສານໃຫ້ເຈົ້າຂອງເຮືອນ ແລະຂໍໃຫ້ລາວເລືອກຄຳຖາມໜຶ່ງທີ່ລາວສົນໃຈຢູ່ຫຼັງປົກຂອງຈຸນລະສານ ແລ້ວສາທິດການສຶກສາໂດຍໃຊ້ຫຍໍ້ໜ້າທຳອິດໃນບົດນັ້ນ. ອີກວິທີໜຶ່ງແມ່ນຖາມລາວວ່າສົນໃຈຄຳຖາມໃດໃນບົດທີ່ເຈົ້າເລືອກ ຈາກນັ້ນສາທິດໃຫ້ລາວເຫັນວິທີທີ່ຈຸນລະສານຊ່ວຍລາວໃຫ້ພົບຄຳຕອບໃນຄຳພີໄບເບິນ.
3. ໃຫ້ອະທິບາຍວິທີນຳການສຶກສາໂດຍໃຊ້ຈຸນລະສານຂ່າວດີ.
3 ວິທີນຳການສຶກສາ: (1) ອ່ານຄຳຖາມທີ່ມີໝາຍເລກກຳກັບທີ່ເປັນໂຕເຂັ້ມເພື່ອໃຫ້ເຈົ້າຂອງເຮືອນຈົດຈໍ່ຢູ່ກັບຈຸດສຳຄັນ. (2) ອ່ານຫຍໍ້ໜ້ານັ້ນ. (3) ອ່ານຂໍ້ຄຳພີທີ່ເປັນໂຕອຽງແລະໃຊ້ຄຳຖາມທີ່ເໝາະສົມເພື່ອຊ່ວຍລາວເຫັນວິທີທີ່ຂໍ້ຄຳພີຕອບຄຳຖາມນັ້ນ. (4) ຖ້າໃນຄຳຖາມນັ້ນມີຫຼາຍຫຍໍ້ໜ້າ ໃຫ້ເຮັດຄືກັບຂັ້ນຕອນທີ 2 ແລະ 3. (5) ສຸດທ້າຍ ຂໍໃຫ້ເຈົ້າຂອງເຮືອນຕອບຄຳຖາມເພື່ອແນ່ໃຈວ່າລາວເຂົ້າໃຈ. ຫຼັງຈາກທີ່ກັບຢ້ຽມຫຼາຍຄັ້ງແລະເຮັດໄດ້ເປັນປະຈຳແລ້ວ ເຈົ້າອາດປ່ຽນໄປໃຊ້ປຶ້ມໄບເບິນສອນ ຫຼືສຶກສາຈຸນລະສານຂ່າວດີຕໍ່ໄປຈົນຈົບ.
4. ສິ່ງໃດຈະຊ່ວຍເຮົາໃຫ້ຊຳນານໃນການໃຊ້ຈຸນລະສານນີ້?
4 ເຮັດຄວາມຄຸ້ນເຄີຍກັບຈຸນລະສານນີ້. ໂດຍໃຊ້ທຸກໆໂອກາດທີ່ເຫັນວ່າເໝາະສົມ. ກ່ອນສຶກສາແຕ່ລະຄັ້ງ ໃຫ້ຄິດເຖິງນັກສຶກສາແລະວິທີທີ່ຈະໃຊ້ຂໍ້ຄຳພີຫາເຫດຜົນກັບລາວໃນບົດນັ້ນ. (ສຸພາ. 15:28; ກິດ. 17:2, 3) ເມື່ອເຈົ້າມີປະສົບການແລະຄວາມຊຳນານຫຼາຍຂຶ້ນ ເຈົ້າກໍຈະເຫັນວ່າຈຸນລະສານນີ້ເປັນໜຶ່ງໃນເຄື່ອງມືທີ່ເຈົ້າມັກທີ່ສຸດທີ່ໃຊ້ສອນຜູ້ຄົນໃຫ້ຮູ້ຈັກຄວາມຈິງ!