ບົດຄວາມສຶກສາທີ 30
ຄຳພະຍາກອນເກົ່າແກ່ທີ່ສຳຄັນຕໍ່ເຮົາ
“ເຮົາຈະໃຫ້ເຈົ້າກັບຜູ້ຍິງເປັນສັດຕູກັນ.”—ປຖກ. 3:15, ລ.ມ.
ເພງ 15 ສັນລະເສີນລູກຫົວປີຂອງພະເຢໂຫວາ!
ໃຈຄວາມສຳຄັນa
1. ບໍ່ດົນຫຼັງຈາກທີ່ອາດາມແລະເອວາບໍ່ເຊື່ອຟັງ ພະເຢໂຫວາໄດ້ເຮັດຫຍັງ? (ປະຖົມມະການ 3:15)
ບໍ່ດົນຫຼັງຈາກທີ່ອາດາມແລະເອວາບໍ່ເຊື່ອຟັງ ພະເຢໂຫວາໄດ້ເວົ້າເຖິງຄຳພະຍາກອນທີ່ສຳຄັນຢ່າງໜຶ່ງເຊິ່ງເຮັດໃຫ້ລູກຫຼານຂອງເຂົາເຈົ້າມີຄວາມຫວັງ. ສິ່ງທີ່ເພິ່ນເວົ້າບັນທຶກໄວ້ໃນປະຖົມມະການ 3:15—ອ່ານ.
2. ເປັນຫຍັງຄຳພະຍາກອນທີ່ຢູ່ໃນປະຖົມມະການ 3:15 ຈຶ່ງສຳຄັນ?
2 ຄຳພະຍາກອນນີ້ຢູ່ໃນປຶ້ມເຫຼັ້ມທຳອິດຂອງຄຳພີໄບເບິນ. ແຕ່ປຶ້ມອື່ນໆໃນຄຳພີໄບເບິນກໍກ່ຽວຂ້ອງກັບຄຳພະຍາກອນນີ້ຄືກັນ. ຄືກັບແນວຫຍິບປຶ້ມທີ່ຫຍິບເຈ້ຍແຕ່ລະໃບເຂົ້າກັນເປັນປຶ້ມຫົວດຽວ ຄຳພະຍາກອນທີ່ຢູ່ໃນປະຖົມມະການ 3:15 ກໍເປັນເລື່ອງຫຼັກທີ່ເຊື່ອມເນື້ອໃນຂອງປຶ້ມອື່ນໆໃນຄຳພີໄບເບິນໃຫ້ເຂົ້າກັນ ເຊິ່ງເລື່ອງຫຼັກກໍຄື ຜູ້ຊ່ວຍໃຫ້ລອດຈະມາທຳລາຍຊາຕານແລະພັກພວກຂອງມັນ.b ນີ້ເປັນຄວາມຫວັງທີ່ດີແທ້ໆສຳລັບຜູ້ທີ່ຮັກພະເຢໂຫວາ!
3. ເຮົາຈະຮຽນຫຍັງໃນບົດຄວາມນີ້?
3 ໃນບົດຄວາມນີ້ເຮົາຈະມາຕອບຄຳຖາມກ່ຽວກັບຄຳພະຍາກອນທີ່ຢູ່ໃນປະຖົມມະການ 3:15 ຄື: ຜູ້ທີ່ຢູ່ໃນຄຳພະຍາກອນໝາຍເຖິງໃຜ? ຄຳພະຍາກອນນີ້ກຳລັງສຳເລັດເປັນຈິງແນວໃດ? ແລະເຮົາໄດ້ຮັບປະໂຫຍດແນວໃດ ຈາກຄຳພະຍາກອນນີ້?
ຜູ້ທີ່ຢູ່ໃນຄຳພະຍາກອນໝາຍເຖິງໃຜ?
4. “ງູ” ໝາຍເຖິງໃຜ ແລະເຮົາຮູ້ໄດ້ແນວໃດ?
4 ຜູ້ທີ່ເວົ້າເຖິງໃນປະຖົມມະການ 3:14, 15 ມີ “ງູ” “ເຊື້ອສາຍຂອງງູ” “ຜູ້ຍິງ” ແລະ “ເຊື້ອສາຍຂອງຜູ້ຍິງ.” ຄຳພີໄບເບິນຊ່ວຍເຮົາໃຫ້ຮູ້ຄວາມໝາຍຂອງສິ່ງເຫຼົ່ານີ້.c ໃຫ້ເຮົາມາເບິ່ງວ່າງູໝາຍເຖິງໃຜ. ງູແທ້ໆຈະບໍ່ເຂົ້າໃຈສິ່ງທີ່ພະເຢໂຫວາເວົ້າໃນສວນເອເດັນ. ຄັນຊັ້ນ ພະເຢໂຫວາເວົ້າກັບໃຜ? ໃນພະນິມິດ 12:9 ບອກວ່າງູນັ້ນເຊິ່ງເປັນ “ງູໂຕທຳອິດ” ໝາຍເຖິງມານຊາຕານ. ແລ້ວເຊື້ອສາຍຂອງງູເດ ໝາຍເຖິງໃຜ?
ງູ
ມານຊາຕານເຊິ່ງພະນິມິດ 12:9 ບອກວ່າມັນເປັນ “ງູໂຕທຳອິດ” (ເບິ່ງຂໍ້ 4)
5. ເຊື້ອສາຍຂອງງູໝາຍເຖິງໃຜ?
5 ເມື່ອຄຳພີໄບເບິນເວົ້າເຖິງເຊື້ອສາຍ ກໍມັກຈະໝາຍເຖິງຜູ້ທີ່ຄິດແລະເຮັດຄືກັບພໍ່ຫຼືຕົ້ນຕະກູນຂອງເຂົາເຈົ້າ. ດັ່ງນັ້ນ ເຊື້ອສາຍຂອງງູກໍໝາຍເຖິງພວກທູດສະຫວັນທີ່ບໍ່ສັດຊື່ແລະມະນຸດທີ່ເຮັດຄືກັບຊາຕານເຊິ່ງຕໍ່ຕ້ານພະເຢໂຫວາແລະປະຊາຊົນຂອງເພິ່ນ. ເຊື້ອສາຍນີ້ຍັງລວມເຖິງທູດສະຫວັນທີ່ປະຖິ້ມໜ້າທີ່ຢູ່ສະຫວັນໃນສະໄໝຂອງໂນອາແລະຄົນຊົ່ວທີ່ເຮັດຄືກັບຊາຕານພໍ່ຂອງເຂົາເຈົ້າ.—ປຖກ. 6:1, 2; ຢຮ. 8:44; 1 ຢຮ. 5:19; ຢດ. 6
ເຊື້ອສາຍຂອງງູ
ທູດສະຫວັນທີ່ບໍ່ສັດຊື່ແລະຄົນຊົ່ວເຊິ່ງຕໍ່ຕ້ານພະເຢໂຫວາແລະປະຊາຊົນຂອງເພິ່ນ (ເບິ່ງຂໍ້ 5)
6. ເປັນຫຍັງ “ຜູ້ຍິງ” ຈຶ່ງບໍ່ໄດ້ໝາຍເຖິງເອວາ?
6 ຕອນນີ້ເຮົາຈະມາເບິ່ງວ່າ “ຜູ້ຍິງ” ໝາຍເຖິງໃຜ. ຜູ້ຍິງບໍ່ໄດ້ໝາຍເຖິງເອວາ. ຍ້ອນຫຍັງ? ເຫດຜົນຢ່າງໜຶ່ງກໍຄື ໃນຄຳພະຍາກອນບອກວ່າເຊື້ອສາຍຂອງຜູ້ຍິງຈະ “ຢຽບ” ຫົວງູໃຫ້ມຸ່ນ. ຄືກັບທີ່ເຮົາໄດ້ຮຽນມາແລ້ວວ່າງູໝາຍເຖິງຊາຕານເຊິ່ງເປັນທູດສະຫວັນຊົ່ວ ດັ່ງນັ້ນ ເຊື້ອສາຍຂອງເອວາທີ່ເປັນມະນຸດບໍ່ສົມບູນແບບຈຶ່ງບໍ່ສາມາດຢຽບຫຼືທຳລາຍຊາຕານໄດ້. ແລ້ວຊາຕານຈະຖືກທຳລາຍແນວໃດ?
7. ຕາມພະນິມິດ 12:1, 2, 5, 10 ຜູ້ຍິງທີ່ຢູ່ໃນປະຖົມມະການ 3:15 ໝາຍເຖິງຫຍັງ?
7 ປຶ້ມເຫຼັ້ມສຸດທ້າຍຂອງຄຳພີໄບເບິນຊ່ວຍເຮົາໃຫ້ຮູ້ວ່າຜູ້ຍິງທີ່ເວົ້າໃນປະຖົມມະການ 3:15 ໝາຍເຖິງໃຜ. (ອ່ານພະນິມິດ 12:1, 2, 5, 10) ຜູ້ຍິງນີ້ບໍ່ແມ່ນມະນຸດ ເພາະລາວຢູ່ໃນສະຫວັນ! ໃນພະນິມິດບອກວ່າ ລາວມີດວງເດືອນຢູ່ພື້ນຕີນແລະຢູ່ເທິງຫົວມີມົງກຸດທີ່ມີດາວ 12 ດວງ. ລາວເກີດລູກເຊິ່ງກໍຄືການປົກຄອງຂອງພະເຈົ້າ ແລະການປົກຄອງນີ້ກໍຢູ່ໃນສະຫວັນ. ດັ່ງນັ້ນ ຜູ້ຍິງຈຶ່ງໝາຍເຖິງອົງການຂອງພະເຢໂຫວາທີ່ຢູ່ໃນສະຫວັນເຊິ່ງປະກອບດ້ວຍບັນດາທູດສະຫວັນທີ່ສັດຊື່.—ຄລຕ. 4:26
ຜູ້ຍິງ
ອົງການຂອງພະເຢໂຫວາທີ່ຢູ່ໃນສະຫວັນເຊິ່ງປະກອບດ້ວຍທູດສະຫວັນທີ່ສັດຊື່ (ເບິ່ງຂໍ້ 7)
8. ເຊື້ອສາຍຫຼັກຂອງຜູ້ຍິງແມ່ນໃຜ ແລະລາວກາຍເປັນເຊື້ອສາຍຫຼັກເມື່ອໃດ? (ປະຖົມມະການ 22:15-18)
8 ຄຳພີໄບເບິນຍັງຊ່ວຍເຮົາໃຫ້ຮູ້ວ່າເຊື້ອສາຍຫຼັກຂອງຜູ້ຍິງແມ່ນຜູ້ທີ່ເປັນລູກຫຼານຂອງອັບຣາຮາມ. (ອ່ານປະຖົມມະການ 22:15-18) ຕາມຄຳພະຍາກອນເຮົາເຫັນວ່າ ພະເຢຊູເປັນລູກຫຼານຂອງອັບຣາຮາມໂດຍກົງ. (ລກ. 3:23, 34) ແຕ່ຜູ້ທີ່ເປັນເຊື້ອສາຍຂອງຜູ້ຍິງຕ້ອງມີອຳນາດເໜືອມະນຸດເພື່ອທີ່ລາວຈະຢຽບຫຼືທຳລາຍຊາຕານໄດ້. ດັ່ງນັ້ນ ຕອນທີ່ພະເຢຊູອາຍຸ 30 ປີ ເພິ່ນກໍຖືກເຈີມດ້ວຍພະລັງບໍລິສຸດແລະກາຍເປັນເຊື້ອສາຍຫຼັກຂອງຜູ້ຍິງ. (ຄລຕ. 3:16) ຫຼັງຈາກທີ່ເພິ່ນຕາຍແລະຄືນມາຈາກຕາຍ ພະເຈົ້າກໍໃຫ້ເພິ່ນ “ມີກຽດແລະຄວາມສະຫງ່າງາມ” ແລະມີອຳນາດທີ່ຈະ “ປົກຄອງທຸກສິ່ງໃນສະຫວັນແລະໃນໂລກນີ້” ເຊິ່ງລວມເຖິງອຳນາດທີ່ຈະ “ທຳລາຍຜົນງານຂອງມານຮ້າຍ.”—ຮຣ. 2:7; ມທ. 28:18; 1 ຢຮ. 3:8
ເຊື້ອສາຍຂອງຜູ້ຍິງ
ພະເຢຊູແລະ 144.000 ຄົນທີ່ຮ່ວມປົກຄອງກັບເພິ່ນ (ເບິ່ງຂໍ້ 8-9)
9-10. (ກ) ມີໃຜອີກທີ່ເປັນເຊື້ອສາຍຂອງຜູ້ຍິງ ແລະເຂົາເຈົ້າກາຍເປັນເຊື້ອສາຍເມື່ອໃດ? (ຂ) ເຮົາຈະຮຽນຫຍັງໃນສ່ວນຕໍ່ໄປ?
9 ນອກຈາກພະເຢຊູແລ້ວ ຍັງມີຄົນອື່ນໆອີກທີ່ກາຍເປັນເຊື້ອສາຍຂອງຜູ້ຍິງ. ອັກຄະສາວົກໂປໂລບອກໃຫ້ເຮົາຮູ້ເລື່ອງນີ້ຕອນທີ່ລາວເວົ້າກັບຄລິດສະຕຽນຜູ້ຖືກເຈີມທີ່ເປັນຄົນຢິວແລະຄົນຕ່າງຊາດ. ລາວເວົ້າກັບເຂົາເຈົ້າວ່າ “ຖ້າພວກເຈົ້າເປັນຄົນຂອງພະຄລິດ ພວກເຈົ້າກໍເປັນລູກຫຼານຂອງອັບຣາຮາມແທ້ໆ ແລະເປັນຜູ້ຮັບມໍລະດົກຕາມທີ່ສັນຍາໄວ້ກັບອັບຣາຮາມ.” (ຄລຕ. 3:28, 29) ເມື່ອພະເຢໂຫວາເຈີມຄລິດສະຕຽນດ້ວຍພະລັງບໍລິສຸດ ເຂົາເຈົ້າກໍກາຍເປັນເຊື້ອສາຍຂອງຜູ້ຍິງ. ດັ່ງນັ້ນ ເຊື້ອສາຍຂອງຜູ້ຍິງຈຶ່ງປະກອບດ້ວຍພະເຢຊູແລະ 144.000 ຄົນທີ່ຮ່ວມປົກຄອງກັບເພິ່ນ. (ພນມ. 14:1) ເຂົາເຈົ້າໄດ້ຄິດແລະເຮັດຄືກັບພະເຢໂຫວາຜູ້ເປັນພໍ່.
10 ເຮົາຮູ້ແລ້ວວ່າຜູ້ທີ່ເວົ້າເຖິງໃນປະຖົມມະການ 3:15 ໝາຍເຖິງໃຜ. ຕອນນີ້ໃຫ້ເຮົາມາເບິ່ງວ່າພະເຢໂຫວາໄດ້ເຮັດໃຫ້ຄຳພະຍາກອນນີ້ສຳເລັດເປັນຈິງແນວໃດ ແລະເຮົາໄດ້ຮັບປະໂຫຍດແນວໃດຈາກເລື່ອງນີ້.
ຄຳພະຍາກອນນີ້ກຳລັງສຳເລັດເປັນຈິງແນວໃດ?
11. ເຊື້ອສາຍຂອງຜູ້ຍິງຈະຖືກເຮັດໃຫ້ “ສົ້ນຕີນ” ບວມຊ້ຳໝາຍຄວາມວ່າແນວໃດ?
11 ຕາມຄຳພະຍາກອນທີ່ຢູ່ໃນປະຖົມມະການ 3:15 ບອກວ່າງູ “ຈະເຮັດໃຫ້ສົ້ນຕີນ” ຂອງເຊື້ອສາຍຜູ້ຍິງບວມຊ້ຳ. ເລື່ອງນີ້ໄດ້ເກີດຂຶ້ນແທ້ຕອນທີ່ຊາຕານກະຕຸ້ນໃຫ້ຄົນຢິວແລະຄົນໂຣມປະຫານຊີວິດພະເຢຊູ. (ລກ. 23:13, 20-24) ເມື່ອຄົນໜຶ່ງເຈັບຕີນ ລາວກໍຈະຍ່າງບໍ່ໄດ້ໄລຍະໜຶ່ງ. ຄ້າຍກັນ ເມື່ອພະເຢຊູຕາຍ ເພິ່ນກໍເຮັດຫຍັງບໍ່ໄດ້ໃນໄລຍະໜຶ່ງ.—ມທ. 16:21
12. ຫົວງູຈະຖືກຢຽບໃຫ້ມຸ່ນເມື່ອໃດແລະແນວໃດ?
12 ຄຳພະຍາກອນໃນປະຖົມມະການ 3:15 ຈະສຳເລັດເປັນຈິງເມື່ອພະເຢຊູກັບມາມີຊີວິດອີກ. ຍ້ອນຫຍັງ? ເພາະຄຳພະຍາກອນນັ້ນບອກວ່າເຊື້ອສາຍຂອງຜູ້ຍິງຈະຢຽບຫົວງູໃຫ້ມຸ່ນ. ນີ້ໝາຍຄວາມວ່າຕີນຂອງເຊື້ອສາຍຜູ້ຍິງຈະຕ້ອງຫາຍດີ ເຊິ່ງກໍຄືພະເຢຊູຕ້ອງຄືນມາຈາກຕາຍ. ແລະກໍເປັນແບບນັ້ນແທ້ ເພາະໃນມື້ທີ 3 ຫຼັງຈາກທີ່ເພິ່ນຕາຍ ເພິ່ນກໍຖືກປຸກໃຫ້ມີຊີວິດອະມະຕະໃນສະຫວັນ! ເມື່ອຮອດເວລາທີ່ພະເຢໂຫວາກຳນົດໄວ້ ພະເຢຊູຈະທຳລາຍຊາຕານ. (ຮຣ. 2:14) ແລະຜູ້ທີ່ຮ່ວມປົກຄອງກັບພະເຢຊູກໍຈະຊ່ວຍເພິ່ນໃນການທຳລາຍສັດຕູທັງໝົດຂອງພະເຈົ້າທີ່ເປັນເຊື້ອສາຍຂອງງູ.—ພນມ. 17:14; 20:4, 10d
ເຮົາໄດ້ຮັບປະໂຫຍດແນວໃດຈາກຄຳພະຍາກອນນີ້?
13. ເຮົາໄດ້ຮັບປະໂຫຍດແນວໃດຈາກການທີ່ຄຳພະຍາກອນນີ້ສຳເລັດເປັນຈິງ?
13 ຖ້າເຈົ້າເປັນຜູ້ຮັບໃຊ້ພະເຢໂຫວາ ເຈົ້າກໍໄດ້ຮັບປະໂຫຍດຈາກການທີ່ຄຳພະຍາກອນນີ້ສຳເລັດເປັນຈິງ. ໄດ້ຮັບປະໂຫຍດແນວໃດ? ເມື່ອພະເຢຊູມາເປັນມະນຸດ ເພິ່ນກໍໄດ້ສະແດງຄຸນລັກສະນະທີ່ດີຫຼາຍຢ່າງແບບພະເຢໂຫວາພໍ່ຂອງເພິ່ນ. (ຢຮ. 14:9) ດັ່ງນັ້ນ ເມື່ອເຮົາຮຽນເລື່ອງຂອງພະເຢຊູ ເຮົາກໍສາມາດຮູ້ຈັກແລະຮັກພະເຢໂຫວາ. ນອກຈາກນັ້ນ ເຮົາຍັງໄດ້ຮັບປະໂຫຍດຈາກຄຳສອນຂອງພະເຢຊູແລະວິທີທີ່ເພິ່ນຊີ້ນຳປະຊາຄົມຄລິດສະຕຽນໃນທຸກມື້ນີ້. ເພິ່ນຍັງສອນເຮົາໃຫ້ຮູ້ວິທີໃຊ້ຊີວິດໃນແບບທີ່ພະເຢໂຫວາພໍໃຈ. ແລະເຮົາທຸກຄົນຍັງໄດ້ຮັບປະໂຫຍດຈາກການທີ່ພະເຢຊູຕາຍຫຼືຖືກເຮັດໃຫ້ສົ້ນຕີນບວມຊ້ຳ. ຍ້ອນຫຍັງ? ກໍຍ້ອນວ່າເມື່ອພະເຢຊູຄືນມາຈາກຕາຍ ເພິ່ນໄດ້ເອົາຄຸນຄ່າຂອງຄ່າໄຖ່ມອບໃຫ້ພະເຢໂຫວາ ເຊິ່ງຊ່ວຍ “ລົບລ້າງບາບທັງໝົດຂອງພວກເຮົາ.”—1 ຢຮ. 1:7
14. ເຮົາຮູ້ໄດ້ແນວໃດວ່າຄຳພະຍາກອນທີ່ພະເຢໂຫວາເວົ້າໃນສວນເອເດັນບໍ່ໄດ້ສຳເລັດເປັນຈິງໃນຕອນນັ້ນ?
14 ຄຳພະຍາກອນທີ່ພະເຢໂຫວາເວົ້າໃນສວນເອເດັນບໍ່ໄດ້ສຳເລັດເປັນຈິງໃນຕອນນັ້ນ. ຍ້ອນຫຍັງ? ຍ້ອນວ່າມັນຕ້ອງໃຊ້ເວລາເພື່ອທີ່ຜູ້ຍິງຈະມີເຊື້ອສາຍຕາມຄຳສັນຍາ ເພື່ອຊາຕານຈະມີຜູ້ທີ່ຕິດຕາມມັນ ແລະເພື່ອທີ່ສອງເຊື້ອສາຍນີ້ຈະກຽດຊັງກັນ. ການເຂົ້າໃຈຄຳພະຍາກອນນີ້ຊ່ວຍເຮົາໃຫ້ຮູ້ວ່າ ໂລກທີ່ຊາຕານປົກຄອງຈະກຽດຊັງຜູ້ຮັບໃຊ້ພະເຢໂຫວາ ແລະພະເຢຊູກໍເຕືອນເລື່ອງຄ້າຍໆກັນນີ້ກັບພວກລູກສິດຂອງເພິ່ນ. (ມຣກ. 13:13; ຢຮ. 17:14) ເຮົາເຫັນເລື່ອງນີ້ໄດ້ແຈ້ງໃນໄລຍະ 100 ປີ ທີ່ຜ່ານມາ. ເລື່ອງນີ້ເກີດຂຶ້ນແນວໃດ?
15. ເປັນຫຍັງຄົນໃນໂລກຈຶ່ງກຽດຊັງເຮົາຫຼາຍຂຶ້ນ ແຕ່ເປັນຫຍັງເຮົາບໍ່ຕ້ອງຢ້ານຊາຕານ?
15 ບໍ່ດົນຫຼັງຈາກທີ່ພະເຢຊູຖືກແຕ່ງຕັ້ງໃຫ້ເປັນກະສັດໃນປີ 1914 ຊາຕານກໍຖືກໄລ່ອອກຈາກສະຫວັນ ມັນຖືກຖິ້ມລົງມາໃນໂລກແລະລໍຖ້າເວລາທີ່ຈະຖືກທຳລາຍ. (ພນມ. 12:9, 12) ແຕ່ຊາຕານບໍ່ໄດ້ຢູ່ຊື່ໆ ເພາະມັນໃຈຮ້າຍ ຄຽດແຄ້ນ ແລະໄປໂຈມຕີປະຊາຊົນຂອງພະເຈົ້າ. (ພນມ. 12:13, 17) ຍ້ອນແນວນີ້ຄົນໃນໂລກຈຶ່ງຊັງປະຊາຊົນຂອງພະເຢໂຫວາຫຼາຍຂຶ້ນ. ແຕ່ເຮົາບໍ່ຕ້ອງຢ້ານຊາຕານແລະພັກພວກຂອງມັນ. ເຮົາສາມາດໝັ້ນໃຈຄືກັບອັກຄະສາວົກໂປໂລທີ່ບອກວ່າ: “ ຖ້າພະເຈົ້າຢູ່ຝ່າຍພວກເຮົາ ຜູ້ໃດຈະຕໍ່ສູ້ພວກເຮົາໄດ້?” (ຣມ. 8:31) ເມື່ອເຮົາເຫັນວ່າຄຳພະຍາກອນໃນປະຖົມມະການ 3:15 ສ່ວນຫຼາຍສຳເລັດເປັນຈິງແລ້ວ ເຮົາກໍມີຄວາມເຊື່ອໃນພະເຢໂຫວາຫຼາຍຂຶ້ນ.
16-18. ພີ່ນ້ອງເຄີຕິດສ໌ ເອີຊູລາ ແລະເຈດຊີກາໄດ້ຮັບປະໂຫຍດແນວໃດຈາກການເຂົ້າໃຈຄຳພະຍາກອນທີ່ຢູ່ໃນປະຖົມມະການ 3:15?
16 ຄຳສັນຍາຂອງພະເຢໂຫວາທີ່ຢູ່ໃນປະຖົມມະການ 3:15 ຊ່ວຍເຮົາໃຫ້ອົດທົນກັບບັນຫາຕ່າງໆໃນຊີວິດໄດ້. ພີ່ນ້ອງເຄີຕິດສ໌ເຊິ່ງເປັນມິດຊັນນາຣີໃນປະເທດກວມບອກວ່າ: “ບາງເທື່ອຂ້ອຍກໍຮູ້ສຶກທໍ້ໃຈແລະມີບັນຫາຫຼາຍຢ່າງ ເຊິ່ງເຮັດໃຫ້ຍາກທີ່ຈະສັດຊື່ຕໍ່ພະເຢໂຫວາ. ແຕ່ການຄິດຕຶກຕອງເຖິງຄຳພະຍາກອນທີ່ຢູ່ໃນປະຖົມມະການ 3:15 ໄດ້ຊ່ວຍຂ້ອຍໃຫ້ໄວ້ໃຈພະເຢໂຫວາຕໍ່ໆໄປ.” ເຮົາເຫັນໄດ້ວ່າເຄີຕິດສ໌ຄອຍຖ້າມື້ທີ່ພະເຢໂຫວາຈະກຳຈັດບັນຫາທຸກຢ່າງໃຫ້ໝົດໄປ.
17 ພີ່ນ້ອງຍິງຄົນໜຶ່ງຊື່ເອີຊູລາທີ່ຢູ່ໃນບາເວເຣຍເຊິ່ງເປັນເຂດໜຶ່ງຂອງປະເທດເຢຍລະມັນບອກວ່າ ການເຂົ້າໃຈຄຳພະຍາກອນໃນປະຖົມມະການ 3:15 ຊ່ວຍລາວໃຫ້ໝັ້ນໃຈວ່າຄຳພີໄບເບິນມາຈາກພະເຈົ້າແທ້ໆ. ແລະເມື່ອລາວເຫັນວ່າຄຳພະຍາກອນອື່ນໆກ່ຽວຂ້ອງກັບຄຳພະຍາກອນນີ້ ລາວກໍຮູ້ສຶກງຶດງໍ້ແລະປະທັບໃຈຫຼາຍ. ລາວຍັງບອກຕື່ມວ່າ: “ເມື່ອຂ້ອຍຮຽນຮູ້ວ່າພະເຢໂຫວາໄດ້ລົງມືເຮັດບາງຢ່າງທັນທີເພື່ອຊ່ວຍໃຫ້ເຮົາມີຄວາມຫວັງ ຂ້ອຍກໍຮູ້ສຶກຮັກເພິ່ນຫຼາຍຂຶ້ນ.”
18 ເຈດຊີກາທີ່ຢູ່ປະເທດໄມໂຄນີເຊຍບອກວ່າ: “ຂ້ອຍຍັງຈື່ວ່າ ຂ້ອຍຮູ້ສຶກແນວໃດເມື່ອໄດ້ຮຽນຄວາມຈິງໃນຕອນທຳອິດ. ການທີ່ເຫັນວ່າຄຳພະຍາກອນໃນປະຖົມມະການ 3:15 ກຳລັງສຳເລັດເປັນຈິງໄດ້ຊ່ວຍໃຫ້ຂ້ອຍຮູ້ວ່າ ບັນຫາຕ່າງໆທີ່ເຮົາເຈິໃນທຸກມື້ນີ້ບໍ່ແມ່ນ ສິ່ງທີ່ພະເຢໂຫວາຢາກໃຫ້ເປັນ. ຄຳພະຍາກອນນີ້ຍັງຊ່ວຍຂ້ອຍໃຫ້ໝັ້ນໃຈວ່າ ການຮັບໃຊ້ພະເຢໂຫວາຈະຊ່ວຍໃຫ້ຂ້ອຍມີຊີວິດທີ່ດີທີ່ສຸດທັງໃນຕອນນີ້ແລະໃນອະນາຄົດ.”
19. ເປັນຫຍັງເຮົາໝັ້ນໃຈໄດ້ວ່າຄຳພະຍາກອນໃນປະຖົມມະການ 3:15 ສ່ວນສຸດທ້າຍຈະສຳເລັດເປັນຈິງ?
19 ເຮົາເຫັນແລ້ວວ່າ ຄຳພະຍາກອນໃນປະຖົມມະການ 3:15 ກຳລັງສຳເລັດເປັນຈິງໃນຕອນນີ້. ເຮົາໄດ້ຮູ້ວ່າ ເຊື້ອສາຍຂອງຜູ້ຍິງແລະເຊື້ອສາຍຂອງງູໝາຍເຖິງໃຜ. ພະເຢຊູເຊິ່ງເປັນເຊື້ອສາຍຫຼັກຂອງຜູ້ຍິງໄດ້ຫາຍດີຈາກຕີນທີ່ບວມຊ້ຳໂດຍການຄືນມາຈາກຕາຍ ແລະຕອນນີ້ກໍໄດ້ຮັບອຳນາດໃຫ້ເປັນກະສັດທີ່ມີຊີວິດຕະຫຼອດໄປ. ນອກຈາກນັ້ນ ການເລືອກຜູ້ທີ່ຮ່ວມປົກຄອງກັບພະເຢຊູເຊິ່ງເປັນເຊື້ອສາຍຂອງຜູ້ຍິງກໍໃກ້ຈະສຳເລັດແລ້ວ. ເມື່ອເຮົາເຫັນຄຳພະຍາກອນສ່ວນທຳອິດສຳເລັດເປັນຈິງ ເຮົາກໍໝັ້ນໃຈໄດ້ວ່າຄຳພະຍາກອນສ່ວນສຸດທ້າຍທີ່ບອກວ່າເຊື້ອສາຍຂອງຜູ້ຍິງຈະຢຽບຫົວງູໃຫ້ມຸ່ນຈະສຳເລັດເປັນຈິງຄືກັນ. ຜູ້ຮັບໃຊ້ຂອງພະເຢໂຫວາຈະດີໃຈຫຼາຍແທ້ໆເມື່ອຊາຕານຖືກທຳລາຍ! ແຕ່ກ່ອນຈະຮອດມື້ນັ້ນ ຂໍໃຫ້ເຮົາອົດທົນ ບໍ່ຍອມແພ້ ແລະໄວ້ໃຈພະເຢໂຫວາຕໍ່ໆໄປ. ແລ້ວເພິ່ນຈະເຮັດໃຫ້ຄົນ “ຈາກທຸກຊາດ” ໄດ້ຮັບພອນຫຼາຍຢ່າງໂດຍທາງເຊື້ອສາຍຂອງຜູ້ຍິງ.—ປຖກ. 22:18, ລ.ມ.
ເພງ 23 ພະເຢໂຫວາປົກຄອງແລ້ວ
a ຖ້າເຮົາບໍ່ເຂົ້າໃຈຄຳພະຍາກອນທີ່ຢູ່ໃນປະຖົມມະການ 3:15 ເຮົາກໍບໍ່ສາມາດເຂົ້າໃຈຄຳພະຍາກອນທັງໝົດທີ່ຢູ່ໃນຄຳພີໄບເບິນ. ການສຶກສາຄຳພະຍາກອນນີ້ຈະຊ່ວຍເຮົາໃຫ້ມີຄວາມເຊື່ອໃນພະເຢໂຫວາຫຼາຍຂຶ້ນແລະໝັ້ນໃຈວ່າເພິ່ນຈະເຮັດໃຫ້ຄຳພະຍາກອນທຸກຢ່າງສຳເລັດເປັນຈິງ.
b ເບິ່ງພາກຜະໜວກ ຂ1 “ເລື່ອງຫຼັກໃນຄຳພີໄບເບິນ” ໃນຄຳພີໄບເບິນສະບັບແປໂລກໃໝ່ (ພາສາໄທ)
c ເບິ່ງຂອບ “ຜູ້ທີ່ເວົ້າເຖິງໃນປະຖົມມະການ 3:14, 15”
d ເບິ່ງຂອບ “ເຫດການທີ່ສຳຄັນໃນປະຖົມມະການ 3:15”