ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ23 ມີນາ ໜ້າ 13
  • ວິທີໃຊ້ວິດີໂອສຳລັບຊວນສຶກສາຄຳພີໄບເບິນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວິທີໃຊ້ວິດີໂອສຳລັບຊວນສຶກສາຄຳພີໄບເບິນ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ເລື່ອງທີ່ຄ້າຍກັນ
  • ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ໃຊ້ວິດີໂອໃນການສອນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ເລື່ອງ​ທີ່​ໜ້າ​ຮູ້​ກ່ຽວ​ກັບ​ການ​ຮຽນ​ຄຳ​ພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ
    ຄຳຖາມ​ທີ່​ພົບ​ເລື້ອຍໆ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ
  • ໃຊ້ປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ເພື່ອຊ່ວຍໃຫ້ມີຄວາມເຊື່ອໃນພະເຢໂຫວາແລະພະເຢຊູ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ໃຊ້ວິດີໂອເພື່ອສອນນັກສຶກສາຂອງເຈົ້າ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ຄມປ23 ມີນາ ໜ້າ 13
ພີ່ນ້ອງ​ຍິງ​ໃຫ້​ຜູ້ຍິງ​ຄົນ​ໜຶ່ງ​ເບິ່ງ​ວິດີໂອ “ເປັນຫຍັງ​ຈຶ່ງ​ສຶກສາ​ຄຳພີໄບເບິນ?—ແບບ​ເຕັມ” ໃນ​ແທັບເລັດ​ຂອງ​ລາວ.

ຊີວິດ​ຄລິດສະຕຽນ

ວິທີ​ໃຊ້​ວິດີໂອ​ສຳລັບ​ຊວນ​ສຶກສາ​ຄຳພີໄບເບິນ

ເຮົາ​ມີ 4 ວິດີໂອ​ສຳລັບ​ຊວນ​ສຶກສາ​ຄຳພີໄບເບິນ​ທີ່​ໃຊ້​ໃນ​ວຽກ​ປະກາດ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ແຕ່​ລະ​ວິດີໂອ​ໃຊ້​ເພື່ອ​ຫຍັງ?

  • ເປັນຫຍັງ​ຈຶ່ງ​ສຶກສາ​ຄຳພີໄບເບິນ?—ແບບ​ເຕັມ ວິດີໂອ​ນີ້​ໃຊ້​ເພື່ອ​ກະຕຸ້ນ​ຜູ້ຄົນ​ໃຫ້​ສົນໃຈ​ຄຳພີໄບເບິນ​ບໍ່​ວ່າ​ຜູ້​ນັ້ນ​ຈະ​ນັບ​ຖື​ສາສະໜາ​ໃດ​ກໍ​ຕາມ. ຊ່ວຍ​ເຂົາເຈົ້າ​ໃຫ້​ຊອກຫາ​ຄຳຕອບ​ທີ່​ສຳຄັນ​ກ່ຽວກັບ​ຊີວິດ​ຈາກ​ຄຳພີໄບເບິນ​ແລະ​ເຫັນ​ຕົວຢ່າງ​ການ​ຫາ​ເຫດຜົນ​ທີ່​ເຂົ້າໃຈ​ງ່າຍ ແລະ​ຍັງ​ເວົ້າ​ເຖິງ​ວິທີ​ຂໍ​ຮຽນ​ຄຳພີໄບເບິນ​ນຳ.

  • ເປັນຫຍັງ​ຈຶ່ງ​ສຶກສາ​ຄຳພີໄບເບິນ? (ແບບ​ສັ້ນ) ວິດີໂອ​ນີ້​ຄ້າຍ​ຄື​ກັບ​ວິດີໂອ​ແບບ​ເຕັມ ແຕ່​ຈະ​ສັ້ນ​ກວ່າ. ນີ້​ອາດ​ເໝາະ​ກັບ​ເຂດ​ທີ່​ຜູ້ຄົນ​ບໍ່​ຄ່ອຍ​ມີ​ເວລາ.

  • ພວກ​ເຮົາ​ສຶກສາ​ຄຳພີໄບເບິນ​ແນວໃດ? ວິດີໂອ​ນີ້​ໃຊ້​ເພື່ອ​ກະຕຸ້ນ​ຜູ້ຄົນ​ໃຫ້​ສົນໃຈ​ການ​ຮຽນ​ຄຳພີໄບເບິນ​ຟຣີ​ແລະ​ຕອບ​ຄຳຖາມ​ທີ່​ຫຼາຍ​ຄົນ​ຢາກ​ຮູ້​ກ່ຽວກັບ​ການ​ຮຽນ​ຄຳພີໄບເບິນ ແລະ​ຍັງ​ເວົ້າ​ເຖິງ​ວິທີ​ຂໍ​ຮຽນ​ຄຳພີໄບເບິນ​ນຳ.

  • ຍິນດີ​ຕ້ອນຮັບ​ສູ່​ການ​ຮຽນ​ຄຳພີໄບເບິນ ວິດີໂອ​ນີ້​ຈະ​ໃຊ້​ເປີດໃຫ້ນັກສຶກສາເບິ່ງ. ເຖິງ​ວ່າ​ວິດີໂອ​ນີ້​ຈະ​ເວົ້າ​ເຖິງ​ໜ້າ​ທີ​ສອງ​ຂອງ​ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດໄປ! ແຕ່​ເຈົ້າ​ອາດຈະ​ເປີດ​ວິດີໂອ​ນີ້​ຕອນ​ທີ່​ກຳລັງ​ສຶກສາ​ຈຸນລະສານ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດໄປ! ເພາະ​ມັນ​ຈະ​ອະທິບາຍ​ເນື້ອ​ໃນ​ຂອງ​ປຶ້ມ​ນີ້​ແລະ​ຊ່ວຍ​ໃຫ້​ນັກສຶກສາ​ເຫັນ​ວ່າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ຮຽນ​ຄຳພີໄບເບິນ.

ເຖິງ​ວ່າ​ແຕ່​ລະ​ວິດີໂອ​ຈະ​ໃຊ້​ໃນ​ແບບ​ສະເພາະ​ເຈາະຈົງ ແຕ່​ເຮົາ​ອາດຈະ​ເປີດ​ຫຼື​ສົ່ງ​ວິດີໂອ​ເຫຼົ່ານີ້​ໃຫ້​ຜູ້​ສົນໃຈ​ຕອນ​ໃດ​ກໍ​ໄດ້​ທີ່​ເຫັນ​ວ່າ​ເໝາະສົມ. ຜູ້​ປະກາດ​ຄວນ​ຈະ​ພະຍາຍາມ​ລຶ້ງ​ເຄີຍ​ກັບ​ວິດີໂອ​ເຫຼົ່ານີ້​ເພື່ອ​ຈະ​ໃຊ້​ໄດ້​ດີ​ຕອນ​ທີ່​ປະກາດ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌