ບົດຄວາມສຶກສາທີ 10
ທຸກຄົນໃນປະຊາຄົມສາມາດຊ່ອຍນັກສຶກສາໃຫ້ກ້າວໜ້າຈົນຮັບບັບເຕມາໄດ້
“ເມື່ອອະໄວຍະວະແຕ່ລະສ່ວນເຮັດວຽກຢ່າງດີ ຮ່າງກາຍທັງໝົດກໍເຕີບໂຕ.”—ອຟຊ. 4:16
ເພງ 85 ຕ້ອນຮັບກັນດ້ວຍຄວາມຍິນດີ
ໃຈຄວາມສຳຄັນa
1-2. ໃຜຈະຊ່ອຍນັກສຶກສາໃຫ້ກ້າວໜ້າຈົນຮັບບັບເຕມາ?
ພີ່ນ້ອງເອມີ້ທີ່ຢູ່ໃນປະເທດຟິຈິບອກວ່າ: “ຂ້ອຍມັກສິ່ງທີ່ຮຽນໃນຄຳພີໄບເບິນຫຼາຍແທ້ໆ. ຂ້ອຍຮູ້ວ່າມັນເປັນຄວາມຈິງ. ແຕ່ເມື່ອຂ້ອຍເລີ່ມຄົບຫາກັບພີ່ນ້ອງໃນປະຊາຄົມ ຂ້ອຍຈຶ່ງໄດ້ປ່ຽນແປງຕົວເອງແລະກ້າວໜ້າຈົນຮັບບັບເຕມາ.” ສິ່ງທີ່ເອມີ້ເວົ້າສະແດງໃຫ້ເຫັນວ່າ ສ່ວນຫຼາຍນັກສຶກສາຈະກ້າວໜ້າຈົນຮັບບັບເຕມາກໍຕໍ່ເມື່ອພີ່ນ້ອງໃນປະຊາຄົມຊ່ອຍລາວ.
2 ຜູ້ປະກາດທຸກຄົນສາມາດຊ່ອຍຄົນໃໝ່ໆໃຫ້ເຂົ້າມາເປັນສ່ວນໜຶ່ງຂອງປະຊາຄົມ. (ອຟຊ. 4:16) ໄລລານີທີ່ເປັນໄພໂອເນຍຢູ່ວານົວຕູບອກວ່າ: “ມີສຸພາສິດໜຶ່ງທີ່ບອກວ່າ ທຸກຄົນໃນບ້ານມີສ່ວນເຮັດໃຫ້ເດັກນ້ອຍຄົນໜຶ່ງເຕີບໃຫຍ່. ຂ້ອຍຄິດວ່າການສອນຄົນໃຫ້ເຂົ້າມາເປັນລູກສິດກໍຄືກັນ. ທຸກຄົນໃນປະຊາຄົມມີສ່ວນຊ່ອຍຄົນໜຶ່ງໃຫ້ເຂົ້າມາຮູ້ຈັກຄວາມຈິງ.” ໂດຍທົ່ວໄປແລ້ວບໍ່ວ່າຈະເປັນຄອບຄົວ ຍາດພີ່ນ້ອງ ໝູ່ຄູ່ ແລະອາຈານກໍມີສ່ວນຊ່ອຍໃຫ້ເດັກນ້ອຍກາຍເປັນຜູ້ໃຫຍ່. ເຂົາເຈົ້າຈະຊ່ອຍສອນບົດຮຽນທີ່ສຳຄັນແລະໃຫ້ກຳລັງໃຈເດັກນ້ອຍ. ຄ້າຍຄືກັນຜູ້ປະກາດກໍສາມາດໃຫ້ຄຳແນະນຳ ໃຫ້ກຳລັງໃຈ ແລະເປັນຕົວຢ່າງທີ່ດີໃຫ້ກັບນັກສຶກສາເພື່ອຊ່ອຍເຂົາເຈົ້າໃຫ້ກ້າວໜ້າຈົນຮັບບັບເຕມາໄດ້.—ສຸພາ. 15:22
3. ເຈົ້າໄດ້ບົດຮຽນຫຍັງຈາກຄຳເວົ້າຂອງແອນນາ ໂດຣີນ ແລະໄລລານີ?
3 ເປັນຫຍັງຜູ້ນຳການສຶກສາຄວນຈະດີໃຈເມື່ອພີ່ນ້ອງຄົນອື່ນມາຊ່ອຍນັກສຶກສາ? ແອນນາທີ່ເປັນໄພໂອເນຍພິເສດຢູ່ໂມນດາວີບອກວ່າ: “ເປັນໄປໄດ້ຍາກທີ່ຜູ້ນຳການສຶກສາຄົນດຽວຈະຊ່ອຍນັກສຶກສາທຸກເລື່ອງເພື່ອຈະໃຫ້ລາວກ້າວໜ້າໄດ້.” ພີ່ນ້ອງໂດຣີນທີ່ເປັນໄພໂອເນຍພິເສດໃນປະເທດດຽວກັນບອກວ່າ: “ຫຼາຍເທື່ອ ພີ່ນ້ອງຄົນອື່ນກໍເວົ້າສິ່ງທີ່ຊ່ອຍໃຫ້ນັກສຶກສາເຂົ້າໃຈໄດ້ດີເຊິ່ງເປັນສິ່ງທີ່ຂ້ອຍຄິດບໍ່ເຖິງ.” ໄລລານີຍັງໄດ້ເວົ້າເຖິງອີກສິ່ງໜຶ່ງທີ່ສຳຄັນວ່າ: “ເມື່ອນັກສຶກສາເຫັນຄວາມຮັກແລະຄວາມຫ່ວງໃຍທີ່ພີ່ນ້ອງສະແດງຕໍ່ລາວ ກໍໄດ້ຊ່ອຍລາວໃຫ້ເຂົ້າໃຈວ່າ ພວກເຮົາເປັນປະຊາຊົນຂອງພະເຢໂຫວາແທ້ໆ.”—ຢຮ. 13:35
4. ເຮົາຈະຮຽນຫຍັງໃນບົດຄວາມນີ້?
4 ເຈົ້າອາດຈະບໍ່ເຂົ້າໃຈວ່າ ‘ຂ້ອຍຈະຊ່ອຍນັກສຶກສາໃຫ້ກ້າວໜ້າໄດ້ແນວໃດໃນເມື່ອຂ້ອຍບໍ່ໄດ້ເປັນຜູ້ນຳການສຶກສາ?’ ໃຫ້ເຮົາມາເບິ່ງວ່າເຮົາຈະເຮັດແນວໃດເມື່ອເຮົາໄປຮ່ວມສຶກສາກັບພີ່ນ້ອງຄົນອື່ນ ແລະເຮົາຈະເຮັດຫຍັງເມື່ອນັກສຶກສາຄຳພີໄບເບິນມາຮ່ວມການປະຊຸມ. ນອກຈາກນັ້ນ ເຮົາຍັງຈະມາເບິ່ງວ່າຜູ້ດູແລຈະຊ່ອຍນັກສຶກສາໃຫ້ກ້າວໜ້າຈົນຮັບບັບເຕມາໄດ້ແນວໃດ.
ເມື່ອຮ່ວມສຶກສາຄຳພີໄບເບິນ
ເມື່ອເຈົ້າຈະໄປຮ່ວມສຶກສາຄຳພີໄບເບິນ ຂໍໃຫ້ກຽມບົດຮຽນທີ່ຈະສຶກສາ. (ເບິ່ງຂໍ້ 5-7)
5. ເຈົ້າມີໜ້າທີ່ຫຍັງເມື່ອໄປຮ່ວມສຶກສາກັບພີ່ນ້ອງຄົນອື່ນ?
5 ໃນການສຶກສາຄຳພີໄບເບິນ ຜູ້ນຳການສຶກສາຈະເປັນຫຼັກໃນການຊ່ອຍນັກສຶກສາໃຫ້ເຂົ້າໃຈຄຳສອນໃນຄຳພີໄບເບິນ. ຖ້າຜູ້ນຳການສຶກສາຊວນເຈົ້າໃຫ້ມາຮ່ວມນຳ ເຈົ້າຄວນຖືວ່າຕົວເອງເປັນຜູ້ຊ່ອຍ. (ຜູ້ປ. 4:9, 10) ດັ່ງນັ້ນ ຕອນທີ່ເຈົ້າໄປຮ່ວມສຶກສາ ເຈົ້າຈະເຮັດຫຍັງແດ່ເພື່ອຈະເປັນຜູ້ຊ່ອຍທີ່ດີ?
6. ເມື່ອເຈົ້າໄປຮ່ວມສຶກສາຄຳພີໄບເບິນເຈົ້າຈະໃຊ້ຫຼັກການໃນສຸພາສິດ 20:18 ໄດ້ແນວໃດ?
6 ກຽມກ່ອນເຂົ້າຮ່ວມການສຶກສາ. ທຳອິດໃຫ້ຜູ້ນຳການສຶກສາເລົ່າໃຫ້ຟັງກ່ຽວກັບນັກສຶກສາໜ້ອຍໜຶ່ງ. (ອ່ານສຸພາສິດ 20:18) ເຈົ້າອາດຈະຖາມຜູ້ນຳການສຶກສາວ່າ: “ນັກສຶກສາຜູ້ນີ້ມີພື້ນຖານແນວໃດ? ກຳລັງສຶກສາກັບລາວເລື່ອງຫຍັງ? ເຈົ້າຢາກໃຫ້ນັກສຶກສາໄດ້ບົດຮຽນຫຍັງຈາກການສຶກສາເທື່ອນີ້? ມີຫຍັງທີ່ຂ້ອຍຄວນເວົ້າຫຼືບໍ່ຄວນເວົ້າບໍ? ແລ້ວຂ້ອຍຈະເຮັດຫຍັງເພື່ອຈະຊ່ອຍນັກສຶກສາໃຫ້ກ້າວໜ້າ?” ແນ່ນອນວ່າຜູ້ນຳການສຶກສາຈະບໍ່ເລົ່າຄວາມລັບຂອງນັກສຶກສາໃຫ້ຟັງ ແຕ່ຈະເວົ້າເຖິງສິ່ງທີ່ຊ່ວຍນັກສຶກສາໄດ້. ມິດຊັນນາຣີຄົນໜຶ່ງທີ່ຊື່ຈອຍໄດ້ເວົ້າແບບນີ້ກັບຜູ້ທີ່ມາຮ່ວມສຶກສາ. ລາວບອກວ່າ: “ການລົມກັນແບບນີ້ໄດ້ຊ່ອຍໃຫ້ຜູ້ທີ່ມາຮ່ວມສຶກສານຳຮູ້ວ່າຈະຊ່ອຍນັກສຶກສາແນວໃດແລະຈະເວົ້າຫຍັງແດ່.”
7. ເປັນຫຍັງເຈົ້າຄວນກຽມຕົວກ່ອນທີ່ຈະໄປຮ່ວມສຶກສາຄຳພີໄບເບິນ?
7 ຖ້າເຈົ້າໄປຮ່ວມສຶກສາຄຳພີໄບເບິນ ເຈົ້າຄວນກຽມບົດຮຽນທີ່ຈະສຶກສາກ່ອນ. (ເອເຊດ. 7:10) ພີ່ນ້ອງໂດຣີນທີ່ໄດ້ເວົ້າເຖິງກ່ອນໜ້ານີ້ບອກວ່າ: “ຂ້ອຍດີໃຈຫຼາຍເມື່ອພີ່ນ້ອງທີ່ມາຮ່ວມສຶກສານຳໄດ້ກຽມຕົວລ່ວງໜ້າແລະອອກຄຳຄິດເຫັນທີ່ເປັນປະໂຫຍດ. ນອກຈາກນັ້ນ ນັກສຶກສາກໍຈະເຫັນວ່າພວກເຮົາກຽມຕົວຢ່າງດີ. ເລື່ອງນີ້ກໍເປັນຕົວຢ່າງທີ່ດີໃຫ້ກັບນັກສຶກສານຳ.” ຖ້າວ່າເຈົ້າບໍ່ທັນກຽມຕົວຢ່າງດີ ຢ່າງໜ້ອຍກໍຂໍໃຫ້ເຈົ້າເຂົ້າໃຈຈຸດສຳຄັນຂອງບົດຮຽນທີ່ຈະສຶກສາ.
8. ເຈົ້າຈະເຮັດແນວໃດເພື່ອຄຳອະທິດຖານຂອງເຈົ້າຈະເປັນປະໂຫຍດແທ້ໆ?
8 ການອະທິດຖານເປັນສ່ວນສຳຄັນໃນການສຶກສາຄຳພີໄບເບິນ. ດັ່ງນັ້ນຖ້າຜູ້ນຳການສຶກສາຂໍໃຫ້ເຈົ້າອະທິດຖານ ກໍໃຫ້ຄິດລ່ວງໜ້າວ່າເຈົ້າຈະເວົ້າຫຍັງແດ່ເພື່ອເຈົ້າຈະອະທິດຖານໃນແບບທີ່ເຈາະຈົງໄດ້. (ເພງ. 141:2) ຮານະເອະທີ່ຢູ່ຍີ່ປຸ່ນຍັງຈື່ຄຳອະທິດຖານຂອງພີ່ນ້ອງທີ່ມາຮ່ວມສຶກສາ. ລາວບອກວ່າ: “ຂ້ອຍເຫັນວ່າພີ່ນ້ອງທີ່ມາຮ່ວມສຶກສາມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາແທ້ໆ ແລະຂ້ອຍກໍຢາກເປັນຄືລາວ. ຂ້ອຍມັກທີ່ລາວເວົ້າຊື່ຂ້ອຍຕອນທີ່ລາວອະທິດຖານ.”
9. ຕາມຢາໂກໂບ 1:19 ເຈົ້າຈະເຮັດຫຍັງແດ່ເພື່ອຈະເປັນຜູ້ຊ່ອຍທີ່ດີຕອນທີ່ຮ່ວມສຶກສາ?
9 ຊ່ອຍຜູ້ນຳການສຶກສາຕອນທີ່ສຶກສາ. ພີ່ນ້ອງໂອມາມຸຢົບບິເຊິ່ງເປັນໄພໂອເນຍພິເສດຢູ່ນີເຊເຣຍບອກວ່າ: “ຜູ້ທີ່ມາຮ່ວມສຶກສານຳຈະຕັ້ງໃຈຟັງຕອນທີ່ສຶກສາແລະອອກຄວາມຄິດເຫັນທີ່ເປັນປະໂຫຍດ ແຕ່ຈະບໍ່ເວົ້າຫຼາຍເພາະລາວຮູ້ວ່າຜູ້ທີ່ນຳການສຶກສາຈະເປັນຜູ້ນຳ.” ຄັນຊັ້ນເຈົ້າຈະຮູ້ໄດ້ແນວໃດວ່າເຈົ້າຈະເວົ້າຕອນໃດແລະເວົ້າຫຍັງ? (ສຸພາ. 25:11) ໃຫ້ຕັ້ງໃຈຟັງຕອນທີ່ຜູ້ນຳການສຶກສາແລະນັກສຶກສາລົມກັນ. (ອ່ານຢາໂກໂບ 1:19) ການເຮັດແບບນີ້ຈະຊ່ອຍເຈົ້າໃຫ້ຮູ້ວ່າຕ້ອງເວົ້າຕອນໃດແລະເວົ້າຫຍັງ. ແນ່ນອນວ່າເຈົ້າຕ້ອງຄິດກ່ອນເວົ້າ. ຕົວຢ່າງເຊັ່ນ: ເຈົ້າຈະບໍ່ເວົ້າຫຼາຍເກີນໄປ ບໍ່ຂັດຈັງຫວະຕອນທີ່ຜູ້ນຳການສຶກສາກຳລັງອະທິບາຍ ຫຼືບໍ່ເລີ່ມເວົ້າໄປຫົວຂໍ້ອື່ນ. ແຕ່ເຈົ້າອາດຈະອອກຄວາມຄິດເຫັນສັ້ນໆ ໃຊ້ຕົວຢ່າງປຽບທຽບຫຼືໃຊ້ຄຳຖາມເພື່ອເນັ້ນຈຸດທີ່ຜູ້ນຳກຳລັງອະທິບາຍ. ບາງເທື່ອເຈົ້າອາດຮູ້ສຶກວ່າເຈົ້າບໍ່ໄດ້ຊ່ອຍຫຼາຍປານໃດ ແຕ່ຖ້າເຈົ້າຊົມເຊີຍແລະສົນໃຈເຂົາເຈົ້າແທ້ໆ ເຈົ້າກໍຈະຊ່ອຍເຂົາເຈົ້າໃຫ້ກ້າວໜ້າຫຼາຍຂຶ້ນໄດ້.
10. ປະສົບການຂອງເຈົ້າອາດຈະຊ່ອຍນັກສຶກສາໄດ້ແນວໃດ?
10 ເລົ່າປະສົບການຂອງຕົວເອງ. ຖ້າເຫັນວ່າເໝາະສົມກໍເລົ່າໃຫ້ນັກສຶກສາຟັງສັ້ນໆວ່າ ເຈົ້າຮູ້ຈັກຄວາມຈິງໄດ້ແນວໃດ ເຈົ້າແກ້ໄຂບັນຫາທີ່ມີຢູ່ໄດ້ແນວໃດ ຫຼືເຈົ້າເຫັນວ່າພະເຢໂຫວາໄດ້ຊ່ອຍເຈົ້າແນວໃດໃນຊີວິດ. (ເພງ. 78:4, 7) ການເລົ່າປະສົບການທີ່ເໝາະກັບນັກສຶກສາອາດຈະຊ່ອຍລາວໃຫ້ມີຄວາມເຊື່ອທີ່ເຂັ້ມແຂງ ຫຼືຊ່ອຍລາວໃຫ້ກ້າວໜ້າຕໍ່ໆໄປຈົນຮັບບັບເຕມາ ແລະອາດຈະຊ່ອຍລາວໃຫ້ແກ້ໄຂບັນຫາທີ່ກຳລັງເຈິໄດ້. (1 ປຕ. 5:9) ພີ່ນ້ອງຄັບຣີເອນເຊິ່ງເປັນໄພໂອເນຍຢູ່ເບຣຊິນຍັງຈື່ສິ່ງທີ່ຊ່ອຍລາວຕອນທີ່ເປັນນັກສຶກສາຄຳພີໄບເບິນ. ລາວບອກວ່າ: “ເມື່ອຂ້ອຍໄດ້ຟັງປະສົບການຂອງພີ່ນ້ອງ ຂ້ອຍກໍໄດ້ຮຽນຮູ້ວ່າພະເຢໂຫວາເຫັນບັນຫາທີ່ເຮົາເຈິ ແລະຖ້າເຂົາເຈົ້າຜ່ານບັນຫານັ້ນໄດ້ຂ້ອຍກໍຈະຜ່ານມັນໄດ້ຄືກັນ.”
ເມື່ອນັກສຶກສາມາຮ່ວມການປະຊຸມ
ເຮົາທຸກຄົນສາມາດຊ່ອຍນັກສຶກສາໃຫ້ມາຮ່ວມປະຊຸມເລື້ອຍໆໄດ້. (ເບິ່ງຂໍ້ 11)
11-12. ຕອນທີ່ນັກສຶກສາມາປະຊຸມເປັນຫຍັງເຮົາຄວນຕ້ອນຮັບຢ່າງອົບອຸ່ນ?
11 ນັກສຶກສາຕ້ອງເຂົ້າຮ່ວມແລະຮັບປະໂຫຍດຈາກການປະຊຸມເປັນປະຈຳເພື່ອຈະກ້າວໜ້າຈົນຮັບບັບເຕມາໄດ້. (ຮຣ. 10:24, 25) ເຖິງວ່າຜູ້ນຳການສຶກສາຈະເປັນຜູ້ຊວນນັກສຶກສາມາຮ່ວມປະຊຸມ ແຕ່ເຮົາທຸກຄົນກໍສາມາດຊ່ອຍລາວໃຫ້ຢາກມາປະຊຸມຕໍ່ໆໄປໄດ້. ແລ້ວເຮົາຈະເຮັດແບບນັ້ນໄດ້ແນວໃດ?
12 ຕ້ອນຮັບນັກສຶກສາຢ່າງອົບອຸ່ນ. (ຣມ. 15:7) ຖ້າເຮົາຕ້ອນຮັບນັກສຶກສາຢ່າງອົບອຸ່ນຕອນທີ່ເຂົາເຈົ້າມາປະຊຸມ ເຂົາເຈົ້າອາດຈະຢາກມາປະຊຸມເລື້ອຍໆ. ເພື່ອນັກສຶກສາຈະບໍ່ຮູ້ສຶກອາຍ ໃຫ້ທັກທາຍແລະແນະນຳເຂົາເຈົ້າໃຫ້ພີ່ນ້ອງຄົນອື່ນຮູ້ຈັກ. ບໍ່ຄວນຄິດວ່າເຂົາເຈົ້າມີຜູ້ນຳການສຶກສາເບິ່ງແຍງຢູ່ແລ້ວ ເພາະບາງເທື່ອຜູ້ນຳການສຶກສາອາດຈະມາຊ້າຫຼືມີວຽກບາງຢ່າງໃນຫໍປະຊຸມ. ໃຫ້ຕັ້ງໃຈຟັງສິ່ງທີ່ນັກສຶກສາເວົ້າແລະສົນໃຈເຂົາເຈົ້າແທ້ໆ. ການຕ້ອນຮັບຢ່າງອົບອຸ່ນຈະຊ່ອຍນັກສຶກສາໄດ້ແນວໃດ? ພີ່ນ້ອງດີມິຕຣີທີ່ຮັບບັບເຕມາໄດ້ສອງສາມປີກ່ອນແລະຕອນນີ້ກໍເປັນຜູ້ຊ່ວຍວຽກຮັບໃຊ້ໄດ້ເວົ້າເຖິງຕອນທີ່ລາວເຂົ້າຮ່ວມປະຊຸມເທື່ອທຳອິດວ່າ: “ມີພີ່ນ້ອງຊາຍຄົນໜຶ່ງເຫັນຂ້ອຍບໍ່ກ້າເຂົ້າມາໃນຫໍປະຊຸມ ລາວກໍເລີຍພາຂ້ອຍເຂົ້າມາ. ແລ້ວພີ່ນ້ອງຫຼາຍຄົນກໍມາທັກທາຍຂ້ອຍ. ຂ້ອຍດີໃຈຫຼາຍແທ້ໆຈົນຢາກໃຫ້ມີການປະຊຸມແບບນີ້ທຸກໆມື້ເລີຍ. ຂ້ອຍບໍ່ເຄີຍເຫັນແບບນີ້ມາກ່ອນ.”
13. ການປະພຶດທີ່ດີຂອງເຮົາຈະຊ່ອຍນັກສຶກສາແນວໃດ?
13 ເປັນຕົວຢ່າງທີ່ດີ. ການປະພຶດຂອງເຮົາຈະຊ່ອຍນັກສຶກສາໃຫ້ໝັ້ນໃຈວ່າ ເຮົາເປັນຄລິດສະຕຽນແທ້. (ມທ. 5:16) ພີ່ນ້ອງໄວທາລີເຊິ່ງເປັນໄພໂອເນຍຢູ່ໂມນດາວີບອກວ່າ: “ເມື່ອຂ້ອຍເຫັນວິທີຄິດ ວິທີໃຊ້ຊີວິດ ແລະການປະພຶດຂອງພີ່ນ້ອງໃນປະຊາຄົມ ຂ້ອຍກໍຮູ້ເລີຍວ່າພະຍານພະເຢໂຫວາເຮັດຕາມທີ່ພະເຈົ້າສອນແທ້ໆ.”
14. ເປັນຫຍັງສິ່ງທີ່ເຈົ້າເຮັດອາດຈະຊ່ອຍນັກສຶກສາໃຫ້ກ້າວໜ້າຕໍ່ໆໄປ?
14 ເພື່ອຈະຮັບບັບເຕມາໄດ້ ນັກສຶກສາຕ້ອງເຮັດຕາມສິ່ງທີ່ໄດ້ຮຽນ. ການເຮັດແບບນັ້ນບໍ່ງ່າຍສະເໝີໄປ ແຕ່ເມື່ອນັກສຶກສາເຫັນວ່າເຈົ້າໄດ້ຮັບປະໂຫຍດຈາກການເຮັດຕາມຫຼັກການໃນຄຳພີໄບເບິນ ລາວກໍອາດຢາກຮຽນແບບເຈົ້າ. (1 ກຣ. 11:1) ພີ່ນ້ອງຮານະເອະທີ່ເວົ້າເຖິງກ່ອນໜ້ານີ້ບອກວ່າ: “ຂ້ອຍເຫັນວ່າພີ່ນ້ອງໄດ້ເຮັດຕາມສິ່ງທີ່ຂ້ອຍກຳລັງຮຽນ. ນີ້ເຮັດໃຫ້ຂ້ອຍຮູ້ວ່າຈະໃຫ້ກຳລັງໃຈ ຍົກໂທດ ແລະສະແດງຄວາມຮັກຕໍ່ຄົນອື່ນແນວໃດ. ເຂົາເຈົ້າເວົ້າເຖິງຄົນອື່ນໃນທາງທີ່ດີຕະຫຼອດ ແລ້ວຂ້ອຍກໍຢາກຮຽນແບບເຂົາເຈົ້າ.”
15. ຕາມສຸພາສິດ 27:17 ເປັນຫຍັງເຮົາຄວນເປັນໝູ່ກັບນັກສຶກສາເມື່ອເຂົາເຈົ້າມາປະຊຸມເປັນປະຈຳ?
15 ເປັນໝູ່ກັບນັກສຶກສາ. ໃຫ້ສົນໃຈນັກສຶກສາທຸກໆເທື່ອທີ່ເຂົາເຈົ້າມາປະຊຸມ. (ຟລປ. 2:4) ເຈົ້າອາດຈະພະຍາຍາມຮູ້ຈັກລາວໃຫ້ດີຂຶ້ນໂດຍຊົມເຊີຍທີ່ລາວໄດ້ປ່ຽນແປງຕົວເອງ ແລະຖາມກ່ຽວກັບຄອບຄົວ ວຽກອາຊີບ ແລະສິ່ງທີ່ລາວໄດ້ຮຽນໃນຄຳພີໄບເບິນ. ແຕ່ລະວັງທີ່ຈະບໍ່ຖາມສິ່ງທີ່ເຮັດໃຫ້ລາວຮູ້ສຶກອາຍ. ການລົມກັນແບບນີ້ອາດຈະເຮັດໃຫ້ເຈົ້າສະໜິດກັບລາວຫຼາຍຂຶ້ນ. ແລະເມື່ອເຈົ້າເປັນໝູ່ລາວ ເຈົ້າກໍຈະຊ່ອຍລາວໃຫ້ກ້າວໜ້າຈົນຮັບບັບເຕມາໄດ້. (ອ່ານສຸພາສິດ 27:17) ພີ່ນ້ອງຮານະເອະເຊິ່ງເປັນໄພໂອເນຍປະຈຳໄດ້ເວົ້າເຖິງຕອນທີ່ລາວເຂົ້າຮ່ວມການປະຊຸມເທື່ອທຳອິດວ່າ: “ເມື່ອຂ້ອຍມີໝູ່ໃນປະຊາຄົມ ຂ້ອຍກໍຢາກໃຫ້ຮອດມື້ປະຊຸມໄວໆ ເຖິງວ່າບາງເທື່ອຂ້ອຍຈະເມື່ອຍແຕ່ຂ້ອຍກໍເຂົ້າຮ່ວມປະຊຸມຕະຫຼອດ. ຂ້ອຍມີຄວາມສຸກທີ່ມີໝູ່ໃນປະຊາຄົມ ແລະນີ້ຊ່ອຍຂ້ອຍໃຫ້ເຊົາຫຼິ້ນນຳໝູ່ທີ່ບໍ່ໄດ້ນະມັດສະການພະເຢໂຫວາ. ຂ້ອຍຢາກສະໜິດກັບພະເຢໂຫວາແລະພີ່ນ້ອງຫຼາຍຂຶ້ນ. ດັ່ງນັ້ນ ຂ້ອຍຈຶ່ງຕັດສິນໃຈຮັບບັບເຕມາ.”
16. ເຈົ້າຈະເຮັດຫຍັງໄດ້ອີກເພື່ອຊ່ອຍນັກສຶກສາໃຫ້ຮູ້ສຶກວ່າເປັນສ່ວນໜຶ່ງໃນປະຊາຄົມ?
16 ເມື່ອນັກສຶກສາກ້າວໜ້າແລະເລີ່ມປ່ຽນແປງຕົວເອງ ໃຫ້ຊ່ອຍລາວໃຫ້ຮູ້ສຶກວ່າລາວເປັນ ສ່ວນໜຶ່ງໃນປະຊາຄົມ. ເຈົ້າຈະເຮັດແບບນີ້ໄດ້ໂດຍສະແດງນ້ຳໃຈຕ້ອນຮັບແຂກ. (ຮຣ. 13:2) ພີ່ນ້ອງເດັນນິດສ໌ທີ່ຮັບໃຊ້ຢູ່ໂມນດາວີໄດ້ເວົ້າເຖິງຕອນທີ່ລາວເປັນນັກສຶກສາວ່າ: “ຫຼາຍເທື່ອພີ່ນ້ອງໄດ້ຊວນຂ້ອຍກັບເມຍໄປກິນເຂົ້ານຳກັນ. ເຂົາເຈົ້າໄດ້ເລົ່າໃຫ້ເຮົາຟັງວ່າ ພະເຢໂຫວາໄດ້ຊ່ອຍເຂົາເຈົ້າແນວໃດ. ສິ່ງເຫຼົ່ານີ້ຊ່ອຍພວກເຮົາໃຫ້ມີຄວາມເຊື່ອທີ່ເຂັ້ມແຂງແລະຢາກຮັບໃຊ້ພະເຢໂຫວາ ແລະໝັ້ນໃຈວ່າຈະມີຊີວິດທີ່ດີໃນອະນາຄົດ.” ເມື່ອນັກສຶກສາເປັນຜູ້ປະກາດແລ້ວ ເຈົ້າກໍສາມາດຊວນລາວໄປປະກາດນຳໄດ້. ດີເອໂກເຊິ່ງເປັນຜູ້ປະກາດຢູ່ເບຣຊິນບອກວ່າ: “ພີ່ນ້ອງຫຼາຍຄົນໄດ້ຊວນຂ້ອຍໄປປະກາດນຳ. ນີ້ເປັນວິທີທີ່ດີທີ່ສຸດທີ່ຂ້ອຍຈະຮູ້ຈັກເຂົາເຈົ້າ. ເມື່ອຂ້ອຍເຮັດແບບນີ້ຂ້ອຍກໍໄດ້ຮຽນຮູ້ຫຼາຍຢ່າງແລະຮູ້ສຶກໃກ້ຊິດກັບພະເຢໂຫວາແລະພະເຢຊູຫຼາຍຂຶ້ນ.”
ຜູ້ດູແລຈະຊ່ອຍໄດ້ແນວໃດ?
ຜູ້ດູແລ ການທີ່ເຈົ້າສະແດງຄວາມສົນໃຈຕໍ່ນັກສຶກສາຈະຊ່ອຍເຂົາເຈົ້າໃຫ້ກ້າວໜ້າທາງຄວາມເຊື່ອໄດ້. (ເບິ່ງຂໍ້ 17)
17. ຜູ້ດູແລຈະຊ່ອຍນັກສຶກສາໄດ້ແນວໃດ?
17 ໃຊ້ເວລາກັບນັກສຶກສາ. ຜູ້ດູແລ ຖ້າເຈົ້າໃຊ້ເວລາກັບນັກສຶກສາ ເຈົ້າກໍຈະຊ່ອຍເຂົາເຈົ້າໃຫ້ກ້າວໜ້າຈົນຮັບບັບເຕມາໄດ້. ເຈົ້າໃຊ້ເວລາລົມນັກສຶກສາທຸກເທື່ອທີ່ເຂົ້າຮ່ວມການປະຊຸມບໍ? ນັກສຶກສາຈະເຫັນວ່າເຈົ້າສົນໃຈເຂົາເຈົ້າ ຖ້າເຈົ້າຈື່ຊື່ເຂົາເຈົ້າໂດຍສະເພາະຕອນທີ່ເຂົາເຈົ້າອອກຄຳຄິດເຫັນ. ເຈົ້າຈະຈັດເວລາເພື່ອໄປຮ່ວມສຶກສາກັບພີ່ນ້ອງທີ່ສຶກສາໃຫ້ເຂົາເຈົ້າໄດ້ບໍ? ເຈົ້າອາດຈະຊ່ອຍນັກສຶກສາໄດ້ຫຼາຍກວ່າທີ່ເຈົ້າຄິດ. ພີ່ນ້ອງແຈັກກີ້ເຊິ່ງເປັນໄພໂອເນຍຢູ່ນີເຊເຣຍ ບອກວ່າ: “ນັກສຶກສາຫຼາຍຄົນຮູ້ສຶກປະທັບໃຈທີ່ເຫັນວ່າຜູ້ດູແລມາຮ່ວມສຶກສານຳເຂົາເຈົ້າ.” ນັກສຶກສາຄົນໜຶ່ງບອກວ່າ: ‘ຄຸນພໍ່ທີ່ຢູ່ໃນໂບດຂ້ອຍບໍ່ເຄີຍເຮັດແບບນີ້ຈັກເທື່ອ. ລາວຈະໄປຫາແຕ່ຄົນລວຍໆ ແລະໄປແຕ່ຕອນທີ່ເຂົາເຈົ້າຈ່າຍເງິນເທົ່ານັ້ນ!’” ແລະຕອນນີ້ນັກສຶກສາຄົນນັ້ນກໍເຂົ້າຮ່ວມການປະຊຸມ.
18. ຜູ້ດູແລຈະເຮັດຕາມໜ້າທີ່ຮັບຜິດຊອບຕາມທີ່ຂຽນໄວ້ໃນກິດຈະການ 20:28 ແນວໃດ?
18 ຝຶກແລະໃຫ້ກຳລັງໃຈຜູ້ປະກາດ. ຜູ້ດູແລ ເຈົ້າມີໜ້າທີ່ສຳຄັນທີ່ຈະຊ່ອຍຜູ້ປະກາດໃຫ້ເຮັດວຽກປະກາດແລະສອນໄດ້ດີ. (ອ່ານກິດຈະການ 20:28) ຖ້າເຈົ້າມາຮ່ວມສຶກສາກັບພີ່ນ້ອງ ແລ້ວພີ່ນ້ອງຄົນນັ້ນບໍ່ກ້ານຳການສຶກສາ ກໍຂໍໃຫ້ເຈົ້ານຳແທນລາວ. ແຈັກກີ້ທີ່ເວົ້າເຖິງກ່ອນໜ້ານີ້ບອກວ່າ: “ຜູ້ດູແລມັກຖາມຫານັກສຶກສາຂ້ອຍເລື້ອຍໆ. ເມື່ອມີບັນຫາຕອນທີ່ນຳການສຶກສາເຂົາເຈົ້າກໍສະເໜີທີ່ຈະຊ່ອຍຂ້ອຍ.” ດັ່ງນັ້ນ ຜູ້ດູແລສາມາດໃຫ້ກຳລັງໃຈແລະຊ່ອຍຜູ້ປະກາດໃຫ້ນຳການສຶກສາຕໍ່ໆໄປ. (1 ທຊ. 5:11) ແຈັກກີ້ເວົ້າຕື່ມວ່າ: “ຂ້ອຍມັກຫຼາຍຕອນທີ່ຜູ້ດູແລໃຫ້ກຳລັງໃຈແລະບອກວ່າເຫັນຄ່າວຽກທີ່ຂ້ອຍເຮັດ. ຄຳເວົ້ານີ້ເປັນຄືກັບນ້ຳເຢັນໆໃນມື້ທີ່ອາກາດຮ້ອນ ເຊິ່ງເຮັດໃຫ້ຂ້ອຍສົດຊື່ນ. ຄຳຊົມເຊີຍຂອງເຂົາເຈົ້າເຮັດໃຫ້ຂ້ອຍໝັ້ນໃຈຫຼາຍຂຶ້ນ ແລະມີຄວາມສຸກຫຼາຍຂຶ້ນຕອນທີ່ນຳການສຶກສາ.”—ສຸພາ. 25:25
19. ເປັນຫຍັງເຮົາທຸກຄົນຈຶ່ງມີຄວາມສຸກ?
19 ເຖິງວ່າຕອນນີ້ເຮົາຈະບໍ່ມີນັກສຶກສາ ແຕ່ເຮົາກໍສາມາດຊ່ອຍຄົນອື່ນໃຫ້ກ້າວໜ້າຈົນຮັບບັບເຕມາໄດ້. ເຮົາສາມາດກຽມດີໆເພື່ອຈະອອກຄຳຄິດເຫັນສັ້ນໆ ຊ່ອຍຜູ້ນຳການສຶກສາ ແລະບໍ່ເວົ້າຫຼາຍເກີນໄປ. ເຮົາສາມາດເປັນໝູ່ແລະເປັນຕົວຢ່າງທີ່ດີໃຫ້ກັບນັກສຶກສາເມື່ອເຂົາເຈົ້າມາປະຊຸມ. ຜູ້ດູແລສາມາດໃຫ້ກຳລັງໃຈນັກສຶກສາໂດຍໃຊ້ເວລານຳເຂົາເຈົ້າ ແລະຜູ້ດູແລກໍໃຫ້ກຳລັງໃຈຜູ້ປະກາດໂດຍຝຶກແລະຊົມເຊີຍເຂົາເຈົ້າ. ເຮົາມີຄວາມສຸກຫຼາຍແທ້ໆທີ່ໄດ້ຊ່ອຍຄົນອື່ນໃຫ້ມາຮູ້ຈັກແລະຮັກພະເຢໂຫວາ ເຖິງວ່າເຮົາຈະມີສ່ວນພຽງແຕ່ໜ້ອຍດຽວກໍຕາມ.
ເພງ 79 ສອນພວກເຂົາໃຫ້ມີຄວາມເຊື່ອທີ່ໝັ້ນຄົງ
a ເຖິງວ່າພວກເຮົາບາງຄົນບໍ່ມີນັກສຶກສາ ແຕ່ເຮົາທຸກຄົນສາມາດຊ່ອຍນັກສຶກສາຄົນອື່ນໃຫ້ກ້າວໜ້າຈົນຮັບບັບເຕມາໄດ້. ໃນບົດຄວາມນີ້ເຮົາຈະມາເບິ່ງວ່າ ເຮົາທຸກຄົນຈະຊ່ອຍນັກສຶກສາໃຫ້ກ້າວໜ້າຈົນຮັບບັບເຕມາໄດ້ແນວໃດ.