ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ21 ຕຸລາ ໜ້າ 29-30
  • 1921—ໜຶ່ງ​ຮ້ອຍ​ປີ​ແລ້ວ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • 1921—ໜຶ່ງ​ຮ້ອຍ​ປີ​ແລ້ວ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຜູ້​ປະກາດ​ທີ່​ກ້າຫານ
  • ສຶກສາ​ສ່ວນ​ຕົວ​ແລະ​ສຶກສາ​ກັບ​ຄອບຄົວ
  • ປຶ້ມ​ໃໝ່!
  • ວຽກ​ຕໍ່​ໄປ
  • ໄດ້ຮັບການອວຍພອນຈາກການເຮັດຕາມສິ່ງທີ່ພະເຢໂຫວາບອກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • 1922—100 ປີທີ່ແລ້ວ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • 1923—ໜຶ່ງ​ຮ້ອຍ​ປີ​ຜ່ານ​ມາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
ຫ21 ຕຸລາ ໜ້າ 29-30

1921 ໜຶ່ງ​ຮ້ອຍ​ປີ​ແລ້ວ

“ຫໍສັງເກດການ 1 ມັງກອນ 1921 ມີ​ຄຳຖາມ​ທີ່​ຖາມ​ນັກ​ສຶກສາ​ຄຳພີ​ໄບເບິນ​ຫຼື​ພະຍານ​ພະ​ເຢໂຫວາ​ວ່າ: ‘ວຽກ​ຫຼັກ​ທີ່​ເຮົາ​ຈະ​ເຮັດ​ໃນ​ປີ​ນີ້​ແມ່ນ​ວຽກ​ຫຍັງ?’ ” ຄຳຕອບ​ນີ້​ຢູ່​ໃນ​ເອຊາອີ 61:1, 2, ລ.ມ. ບອກ​ວ່າ: “ພະ​ເຢໂຫວາ​ແຕ່ງ​ຕັ້ງ​ຂ້ອຍ​ໃຫ້​ປະກາດ​ຂ່າວ​ດີ​ກັບ​ຄົນ​ອ່ອນ​ນ້ອມ . . . ໃຫ້​ປະກາດ​ປີ​ທີ່​ພະ​ເຢໂຫວາ​ຈະ​ເມດຕາ​ເປັນ​ພິເສດ ປະກາດ​ມື້​ທີ່​ພະເຈົ້າ​ຂອງ​ເຮົາ​ຈະ​ລົງໂທດ.”

ຜູ້​ປະກາດ​ທີ່​ກ້າຫານ

ນັກ​ສຶກສາ​ຄຳພີ​ໄບເບິນ​ຕ້ອງ​ກ້າຫານ​ຫຼາຍ​ແທ້ໆ​ເພື່ອ​ທີ່​ຈະ​ປະກາດ ເພາະ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ປະກາດ “ຂ່າວ​ດີ” ກັບ​ຄົນ​ທີ່​ອ່ອນ​ນ້ອມ​ເທົ່າ​ນັ້ນ ແຕ່​ຍັງ​ຈະ​ໄດ້​ປະກາດ “ມື້​ທີ່​ພະເຈົ້າ​ລົງໂທດ” ຄົນ​ຊົ່ວ​ນຳ.

ພີ່ນ້ອງ​ຈອນ ເຮັນຣີ ຮ໋ອດສ໌ກິນ ທີ່​ຢູ່​ການາດາ​ເປັນ​ຜູ້​ປະກາດ​ທີ່​ກ້າຫານ​ຫຼາຍ. ຕອນ​ທີ່​ລາວ​ໄປ​ປະກາດ​ໃນ​ປີ 1921 ລາວ​ໄດ້​ເຈິ​ກັບ​ອາຈານ​ຂອງ​ສາສະໜາ​ຄລິດສະຕຽນ​ນິກາຍ​ເມໂທດິດ. ຮ໋ອດສ໌ກິນ​ໄດ້​ເລີ່ມ​ລົມ​ກັບ​ອາຈານ​ຄົນ​ນັ້ນ​ວ່າ: “ເຖິງ​ເຮົາ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ໃນ​ຄຳພີ​ໄບເບິນ​ບໍ່​ຄື​ກັນ ແຕ່​ເຮົາ​ກໍ​ຄື​ຊິ​ເປັນ​ໝູ່​ກັນ​ໄດ້​ເນາະ!” ແຕ່​ກໍ​ບໍ່​ໄດ້​ເປັນ​ແບບ​ນັ້ນ ເພາະ​ຮ໋ອດສ໌ກິນ​ບອກ​ວ່າ: “ຫຼັງ​ຈາກ​ທີ່​ເຮົາ​ລົມ​ກັນ​ສອງ​ສາມ​ນາທີ ອາຈານ​ຜູ້​ນັ້ນ​ກໍ​ໄດ້​ຕົບ​ປະຕູ​ບັກ​ແຮງໆ ຈົນ​ແກ້ວ​ທີ່​ຢູ່​ໃນ​ປະຕູ​ເກືອບ​ແຕກ.”

ອາຈານ​ຄົນ​ນັ້ນ​ຮ້ອງ​ໃສ່​ພີ່ນ້ອງ​ຮ໋ອດສ໌ກິນ​ວ່າ: “ຊິ​ມາ​ເວົ້າ​ກັບ​ຂ້ອຍ​ເຮັດ​ຫຍັງ ຄື​ບໍ່​ໄປ​ເວົ້າ​ກັບ​ພວກ​ທີ່​ບໍ່​ແມ່ນ​ຄລິດສະຕຽນ​ພຸ້ນ!” ແລ້ວ​ພີ່ນ້ອງ​ຮ໋ອດສ໌ກິນ​ກໍ​ບໍ່​ໄດ້​ເວົ້າ​ຫຍັງ ມີ​ແຕ່​ຄິດ​ໃນ​ໃຈ​ວ່າ: ‘ຂ້ອຍ​ກໍ​ກຳລັງ​ເວົ້າ​ລະ​ເດ!’

ຕອນ​ທີ່​ອາຈານ​ຜູ້​ນີ້​ເທດ​ໃນ​ໂບດ​ໃນ​ມື້​ຕໍ່​ມາ ລາວ​ກໍ​ໄດ້​ເວົ້າ​ບໍ່​ດີ​ກ່ຽວ​ກັບ​ພີ່ນ້ອງ​ຮ໋ອດສ໌ກິນ. ພີ່ນ້ອງ​ຮ໋ອດສ໌ກິນ​ບອກ​ວ່າ: “ອາຈານ​ຜູ້​ນີ້​ໄດ້​ເຕືອນ​ຄົນ​ໃນ​ໂບດ​ວ່າ​ຂ້ອຍ​ເປັນ​ນັກ​ຕົ້ມ​ຕຸ໋ນ​ທີ່​ອັນຕະລາຍ​ທີ່​ສຸດ​ໃນ​ເມືອງ​ນີ້​ແລະ​ຂ້ອຍ​ສົມຄວນ​ຕາຍ.” ແຕ່​ເຖິງ​ຢ່າງ​ນັ້ນ ພີ່ນ້ອງ​ຮ໋ອດສ໌ກິນ​ກໍ​ບໍ່​ຢ້ານ ລາວ​ຍັງ​ປະກາດ​ຕໍ່ໆ​ໄປ. ລາວ​ບອກ​ວ່າ: “ຂ້ອຍ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ໄດ້​ປະກາດ​ຢູ່​ນີ້. ບາງ​ຄົນ​ເຖິງ​ຂັ້ນ​ບອກ​ວ່າ ‘ເຈົ້າ​ເປັນ​ຄົນ​ຂອງ​ພະເຈົ້າ​ແທ້ໆ!’ ແຖມ​ເຂົາ​ເຈົ້າ​ຍັງ​ໄດ້​ສະເໜີ​ທີ່​ຈະ​ໃຫ້​ສິ່ງ​ຈຳເປັນ​ກັບ​ຂ້ອຍ​ນຳ.”

ສຶກສາ​ສ່ວນ​ຕົວ​ແລະ​ສຶກສາ​ກັບ​ຄອບຄົວ

ນັກ​ສຶກສາ​ຄຳພີ​ໄບເບິນ​ຫຼື​ພະຍານ​ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ຫຼັກ​ສູດ​ການ​ສຶກສາ​ພະ​ຄຳພີ​ໃນ​ປຶ້ມ​ເດິ ໂກເດິນ ເອຈ (The Golden Age).a ເພື່ອ​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຫຼາຍ​ຂຶ້ນ. ໃນ​ນັ້ນ ໄດ້​ມີ​ຫຼັກ​ສູດ​ການ​ສອນ​ພະ​ຄຳພີ​ສຳລັບ​ເດັກ​ນ້ອຍ​ນຳ ເຊິ່ງ​ຈະ​ມີ​ຫຼາຍ​ຄຳຖາມ​ທີ່​ພໍ່​ແມ່​ສາມາດ​ລົມ​ກັບ​ລູກ​ໄດ້. ພໍ່​ແມ່​ອາດ​ຈະ​ຖາມ​ຄຳຖາມ​ໃນ​ປຶ້ມ​ນັ້ນ​ກັບ​ລູກ​ແລະ​ຊ່ວຍ​ລູກ​ໃຫ້​ຫາ​ຄຳຕອບ​ຈາກ​ຄຳພີ​ໄບເບິນ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ອາດ​ຈະ​ຖາມ​ຄຳ​ສອນ​ພື້ນຖານ​ທີ່​ວ່າ “ຄຳພີ​ໄບເບິນ​ປະກອບ​ມີ​ຈັກ​ພະທຳ?” ຫຼື​ອາດ​ຈະ​ຖາມ​ວ່າ “ຄລິດສະຕຽນ​ຄວນ​ກຽມ​ພ້ອມ​ສຳລັບ​ການ​ຂົ່ມເຫງ​ບໍ?” ເຊິ່ງ​ຈະ​ເປັນ​ການ​ກຽມ​ລູກ​ໃຫ້​ເປັນ​ຜູ້​ປະກາດ​ທີ່​ກ້າຫານ.

ນອກ​ຈາກ​ນັ້ນ ຍັງ​ມີ​ຫຼັກ​ສູດ​ສຳລັບ​ຜູ້​ທີ່​ຢາກ​ຮຽນ​ຮູ້​ກ່ຽວກັບ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ. ເຂົາ​ເຈົ້າ​ຈະ​ໄດ້​ຮຽນ​ປຶ້ມ​ແຜນການ​ຂອງ​ພະເຈົ້າ​ກ່ຽວ​ກັບ​ຍຸກ​ຕ່າງໆ​ເຊິ່ງ​ປຶ້ມ​ນັ້ນ​ມີ​ຂໍ້ມູນ​ມາ​ຈາກ​ປຶ້ມ​ການ​ສຶກສາ​ພະ​ຄຳພີ ເຫຼັ້ມ​ທີ​ໜຶ່ງ. ຫຼາຍ​ພັນ​ຄົນ​ໄດ້​ຮັບ​ປະໂຫຍດ​ຈາກ​ຫຼັກ​ສູດ​ເຫຼົ່າ​ນີ້. ແຕ່​ໃນ​ປຶ້ມ​ເດິ ໂກເດິນ ເອຈ ວັນ​ທີ 21 ທັນວາ 1921 ໄດ້​ປະກາດ​ວ່າຫຼັກ​ສູດ​ເຫຼົ່າ​ນີ້​ໄດ້​ຖືກ​ຍົກ​ເລີກ​ແລ້ວ. ເປັນ​ຫຍັງ​ຈຶ່ງ​ຍົກ​ເລີກ?

ປຶ້ມ​ໃໝ່!

ປຶ້ມ​ເດິ ຫາບ ອ໋ອບ ກອດ

ບັດ​ມອບ​ໝາຍ​ການ​ອ່ານ

ບັດ​ຄຳຖາມ

ຜູ້​ທີ່​ນຳ​ໜ້າ​ຮູ້​ດີ​ວ່າ​ນັກ​ສຶກສາ​ຈຳເປັນ​ຕ້ອງ​ຮຽນ​ຄຳພີ​ໄບເບິນ​ເປັນ​ລະບົບ. ດັ່ງ​ນັ້ນ ໃນ​ເດືອນ​ພະຈິກ ປີ 1921 ຈຶ່ງ​ມີ​ການ​ອອກ​ປຶ້ມ​ເດິ ຫາບ ອ໋ອບ ກອດ (The Harp of God). ຜູ້​ທີ່​ສົນ​ໃຈ​ແລະ​ຮັບ​ເອົາ​ປຶ້ມ​ນີ້​ຈະ​ຖືກ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ຫຼັກ​ສູດ​ການ​ສຶກສາ​ດ້ວຍ​ຕົວ​ເອງ. ຫຼັກ​ສູດ​ນີ້​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້​ວ່າ “ພະເຈົ້າ​ມີ​ແຜນການ​ແນວ​ໃດ​ເພື່ອ​ຈະ​ໃຫ້​ມະນຸດ​ມີ​ຊີວິດ​ຕະຫຼອດ​ໄປ.” ແລ້ວ​ຫຼັກ​ສູດ​ນີ້​ຮຽນ​ແນວ​ໃດ?

ຜູ້​ທີ່​ຮັບ​ເອົາ​ປຶ້ມ​ເດິ ຫາບ ອ໋ອບ ກອດ ຈະ​ໄດ້​ຮັບ​ບັດ​ນ້ອຍໆ​ທີ່​ບອກ​ໃຫ້​ຮູ້​ວ່າ​ຈະ​ຕ້ອງ​ຄົ້ນ​ຄວ້າ​ບົດ​ໃດ. ແລະ​ໃນ​ອາທິດ​ຕໍ່​ໄປ ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ບັດ​ຄຳຖາມ​ທີ່​ຖາມ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ອ່ານ​ໄປ​ແລ້ວ ແລະ​ໃນ​ທ້າຍ​ຂອງ​ບັດ​ນັ້ນ​ກໍ​ຈະ​ບອກ​ບົດ​ທີ່​ເຂົາ​ເຈົ້າ​ຕ້ອງ​ຄົ້ນ​ຄວ້າ​ສຳລັບ​ອາທິດ​ຕໍ່​ໄປ​ອີກ.

ພີ່ນ້ອງ​ໃນ​ປະຊາຄົມ​ຈະ​ສົ່ງ​ບັດ​ຄຳຖາມ​ໃຫ້​ນັກ​ສຶກສາ​ທາງ​ໄປສະນີ​ເປັນ​ເວລາ 12 ອາທິດ. ສ່ວນ​ຫຼາຍ​ຜູ້​ທີ່​ສົ່ງ​ບັດ​ນີ້​ຈະ​ແມ່ນ​ພີ່ນ້ອງ​ທີ່​ສູງ​ອາຍຸ​ຫຼື​ພີ່ນ້ອງ​ທີ່​ມີ​ຂີດ​ຈຳກັດ. ຕົວຢ່າງ​ເຊັ່ນ: ແອນນາ ແຄັດເທີຣີນ ກາດ​ເນີ ຈາກ​ເມືອງ​ມິນເວວ ລັດ​ເພັນຊິນເວເນຍ ສະຫະລັດ​ອາເມຣິກາ​ໄດ້​ບອກ​ວ່າ: “ເມື່ອ​ປຶ້ມ​ເດິ ຫາບ ອ໋ອບ ກອດ ອອກ​ມາ​ແລ້ວ ກໍ​ເຮັດ​ໃຫ້​ເອື້ອຍ​ຂ້ອຍ​ທີ່​ຊື່​ເທວ​ເຊິ່ງ​ເປັນ​ຄົນ​ພິການ​ໄດ້​ເຮັດ​ວຽກ​ປະກາດ​ຫຼາຍ​ຂຶ້ນ ໂດຍ​ສົ່ງ​ບັດ​ຄຳຖາມ​ໃຫ້​ນັກ​ສຶກສາ​ທຸກ​ອາທິດ.” ຫຼັງ​ຈາກ​ຈົບ​ຫຼັກ​ສູດ​ນີ້ ພີ່ນ້ອງ​ໃນ​ປະຊາຄົມ​ກໍ​ຈະ​ໄປ​ຢາມ​ນັກ​ສຶກສາ​ແລະ​ຊ່ວຍ​ລາວ​ໃຫ້​ຮຽນ​ຄຳພີ​ໄບເບິນ​ຕໍ່​ໄປ.

ພີ່ນ້ອງ​ເທວ ກາດ​ເນີ ນັ່ງ​ຢູ່​ລໍ້​ຍູ້

ວຽກ​ຕໍ່​ໄປ

ທ້າຍ​ປີ 1921 ພີ່ນ້ອງ ເຈ ເອັບຟ໌ ຣັດເທີຝອດ​ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຫາ​ພີ່ນ້ອງ​ໃນ​ທຸກ​ປະຊາຄົມ​ວ່າ: “ປີ​ນີ້​ເຮົາ​ໄດ້​ເຮັດ​ວຽກ​ປະກາດ​ໃນ​ຂອບ​ເຂດ​ທີ່​ກວ້າງ​ກວ່າ​ແລະ​ເກີດ​ຜົນ​ຫຼາຍ​ກວ່າ​ປີ​ກ່ອນໆ.” ຈາກ​ນັ້ນ ລາວ​ກໍ​ເວົ້າ​ຕື່ມ​ວ່າ: “ແຕ່​ຍັງ​ມີ​ວຽກ​ອີກ​ຫຼາຍ​ຢ່າງ​ທີ່​ເຮົາ​ຕ້ອງ​ເຮັດ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ໄປ​ຊວນ​ຄົນ​ອື່ນ​ໃຫ້​ມາ​ຮ່ວມ​ເຮັດ​ວຽກ​ນີ້​ນຳ​ກັນ.” ເຮົາ​ເຫັນ​ວ່າ​ພີ່ນ້ອງ​ໃນ​ສະໄໝ​ນັ້ນ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ແທ້ໆ ເພາະ​ໃນ​ປີ 1922 ເຂົາ​ເຈົ້າ​ໄດ້​ປະກາດ​ຢ່າງ​ກ້າຫານ​ໂດຍ​ໂຄສະນາ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແບບ​ທີ່​ບໍ່​ເຄີຍ​ເຮັດ​ມາ​ກ່ອນ.

ໝູ່​ທີ່​ກ້າຫານ

ພີ່ນ້ອງ​ໄດ້​ສະແດງ​ຄວາມ​ຮັກ​ໂດຍ​ຊ່ວຍ​ເຫຼືອ​ກັນ​ແລະ​ກັນ. ເຂົາ​ເຈົ້າ​ເປັນ​ໝູ່​ທີ່ “ເກີດ​ມາ​ຊ່ວຍ​ກັນ​ໃນ​ເວລາ​ລຳບາກ” ຄື​ກັບ​ທີ່​ເຮົາ​ຈະ​ໄດ້​ເບິ່ງ​ໃນ​ເລື່ອງ​ຕໍ່​ໄປ​ນີ້.—ສຸພາ. 17:17, ລ.ມ.

ໃນ​ວັນ​ອັງຄານ 31 ພຶດສະພາ 1921 ໃນ​ເມືອງ​ທູຊາ ອັອກລາໂຫມາ ສະຫະລັດ​ອາເມຣິກາ​ມີ​ການ​ຄາດ​ຕະ​ກຳ​ຂະໜາດ​ໃຫຍ່​ຍ້ອນ​ການ​ແບ່ງ​ແຍກ​ສີ​ຜິວ. ເຫດການ​ນັ້ນ​ເກີດ​ຂຶ້ນ​ຍ້ອນ ຜູ້​ຊາຍ​ຜິວ​ດຳ​ຄົນ​ໜຶ່ງ​ຖືກ​ກ່າວ​ຫາ​ວ່າ​ໄດ້​ທຳ​ຮ້າຍ​ຮ່າງກາຍ​ຜູ້​ຍິງ​ຜິວ​ຂາວ ແລ້ວ​ລາວ​ກໍ​ຖືກ​ປັບ​ໃໝ​ແລະ​ຖືກ​ຈັບ​ເຂົ້າ​ຄຸກ. ຫຼັງ​ຈາກ​ນັ້ນ ກໍ​ມີ​ຜູ້​ຊາຍ​ຜິວ​ຂາວ​ຫຼາຍ​ກວ່າ 1.000 ຄົນ​ມາ​ຕໍ່​ສູ້​ກັບ​ຜູ້​ຊາຍ​ຜິວ​ດຳ​ທີ່​ມີ​ຈຳນວນ​ໜ້ອຍ​ກວ່າ. ການ​ຕໍ່​ສູ້​ຄັ້ງ​ນີ້​ໄດ້​ເກີດ​ຂຶ້ນ​ຢ່າງ​ໄວ​ວາ​ແລະ​ລາມ​ໄປ​ຮອດ​ເມືອງ​ກ​ຣີນວູດ ເຮືອນ​ແລະ​ຮ້ານ​ຄ້າ​ຕ່າງໆ​ຫຼາຍ​ກວ່າ 1.400 ຫຼັງ​ຖືກປຸ້ນ​ແລະ​ຖືກ​ເຜົາ. ມີ​ການ​ລາຍງານ​ວ່າ​ເຫດການ​ຄັ້ງ​ນັ້ນ​ມີຄົນ​ຕາຍ 36 ຄົນ ແຕ່​ໃນ​ຕົວ​ຈິງ​ແລ້ວ​ອາດ​ຈະ​ມີ​ຫຼາຍ​ຮ້ອຍ​ຄົນ.

ພີ່ນ້ອງ​ຣິຊາດ ເຈ ຮິວ​ເປັນ​ຄົນ​ຜິວ​ດຳ​ທີ່​ຢູ່​ເມືອງ​ກຣີນວູດ​ໄດ້​ເລົ່າ​ເຫດການ​ໃນ​ມື້​ນັ້ນ​ວ່າ: “ໃນ​ຄືນ​ທີ່​ມີ​ການ​ປະ​ທ້ວງ ພວກ​ເຮົາ​ກໍ​ຍັງ​ປະຊຸມ​ກັນ​ເປັນ​ປົກກະຕິ. ຈາກ​ນັ້ນ ພວກ​ເຮົາ​ກໍ​ໄດ້​ຍິນ​ສຽງ​ຍິງ​ກັນ ຈົນ​ຮອດ​ຕອນ​ທີ່​ພວກ​ເຮົາ​ນອນ​ກໍ​ຍັງ​ໄດ້​ຍິນ​ສຽງ​ນັ້ນ​ຢູ່.” ໃນ​ຕອນ​ເຊົ້າ​ວັນ​ພຸດ​ຂອງ​ວັນ​ທີ 1 ມິຖຸນາ ເຫດການ​ນັ້ນ​ກໍ​ໄດ້​ຮ້າຍແຮງ​ຫຼາຍ​ກວ່າ​ເກົ່າ. ພີ່ນ້ອງ​ຣິຊາດ​ເລົ່າ​ຕໍ່​ວ່າ: “ມີ​ບາງ​ຄົນ​ມາ​ບອກ​ເຮົາ​ວ່າ ຖ້າ​ຢາກ​ລອດ​ຊີວິດ ເຮົາ​ກໍ​ຕ້ອງ​ໄປ​ທີ່​ສາລາ​ກາງ​ໃນ​ເມືອງ​ທູຊາ​ທັນທີ.” ດັ່ງ​ນັ້ນ ພີ່ນ້ອງ​ຣິຊາດ​ກັບ​ເມຍ​ແລະ​ລູກ 5 ຄົນ​ກໍ​ເລີຍ​ໄປ​ທີ່​ສາລາ​ກາງ ຢູ່​ບ່ອນ​ນັ້ນ​ມີ​ທະຫານ​ຂອງ​ລັດຖະບານ​ກຳລັງ​ປົກ​ປ້ອງ​ຄົນ​ຜິວ​ດຳ​ທັງ​ຍິງ​ແລະ​ຊາຍ​ປະມານ 3.000 ຄົນ.

ໃນ​ເວລາ​ດຽວ​ກັນ ພີ່ນ້ອງ​ອາເທີ ຄຼອດສ໌​ທີ່​ເປັນ​ຄົນ​ຜິວ​ຂາວ​ກໍ​ໄດ້​ຕັດສິນ​ໃຈ​ຢ່າງ​ກ້າຫານ. ລາວ​ເລົ່າ​ວ່າ: “ເມື່ອ​ຂ້ອຍ​ໄດ້​ຍິນ​ຂ່າວ​ວ່າ​ຢູ່​ເມືອງ​ກຣີນວູດ​ມີ​ການ​ຍິງ​ກັນ​ແລະ​ຈູດ​ເຮືອນ​ຫຼາຍ​ຫຼັງ ຂ້ອຍ​ກໍ​ຟ້າວ​ໄປ​ເບິ່ງ​ພີ່ນ້ອງ​ຣິຊາດ​ເພາະ​ຢາກ​ຮູ້​ວ່າ​ລາວ​ເປັນ​ແນວ​ໃດ​ແລ້ວ.”

ພີ່ນ້ອງ​ອາເທີ ຄຼອດສ໌ ໄດ້​ຊ່ວຍ​ເດັກ​ນ້ອຍ 14 ຄົນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ໂດຍ​ໃຊ້​ປຶ້ມ​ເດິ ຫາບ ອ໋ອບ ກອດ.

ເມື່ອ​ພີ່ນ້ອງ​ອາເທີ​ມາ​ຮອດ​ເຮືອນ​ຂອງ​ພີ່ນ້ອງ​ຣິຊາດ ລາວ​ກໍ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຄົນ​ຜິວ​ຂາວ​ກຳລັງ​ຖື​ປືນ ຜູ້​ນັ້ນ​ເປັນ​ໝູ່​ຂອງ​ພີ່ນ້ອງ​ຣິຊາດ​ຄື​ກັນ ລາວ​ຈຶ່ງ​ຄິດ​ວ່າ​ພີ່ນ້ອງ​ອາເທີ​ຈະ​ມາ​ຈູດ​ເຮືອນ​ຂອງ​ຣິຊາດ. ລາວ​ເລີຍ​ຮ້ອງ​ໃສ່​ອາເທີ​ວ່າ: “ເຈົ້າ​ມາ​ຫຍັງ​ນິ?”

ພີ່ນ້ອງ​ອາເທີ​ບອກ​ວ່າ: “ຖ້າ​ຂ້ອຍ​ຕອບ​ບໍ່​ຖືກ​ໃຈ​ຜູ້​ນັ້ນ ລາວ​ຄື​ຊິ​ຍິງ​ຂ້ອຍ​ແທ້ໆ​ແຫຼະ. ຂ້ອຍ​ຈຶ່ງ​ພະຍາຍາມ​ບອກ​ລາວ​ໃຫ້​ໝັ້ນ​ໃຈ​ວ່າ​ຂ້ອຍ​ເປັນ​ໝູ່​ຂອງ​ຣິຊາດ​ແລະ​ມາ​ຫຼິ້ນ​ກັບ​ຣິຊາດ​ຫຼາຍ​ເທື່ອ​ແລ້ວ.” ສຸດ​ທ້າຍ ອາເທີ​ແລະ​ເພື່ອນ​ບ້ານ​ຄົນ​ນັ້ນ​ກໍ​ໄດ້​ຊ່ວຍ​ກັນ​ປົກ​ປ້ອງ​ເຮືອນ​ຂອງ​ຣິຊາດ​ເພື່ອ​ບໍ່​ໃຫ້​ຖືກ​ປຸ້ນ.

ບໍ່​ດົນ ພີ່ນ້ອງ​ອາເທີ​ກໍ​ຮູ້​ວ່າ​ຣິຊາດ​ກັບ​ຄອບຄົວ​ໄປ​ຢູ່​ສາລາ​ກາງ​ໃນ​ເມືອງ​ທູຊາ​ແລ້ວ ແລະ​ລາວ​ກໍ​ຮູ້​ວ່າ​ຄົນ​ຜິວ​ດຳ​ບໍ່​ມີ​ສິດອອກ​ຈາກ​ສາລາ​ກາງ​ໄດ້​ຖ້າ​ບໍ່​ມີ​ໃບ​ອະນຸຍາດ​ຈາກ​ນາຍ​ພົນ​ບາ​ເຣັດ. ອາເທີ​ບອກ​ວ່າ: “ມັນ​ບໍ່​ງ່າຍ​ທີ່​ຂ້ອຍ​ຈະ​ໄປ​ລົມ​ກັບ​ນາຍ​ພົນ ແຕ່​ເມື່ອ​ຂ້ອຍ​ບອກ​ນາຍ​ພົນ​ວ່າ​ຂ້ອຍ​ຈະ​ພາຄອບຄົວ​ຂອງ​ຣິຊາດ​ໄປ​ຢູ່​ນຳ ລາວ​ກໍ​ຖາມ​ຂ້ອຍ​ວ່າ: ‘ເຈົ້າ​ຈະ​ຮັບ​ຜິດ​ຊອບ​ຄອບຄົວ​ນີ້​ຫວາ?’ ຂ້ອຍ​ກໍ​ຕອບ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ ແມ່ນ.”

ເມື່ອ​ອາເທີ​ໄດ້​ຮັບ​ໃບ​ອະນຸຍາດ​ແລ້ວ ລາວ​ກໍ​ຮີບ​ໄປ​ທີ່​ສາລາ​ກາງ​ທັນທີ. ລາວ​ໄດ້​ເອົາ​ໃບ​ອະນຸຍາດ​ໃຫ້​ເຈົ້າ​ໜ້າ​ທີ່​ເບິ່ງ ແລ້ວ​ເຈົ້າ​ໜ້າ​ທີ່​ກໍ​ບອກ​ລາວ​ວ່າ: “ນີ້​ເປັນ​ໃບ​ອະນຸຍາດ​ຈາກ​ນາຍ​ພົນ​ຕົ່ວ​ນິ! ເຈົ້າ​ຮູ້​ບໍ​ວ່າ​ເຈົ້າ​ເປັນ​ຜູ້​ທຳອິດ​ເລີຍ​ທີ່​ພາ​ຄົນ​ອອກ​ຈາກ​ສາລາ​ກາງ​ນີ້.” ບໍ່​ດົນ ເຈົ້າ​ໜ້າ​ທີ່​ກໍ​ພາ​ຣິຊາດ​ກັບ​ຄອບຄົວ​ອອກ​ມາ​ຫາ​ອາເທີ ແລ້ວ​ອາເທີ​ກໍ​ພາ​ເຂົາ​ເຈົ້າ​ຂຶ້ນ​ລົດ​ແລະ​ເມືອ​ເຮືອນ​ຂອງ​ລາວ.

“ປະຊາຊົນ​ຂອງ​ພະເຈົ້າ​ ມີ​ສິດ​ເທົ່າ​ທຽມ​ກັນ”

ໃນ​ທີ່​ສຸດ ພີ່ນ້ອງ​ອາເທີ​ກໍ​ພາ​ຣິຊາດ​ກັບ​ຄອບຄົວ​ກັບ​ມາ​ຮອດ​ເຮືອນ​ຢ່າງ​ປອດໄພ. ຄວາມ​ກ້າຫານ​ຂອງ​ພີ່ນ້ອງ​ອາເທີ​ມີ​ຜົນ​ດີ​ຕໍ່​ເພື່ອນ​ບ້ານ​ຫຼາຍ​ແທ້ໆ. ພີ່ນ້ອງ​ອາເທີ​ບອກ​ວ່າ: “ໝູ່​ທີ່​ປົກ​ປ້ອງ​ເຮືອນ​ຂອງ​ຣິຊາດ​ແລະ​ຄົນ​ຈຳນວນ​ໜຶ່ງ​ໄດ້​ເລີ່ມ​ສົນ​ໃຈ​ຂ່າວ​ດີ​ທີ່​ເຮົາ​ປະກາດ ເພາະ​ເຂົາ​ເຈົ້າ​ເຫັນ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ບໍ່​ໄດ້​ມີ​ການ​ແບ່ງ​ແຍກ​ສີ​ຜິວ​ແລະ​ມີ​ສິດ​ເທົ່າ​ທຽມ​ກັນ.”

a ປີ 1937 ປຶ້ມ​ເດິ ໂກເດິນ ເອຈ ປ່ຽນ​ຊື່​ເປັນ​ຄອນໂຊເລເຊິນ (Consolation) ແລະ​ປີ 1946 ປ່ຽນ​ຊື່​ເປັນ​ຕື່ນ​ເຖີດ!

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌